ລັດຖະບານລາວ ສຸມໃສ່ຄົ້ນຄວ້າພິຈາລະນາ 6 ຫົວຂໍ້ທີ່ສຳຄັນ

14:55 | 19/12/2019

ໃນວັນທີ 19 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ໄຂກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາຮອງນາຍົກ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ລັດຖະບານລາວ ສຸມໃສ່ຄົ້ນຄວ້າພິຈາລະນາ 6 ຫົວຂໍ້ທີ່ສຳຄັນ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019

ສຳລັບໃນຕອນເຊົ້າຂອງມື້ນີ້ ຈະໄດ້ຮັບຟັງການເຜີຍແຜ ການຈັດຕັ້ງປະຕິບັດມະຕິ ຂອງກອງປະ ຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ແລະ ຮ່າງດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳ ປີ 2020; ຮັບຟັງການສົ່ງເສີມການຜະລິດເປັນສິນຄ້າ, ການຄ້ຳປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າອຸປະ ໂພກ-ບໍລິໂພກ. ພ້ອມກັນນີ້, ຍັງຈະໄດ້ຮັບຟັງສະຫລຸບລາຍງານ ສະພາບການແກ້ໄຂໄພພິບັດທາງທຳມະຊາດ ໃນຂອບເຂດທົ່ວປະເທດ ປີ 2019 ແລະ ມາດຕະການຮັບມືໃນຕໍ່ໜ້າ, ສະຫລຸບລາຍງານຜົນການກວດກາ ບັນດາໂຄງການເຊົ່າສຳປະທານທີ່ດິນ.

ໃນກອງປະຊຸມ, ລັດຖະບານຈະໄດ້ຄົ້ນຄວ້າ ແລະ ພິຈາລະນາ 6 ຫົວຂໍ້ສໍາຄັນ ເປັນຕົ້ນ ເຜີຍແຜ່ການ ຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາ ປີ 2020; ການສົ່ງເສີມການຜະລິດເປັນສິນຄ້າ, ການ ຄໍ້າປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ; ລາຍງານສະພາບການແກ້ໄຂໄພພິບັດ ທາງທໍາມະຊາດ ໃນຂອບເຂດທົ່ວປະເທດ ປີ 2019 ແລະ ມາດຕະການຮັບມືໃນຕໍ່ໜ້າ; ສະຫລຸບລາຍງານ ຜົນການກວດກາບັນດາ ໂຄງການເຊົ່າສຳປະທານທີ່ດິນ. ພ້ອມນີ້, ຍັງຈະໄດ້ລາຍງານຄວາມຄືບໜ້າ ການສົ່ງເສີມຈຸນລະວິສາ ຫະກິ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ຮ່າງຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງ ການບໍລິການລົງທຶນປະຕູດຽວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.