ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ

12:37 | 05/06/2025

ຍສໝ - ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່
ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: vovworld.vn)

ຕອນເຊົ້າວັນທີ 04 ມິຖຸນາ ຢູ່ແຂວງ ກຽນຢາງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ກຽນຢາງ ແລະ ຄະນະປະຈຳພັກແຂວງ ອານຢາງ ກ່ຽວກັບສະພາບການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກກາງ; ການສັບຊ້ອນກົງຈັກການຈັດຕັ້ງ, ວຽກງານສະຖຽນລະພາບໃນທຸກດ້ານ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານຊີ້ນຳນຳພາປະຕິບັດໜ້າທີ່ເຕີບໂຕເສດຖະກິດ, ວຽກງານຊ່ວຍເຫຼືອສັງຄົມ, ການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ 2 ທ້ອງຖິ່ນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ
ບັນຍາກາດການເຮັດວຽກ. (ພາບ: vovworld.vn)

ກ່າວຄຳເຫັນສະຫຼູບການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.

“ແຂວງ ອານຢາງໃໝ່ ຕ້ອງສ້າງກົງຈັກການຈັດຕັ້ງໃຫ້ມີສະຖຽນລະພາບຢ່າງວ່ອງໄວ, ພ້ອມທັງສຸມແຫຼ່ງກຳລັງປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ດ້ວຍນ້ຳໃຈເປັນເຈົ້າການ, ປະດິດຄິດສ້າງ, ຂ້ຽວຂາດ ແລະ ມີໄຫວພິບ. ເປົ້າໝາຍໃນຕໍ່ໜ້າແມ່ນສູ້ຊົນປະຕິບັດສຳເລັດບັນດາຄາດໝາຍຂອງປີ 2025 ຢ່າງຮອບດ້ານ, ພິເສດແມ່ນການເຕີບໂຕ GRDP ບັນລຸກວ່າ 8%, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການເຕີບໂຕ 2 ຕົວເລກໃນໄລຍະຕໍ່ໄປ”.

ຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ ເກີ່ນເທີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ເກີ່ນເທີ ແລະ ຄະນະປະຈຳພັກແຂວງ ຊອກຈັງ ແລະ ເຮົ້າຢາງ ກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ; ການໂຮມແຂວງ, ຫົວໜ່ວຍບໍລິຫານຂັ້ນແຂວງຢູ່ 3 ທ້ອງຖິ່ນດັ່ງກ່າວ.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ທານເລຂາທການໃຫຍ-ໂຕເລມ-ບດບາດຂອງແຂວງ-ອານຢາງໃໝ-ໃນໂຄງປະກອບເສດຖະກດແຫງຊາດ-1397320.vov

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ຍສໝ - ​ເນື່ອງ​ໃນ​ໂອກາດການ​ຢ້ຽມຢາມ​ທາງ​ລັດຖະກິດໄປຍັງສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ, ການ​ຢ້ຽມຢາມຢ່າງເປັນທາງການຄະນະ​ເລຂາ ອາ​ຊຽນ ​ແຕ່​ວັນ​ທີ 9-11 ມີນາ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ, ພົບ​ປະ​ກັບ​ ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ