ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh-wan ສະ​ເໜີ​ໃຫ້​ພິ​ຈາ​ລະ​ນະ, ລົງ​ນາມ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ອອກ​ແຮງ​ງານ​ໃນວັນ​ພັກ ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ

09:29 | 12/05/2021

ຍ​ສ​ໝ - ຕາມ​ເວັບ​ໄຊ Molisa.gov.vn, ຢູ່ ການ​ຕ້ອນ​ຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh-Wan ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ປັດ​ຈຸ​ບັນ ມີ​ແຮງ​ງານ​ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ ຫຼາຍ​ຄົນ​ມີ​ເວ​ລາ​ຕາມ​ສັນ​ຍາ ແລະ ກົງ​ກັນ​ຂ້າມ, ສ.ເກົາຫຼີ​ ກໍ່​ມີຫຼາຍ​ຄົນ​ມາ​ ຫວຽດ​ນາມ ເພື່ອ​ເຮັດ​ວຽກ ແລະ ປະ​ຕິ​ບັດ​ງານ.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ
ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh-wan ສະ​ເໜີ​ໃຫ້​ພິ​ຈາ​ລະ​ນະ, ລົງ​ນາມ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ອອກ​ແຮງ​ງານ​ໃນວັນ​ພັກ ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: Molisa.gov.vn)

ວັ​ນ​ທີ 10 ພຶດ​ສະ​ພາ, ຢູ່​ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ທ່ານ ເລ​ວັນ​ແທັງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ມີ​ການ​ພົບ​ປະ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ ໂດຍ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh-wan ເປັນ​ຫົວ​ໜ້າ​ຄະ​ນະ​.

ຕາມ​ເວັບ​ໄຊ Molisa.gov.vn, ຢູ່ ການ​ຕ້ອນ​ຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh-Wan ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ປັດ​ຈຸ​ບັນ ມີ​ແຮງ​ງານ​ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ ຫຼາຍ​ຄົນ​ມີ​ເວ​ລາ​ຕາມ​ສັນ​ຍາ ແລະ ກົງ​ກັນ​ຂ້າມ, ສ.ເກົາຫຼີ​ ກໍ່​ມີຫຼາຍ​ຄົນ​ມາ​ ຫວຽດ​ນາມ ເພື່ອ​ເຮັດ​ວຽກ ແລະ ປະ​ຕິ​ບັດ​ງານ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ຫວັງ​ວ່າ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈະ​ມີ​ຄຳ​ຊີ້​ນຳ ແລະ ແນະ​ນຳ​ຢ່າງ​ລະ​ອຽດ ກ່ຽວ​ກັບ​ການ​ນຳ​ແຮງ​ງານ ຫວຽດ​ນາມ ໄປ​ເຮັດ​ວຽກ​ຕາມ​ໄລ​ຍະ​ເວ​ລາ ຢູ່ ສ.ເກົາຫຼີ, ພິ​ຈາ​ລະ​ນາ​ລົງ​ນາມ​ສັນ​ຍາ​ການ​ອອກ​ແຮງ​ງານ​ໃນ​ວັນ​ພັກ ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ພົບ​ພັນ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ສ້າງ​ພື້ນ​ຖານ​ແບບ​ຍືນ​ຍົງ ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ.

ໂດຍ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມີ​ຄ​ວາມ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ສອງ​ປະ​ເທດ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ຄື ລົງ​ນາມ​ຕໍ່​ເວ​ລາ​ປະ​ຕິ​ບັດບົດ​ບັນ​ທຶກ​ຊ່​ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ​ເຮັດ​ວຽກ​ລະ​ຫວ່າງ ສ.ເກົາຫຼີ ແລະ ຫວຽດ​ນາມ, ລົງ​ນາມ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ປະ​ກັນ​ໄພ​ສັງ​ຄົມ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ ເລ​ວັນ​ແທັງ ໃຫ້​ຮູ້​ວ່າ: ສ.ເກົາຫຼີ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສະ​ໜີ​ດ​ສະ​ໜົມ​ທີ່​ສຸດ​ຂອງ ຫວຽດ​ນາມ, ວຽກ​ງານກ​ານ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃນຫຼາຍ​ດ້ານ​ກ່ຽວ​ກັບ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ - ສັງ​ຄົມ.

ທ່ານ​ເລ​ວັນ​ແທັງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ ສ.ເກົາຫຼີ ​ສຳ​ລັບ​ບັນ​ດາ​ຂົງ​ເຂດ​ແຮງ​ງານ, ເຮັດ​ວຽກ​ຂອງ ຫວຽດ​ນາມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຢັ້ງ​ຢືນ​ວ່າ, ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ໄປ​ມາ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ສ.ເກົາຫຼີ, ເຖິງ​ຢ່າງ​ໃດ​ກໍ່​ຕາມ​ສິ່ງນີ້​ບໍ່​ກໍ່​ຜົນ​ສະ​ທ້ອນ​ຕໍ່​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ສອ​ງ​ປະ​ເທດ.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ

ຍສໝ - ການຕໍ່ກຳນົດເວລານີ້ຈະໄດ້ນໍາໃຊ້ສໍາລັບຄົນງານທີ່ມີວີຊາ E-9 ແລະ ຜູ້ທີ່ຖືວີຊ່າເຮັດວຽກ H-2 ທີ່ຈະໝົດອາຍຸລະຫວ່າງວັນທີ 13 ເມສາ ເຖິງ 31 ທັນວາຂອງປີນີ້.

ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021” ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021”

ດ້ວຍບັນດາການເຄື່ອນໄຫວຕົວຈິງເປັນຫຼາຍຮູບຫຼາຍແບບ, ຊອກຮູ້ກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ສ.ເກົາຫຼີ ການເຄື່ອນໄຫວໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ຊາວເມືອງໂຮ້ຍອານ ແລະ ແຂກທ່ອງທ່ຽວ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.