ງານວາງສະແດງອອນລາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ”

10:49 | 18/08/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25/8/1911 – 25/8/2021), ນັບແຕ່ວັນທີ 22 ສິງຫາ, ສູນອະນຸລັກຮັກສາມໍລະດົກ ແທັງລອງ - ຮ່າໂນ້ຍ ໄດ້ຈັດຕັ້ງງານວາງສະແດງແບບທາງໄກ ດ້ວຍຫົວຂໍ້ “ທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ” ຜ່ານເວັບໄຊ: trungbayonline.hoangthanhthanglong.vn

ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19 ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19
ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ
ງານວາງສະແດງອອນລາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ”
ງານວາງສະແດງອອນລາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ”. ພາບ:BTC

ງານວາງສະແດງໄດ້ແນະນໍາເອກະສານ, ຮູບພາບ 200 ຢ່າງ, ລວມມີ 3 ພາກ: ຈາກປະຊາຊົນຈິ່ງ​ມີ; ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ; ມໍລະດົກຂອງທ່ານພົນເອກ ຫວໍງວຽນຢາບ. ຜ່ານບັນດາຮູບພາບ, ເອກະສານ, ງານວາງສະແດງໄດ້ຍົກອອກໃຫ້ເຫັນ ຢ່າງເດັ່ນຊັດຂີດໝາຍຂອງທ່ານພົນເອກ ຫວໍງວຽນຢາບ ຢູ່ ເຮືອນ ແລະ ຂຸມໃຕ້ດິນ D67, ເຊິ່ງແມ່ນຮ່ອງຮອຍປະຕິວັດ ທີ່ຕິດພັນກັບການເຄື່ອນໄຫວຂອງກົມການເມືອງ ແລະ ຄະນະພັກການທະຫານສູນກາງ ໃນສະໄໝຕໍ່ຕ້ານ ຕ້ານຈັກກະພັດ ອາເມລິກາ, ນັບແຕ່ປີ 1968 – 1975 ຢູ່ບໍລິເວນພະລາດຊະວັງ ທັງລອງ.

ງານວາງສະແດງແນໃສ່ສະແດງຄວາມຮູ້ບຸນຄຸນການປະກອບສ່ວນອັນໃຫຍ່ຫຼວງຂອງພົນເອກ ຫວໍງວຽນຢາບ ທີ່ມີຕໍ່ພາລະກິດແຫ່ງການປົກປ່ອຍຊາດ; ປະກອບສ່ວນທົບທວນຄືນມູນເຊື້ອປະຕິວັດອັນສະຫງ່າອົງອາດຂອງກອງທັບປະຊາຊົນ ຫວຽດນາມ ທີິ່ຕິດພັນກັບນາຍພົນແຫ່ງເທບນິຍາຍຂອງຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.