ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ

06:28 | 23/03/2021

ຢູ່ປະເທດລາວແມ່ນມີວິສາຫະກິດເກີດຂຶ້ນຫຼາຍ ແຕ່ວິສາຫະກິດຂະໜາດໃຫຍ່ແມ່ນກວມເອົາສ່ວນໜ້ອຍ, ຈຳນວນຫຼາຍຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງທຸລະກິດເຫຼົ່ານັ້ນກຳລັງຂະຫຍາຍກິດຈະການຂອງຕົນ ຈຶ່ງມີຄວາມຕ້ອງການເງິນຈຳນວນບໍ່ໜ້ອຍເພື່ອໄປເປັນຕົ້ນທຶນ ແຕ່ການເຂົ້າເຖິງເງິນກູ້ຢືມນັ້ນບໍ່ງ່າຍປານໃດ, ສະນັ້ນການສະໜອງທຶນຂອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມີ ຄວາມຈຳເປັນເພື່ອຊຸກຍູ້ສົ່ງເສີມບັນດາກິດຈະການຂະໜາດນ້ອຍໃຫ້ເຕີບໃຫຍ່ເຂັ້ມແຂງເມືອໜ້າ.

ລ ດຖະບານລາວ ສະໜອງທ ນເພ ມໃຫ 4 ສະຖາບ ນການເງ ນ ທ ເຂ າຮ ວມໂຄງການປ ອຍກ ໃຫ ທ ລະກ ດຂະໜາດນ ອຍ ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ລ ດຖະບານລາວ ສະໜອງທ ນເພ ມໃຫ 4 ສະຖາບ ນການເງ ນ ທ ເຂ າຮ ວມໂຄງການປ ອຍກ ໃຫ ທ ລະກ ດຂະໜາດນ ອຍ ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19

ວັນທີ 19 ມີນາ 2021 ທີ່ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດການສະໜອງສິນເຊື່ອ ແລະ ການນໍາໃຊ້ບ້ວງເງິນສົ່ງເສີມວິຊາການ ຂອງໂຄງການສິນເຊື່ອຈຸນລະວິສາຫະກິດ ພ້ອມທັງເຊັນສັນຍາສະໜອງທຶນ ຄັ້ງທີ II ລະຫວ່າງ ທສວ ກັບ 4 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ( BDP ) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງເປັນສະມາຊິກສະພາບໍລິຫານ ແລະ ເປັນຮອງປະທານກວດກາພາຍໃນຂອງ ທສວ.

ລ ດຖະບານລາວ ສະໜອງທ ນເພ ມໃຫ 4 ສະຖາບ ນການເງ ນ ທ ເຂ າຮ ວມໂຄງການປ ອຍກ ໃຫ ທ ລະກ ດຂະໜາດນ ອຍ
ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ. (ພາບ: Laoedaily)

ສະຖາບັນການເງິນຈຸລະພາກດັ່ງກ່າວ ຈະໄດ້ຮັບເງິນທຶນເພີ່ມຕື່ມຈາກ ທສວ ສະຖາບັນລະ 495 ລ້ານກີບ (ລວມກັບບ້ວງທໍາອິດເປັນສະຖາບັນລະ 1 ຕື້ກີບ) ເພື່ອນໍາທຶນດັ່ງກ່າວໄປປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດທີ່ຂຶ້ນທະບຽນ ແລະ ບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ (ແຮງງານສະເລ່ຍໃນປີ ບໍ່ເກີນ 5 ຄົນ) ແລະ ເປັນກຸ່ມຜູ້ຜະລິດ, ສະຫະກອນ ທີ່ນອນໃນບາງຂະແໜງບຸລິມະສິດ ຄື: ຂະແໜງກະສິກໍາປູກຝັງ ແລະ ລ້ຽງສັດ, ຂະແໜງຫັດຖະກຳ, ຂະແໜງອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກຳ, ຂະແໜງການຄ້າ ແລະ ຂະແໜງການບໍລິການ.

ຈຸນລະວິສາຫະກິດໜຶ່ງສາມາດກູ້ຢືມໄດ້ບໍ່ເກີນ 50 ລ້ານກີບຕໍ່ສັນຍາ ( ທຶນຄົງທີ່ສາມາດກູ້ໄດ້ບໍ່ເກີນ 2 ຄັ້ງ ແລະ ທຶນໝູນວຽນສາມາດກູ້ໄດ້ບໍ່ຈໍາກັດຈໍານວນຄັ້ງ), ອັດຕາດອກເບ້ຍບໍ່ເກີນ 1% ຕໍ່ເດືອນ. ນອກນີ້, ທສວ ຍັງສະໜອງທຶນຊ່ວຍເຫຼືອວິຊາການໃຫ້ສະຖາບັນລະ 40 ລ້ານກີບ ເພື່ອນໍາໄປຊ່ວຍສ້າງຄວາມເຂັ້ມແຂງໃຫ້ຈຸນລະວິສາຫະກິດທີ່ຈະກູ້ຢືມ ເຊັ່ນ: ການຝຶກອົບຮົມ, ການສໍາມະນາ, ການສຶກສາວິໄຈ ຫຼື ກິດຈະການສົ່ງເສີມການຕະຫຼາດ, ການພັດທະນາຜະລິດຕະພັນ, ການຍົກລະດັບດ້ານການຄຸ້ມຄອງທຸລະກິດ ແລະ ກິດຈະກໍາຕ່າງໆ ເພື່ອເປັນການຊ່ວຍຫຼຸດຜ່ອນຕົ້ນທຶນຂອງສະຖາບັນການເງິນຈຸລະພາກທີ່ເຂົ້າຮ່ວມໂຄງການ.

ຖ້າຫາກຈຸນລະວິສາຫະກິດໃດມີຄວາມສົນໃຈຢາກເຂົ້າຫາແຫຼ່ງທຶນດັ່ງກ່າວ ສາມາດພົວພັນກັບ 4 ສະຖາບັນການເງິນຈຸລະພາກທີ່ກ່າວມານັ້ນໄດ້ໂດຍກົງ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ຈຳກັດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ ຈຳກັດ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ຈຳກັດ ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊອຸດົມ ຈຳກັດ.

ລ ດຖະບານລາວ ສະໜອງທ ນເພ ມໃຫ 4 ສະຖາບ ນການເງ ນ ທ ເຂ າຮ ວມໂຄງການປ ອຍກ ໃຫ ທ ລະກ ດຂະໜາດນ ອຍ ລັດຖະບານລາວ ສືບຕໍ່ວາງບູລິມະສິດວຽກງານສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

​ເມື່ອ​ບໍ່​ດົນ​ມາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີກອງປະຊຸມຄະນະກຳມະການ ຮັບຜິດ ຊອບຊຸກຍູ້ການເຈລະຈາ ເພື່ອນຳສະເໜີຄວາມຄືບໜ້າ ກ່ຽວກັບວຽກງານ ການສະກັດກັ້ນການ ຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ, ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ເພື່ອທົບທວນຄວາມຄືບໜ້າ ແລະ ແຜນວຽກ ຫລັງຈາກກອງ ປະຊຸມເຈລະຈາ ຊ່ອງໜ້າ ຄັ້ງທີ ...

ລ ດຖະບານລາວ ສະໜອງທ ນເພ ມໃຫ 4 ສະຖາບ ນການເງ ນ ທ ເຂ າຮ ວມໂຄງການປ ອຍກ ໃຫ ທ ລະກ ດຂະໜາດນ ອຍ ລັດຖະບານລາວ ກຽມສ້າງສະຖາບັນການສຶກສາວິທະຍາໄລການລົດໄຟ

ປັດ­ຈຸ­ບັນ ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຈາກ​ສັງ­ຄົມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຈາກ​ຕົວ​ເລກ​ການ​ເຂົ້າ​ສຶກ​ສາ​ຮ່ຳ­ຮຽນ​ຂອງ​ບັນ­ດາ​ນັກ­ຮຽນ ເຂົ້າ​ຮຽນ​ສາຍ​ວິ­ຊາ​ຊີບ​ມີ​ທ່າ​ອຽງ​ດີ​ຂຶ້ນ​ຖ້າ​ທຽບ​ກັບ​ເມື່ອ​ກ່ອນ ແລະ ນັກ­ຮຽນ​ທີ່​ຮຽນ​ຈົບ​ສາຍ​ສາ­ມັນ​ຈຳ­ນວນ​ຫຼາຍ​ກໍ​ສະ­ໝັກ​ເຂົ້າ​ຮຽນ​ສາຍ​ວິ­ຊາ​ຊີບ ບວກ​ກັບ ພັກ-ລັດ­ຖະ­ບານ ໃຫ້­ການ​ສົ່ງ​ເສີ່ມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ເຮັດ​ໃຫ້​ວຽກ​ງານ​ຂະ­ແໜງ​ດັ່ງ­ກ່າວ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

ລ ດຖະບານລາວ ສະໜອງທ ນເພ ມໃຫ 4 ສະຖາບ ນການເງ ນ ທ ເຂ າຮ ວມໂຄງການປ ອຍກ ໃຫ ທ ລະກ ດຂະໜາດນ ອຍ ລັດຖະບານລາວ ຊຸກຍູ້ສົ່ງເສີມ MSME ​ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ

ໃນວັນທີ 2 ກໍລະກົດ 2019 ຢູ່ນະຄອນຫລວງ​ວຽງ​ຈັນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານສະເຫລີມສະຫລອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນ (MSME) ​ເພື່ອເຕົ້າໂຮມຄວາມສາມັກຄີ ຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນ ເຂົ້າໃນການຊຸກຍູ້ສົ່ງເສີມ MSME ຂອງ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ...

Laoedaily

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.