ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD

13:01 | 30/08/2021

ຍສໝ - ເຖິງວ່າຈະມີການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນຫຼາຍແຂວງ ແລະ ຕົວເມືອງ, ແຕ່ບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ເບີກຈ່າຍເງິນພາຍໃນ 8 ເດືອນ ຍັງບັນລຸໄດ້ 11.58 ຕື້ໂດລາ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ຫວຽດ​ນາມ-ໄທ ​​ວາງເປົ້າ​ໝາຍວ​ົງ​ເງິນ​ການ​ຄ້າ ບັນ​ລຸ 25 ຕື້ USD ຫວຽດ​ນາມ-ໄທ ​​ວາງເປົ້າ​ໝາຍວ​ົງ​ເງິນ​ການ​ຄ້າ ບັນ​ລຸ 25 ຕື້ USD
ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD

ອີງຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນ ໄລ່ຮອດວັນທີ 20 ສິງຫາ, ທຶນຈົດທະບຽນໃໝ່, ດັດສົມ ແລະ ປະກອບທຶນ, ຊື້ຫຸ້ນສ່ວນ, ຊື້ຫຸ້ນທຶນປະກອບສ່ວນຈາກນັກລົງທຶນຕ່າງປະເທດທັງໝົດ ບັນລຸ 19,12 ຕື້ໂດລາສະຫະລັດ, ເທົ່າກັບ 97,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD
ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD.

ລະອຽດ, ທົ່ວປະເທດມີ 1,135 ໂຄງການໃໝ່ທີ່ໄດ້ຮັບການອອກໃບຢັ້ງຢືນຈົດທະບຽນລົງທຶນ (ຫຼຸດລົງ 36,8%) ດ້ວຍທຶນຈົດທະບຽນທັງໝົດແມ່ນເກືອບ 11,33 ຕື້ໂດລາ (ເພີ່ມຂຶ້ນ 16,3% ເມື່ອທຽບໃສ່ໄລຍະດຽວກັນ) ແລະ 639 ໂຄງການໄດ້ຈົດທະບຽນປັບປຸງເງິນລົງທຶນ (ຫຼຸດລົງ 11%) ດ້ວຍຈຳນວນບັນລຸເກືອບ 5 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 2,3% ເມື່ອທຽບກັບໄລຍະດຽວກັນ). ນັກລົງທຶນຕ່າງປະເທດໄດ້ປະກອບທຶນ, ຊື້ຫຸ້ນສ່ວນ, ແລະ ຊື້ທຶນປະກອບສ່ວນດ້ວຍ 2,720 ເທື່ອ (ຫຼຸດລົງ 43,4%), ມູນຄ່າທັງໝົດ ແມ່ນເກືອບ 2,81 ຕື້ໂດລາສະຫະລັດ (ຫຼຸດລົງ 43,4% ເມື່ອທຽບກັບໄລຍະດຽວກັນ).

ວິສາຫະກິດຕ່າງປະເທດສ່ວນໃຫຍ່ ໄດ້ລົງທຶນໃນ 18 ຂະແໜງ, ນຳໜ້າແມ່ນຂະແໜງອຸດສາຫະ ກຳປຸງແຕ່ງ - ການຜະລິດ ດ້ວຍການລົງທຶນທັງໝົດ ເກືອບ 9,3 ຕື້ໂດລາສະຫະລັດ, ກວມເອົາ 48,4% ຂອງຍອດເງິນລົງທຶນຈົດທະບຽນທັງໝົດ.

ກ່ຽວກັບບັນດາຄູ່ຮ່ວມມືລົງທຶນ, ທົ່ວປະເທດໄດ້ຮັບຮູ້ 92 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນຢູ່ຫວຽດນາມ. ສິງກະໂປ ນໍາໜ້າດ້ວຍຍອດເງິນລົງທຶນທັງໝົດຫຼາຍກວ່າ 6,2 ຕື້ໂດລາສະຫະລັດ, ກວມເອົາເກືອບ 32,5% ຂອງຈຳນວນທຶນທັງໝົດ (ຫຼຸດລົງ 5% ເມື່ອທຽບກັບໄລຍະດຽວກັນຂອງປີ 2020). ຖັດຈາກນັ້ນແມ່ນຍີ່ປຸ່ນ, ເກົາຫຼີ, ຈີນ, ຮ່ອງກົງ, ແລະ ໄຕ້ຫວັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.