ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ. ພາບ: TTXVN |
ຕາມສາດສະດາຈານ Giesenfeld ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊີ້ເຫັນແຈ້ງວ່າ ວິກິດການຕ່າງໆຄືໃນປະຈຸບັນບໍ່ອາດແກ້ໄຂໄດ້ຢ່າງເຖິງຖອງໃນຂອບຂອງລະບອບທຶນນິຍົມ, ເພາະວ່າໃນໄລຍະການແຜ່ລະບາດຂອງ COVID-19 ແລະໃນການປະຕິວັດອຸດສາຫະກໍາຄັ້ງທີສີ່, ພື້ນຖານເສດຖະກິດທຶນນິຍົມໄດ້ເປີດເຜີຍຄວາມບໍ່ຍຸຕິທໍາທາງສັງຄົມ.
ບົດຂຽນຢືນຢັນວ່າ ຮູບແບບສັງຄົມນິຍົມດັ່ງກ່າວພ້ອມກັບເອກະລາດແຫ່ງຊາດແມ່ນແນວທາງພື້ນຖານ, ຕະຫຼອດໄລຍະຂອງການປະຕິວັດຫວຽດນາມ ແລະກໍ່ເປັນຈຸດສໍາຄັນໃນມໍລະດົກແນວຄິດຂອງປະທານໂຮ່ຈີມິນ.
ສາດສະດາຈານ Giesenfeld ຊີ້ແຈ້ງວ່າ ໃນຂະນະທີ່ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ມີຄວາມຮັບຮູ້ຢ່າງຮອບດ້ານກວ່າເກົ່າ, ເລິກເຊິ່ງກວ່າເກົ່າກ່ຽວກັບລັດທິສັງຄົມນິຍົມ ແລະໄລຍະຂ້າມຜ່ານໄປສູ່ສັງຄົມນິຍົມເປັນເທື່ອລະກ້າວ. ບັນດາຄຸນລັກສະນະຂອງສັງຄົມນິຍົມທີ່ຫວຽດນາມພວມມຸ່ງໄປເຖິງແມ່ນ “ສັງຄົມປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາຊົນເປັນເຈົ້າ; ເປັນສັງຄົມທີ່ມີປະຊາທິປະໄຕ, ຍຸດຕິທໍາ ແລະສີວິໄລ; ມີເສດຖະກິດທີ່ພັດທະນາສູງ, ອີງໃສ່ກໍາລັງການຜະລິດທີ່ທັນສະໄໝ ແລະຄວາມສໍາພັນດ້ານການຜະລິດທີ່ກ້າວໜ້າເໝາະສົມ; ມີພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ”. ສັງຄົມນັ້ນຍັງມີຈຸດພິເສດຈຳນວນໜຶ່ງເຊັ່ນ: ຄວາມສະເໝີພາບລະຫວ່າງຊົນເຜົ່າໃນຊຸມຊົນ, ມີການພົວພັນມິດຕະພາບກັບບັນດາປະເທດໃນທົ່ວໂລກ. ນີ້ແມ່ນບັນດາຫຼັກການ ແລະແນວຄວາມຄິດທາງສັງຄົມທີ່ແທ້ຈິງ ເຊິ່ງເກືອບທຸກປະເທດລ້ວນແຕ່ມຸ່ງໄປເຖິງ.
ຕາມສາດສະດາຈານ Günter Giesenfeld ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊີ້ແຈງບັນຫາການພັດທະນາເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢູ່ຫວຽດນາມ, ຕາມນັ້ນແລ້ວເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມແມ່ນເສດຖະກິດການຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ດໍາເນີນການຢ່າງຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ; ມີຫຼາຍຮູບແບບຂອງການເປັນກຳມະສິດ ແລະພາກສ່ວນເສດຖະກິດທີ່ຄົງຕົວຢູ່ຮ່ວມກັນ ແລະແກ້ງແຍ່ງກັນ ຢ່າງປອດໃສ, ເຊິ່ງໃນນັ້ນມີໜຶ່ງປັດໄຈສໍາຄັນແມ່ນ ບໍ່ເສຍສະຫຼະຄວາມກ້າວໜ້າ ແລະຄວາມຍຸດຕິທໍາທາງສັງຄົມເພື່ອເດີນຕາມການເຕີບໂຕຂອງເສດຖະກິດ, ກົງກັນຂ້າມ, ທຸກນະໂຍບາຍເສດຖະກິດ ລ້ວນແຕ່ຕ້ອງຮັບໃຊ້ເປົ້າໝາຍການພັດທະນາຂອງສັງຄົມ.
ສາດສະດາຈານ Giesenfeld ໃຫ້ຮູ່ວ່າ ການກໍານົດທິດນີ້ເປັນສິ່ງທີ່ໜ້າສົນໃຈຫຼາຍເມື່ອທຽບກັບການພັດທະນາເສດຖະກິດຢູ່ໃນບັນດາປະເທດທຶນນິຍົມ, ນັ້ນແມ່ນ ເຂົາດໍາເນີນການສະເພາະແຕ່ເມື່ອມີຜົນກໍາໄລເທົ່ານັ້ນ ແລະຈະມີໄດ້ດ້ວຍເງື່ອນໄຂທີ່ບັນລຸການເຕີບໂຕທີ່ ບໍ່ຈໍາກັດເທົ່ານັ້ນ.
ສາດສະດາຈານ Giesenfeld ເຊື່ອໝັ້ນວ່າ ບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກໍ່ຈະຊ່ວຍໃຫ້ຜູ້ອ່ານຊາວຕາເວັນຕົກເຂົ້າໃຈໄດ້ເຖີງຄວາມພາກພູມໃຈນັ້ນຜ່ານບັນດາຂໍ້ມູນອ້າງອີງຕົວຈິງທີ່ໄດ້ກ່າວມາໃນບົດນີ້.
ສາດສະດາຈານ Giesenfeld ແບ່ງປັນວ່າ ເພິ່ນຢາກແປບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເປັນພາສາເຢຍລະມັນ ເພື່ອໃຫ້ຫຼາຍຄົນສາມາດຮູ້ໄດ້ຫຼາຍກວ່າ. ເພິ່ນກໍ່ພວມເຊັ່ງຊາການພິມຈໍາໜ່າຍເອກະສານນີ້ອອກໃນສະບັບຕໍ່ໄປຂອງ ວາລະສານ Vietnam Kurier, ຫຼື ອາດຈະລົງພິມໃນເວັບໄຊ ຂອງສະມາຄົມມິດຕະພາບກັບຫວຽດນາມ (FG ຫວຽດນາມ) ເພື່ອໃຫ້ຄົນສາມາດເຂົ້າເຖິງໄດ້ງ່າຍ.
ໄຊພອນ