ຊາວ​ຫວຽດ​ນາມ ຜູ້​ທີ​ສອງທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນລາງວັນ “Nobel ຂຽ​ວ”

12:03 | 18/06/2021

ຍ​ສ​ໝ - ພາຍຫຼັງ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຫວັງ​ຜົນ​ກຳໄລມາ​ເປັນ​ເວ​ລາ 7 ປີ, ໃນ​ຖາ​ນະ​ເປັນ​ຜູ້​ສ້າງ​ຕັ້ງ SVNW ຢູ່ ຫວຽດ​ນາມ, ທ່ານ ທ້າຍ ພ້ອມ​ກັບ​ຜູ້​ຮ່ວມ​ງານ ໄດ້​ກູ້​ຊ່ວຍເອົາໂຕລິ່ນ ກ່​ວາ 1.500 ໂຕ, ໂດຍສົມ​ທົບ​ກັບກົມ​ກອງກວດ​ກາ​ປ່າ ເກັບ ແລະ ທຳລາຍແຮ້ວກ່​ວາ 9.700 ອັນ…

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຫວຽດ​ນາມ ຜູ້​ທີ​ສອງທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນລາງວັນ “Nobel ຂຽ​ວ”
ທ່ານ ຫງວຽນ​ວັນ​ທ໊າຍ ຜູ້​ອຳ​ນວຍ​ການ​ສູນ​ອາ​ນຸ​ລັກ​ຮັກ​ສາ ສັດ​ປ່າ​ຢູ່ ຫວຽດ​ນາມ

ວັ​ນ​ທີ 15 ມິ​ຖຸ​ນາ, ທ່ານ ຫງວຽນ​ວັນ​ທ໊າຍ ຜູ້​ອຳ​ນວຍ​ການ​ສູນ​ອາ​ນຸ​ລັກ​ຮັກ​ສາ ສັດ​ປ່າ​ຢູ່ ຫວຽດ​ນາມ (Save Vietnam's Wildlife- SVNW) ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ ຢູ່​ພິ​ທີ​ມອ​ບ​ຮັບ​ລາງວັນ​ສິ່ງ​ແວດ​ລ້ອມ Goldman (Goldman Environmental Prize).

ພາຍຫຼັງ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຫວັງ​ຜົນ​ກຳໄລມາ​ເປັນ​ເວ​ລາ 7 ປີ, ໃນ​ຖາ​ນະ​ເປັນ​ຜູ້​ສ້າງ​ຕັ້ງ SVNW ຢູ່ ຫວຽດ​ນາມ, ທ່ານ ທ້າຍ ພ້ອມ​ກັບ​ຜູ້​ຮ່ວມ​ງານ ໄດ້​ກູ້​ຊ່ວຍເອົາໂຕລິ່ນ ກ່​ວາ 1.500 ໂຕ, ໂດຍສົມ​ທົບ​ກັບກົມ​ກອງກວດ​ກາ​ປ່າ ເກັບ ແລະ ທຳລາຍແຮ້ວກ່​ວາ 9.700 ອັນ…

ພາຍຫຼັງ​ກຸ່ມ​ຕ້ານ​ການ​ລ່າ​ສັດ​ແບບ​ພິດ​ກົດ​ໝາຍຢູ່​ປ່າ​ສະ​ຫງວນ​ແຫ່ງ​ຊາດ ປູ​ມາດ ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ເປັນເວ​ລາ 3 ປີ​, ຫົວ​ໜ່ວຍນີ້​ໄດ້​ທຳ​ລາຍແຮ້ວ 10.000 ອັນ, ເກັບ​ປືນໄດ້ 90 ອັນ, ກັກ​ຕົວ​ເປົ້າ​ໝາຍຄົນ​​ລ່າ​ສັດແລະ ຄ້າ​ຂາຍ​ສັດ​ປ່າ​ແບບ​ຜິດ​ກົດ​ໝາຍ 600 ຄົນ​.

Goldman ໄດ້​ຕີ​ລາ​ຄາ​ວ່າ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ ທ໊າຍ ແລະ SVNW ໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ການກະ​ທົບ​ອັນ​ໃຫຍ່ຫຼວງ ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປົກປັກຮັກສາໂຕ​ລິ່ນ. ນອກ​ຈາກ​ການ​ສະ​ກັດ​ກັ້ນ​ໄພ​ລ່າ​ສັດ, ຄ້າ​ຂາຍ​ສັດ​ປ່າ​ແບບ​ພິດ​ກົດ​ໝາຍແລ້ວ, ທ່ານ​ທ໊າຍ​ຍັງ​ຈັດ​ຕັ້ງ​ໂຄງ​ການ​ສຶກ​ສາ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຄົມ​ກ່ຽວ​ກັບ​ຄວາມ​ສຳ​ຄັນຂອງ​ການ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ.

ທ່ານ ຫງວຽນ​ວັນ​ທ໊າຍ ແມ່ນ​ຜູ້​ຂຽນ​ໃນ​ຫຼາຍ​ໂຄງ​ການ​ຄົ້ນ​ຄ້​ວາສາກົນ, ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ແລະ ສ້າງ​ບັນ​ດາ​ຂັ້ນຕອນທຳ​ອິດ​ກ່ຽວ​ກັບ​ການ​ຕິດ​ຕາມ ແລະ ຟື້ນ​ຟູ​ໂຕ​ລິ່ນ​ຢູ່ ຫວຽດ​ນາມ ຄື: ນຳ​ສູນ​ການ​ສຶກ​ສາ​ອະ​ນຸ​ລັກ​ຮັກ​ສາສັດພັນ​ຊິ້ນ ແລະ ໂຕ​ລິ່ນ​ເຂົ້າເຄື່ອນ​ໄຫວທຳ​ອິດ​ຢູ່ ຫວຽດ​ນາມ ແມ່ນຢູ່ ນີງ​ບິງ, ສູນຟື້ນ​ຟູ ໂຕ​ລິ່ນ ອາ​ຊີ​ ທຳ​ອິດ ຂອງ ຫວຽດ​ນາມ. ດັ່ງ​ນັ້ນ 80% ຈຳ​ນວນ​ໂຕ​ລິ່ນທີ່​ຖືກ​​ບາດ​ເຈັບ​ໜັກ​ຈິ່ງໄດ້​ຮັບ​ການ​ປິ່ນ​ປົວ ແລະ ຟື້ນ​ຟູ​.

ກ່ອນ​ ທ່ານ​ທ້າຍ, ຢູ່ຫວຽດ​ນາມ ກໍ​ມີ​ທ່ານ​ນາງ ງູຍ​ທິ​ແຄງ - ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສູນ​ພັດ​ທະ​ນາ​ຫົວ​ຄິດ​ປະ​ດິດ​ສ້າງ​ຂຽວ (GreenID) ທີ່ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ Goldmanໃນ​ປີ 2018.

Goldman ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ປີ 1989 ໂດຍ​ນັກ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ ຊາວ​ອາ​ເມ​ລິກາ Richard ແລະ Rhoda Goldman, ໂດຍ​ແມ່ນ​ການ​ຢັ້ງ​ຢືນ​ຢູ່​ລະ​ດັບ​ສາ​ກົນ ໃຫ້​ແກ່​ບັນ​ດາ​ຜົນ​ງານ ແລະ ການ​ອຸ​ທິດ​ສ່ວນ​ຂອງ​ສ່ວນ​ບຸກ​ຄົນ ​ເຊິ່ງເປັນຜູ້​ນຳດ້ານ​ສິ່ງ​ແວດ​ລ້ອມທີ່​ພົ້ນ​ເດັ່ນ​ໃນ​ທົ່ວ​ໂລກ.

ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV

ລົດ ATV ມີແຕ່ສາມລໍ້ ຫາ ສີ່ລໍ້ ລົດປະເພດນີ້ເຄີຍນຳໃຊ້ຢູ່ບັນປະເທດພັດທະນາໃນໂລກ. ເມື່ອບໍ່ດົນມານີ້ ພວກນິຍົມລົດATVຢູ່ ຫວຽດນາມໄດ້ມີໂອກາດຮ່ວມເດີນທາງພ້ອມກັບລົດATV 50 ຄັນ ຢູ່ຕາມສາຍທາງຢູ່ດົງໂມ ດິດສະໂກເວຣີ ຂຶ້ນກັບເຂດທ່ອງທ່ຽວດົງໂມເຊີນເຕິຍຮ່າໂນ້ຍ.

ກອງ​ປະ​ຊຸມ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ​ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 6 ກອງ​ປະ​ຊຸມ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ​ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 6

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ລົງ​ນາມ​ແກ່​ຍາວ​ເວ​ລາ​ກຳ​ນົດ​ຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ລ​ະ​ຫວ່າງ ສອງ​ກະ​ຊ​ວງ ມຸ່ງ​ໄປ​ສູ່​ບັນ​ດາ​ເປົ້າ​ໝາຍ: ເພີ່​ມ​ທະ​ວີ, ສ້າງ​ເງື​່ອນ​ໄຂ ແລະ ພັດ​ທະ​ນາ​ກາ​ນຮ່ວມ​ມືໃນ​ຂ​ົງ​ເຂດ​ສິ່ງ​ແວ​ດ​ລ້ອມ, ຢັ້ງ​ຢືນ​ຄືນ​ໃໝ່​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ການ​ກະ​ທຳ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ສຳ​ເລັດ​ຂໍ້​ຕົກ​ລົງ Paris, ບັນ​ດາ​ເປົ້າ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ​ໄວ.

ຫວຽດ​ນາມ​ຮ່ວມ​ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື ແ​ລະ ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃນ​ການ​ປະ​ທະ​ກັນ​ດ້ານອ​າ​ວຸດ ຫວຽດ​ນາມ​ຮ່ວມ​ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື ແ​ລະ ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃນ​ການ​ປະ​ທະ​ກັນ​ດ້ານອ​າ​ວຸດ

ຍສໝ - ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ “ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.