ທ່ານພົນເອກ ໂຕເລີມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ

13:52 | 04/07/2022

ຍສໝ-ຕອນບ່າຍວັນທີ 30 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ຕ້ອນຮັບທ່ານ Furukawa Yoshihisa, ລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ
ທ່ານພົນເອກ ໂຕເລີມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ
ທ່ານລັດຖະມົນຕີ ກະຊວງຕໍາຫຼວດ ໂຕເລີມ ກັບ ທ່ານລັດຖະມົນຕີ ​ກະຊວງ​ຍຸຕິ​ທຳ ​ຍີ່ປຸ່ນ Furukawa Yoshihisa . (ພາບ: Phạm Kiên/TTXVN)

ທີ່ການຕ້ອນຮັບ, ທ່ານ ລັດຖະມົນຕີ ໂຕເລີມ ໄດ້ສະແດງຄວາມຊົມ​ເຊີຍ ​ທ່ານ Furukawa Yoshihisa ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ລັດຖະບານ ຍີ່ປຸ່ນ ​ແລະ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງເປັນລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ຍີ່ປຸ່ນ ​ໃນ​ເດືອນ ຕຸລາ 2021; ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ Furukawa Yoshihisa, ກະຊວງ​ຍຸຕິ​ທຳ​ຍີ່ປຸ່ນ ຈະ​ສືບ​ຕໍ່​ເຄື່ອນໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະສົບ​ຜົນສຳ​ເລັດ​.

ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານ Furukawa Yoshihisa ມີຄວາມໝາຍສຳຄັນຫຼາຍເພື່ອໃຫ້ສອງຝ່າຍເຊື່ອມຕໍ່ຄືນບັນດາການເຄື່ອນໄຫວຮ່ວມມືດ້ານຕຸລາການໃນສະພາບການທີ່ໂລກລະບາດໂຄວິດ-19 ຄ່ອຍໆໄດ້ຄວບຄຸມຢູ່ແຕ່ລະປະເທດ, ໂດຍສະເພາະແມ່ນຢູ່ໃນໄລຍະທີ່ສອງປະເທດກໍາລັງມຸ່ງໜ້າເພື່ອສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ໃນ​ປີ 2023.

ທ່ານ​ລັດຖະມົນຕີ ໂຕເລີມ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ເຫັນວ່າ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ບັນລຸ​ໄດ້​ຫຼາຍ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ​ເສດຖະກິດ, ການ​ຄ້າ ​ແລະ ວັດທະນະທຳ - ສັງຄົມ; ສາມາດເວົ້າໄດ້ວ່າ ກໍາລັງຢູ່ໃນໄລຍະເວລາທີ່ດີທີ່ສຸດນັບແຕ່ກອນມາຮອດປະຈຸບັນ.

ທ່ານ​ລັດຖະມົນຕີ ໂຕເລີມ ກໍຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ຍຸຕິ​ທຳ ຍີ່ປຸ່ນ. ​ໂດດເດັ່ນແມ່ນ ສອງ​ກະຊວງ​ໄດ້​ລົງ​ນາມ​ໃນ "ສັນຍາ​ວ່າ​ດ້ວຍ​ການສົ່ງມອບ​ຜູ້​ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ" ​ໃນ​ປີ 2019 ​ແລະ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ ແຕ່​ເດືອນ ສິງຫາ 2020. ຫວ່າງ​ມໍ່ໆ​ມາ​ນີ້, ກະຊວງ​ຍຸຕິ​ທຳ​ຍີ່ປຸ່ນ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ຫວຽດນາມ ກໍ​ໄດ້​ລົງ​ນາມ​ໃນ "ສັນຍາ​ວ່າ​ດ້ວຍ​ການ​ໜູນຊ່ວຍ​​​ຍຸຕິ​ທຳ​ທາງ​ອາຍາ" ອັນໄດ້ສ້າງ​ພື້ນຖານ​ນິຕິ​ກຳ​ສຳຄັນ​ໃຫ້​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ສອງ​ປະ​ເທດ​ໄດ້ຮ່ວມມືຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ປ້ອງກັນ ແລະ ຕ້ານ​ອາດຊະຍາ​ກຳ.

ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ໂຕເລີມ ຫວັງວ່າສອງຝ່າຍຈະສືບຕໍ່ຍູ້ແຮງການເຈລະຈາ ແລະ ລົງນາມບັນດາຂໍ້ຕົກລົງສຳຄັນເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳລະຫວ່າງສອງປະເທດ; ພ້ອມ​ກັນ​ນັ້ນ ​ກໍເພີ່ມ​ທະວີ​ການ​ປະສົມປະສານ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ແລະ ປ້ອງກັນຄວາມສະຫງົບ​ໃຫ້​ແກ່​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ບັນດາ​ເຫດການ​ໃຫຍ່​ທີ່ຈັດ​ຂຶ້ນ​ຢູ່​ແຕ່ລະ​ປະ​ເທດ ແລະ ສົມທົບ​ກັນ​ປົກປ້ອງ​ພົນລະ​ເມືອງ, ປົກ​ປ້ອງ​ສຳນັກງານ​ຕາງໜ້າ​ຂອງ​ປະ​ເທດ​ນີ້ ປະຈໍາຢູ່ປະເທດນັ້ນ.

ທ່ານ​ລັດຖະມົນຕີ ໂຕເລີມ ສະເໜີ​ ຍີ່ປຸ່ນ ສືບ​ຕໍ່​ເອົາ​ໃຈ​ໃສ່ສະໜັບສະ​ໜູນ​, ​ເພີ່ມ​ທະວີຊຸກຍູ້​ບັນດາ​ໂຄງການ​, ​ ບໍ່​ເປັນ​ໂຄງການ​ໜູນຊ່ວຍໃຫ້​ກະຊວງ​ຕຳຫຼວດ ຫວຽດນາມ ​ເພື່ອ​ປະກອບສ່ວນເຂົ້າໃນການ​ສ້າງ​ກຳລັງ​ຕຳຫຼວດ ຫວຽດນາມ ​ໃຫ້ນັບມື້ນັບ​ພັດທະນາເຂັ້ມ​ແຂງຂຶ້ນ.

ໂດຍສະແດງຄວາມຂອບ​ໃຈ​ມາຍັງ​ທ່ານ​ລັດ​ຖະ​ມົນ​ຕີ ໂຕເລີມ ທີ່​ໄດ້ໃຫ້ເວລາຕ້ອນຮັບ, ທ່ານ Furukawa Yoshihisa ກໍ​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ສອງ​ຝ່າຍ​ບັນ​ລຸ​ໄດ້​ໃນບັນດາ​ຂົງ​ເຂດ​ການ​ຮ່ວມ​ມື; ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ລະຫວ່າງ​ກະຊວງ​ຍຸຕິ​ທຳ ​ຍີ່ປຸ່ນ ​ແລະ ກະຊວງ​ຕຳຫລວດ ຫວຽດນາມ ​ເວົ້າ​ສະ​ເພາະ ​ແມ່ນ​ຈະນັບ​ມື້​ນັບ​ພັດທະນາ, ເຂົ້າສູ່​ລວງ​ເລິກ, ​ ມີ​ປະສິດທິຜົນຢ່າງແທດຈິງ, ພິ​ເສດ​ແມ່ນ​ໃນ​ການປ້ອງກັນ ແລະ ​ຕ້ານ​ບັນດາປະເພດອາ​ຊະ​ຍາ​ກໍາ.

ຫອມມາລາ

ເຫດການ
302 Found

Found

The document has moved here.