ງານວາງສະແດງຮູບຖ່າຍ 110 ແຜ່ນ ກ່ຽວກັບ ພົນເອກ ຫວໍງວຽນຢາບ - ຊີວິດ ແລະພາລະກິດ

12:34 | 18/08/2021

ຍສໝ - ເນື່ອງໃນໂອກາດນີ້, ຫໍສະໝຸດສັງລວມແຂວງກວາງບິ່ງຍັງໄດ້ວາງສະແດງປຶ້ມ 400 ກວ່າຫົວທີ່ກ່ຽວຂ້ອງເຖິງຊີວິດ ແລະການເຄື່ອນໄຫວປະຕິວັດຂອງ ພົນເອກ ຫວໍງວຽນຢາບ.

ງານວາງສະແດງອອນລາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ” ງານວາງສະແດງອອນລາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ”
ງານວາງສະແດງຮູບພາບ 120 ແຜ່ນ ງານວາງສະແດງຮູບພາບ 120 ແຜ່ນ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ"
daidoanket.vn

ງານວາງສະແດງຮູບຖ່າຍ 110 ແຜ່ນ ກ່ຽວກັບ ພົນເອກ ຫວໍງວຽນຢາບ - ຊີວິດ ແລະພາລະກິດ. ພາບ: daidoanket.vn

ງານວາງສະແດງໄດ້ຈັດຂຶ້ນຢູ່ແຂວງກວາງບິ່ງ, ແຕ່ວັນທີ 14 ສິງຫາ ຫາ ວັນທີ 5 ກັນຍາ ໃນຂອບການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຄົບຮອບ 110 ປີຂອງ ພົນເອກ ຫວໍງວຽນຢາບ (25 ສິງຫາ 1911 - 25 ສິງຫາ 2021).

ງານວາງສະແດງຄັ້ງນີ້ໄດ້ແນະນໍາຮູບພາບ, ເອກະສານອັນລໍ້າຄ່າກ່ຽວກັບພົນເອກ 110 ຢ່າງ ໂດຍສຸມໃສ່ສອງເນື້ອໃນຄື: ບັນດາຂີດໝາຍກ່ຽວກັບຊີວິດ ແລະການເຄື່ອນໄຫວປະຕິວັດຂອງ ພົນເອກ ຫວໍງວຽນຢາບ; ພົນເອກ ຫວໍງວຽນຢາບ ກັບກວາງບິ່ງ ແລະກວາງບິ່ງກັບພົນເອກ.

ງານວາງສະແດງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມດ້ວຍຮູບພາບອັນລ້ຳ ຄ່າທີ່ບັນທຶກຊ່ວງ​ເວ​ລາລະຫວ່າງປະທານໂຮ່ຈີມິນ ແລະພົນເອກຫວໍງວຽນຢາບ, ພິເສດແມ່ນຮູບພາບ: ປະທານໂຮ່ຈີມິນມອບຍົດທະຫານ ພົນເອກ ໃຫ້ ແກ່ຜູ້ບັນຊາການສູງສຸດ (ທີ່ ຕີນພູ ແຣ, ແຂວງຕວຽນກວາງ); ປະທານໂຮ່ຈີມິ ນແລະພົນເອກ ຫວໍງວຽນຢາບ ເດີນທາງໄປເຮັດວຽກຢູ່ຫວຽດບັກ ... ພ້ອມກັບຮູບຂອງນາຍພົນເມື່ອໄປຢ້ຽມຢາມບ້ານເກີດຂອງຕົນຢູ່ກວາງບິ່ງ.

ເນື່ອງໃນໂອກາດນີ້, ຫໍສະໝຸດສັງລວມແຂວງກວາງບິ່ງຍັງໄດ້ວາງສະແດງປຶ້ມ 400 ກວ່າຫົວທີ່ກ່ຽວຂ້ອງເຖິງຊີວິດ ແລະການເຄື່ອນໄຫວປະຕິວັດຂອງ ພົນເອກ ຫວໍງວຽນຢາບ.

ການວາງສະແດງຮູບພາບ, ປຶ້ມ, ໜັງສືພິມ ແລະເອກະສານອັນລ້ຳຄ່າກ່ຽວກັບຊີວິດ ແລະ ພາລະກິດຂອງ ພົນເອກ ຫວໍງວຽນຢາບ ມີຈຸດປະສົງເພື່ອເຊີດຊູ,ຈາລຶກຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງຂອງນາຍພົນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ, ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ ໄດ້ຈັດງານວາງສະແດງທາງອອນລາຍຂຶ້ນດ້ວຍຫົວຂໍ້ “ທ່ານພົນເອກ ຫວໍງວຽນຢາບ - ນາຍພົນຜູ້ວິເສດ”. ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ 200 ຢ່າງ, ອັນໄດ້ສະແດງໃຫ້ເຫັນຢ່າງເດັ່ນຊັດຂີດໝາຍຂອງທ່ານພົນເອກ ຫວໍງວຽນຢາບ ຢູ່ ເຮືອນ ແລະ ຂຸມໃຕ້ດິນ D67, ເຊິ່ງແມ່ນຮ່ອງຮອຍສະຖານປະຕິວັດ ທີ່ຕິດພັນກັບການເຄື່ອນໄຫວຂອງກົມການເມືອງ ແລະ ຄະນະພັກການທະຫານສູນກາງ ໃນສະໄໝຕໍ່ຕ້ານ ຕ້ານຈັກກະພັດ ອາເມລິກາ, ນັບແຕ່ປີ 1968 – 1975 ຢູ່ບໍລິເວນພະລາດຊະວັງ ທັງລອງ.

ໄຊພອນ

ເຫດການ
302 Found

Found

The document has moved here.