ຫວຽດນາມເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງ ຂອງສະຫະລັດອາເມລິກາ

16:00 | 31/08/2021

ຍສໝ - ປະຈຸບັນຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງສະຫະລັດອາເມລິກາ ແລະເປັນຈຸດເຊື່ອມຕໍ່ທີ່ ສຳຄັນໃນລະບົບຕ່ອງໂສ້ການສະໜອງສິນຄ້າຂອງສະຫະລັດອາເມລິກາ.

ຫວຽດນາມສືບຕໍ່ເປັນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ ຫວຽດນາມສືບຕໍ່ເປັນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ
ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ
ພາບປະກອບ
ໃນ 7 ເດືອນທໍາອິດຂອງປີ 2021, ສະຫະລັດອາເມລິກາສືບຕໍ່ເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ, ດ້ວຍວົງເງິນກ້ານຄ້າບັນລຸ 53,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 37,7% ເມື່ອທຽບໃສ່ໄລຍະດຽວກັນ. ພາບປະກອບ

CEO 90 ຄົນຂອງຍີ່ຫໍ້ຊັ້ນນຳຂອງສະຫະລັດອາເມລິກາເຊັ່ນ: Adidas, Coach, Gap, Hanebrands, Nike, VF... ເມື່ອບໍ່ດົນມານີ້ໄດ້ສະເໜີປະທານາທິບໍດີ Joe Biden ໂດຍເນັ້ນໜັກວ່າ ຫວຽດນາມເປັນຄູ່ຮ່ວມເສດຖະກິດ ແລະລະບົບການສະໜອງທີ່ສຳຄັນຂອງສະຫະລັດອາເມລິກາ.

ເນື້ອໃນຂອງຈົດໝາຍໄດ້ສະເໜີສະຫະລັດອາເມລິກາເພີ່ມການສະໜອງວັກຊີນໃຫ້ຫວຽດນາມ, ຜ່ານນັ້ນ ກໍ່ຊ່ວຍຟື້ນຟູບັນດາຂະແໜງຜະລິດອຸດສາຫະກຳການທີ່ສຳຄັນຂອງຫວຽດນາມໂດຍໄວ, ຫຼຸດຜ່ອນຄວາມສ່ຽງຂອງການມ້າງລະບົບຕ່ອງໂສ້ການສະໜອງໃນບັນດາຂົງເຂດ, ຂະແໜງສິນຄ້າທີ່ກ່ຽວຂ້ອງກັບຕະຫຼາດ ແລະວິສາຫະກິດຂອງສະຫະລັດອາເມລິກາ…

ຄວາມເປັນຫ່ວງຂອງບັນດາບໍລິສັດຍີ່ຫໍ້ໃຫຍ່ຂອງສະຫະລັດອາເມລິກາຕໍ່ການລະບາດຂອງພະຍາດໂຄວິດ -19 ເປັນເວລາຫຼາຍເດືອນຜ່ານມາຢູ່ຫວຽດນາມແມ່ນມີເຫດຜົນທັງໝົດ, ເພາະວ່າໂຮງງານຕັດຫຍິບຫຼາຍແຫ່ງຢູ່ໃນຫວຽດນາມໄດ້ກາຍເປັນບ່ອນຜະລິດຕົ້ນຕໍຂອງບັນດາຍີ່ຫໍ້ຄື Adidas, Coach, Gap, Hanebrands, Nike, VF, Under Amour.

ພາຍຫຼັງ 26 ປີ ການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະສະຫະລັດອາເມລິກາໄດ້ຮັບການສ້າງຕັ້ງ, ປະຈຸບັນຫວຽດນາມໄດ້ກາຍເປັນຕ່ອງໂສ້ທີ່ສຳຄັນໃນລະບົບສະໜອງສິນຄ້າຂອງສະຫະລັດອາເມລິກາ. ຕາມກົມໃຫຍ່ພາສີແລ້ວ, ໃນ 25 ປີຜ່ານມາ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະອາເມລິກາໄດ້ເພີ່ມຂຶ້ນ 168 ເທົ່າ, ຈາກ 450 ລ້ານ ໂດລາສະຫະລັດ ໃນປີ 1995 ຂຶ້ນເຖິງເກືອບ 75,7 ຕື້ ໂດລາສະຫະລັດ ໃນປີ 2019.

ບົດລາຍງານການນຳເຂົ້າ-ສົ່ງອອກຂອງຫວຽດນາມສະແດງໃຫ້ເຫັນວ່າ ໃນປີ 2020, ເຖິງວ່າການສົ່ງອອກໄປຍັງຕະຫຼາດຫຼາຍແຫ່ງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກການແຜ່ລະບາດຂອງພະຍາດໂຄວິດ -19, ແຕ່ການຄ້າລະຫວ່າງຫວຽດນາມ ແລະສະຫະລັດອາເມລິກາຍັງບັນລຸໄດ້ 90,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19,8 % ເມື່ອທຽບໃສ່ປີ 2019.

ຫວຽດນາມເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງ ຂອງສະຫະລັດອາເມລິກາ
ໃນ 25 ປີຜ່ານມາ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະອາເມລິກາໄດ້ເພີ່ມຂຶ້ນ 168 ເທົ່າ, ຈາກ 450 ລ້ານ ໂດລາສະຫະລັດ ໃນປີ 1995 ຂຶ້ນເຖິງເກືອບ 75,7 ຕື້ ໂດລາສະຫະລັດ ໃນປີ 2019. ພາບປະກອບ

ໃນ 7 ເດືອນທໍາອິດຂອງປີ 2021, ສະຫະລັດອາເມລິກາສືບຕໍ່ເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ, ດ້ວຍວົງເງິນກ້ານຄ້າບັນລຸ 53,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 37,7% ເມື່ອທຽບໃສ່ໄລຍະດຽວກັນ.

ທ່ານນາງ Lynne Gadkowski, ທີ່ປຶກສາດ້ານເສດຖະກິດ (ສະຖານທູດອາເມລິກາ ປະຈຳ ຮ່າໂນ້ຍ) ໃຫ້ຮູ້ວ່າ ປະຈຸບັນຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງອາເມລິກາ, ລື່ນກາຍ ອິນເດຍ ແລະຝລັ່ງ...

ຕາມທ່ານ ໂດຖັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລ້ວ, ຫວຽດນາມ ແລະອາເມລິກາແມ່ນສອງພື້ນຖານເສດຖະກິດໜູນຊ່ວຍເຊິ່ງກັນ ແລະ ກັນ. ໃນໄລຍະທີ່ຈະມາເຖິງ, ຫວຽດນາມຈະສືບຕໍ່ປະຕິຮູບເສດຖະກິດ ແລະເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນເພື່ອຜົນປະໂຫຍດລວມກັບສະຫະລັດອາເມລິກາ, ຮ່ວມມືກັບບັນດາວິສາຫະກິດສະຫະລັດອາເມລິກາເພື່ອສ້າງຕ່ອງໂສ້ການຜະລິດ, ລະບົບມູນຄ່າທີ່ມີຄຸນນະພາບ.

ມູນຄ່າສິນຄ້ານໍາເຂົ້າຈາກສະຫະລັດອາເມລິກາໃນໄລຍະຈະມາເຖິງນີ້ ແນ່ນອນວ່າຈະເພີ່ມຂຶ້ນໂດຍຜ່ານການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດຂອງຫວຽດນາມ, ຈາກນັ້ນ ກໍ່ຈະດຶງດູດວິສາຫະກິດເຂົ້າມາຫວຽດນາມເພື່ອຕັ້ງໂຮງງານ ແລະເພີ່ມປະລິມານສິນຄ້າຈາກບັນດາຜູ້ສະໜອງສະຫະລັດອາເມລິກາ ຫຼາຍຂຶ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.