ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

19:25 | 24/06/2021

ຍສໝ - ໃນວັນທີ 22 ມິຖຸນາ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ປະມານ 5,100 ຊຸດ ໃຫ້ ທ່ານ ຫງວຽນຊວນດິງ - ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອໃຫ້ສະມາຄົມມອບເຄື່ອງອຸປະຖຳດັ່ງກ່າວນີ້ໃຫ້ແກ່ແມ່ຍິງ, ເດັກຍິງມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງທາງເພດ ຍ້ອນຜົນຮ້າຍຂອງການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນິງ ແລະ ນະຄອນໂຮ່ຈີມິນ.

ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021 ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021
ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ

ນີ້ແມ່ນລາຍການໃນໂຄງການຊ່ວຍເຫຼືອມະນຸດສະທຳຮອບດ້ານຂອງອົງການ UNFPA ຫວຽດນາມ ກັບການຮ່ວມມືຂອງອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA), ລັດຖະບານອົດສະຕາລີ ແລະ ລັດຖະບານຍີ່ປຸ່ນ; ເພື່ອປົກປ້ອງສຸຂະພາບທາງເພດ, ສຸຂະພາບການສືບພັນ, ສິດທິແມ່ຍິງ ແລະ ເດັກຍິງ; ຫຼຸດຜ່ອນຄວາມສ່ຽງຂອງການຄວາມຮຸນແຮງທາງເພດ, ປົກປ້ອງກຽດສັກສີຂອງແມ່ຍິງ ແລະ ເດັກຍິງທີ່ຖືກຜົນກະທົບທາງລົບຈາກວິກິດການ.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ
ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ.

ທ່ານ Naomi Kitahara - ຫົວໜ້າຜູ້ຕາງໜ້າອົງການ UNFPA ປະຈຳຫວຽດນາມ ໄດ້ກ່າວວ່າ: “ແມ່ຍິງ ແລະ ເດັກນ້ອຍທຸກຄົນໃນປະເທດຫວຽດນາມ, ລວມທັງຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດນັ້ນ ກໍ່ລ້ວນແຕ່ມີສິດດຳລົງຊີວິດແບບທີ່ບໍ່ມີການໃຊ້ຄວາມຮຸນແຮງ. ການສະໜັບສະໜູນ ເພື່ອຕອບສະໜອງຄວາມຕ້ອງການພິເສດຂອງພວກເຂົາ ຕ້ອງໄດ້ຮັບບຸລິມະສິດໃນການປະຕິບັດການຮັບມືກັບໂລກລະບາດ COVID-19, ປະກອບສ່ວນເຂົ້າໃນການຮັບປະກັນວ່າ ທຸກໆຄົນລ້ວນແຕ່ແມ່ນສ່ວນໜຶ່ງຂອງການພັດທະນາແບບໝັ້ນຄົງຂອງປະເທດ ແລະ ບໍ່ປ່ອຍໃຫ້ຜູ້ໃດຢູ່ເບື້ອງຫຼັງ.”

ທ່ານ ຫງວຽນຊວນດິງ ໄດ້ສະແດງຄວາມຂອບໃຈອົງການ UNFPA ປະຈຳຫວຽດນາມ, ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA), ລັດຖະບານອົດສະຕາລີ ແລະ ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການສະ ໜັບສະໜູນຢ່າງທັນການ. ທ່ານ ຫງວຽນຊວນດິງ ໄດ້ຢືນຢັນວ່າ ສະຫະພັນຊາວກະສິກອນຫວຽດນາມ ຈະສະໜອງເຄື່ອງໃຊ້ທີ່ຈຳເປັນ ໃຫ້ແກ່ແມ່ຍິງທີ່ພວມມີຄວາມຕ້ອງການໂດຍທັນທີ. ຄາດວ່າຈະມອບຈຳນວນ 2,397 ຊຸດໃຫ້ແຂວງບັກຢາງ, 1.438 ຊຸດໃຫ້ແຂວງບັກນິງ ແລະ 1,259 ຊຸດໃຫ້ ນະຄອນໂຮຈິມິນ.”

ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ

ຍສໝ - ສະມາຄົມອະດີດນັກສຶກສາຫວຽດນາມ ຢູ່ອົດສະຕາລີ (VAA) ຢູ່ລັດ New South Wales ຫາກໍ່ຈັດການພົບປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຂອງສະມາຄົມ ຄົບຮອບ 1 ປີ; ຂາຍປະມູນຮູບແຕ້ມ ແລະ ລະດົມເງິນໄດ້ຫຼາຍກ່ວາ 110 ລ້ານດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ...

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ

ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021.

ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງແຂວງກວາງນິງ ນັບພັນໆຄົນ ພົ້ນຈາກຄວາມທຸກຍາກ ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງແຂວງກວາງນິງ ນັບພັນໆຄົນ ພົ້ນຈາກຄວາມທຸກຍາກ

ຍສໝ - ສະຫະພັນແມ່ຍິງແຂວງກວາງນິງ ໄດ້ເລືອກເອົາເມືອງ ກວາງອ່ຽນ ຈັດຕັ້ງປະຕິບັດກອງທຶນເພື່ອແມ່ຍິງຜູ້ທຸກຍາກ (ສະຫະພັນແມ່ຍິງຫວຽດນາມ). ກອງທຶນດັ່ງກ່າວ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງຫຼາຍພັນຄົນທີ່ປະສົບກັບຄວາມຫຍຸ້ງຍາກ ໃນການກູ້ຢືມທຶນເພື່ອການຜະລິດ ແລະ ທຸລະກິດ; ໃນນັ້ນ ມີຫຼາຍຄົວເຮືອນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.