ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ

06:00 | 08/08/2021

ຍສໝ - ຕອນເຊົ້າວັນທີ 5 ສິງຫາ, ທີ່ການໂອ້ລົມ​ເຈ​ລະ​ຈາກັບ ທ່ານຮອງປະທານາທິບໍດີ - ລັດຖະມົນຕີການຕ່າງປະເທດສະວິດ Ignazio Cassis, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ
ບັນຍາກາດທີ່ການໂອ້ລົມ​ເຈ​ລະ​ຈາ. ພາບ:baoquocte.vn

ທີ່ການໂອ້ລົມ​ເຈ​ລະ​ຈາ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້​ນສູງ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜ່ານນັ້ນ ກໍ່ເຮັດໃຫ້ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືທີ່​ແທດຈິງສຳລັບໄລຍະຫຼັງ Covid-19.

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ລັດຖະບານຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກະຊວງການຕ່າງປະເທດສະວິດ ທີ່ໄດ້ມອບເຄື່ອງກວດວິເຄາະໄວ 500.000 ຊຸດ, ຜ້າອັດປາກ 300.000 ອັນ ແລະເຄື່ອງຊ່ວຍຫາຍໃຈ 30 ເຄື່ອງ (ລວມມູນຄ່າທັງໝົດປະມານ117 ຕື້ດົ່ງ) ໃຫ້ຫວຽດນາມ, ຢັ້ງຢືນວ່າ ນີ້ແມ່ນການໜູນຊ່ວຍອັນລໍ້າຄ່າ ແລະທັນການຂອງສະວິດ ທີ່​ສະ​ຫງວນໃຫ້ແກ່ຫວຽດນາມ, ​ເຊິ່ງສະແດງໃຫ້ເຫັນສາຍພົວພັນອັນດີງາມ, ຄວາມສາມັກຄີ, ຄວາມຮັກແພງເຊິ່ງກັນແລະກັນລະຫວ່າງຫວຽດນາມ ແລະສະວິດ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ.

ທ່ານຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດສະວິດ ໄດ້ສະແດງຄວາມ ເຊື່ອໝັ້ນວ່າ ຫວຽດນາມຈະສາມາດຜ່ານຜ່າວິກິດການແຜ່ລະບາດຂອງພະຍາດໂຄວິດ -19 ໂດຍໄວ ແລະເຫັນດີວ່າ ສອງປະເທດຄວນສືບຕໍ່ແລກປ່ຽນປະສົບການໃນການປ້ອງກັນພະຍາດໂຄວິດ -19 ຕິດພັນກັບການເປີດປະຕູຄືນໃໝ່, ຟື້ນ​ຟູ​ເສດ​ຖະ​ກິດ ແລະ ປັບ​ປຸງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ,ໂດຍສະເພາະແມ່ນການຖ່າຍທອດເຕັກໂນໂລຊີເພື່ອຜະລິດວັກຊີນ ແລະຢາປິ່ນປົວພະຍາດໂຄວິດ -19.

ສອງຝ່າຍສືບຕໍ່ຢືນຢັນນະໂຍບາຍສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ປະຊາຄົມວິສາຫະກິດຂອງສອງປະເທດເພື່ອເປີດກວ້າງການຮ່ວມມື, ການລົງທຶນ, ທຸລະກິດໃນຕະຫຼາດຂອງກັນແລະກັນ; ແບ່ງປັນຄວາມພະຍາຍາມຮ່ວມກັນເພື່ອສິ້ນສຸດການເຈລະຈາສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະສະມາຄົມການຄ້າເສລີເອີຣົບ (EFTA) ໂດຍໄວ ເພື່ອສ້າງແຮງກະ​ຕຸ້ນໃຫ້ການແລກປ່ຽນການຄ້າ, ການລົງທຶນສອດຄ່ອງກັບທ່າແຮງຂອງສອງປະເທດຢ່າງ​ເຂັ້ມ​ແຂງ. ຕົກລົງເປັນເອກະພາບທີ່ຈະເພີ່ມທະວີການຮ່ວມມືໃນດ້ານການສຶກສາ - ບໍາລຸງສ້າງ, ວິທະຍາສາດເຕັກໂນໂລຊີ ແລະ ປ່ຽນແປງປະດິດສ້າງ ຫຼາຍກວ່າ​ອີກ.

ສອງຝ່າຍເຫັນດີສືບຕໍ່ຮ່ວມມື ແລະເພີ່ມທະວີການສະໜັບສະໜູນ ເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນ, ລວມທັງອາຊຽນ ແລະສະຫະປະຊາຊາດ. ​ໂດຍຢືນຢັນການສະໜັບສະໜູນ ບົດບາດໃຈກາງຂອງອາຊຽນໃນບັນດາໂຄງສ້າງພາກພື້ນ, ທ່ານລັດຖະມົນຕີ Ignazio Cassis ​ໄດ້​ສະ​ແດງ​ຄວາມຊົມເຊີຍ​ຕໍ່ຜົນສຳເລັດ​ຂອງ​ຫວຽດ​ນາມໃນຖາ​ນະ​ຕ​ຳ​ແໜ່ງເປັນປະທານອາຊຽນ 2020.

​ທ່ານຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດສະວິດ ໄດ້ສະແດງຄວາມຂອບໃຈຫວຽດນາມທີ່ໄດ້ໃຫ້ການສະໜັບສະໜູນ, ເປັນຂົວຕໍ່ໃຫ້ປະເທດສະວິດ ເພີ່ມທະວີການຮ່ວມມືກັບອາຊຽນ.

ສອງຝ່າຍເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດຕາມກົດໝາຍສາກົນ, ຮັບປະກັນຄວາມເສລີໃນການເດີນເຮືອ, ການບິນ, ຄວາມປອດໄພ ແລະສັນຕິພາບຢູ່ທະເລຕາເວັນອອກ, ໃນ​ນັ້​ນ​ມີສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS 1982) ແມ່ນກອບນິ​ຕິ​ກຳ​ດັດປັບ​ທຸ​ກການ​ເຄື່ອນ​ໄຫ​ວຢູ່ໃນທະເລ ແລະມະຫາສະຫມຸດ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກໍ່​ໄດ້ສະແດງຄວາມຂອບໃຈ ແລະສະເໜີໃຫ້ລັດຖະບານສະວິດ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມຢູ່ສະວິດ ມີ​ການເຊື່ອມໂຍງເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສະວິດ, ພ້ອມທັງປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.