ລະດູແລ້ງພິເສດຂອງເດັກຢູ່ແຂວງ ບິ່ງເຢືອງ

15:30 | 26/06/2021

ເພື່ອຮັບໃຊ້ຜູ້ອ່ານໄວເດັກ, ຫໍສະໝຸດແຂວງ ບິ່ງເຢືອງ ໄດ້ສ້າງຫໍສະໝຸດເອເລັກໂຕນິກດ້ວຍປື້ມຫຼາຍຫົວທີ່ດູດດື່ມ; ຖ່າຍທຳວີດີໂອແນະນຳປື້ມເອົາລົງເວັບໄຊຂອງຫໍສະໝຸດ…

ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ
ຄະນະຜູ້ແທນສູນກາງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ບິ່ງເຢືອງ ຄະນະຜູ້ແທນສູນກາງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ບິ່ງເຢືອງ
(ຄະນະຊາວໜຸ່ມທຸກຂັ້ນໄດ້ຂົນຂວາຍ, ປະກອບສ່ວນສ້າງເຂດລະຫຼິ້ນໃຫ້ແກ່ເດັກຢູ່ຫໍວັດທະນະທຳຢູ່ຄຸ້ມຖະໜົນ, ບ້ານ, ເຂດເຮືອນພັກເຊົ່າ)
(ຄະນະຊາວໜຸ່ມທຸກຂັ້ນໄດ້ຂົນຂວາຍ, ປະກອບສ່ວນສ້າງເຂດລະຫຼິ້ນໃຫ້ແກ່ເດັກຢູ່ຫໍວັດທະນະທຳຢູ່ຄຸ້ມຖະໜົນ, ບ້ານ, ເຂດເຮືອນພັກເຊົ່າ)

ຕາມປົກກະຕິແລ້ວ, ຍາມພັກແລ້ງແມ່ນໂອກາດເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ບັນດາຄອບຄົວດ້ວຍການເຄື່ອນໄຫວທ່ອງທ່ຽວ, ລະຫຼິ້ນພາຍຫຼັງທີ່ພວກເດັກໄດ້ຜ່ານການຮ່ຳຮຽນດ້ວຍຄວາມອິດເມື່ອຍ ເປັນເວລາປີໜຶ່ງ. ປີນີ້, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19, ບັນດາຜູ້ເປັນພໍ່ເປັນແມ່, ກໍຄືບັນດາຫົວໜ່ວຍໄດ້ຊອກຫາວິທີ ເພື່ອໃຫ້ເດັກມີຍາມພັກແລ້ງທີ່ປອດໄພ ແລະ ມີປະໂຫຍດ.

ແຂວງ ບິ່ງເຢືອງມີເດັກເກືອບ 500.000 ຄົນ, ໃນນັ້ນມີເດັກເປັນລູກເຕົ້າຂອງກຳມະກອນ, ຜູ້ອອກແຮງງານເປັນຈຳນວນຫຼາຍ. ເພື່ອໃຫ້ຍາມພັກແລ້ງມີຄວາມໝາຍຢ່າງແທດຈິງນັ້ນ, ໃນຊຸມປີກ່ອນ ບັນດາຄະນະ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນຢູ່ແຂວງ ບິ່ງເຢືອງ ລ້ວນແຕ່ມີບັນດາລາຍການຢ່າງແທດຈິງ ເພື່ອຊ່ວຍໃຫ້ພວກເດັກມີການລະຫຼິ້ນມ່ວນຊື່ນ. ໜຶ່ງໃນບັນດາການເຄື່ອນໄຫວເຊິ່ງພວກເດັກລໍ້ຖ້າທີ່ສຸດນັ້ນແມ່ນການສະໜອງປື້ມຮັບໃຊ້ເດັກຢູ່ເຂດຫ່າງໄກ່ຊອກຫຼິກ, ເຂດເຮືອນພັກເຊົ່າ ແລະ ຢູ່ບ່ອນຕ່າງໆ ຢູ່ລະບົບຫໍສະໝຸດ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ຍ້ອນໂລກລະບາດພວມແຜ່ລະບາດ ສະນັ້ນລາຍການດັ່ງກ່າວຕ້ອງຢຸດຊົ່ວຄາວ. ໃນສະພາບການນັ້ນ, ເພື່ອຮັບໃຊ້ຜູ້ອ່ານໄວເດັກ, ຫໍສະໝຸດແຂວງ ບິ່ງເຢືອງ ໄດ້ສ້າງຫໍສະໝຸດເອເລັກໂຕນິກດ້ວຍປື້ມຫຼາຍຫົວທີ່ດູດດື່ມ; ຖ່າຍທຳວີດີໂອແນະນຳປື້ມເອົາລົງເວັບໄຊຂອງຫໍສະໝຸດ… ທ່ານ ຫງວຽນວັນເຫ້ວ, ຜູ້ອຳນວຍການ ຫໍສະໝຸດແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

“ແຂວງ ບິ່ງເຢືອງ ພວມສ້າງແຜນການຫັນຈາກການເຄື່ອນໄຫວທີ່ມີມາແຕ່ດົນນານ ໄປສູ່ການນຳໃຊ້ເຕັກໂນໂລຊີ. ໃນຫໍສະໝຸດຕ້ອງມີການຫັນເປັນດີຈີຕອນເພື່ອຮັບໃຊ້ຜູ້ອ່ານຜ່ານອິນເຕີແນັດ, ນັ້ນແມ່ນທິດທາງມີລັກສະນະຍາວນານ. ຫຼັງຈາກນັ້ນ, ກໍ່ມີບັນດາຍຸດທະສາດ ແລະ ສ້າງຫໍສະໝຸດເອເລັກໂຕນິກ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ບຳລຸງສ້າງຜູ້ຄຸ້ມຄອງ, ບັນຊາການເຄື່ອນໄຫວຂອງລະບົບ”.

ດ້ວຍທິດນຳທີ່ວ່າ “ປ້ອງກັນ, ຕ້ານໂລກລະບາດ ແຕ່ຍັງສ້າງການເຄື່ອນໄຫວລະຫຼິ້ນທີ່ມີຄວາມໝາຍໃຫ້ແກ່ເດັກ”, ຕົ້ນເດືອນ ມິຖຸນາ - ເດືອນແຫ່ງການກະທຳເພື່ອເດັກ, ຫໍເຍົາວະຊົນອະນຸຊົນແຂວງ ບິ່ງເຢືອງ ໄດ້ສ້າງບັນດາລາຍການທີ່ເໝາະສົມ. ຜ່ານ fanpage ຫໍເຍົາວະຊົນອະນຸຊົນແຂວງໄດ້ປະຕິບັດບາງລາຍການຖ່າຍທອດສົດທາງອອນລາຍ (livestream) ບັນດາຫົວເລື່ອງສະເພາະເພື່ອຊ່ວຍໃຫ້ເດັກມີຄວາມຮູ້ກ່ຽວກັບການປ້ອງກັນ, ຕ້ານອຸບັດຕິເຫດ, ຕ້ານການທຳຮ້າຍເດັກ… ນອກນັ້ນ, “ການເຄື່ອນໄຫວລະຫຼິ້ນ online ຍາມທ້າຍອາທິດ” ກໍ່ດຶງດູດເດັກຮັບຊົມເປັນຈຳນວນຫຼາຍ. ທ່ານ ຫງວຽນຟານທ໊າຍແອັງ, ຫົວໜ້າຫໍເຍົາວະຊົນອະນຸຊົນແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

“ຜ່ານບັນດາເນື້ອໃນຂອງລາຍການ, ພວກຂ້າພະເຈົ້າປາດຖະໜາວ່າ ເຖິງວ່າພວກເດັກບໍ່ສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຮຽນນອກລະບົບໄດ້ກໍຕາມ, ແຕ່ຍັງໄດ້ຮ່ຳຮຽນ, ຝຶກຝົນ, ແລກປ່ຽນ ແລະ ມີບັນດາຂໍ້ມູນຂ່າວສານທີ່ມີປະໂຫຍດທີ່ສຸດ. ຈາກນັ້ນ, ເຮັດໃຫ້ພວກເດັກມີຄວາມສະຫວາດສະເຫວີຍ ທາງດ້ານຈິດໃຈ, ກໍ່ຄືຮຽນເອົາບັນດາສິ່ງທີ່ດີເພື່ອຊ່ວຍໃຫ້ຕົນເອງໃຫ້ນັບມື້ນັບດີກວ່າອີກ”.

ຍ້ອນໂລກລະບາດມີການຜັນແປຢ່າງສັບສົນ, ລະດູແລ້ງປີນີ້, ພວກນ້ອງບໍ່ໄດ້ໄປທ່ອງທ່ຽວພ້ອມກັບຄອບຄົວ, ບໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຢູ່່ກາງແຈ້ງ, ແຕ່ແທນທີ່ນັ້ນ, ພວກເດັກ ແລະ ຍາດຕິພີ່ນ້ອງພັດມີເວລາເພື່ອເຕົ້າໂຮມກັນຕື່ມອີກ. ເອື້ອຍ ເລທິບິກເຟືອງ, ຢູ່ນະຄອນ ທູເຢົາໝົດ, ແບ່ງປັນວ່າ, ເຫັນເດັກ 7 ຄົນທີ່ເປັນ ລູກ, ຫຼານຫຼິ້ນນຳກັນ, ຜູ້ໃຫຍ່ກໍ່ມີຄວາມສຸກ. ພວກລູກໄດ້ຢູ່ໃກ້ກັນຈະຊ່ວຍຮັດແໜ້ນຄວາມຮັກແພງລະຫວ່າງອ້າຍເອື້ອຍນ້ອງໃນວົງຕະກູນຕື່ມອີກ:

“ພາຍຫຼັງກິນເຂົ້າແລ້ວ, ພວກຫຼານໄດ້ຈັດແບ່ງວຽກງານເອງ, ຜູ້ລ້າງຖ້ວຍ, ຜູ້ເຊັດໂຕະ… ພວກຫຼານຖືນັ້ນແມ່ນການລະຫຼິ້ນ, ແຕ່ກໍມີສະຕິຕໍ່ວຽກງານຂອງຄອບຄົວ”.

ສ່ວນເອື້ອຍ ເລທິແທັງ, ກໍ່ຢູ່ນະຄອນ ທູເຢົ່າໝົດ, ໄດ້ຊື້ປຶ້ມເລື່ອງກະຕູນຫຼາຍຫົວໃຫ້ລູກ ຫຼື ສອນໃຫ້ລູກການລະຫຼິ້ນພື້ນເມືອງຕ່າງໆ. ເມື່ອໄດ້ລະຫຼິ້ນ ແລະ ເຄື່ອນໄຫວ ພ້ອມກັບລູກຂອງຕົນ, ເອື້ອຍ ແທັງ ຢາກຊ່ວຍໃຫ້ລູກທັງຮັບປະກັນການປ້ອງກັນ, ຕ້ານໂລກລະບາດ ທັງມີວັນພັກແລ້ງທີ່ມີຄວາມໝາຍຢ່າງແທດຈິງ.

“ຜ່ານການແຜ່ລະບາດຮອບຕ່າງໆຂອງໂລກລະບາດ, ຂ້າພະເຈົ້າຮູ້ສຶກວ່າລູກກໍ່ຄ່ອຍໆມີຄວາມເຂົ້າໃຈ ແລະ ປັບຕົວໃຫ້ແທດເໝາະກັບການຢູ່ເຮືອນຫຼາຍກວ່າ ແລະ ພະຍາຍາມຊ່ວຍວຽກບ້ານໃຫ້ພໍ່ແມ່ໄດ້ຫຼາຍກວ່າ. ສຳລັບພໍ່ແມ່, ເລື່ອງຢູ່ເຮືອນເປັນເວລາຫຼາຍຄືແນວນີ້ຈະໄດ້ຢູ່ໃກ້ກັບລູກຫຼາຍກວ່າ, ມີຄວາມເຂົ້າໃຈ ແລະ ແນະນຳລູກວິທີເບິ່ງແຍງດ້ວຍຕົນເອງເປັນຢ່າງດີກວ່າ.”

ການແຜ່ລະຫບາດຮອບທີ 4 ນີ້, ແຂວງ ບິ່ງເຢືອງ ກໍ່ກວດພົບບາງກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ທັງປ້ອງກັນ, ຕ້ານໂລກລະບາດ ແຕ່ບັນດາຂະແໜງການ, ທຸກຂັ້ນ, ທ້ອງຖິ່ນຕ່າງໆຍັງມີການເຄື່ອນໄຫວເບິ່ງແຍງດູແລກໃຫ້ເດັກເປັນຈຳນວນຫຼາຍ. ຄະນະຊາວໜຸ່ມທຸກຂັ້ນໄດ້ຂົນຂວາຍ, ປະກອບສ່ວນສ້າງເຂດລະຫຼິ້ນໃຫ້ແກ່ເດັກຢູ່ຫໍວັດທະນະທຳຢູ່ຄຸ້ມຖະໜົນ, ບ້ານ, ເຂດເຮືອນພັກເຊົ່າ… ຜ່ານນັ້ນ, ຊ່ວຍໃຫ້ເດັກ, ພິເສດແມ່ນລູກເຕົ້າຂອງກຳມະກອນ, ຜູ້ອອກແຮງງານຢູ່ແຂວງ ບິ່ງເຢືອງ ມີຍາມພັກແລ້ງທີ່ປອດໄພ, ມີປະໂຫຍດ ແລະ ເຕັມໄປດ້ວຍຄວາມມ່ວນຊື່ນ.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ຍສໝ - ໃນວັນທີ 22 ມິຖຸນາ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ປະມານ 5,100 ຊຸດ ໃຫ້ ທ່ານ ຫງວຽນຊວນດິງ - ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອໃຫ້ສະມາຄົມມອບເຄື່ອງອຸປະຖຳດັ່ງກ່າວນີ້ໃຫ້ແກ່ແມ່ຍິງ, ເດັກຍິງມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງທາງເພດ ຍ້ອນຜົນຮ້າຍຂອງການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນິງ ແລະ ນະຄອນໂຮ່ຈີມິນ.

ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ.

ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ

ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.

vovworld.vn

ເຫດການ
302 Found

Found

The document has moved here.