ພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ

16:02 | 26/06/2022

ຕອນເຊົ້າວັນທີ 24 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາກ່ອນທີ່ສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.

ລັດຖະມົນຕີ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ ລັດຖະມົນຕີ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ
ພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານນາງ Robyn Mudie. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງການປະກອບສ່ວນຂອງທ່ານນາງ Robyn Mudie ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ ໃຫ້ພັດທະນາໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ທ່ານພົນເອກ ຟານວັນຢາງ ໄດ້ຂອບໃຈລັດຖະບານ, ປະຊາຊົນອົດສະຕາລີ ໄດ້ໜູນຊ່ວຍຫວຽດນາມ ວັກຊິນກັນພະຍາດໂຄວິດ-19 ກວ່າ 22 ລ້ານໂດສ ແລະກະຊວງປ້ອງກັນປະເທດອົດສະຕາລີ ໄດ້ໃຫ້ຄໍາໝັ້ນສັນຍາໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ມີມຸນຄ່າ 1,5 ລ້ານໂດລາອົດສະຕາລີ.

ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ທ່ານນາງເອກອັກຄະລັດຖະທູດຈະບັນລຸຜົນງານຫຼາຍຢ່າງໃນຖານະຕໍາແໜ່ງໃໝ່ ແລະຍາມໃດກໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ ເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

ສ່ວນທ່ານນາງ Robyn Mudie ກໍ່ຕີລາຄາການເຄື່ອນໄຫວຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ທ່ານນາງ Robyn Mudie ຫວັງວ່າສອງຝ່າຍຈະສືບຕໍ່ໄດ້ມີບັນດາການເຄື່ອນໄຫວພົບປະ ແລະຮ່ວມມືໂດຍກົງໃນສະພາບພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ.

la.qdnd.vn

ເຫດການ
302 Found

Found

The document has moved here.