ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ-ລາວ

23:14 | 24/04/2025

ຍສໝ - ຕອນບ່າຍວັນທີ 24 ເມສາ, ພິທີຕ້ອນຮັບທ່ານ ເລືອງເກື່ອງ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ລາວ ໄດ້ດໍາເນີນຢ່າງສົມກຽດຢູ່ທີ່ທຳນຽບປະທານປະເທດລາວ, ນະຄອນຫຼວງວຽງຈັນ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນປະທານພິທີຕ້ອນຮັບ.

ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ
ຫວຽດນາມ-ລາວ ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ເຂົ້າຮ່ວມການພົບປະເຈລະຈາ ເພື່ອປຶກສາຫາລືມາດຕະການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງ, ມີປະສິດທິຜົນກວ່າອີກ.

ທ່ານ ເລືອງເກື່ອງ ແລະທ່ານ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ - ລາວ; ເຫັນດີເປັນເອກະພາບຈະສືບຕໍ່ໃຫ້ບຸລິມະສິດສູງສຸດໃນການຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ-ລາວ
ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: TTXVN

ການນຳສອງທ່ານ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະເຫັນດີເປັນເອກະພາບບັນດາການກໍານົດທິດໃຫຍ່ໃນການພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ, ຕາມນັ້ນແລ້ວ, ເຫັນດີເປັນເອກະພາບປັບປຸງການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ໃກ້ຊິດ, ຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈໍາ, ສຸມໃສ່ຍູ້ແຮງການພົບປະແລກປ່ຽນການຮ່ວມມືລະຫວ່າງປະຊາຊົນສອງປະເທດດ້ວຍຫຼາຍຮູບຫຼາຍແບບ; ສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາ, ຍຸດທະສາດການຮ່ວມມື...

ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ-ລາວ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: TTXVN

ການນຳສອງທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຕ້ອງການຊອກຫາວິທີການໃໝ່, ມີຫົວຄິດປະດິດສ້າງເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະປະເທດຫຼາຍທີ່ສຸດ, ໃນນັ້ນມີການເພີ່ມທະວີການເຊື່ອມຕໍ່ຢ່າງແໜ້ນແຟ້ນໃນຂົງເຂດເສດຖະກິດ, ພື້ນຖານໂຄງລ່າງ, ງົບປະມານ-ການເງິນ, ການທ່ອງທ່ຽວລະຫວ່າງສອງປະເທດ...

ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ ໃຫ້ຮູ້ວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ຕົກລົງມອບໂຄງການກໍ່ສ້າງໂຮງໝໍຂັ້ນເມືອງຢູ່ແຂວງວຽງຈັນ ດ້ວຍມູນຄ່າ 3 ລ້ານ ໂດລາສະຫະລັດ ໃຫ້ພັກ, ລັດ ແລະປະຊາຊົນລາວ ແລະສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍປະຕິບັດໃຫ້ສຳເລັດໂດຍໄວໃນປີ 2026, ປະກອບສ່ວນສ້າງຂີດໝາຍອວຍພອນໝາກຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

* ພາຍຫຼັງການພົບປະເຈລະຈາ, ທ່ານ ເລືອງເກື່ອງ ແລະທ່ານ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື ແລະມອບ-ຮັບໃບອະນຸຍາດ, ໃນນັ້ນມີ: ໜັງສືເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ກ່ຽວກັບເລື່ອງກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ; ໂຄງການຮ່ວມມືປີ 2025 ລະຫວ່າງກະຊວງຍຸຕິທຳຫວຽດນາມ ແລະກະຊວງຍຸຕິທຳລາວ...

* ໃນຕອນຄໍ່າວັນດຽວກັນ, ກ່ອນໜ້າທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນປະທານງານລ້ຽງຕ້ອນຮັບຢ່າງສົມກຽດ, ການນຳສອງທ່ານ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄດ້ແບ່ງປັນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານ ເລືອງເກື່ອງ ປະທານປະເທດ ໄດ້ນຳມາເຊິ່ງນໍ້າໃຈມິດຕະພາບອັນອົບອຸ່ນ, ຄວາມສາມັກຄີອັນສະໜິດຕິດພັນໃນໂອກາດບຸນປີໃໝ່.

ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນ ການຮ່ວມມື ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນ ການຮ່ວມມື

ຍສໝ​ - ພິທີພົບປະສອງຝ່າຍ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 4 ກໍລະກົດນີ້ ເພື່ອປຶກສາຫາລື ຫຼາຍບັນຫາສຳຄັນ ທີ່ຈະຕ້ອງໄດ້ຮ່ວມກັນ ສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍ ຊຶ່ງຝ່າຍລາວ ນຳໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ...

ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ຍສໝ - ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສົມທົບ, ໜູນຊ່ວຍກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນ ລາວ ຢ່າງເປັນປະຈໍາ ເພື່ອຮັບປະກັນໃຫ້ດ່ານຊາຍແດນສາກົນເກົ່າແຈວ ມີຄວາມປອດໄພ, ໄປມາສະດວກ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ