ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ

14:56 | 16/11/2022

ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ້ຽມຢາມຫວຽດນາມ ເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ.

ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື
ພາບປະກອບ
ພາບປະກອບ

ຕາມຂໍ້ມູນຈາກ ອົງການ UNICEF ປະຈຳ ຫວຽດນາມ, ຫວ່າງແລ້ວນີ້, ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ່ຽມຢາມຫວຽດນາມ ເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ. ຜູ້ອຳນວຍການບໍລິຫານ ອົງການ UNICEF ຢືນຢັນວ່າອົງການຈັດຕັ້ງນີ້ຈະສືບຕໍ່ຮ່ວມມືກັບລັດຖະບານຫວຽດນາມ ແລະ ບັນດາຄູ່ຮ່ວມມືເພື່ອໃຫ້ເດັກທັງໝົດ, ພິເສດແມ່ນບັນດານ້ອງໆທີ່ຖືກຄວາມສ່ຽງໄດ້ງ່າຍ ໄດ້ເຂົ້າເຖິງບັນດາການການບໍລິການ ແລະ ບັນດາການໜູນຊ່ວຍທີ່ຈຳເປັນ. ທ່ານນາງ ກໍ່ໄດ້ໃຫ້ຮູ້ວ່າ ຢູ່ ຫວຽດນາມ, ອົງການ UNICEF ໄດ້ ແລະ ກຳລັງໜູນຊ່ວຍລັດຖະບານ ບຳລຸງສ້າງຄູ ແລະ ປະຕິຮູບຫຼັກສູດການຮຽນການສອນ. ບັນດາຄວາມມານະພາຍາຍາມນີ້ ຈະຊ່ວຍໃຫ້ເດັກ ປັບຕົວໃຫ້ແທດສົມກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄວາມສາມາດຂອງເດັກ ໃນການກໍ່ສ້າງວິທີການການແກ້ໄຂຕ່າງໆ.

ໄຊພອນ

ເຫດການ
302 Found

Found

The document has moved here.