| ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ | |
| ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” |
![]() |
| ພາບປະກອບ |
ອີງຕາມ AFR ແລ້ວ, ໃນສອງສາມທົດສະວັດທີ່ຜ່ານມາ, ຫວຽດນາມມີຄວາມໂດດເດັ່ນໃນການດຶງດູດບໍລິສັດນາໆຊາດໃນດ້ານເອເລັກໂທຣນິກ, ເກີບ ແລະເຄື່ອງນຸ່ງຫົ່ມ. ຄ່າແຮງງານຕໍ່າ, ພື້ນຖານໂຄງລ່າງທີ່ເປັນໜ້າເຊື່ອຖືໄດ້ ແລະຂັ້ນຕອນການບໍລິຫານທີ່ລຽບງ່າຍ ແມ່ນບັນດາປັດໄຈທີ່ໄດ້ດຶງດູດບັນດາບໍລິສັດເຊັ່ນ: Samsung, Foxconn, Nike, Adidas, Gap ແລະ Levis...
ຕະຫຼອດໄລຍະທີ່ຜ່ານມາ, ຫຼາຍແຂວງ/ນະຄອນຂອງຫວຽດນາມ ຕ້ອງໄດ້ໃຊ້ມາດຕະການແຍກຫ່າງໃນສັງຄົມຢ່າງເຄັ່ງຄັດເພື່ອຮັບມືກັບການລະບາດຂອງພະຍາດ COVID-19, ແຕ່ຫຼາຍໂຮງງານກໍ່ຍັງດໍາເນີນການຕາມຮູບແບບ“ 3 ໃນ 1”, ເພາະສະນັ້ນ, ຄົນງານ ແລະພະນັກງານ ຕ້ອງກິນເຂົ້າ, ນອນ ແລະເຮັດວຽກຢູ່ກັບທີ່.
ອີງຕາມຂໍ້ສັງເກດຂອງ AFR ແລ້ວ, ເລື່ອງລາວກ່ຽວກັບຫວຽດນາມກາຍເປັນຈຸດໝາຍປາຍທາງທີ່ນິຍົມຂອງການລົງທຶນຕ່າງປະເທດ ແມ່ນຄາດວ່າຈະບໍ່ມີການປ່ຽນແປງ. ເຖິງແມ່ນວ່າການຄາດຄະເນການເຕີບໂຕຈະຫຼຸດລົງກໍ່ຕາມ, ແຕ່ບັນດານັກເສດຖະສາດຍັງເຊື່ອວ່າ ຫວຽດນາມຈະຟື້ນຕົວກັບຄືນມາໄດ້. ທະນາຄານ HSBC ໄດ້ຫຼຸດການຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມໃນປີນີ້ຈາກ 6.1% ລົງມາເປັນ 5.1%. ເຖິງຢ່າງໃດກໍ່ຕາມ, ທ່ານ Yun Liu ນັກເສດຖະສາດຂອງ HSBC ຢືນຢັນວ່າ ແງ່ຫວັງການຟື້ນຕົວຂອງຫວຽດນາມຍັງມີຄວາມເປັນໄປໄດ້ຫຼາຍດ້ວຍບັນດາປັດໄຈພື້ນຖານອັນໜັກແໜ້ນ.
ເວັບໄຊ lexology.com ຢູ່ອັງກິດ ຫາກໍ່ລົງບົດຂຽນຢືນຢັນພື້ນຖານເສດຖະກິດຫວຽດນາມ ພວມມີບັນດາສັນຍານຕັ້ງໜ້າກວ່າເມື່ອທຽບໃສ່ຫຼາຍປະເທດອື່ນໃນໄລຍະເກີດໂລກລະບາດໂຄວິດ-19 ແລະ ພວມມີທີ່ຕັ້ງທີ່ດີເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI).
ຕາມບົດຂຽນແລ້ວ, ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເປັນຈຸດນັດພົບຂອງບັນດານັກລົງທຶນຕ່າງປະເທດ, ນັບແຕ່ເມື່ອສຸມໃສ່ເປີດປະຕູຕະຫຼາດ, ພ້ອມທັງຊຸກຍູ້ການພົວພັນດ້ານການຄ້າສາກົນ. ໃນຕະຕາລາງຈັດອັນດັບລະດັບຄວາມສະດວກໃນການດຳເນີນທຸລະກິດແຕ່ລະປີຂອງທະນາຄານໂລກ (WB) ແລ້ວ, ຫວຽດນາມ ຈາກທີ່ຕັ້ງຢືນອັນດັບ 91/183 ໃນປີ 2010 ຂຶ້ນມາເປັນອັນດັບ 70/190 ໃນປີ 2019.
ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະເພີ່ມລະບົບມູນຄ່າຜະລິດໂດຍຜ່ານ FDI ແລະ ໄດ້ມານະພະຍາຍາມໃນຫຼາຍປີເພື່ອຍົກສູງທັກສະໃຫ້ຜູ້ອອກແຮງງານ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ບັນດາຄວາມມານະພະຍາຍາມກ່ຽວກັບດ້ານເສດຖະກິດ ແລະ ການຄຸ້ມຄອງຂອງລັດຖະບານຫວຽດນາມ ຈະປະກອບສ່ວນຊຸກຍູ້ FDI ເຂົ້າມາຫວຽດນາມ ໃນຊຸມປີຈະມາເຖິງ.
ໄຊພອນ
ຂ່າວທີ່ກ່ຽວຂ້ອງ
ທ່ານ ປອ. ຫງວຽນຮົ່ງເຊີນ: ເສີມຂະຫຍາຍສະຕິປັນຍາຂອງຊາວຫວຽດນາມຢູ່ຕ່າງປະເທດເພື່ອສົ່ງເສີມເສດຖະກິດເອກະຊົນ ແລະ ນະວັດຕະກໍາ.
ນັກວິຊາການຟິນແລນ: ຫວຽດນາມຄວນໃຫ້ຄວາມສຳຄັນກັບເສດຖະກິດ ແລະ ເສີມຂະຫຍາຍສະຫວັດດີພາບຂອງປະຊາຊົນທຸກຄົນ.
95 ປີ ແຫ່ງວັນພັກກອມມູນິດຫວຽດນາມ: ທຸງທີ່ນຳພາປະເທດຊາດຜ່ານທຸກເສັ້ນທາງ
ທ່ານອາດຈະມັກ
ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກ: ສືບຕໍ່ຢືນຢັນບົດບາດການນຳພາ ແລະ ການຊີ້ນຳຂອງປະເທດຊາດຫວຽດນາມ.
ແຈ້ງການກ່ຽວກັບກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກ ເຖິງອົງການຜູ້ຕ່າງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈຳຫວຽດນາມ
ກະສິກຳ ແລະ ສິ່ງແວດລ້ອມ: ຄວາມຢືດຢຸ່ນໃນການເອົາຊະນະສິ່ງທ້າທາຍຕ່າງໆ, ຮັກສາເສົາຄໍ້າຂອງການພັດທະນາແບບຍືນຍົງ.
ການກ້າວກະໂດດຂອງເຕັກໂນໂລຢີຂອງຫວຽດນາມ.
ການສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຄາດວ່າຈະບັນລຸ 73-74 ຕື້ USD ໃນປີ 2026.
