ຍສໝ - ພາຍຫຼັງໄລຍະເວລາ 3 ວັນແຫ່ງການປຶກສາຫາລື ໂດຍມີວາລະກອງປະຊຸມຄົບຄະນະ 6 ວາລະ ແລະ ວາລະກອງປະຊຸມວິສາມັນ 3 ວາລະ, ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ໄດ້ປິດສາກລົງແລ້ວ ຢູ່ທີ່ປະເທດສິງກະໂປ, ທ່າມກາງບໍລິບົດສະພາບແວດລ້ອມຄວາມໝັ້ນຄົງສາກົນ ທີ່ຍັງຄົງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ຈາກການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ບັນດາການປະທະກັນທີ່ແກ່ຍາວ ແລະ ບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງອະທິປະໄຕທີ່ບໍ່ແມ່ນການທະຫານ) ທີ່ພວມເກີດຂຶ້ນ. ໜຶ່ງໃນບັນດາຈຸດເດັ່ນ ທີ່ບັນດານັກສັງເກດການໃຫ້ຄວາມເອົາໃຈໃສ່ເປັນພິເສດ ນັ້ນແມ່ນພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ຢູ່ທີ່ເວທີປຶກສາຫາລືດ້ານຄວາມໝັ້ນຄົງຊັ້ນນຳຂອງອາຊີໃນປີນີ້.
ຍສໝ - ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ (Tran Hong Minh) ໄດ້ມີວາລະການເຈລະຈາຂັ້ນສູງສອງຝ່າຍ ຮ່ວມກັບ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ເພື່ອແນໃສ່ແລກປ່ຽນບັນດາເນື້ອໃນການຮ່ວມມື ພາຍໃນຂົງເຂດການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ ລະຫວ່າງສອງປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປະຈຳປີ 2026.
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ສິງກະໂປ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນຄຳເຫັນຮ່ວມກັບ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ (ພັກກິດປະຊາຊົນ - PAP) ສິງກະໂປ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ.
ຍສໝ - ບົດກ່າວປາໄສນຳພາ (ບົດກ່າວປາໄສເປີດສາກ) ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La 2026 ແມ່ນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາໄປໃນທິດທາງຕັ້ງໜ້າ ຈາກຂະແໜງການນັກຊ່ຽວຊານ ແລະ ນັກວິຊາການສາກົນ. ຫຼາກຫຼາຍທັດສະນະຄຳເຫັນຕ່າງກໍເຫັນດີວ່າ ບັນດາສານກ່ຽວກັບການເຄົາລົບນັບຖືລະບຽບກົດໝາຍສາກົນຢ່າງສູງສຸດ, ການຄຸ້ມຄອງການແຂ່ງຂັນຢ່າງມີຄວາມຮັບຜິດຊອບ, ການຊຸກຍູ້ການໂອ້ລົມສົນທະນາ ແລະ ການພັດທະນາຊັບພະຍາກອນມະນຸດ ນັ້ນ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດຍຸດທະສາດຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ.
ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ກ່ອນທ່າມກາງການຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ຄາດວ່າຈະຂຶ້ນກ່າວປາໄສນຳພາ (ປາໄສຫຼັກ) ຢູ່ທີ່ກອງປະຊຸມໂຕ້ຕອບ Shangri-La ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ນັບຕັ້ງແຕ່ມື້ວັນທີ 29-31/5/2026), ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີວາລະແລກປ່ຽນພົບປະຮ່ວມກັບສື່ມວນຊົນ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳສິງກະໂປ, ໃນມື້ວັນທີ 25/5, ເວັບໄຊ AsiaInvest Singapore (asiainvest.com.sg) ໄດ້ລົງບົດຂຽນພາຍໃຕ້ຫົວຂໍ້: “ສິງກະໂປ - ຫວຽດນາມ: ເພີ່ມທະວີການຮ່ວມມືດ້ານເສດຖະກິດ ພາຍໃຕ້ບໍລິບົດທົ່ວໂລກທີ່ມີການຫັນປ່ຽນ”, ໂດຍມີທັດສະນະຕີລາຄ່ວາ ຖ້ຽວຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ນັບຕັ້ງແຕ່ມື້ວັນທີ 29-31/5 ນັ້ນ ແມ່ນດຳເນີນໄປທ່າມກາງບໍລິບົດ ທີ່ສະພາບແວດລ້ອມເສດຖະກິດທົ່ວໂລກ ພວມມີການຫັນປ່ຽນຢ່າງວ່ອງໄວ, ພ້ອມກັບບັນດາການປັບປຸງບູລະນະດ້ານຕ່ອງໂສ້ອຸປະທານ, ຄວາມບໍ່ສະຖຽນລະພາບດ້ານເສດຖະກິດ, ຄວາມຜັນຜວນຂອງຕະຫຼາດພະລັງງານ ແລະ ການຫັນປ່ຽນພາຍໃນສະພາບການຂອງພາກພື້ນ ທີ່ຍັງຄົງສືບຕໍ່ສົ່ງຜົນກະທົບ ຕໍ່ກັບກິດຈະກຳທາງທຸລະກິດຢູ່ອາຊີ ແລະ ສະມາຄົມບັນດາປະເທດອຸດສາຫະກຳອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ຍສໝ - ການຢ້ຽມຢາມລັດຖະກິດ ທີ່ກຳລັງຈະມາເຖິງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ທີ່ປະເທດສິງກະໂປ ແມ່ນໄດ້ຮັບການຄາດຫວັງວ່າ ຈະນຳພາສາຍພົວພັນສອງຝ່າຍ ຫວຽດນາມ-ສິງກະໂປ ກ້າວເຂົ້າສູ່ໄລຍະໃໝ່, ຮ່ວມມືກັນແກ້ໄຂບັນດາບັນຫາລວມ, ເພື່ອຜົນປະໂຫຍດຂອງສອງຝ່າຍ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ ເຕັກນິກດິຈີຕອນ, ການຜະລິດທີ່ກ້າວໜ້າ, ການສຶກສາ ແລະ ການຝຶກອົບຮົມທີ່ມີຄຸນນະພາບສູງ, ຕາມທັດສະນະຂອງທ່ານ Rajpal Singh, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນວັດທະນະທຳ, ການສຶກສາ ບູນກາຣີ ແລະ ອັກສອນ Slavơ (25 ພຶດສະພາ), ທ່ານ ຮວີ່ງກວຽດຖັງ, ປະທານສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ໄດ້ເນັ້ນໜັກວ່າ ການຕ່າງປະເທດພົບປະປະຊາຊົນ ຈຳເປັນຕ້ອງໄດ້ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ – ບູນກາຣີ ກ້າວເຂົ້າສູ່ລວງເລິກ, ມີຄວາມຈິງແທ້ ແລະ ຍືນຍົງ.
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ຍສໝ - ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ແມ່ນເວທີແຫ່ງການເຈລະຈາ ແລະ ປະເຊີນໜ້າໂດຍກົງ ກ່ຽວກັບບັນດາບັນຫາທີ່ຮີບດ່ວນທີ່ສຸດ ຂອງປະຊາຄົມຊາວຫວຽດນາມ ປະຈຳ ຍີ່ປຸ່ນ.
ຍສໝ - ສະຫາຍກໍາມະການສູນກາງພັກ, ຮອງເລຂາທິການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ອນການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານาຈັກໄທ ອະນຸທິນ ຊານວີຣະກູນ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດືອນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ຍສໝ - ເນື່ອງໃນໂອກາດທີ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ພັນລະຍາ ຈະເດືອນທາງໄປຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ເຂົ້າຮ່ວມ, ກ່າວປາໄສໃນກອງປະຊຸມເວທີປາໄສການສົນທະນາ Shangri-La Dialogue, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສິງກະໂປ ໄດ້ມີການຮ່ວມແລກປ່ຽນກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອງ (Trần Phước Anh) ກ່ຽວກັບຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມຄັ້ງນີ້ ກໍຄືແນວໂນ້ມໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ສິງກະໂປ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່.
ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍແມ່ນສະຫາຍ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ທ່ານນາງ ສູນທອນ ໄຊຍະຈັກ ເປັນຫົວໜ້າຄະນະ, ໄດ້ເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະ ກວດກາຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການເຂດອຸດສາຫະກຳຂຸດຄົ້ນບໍ່ແຮ່ Bauxite ແລະ ປຸງແຕ່ງ Alumina Dakcheung ຂອງກຸ່ມບໍລິສັດ ຫວຽດເຟືອງ (Việt Phương) ຢູ່ທີ່ເມືອງດາກຈຶງ (ແຂວງເຊກອງ, ສປປ ລາວ).
ຍສໝ - ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໃນຕອນທ້າຍເດືອນ ພຶດສະພາ ນີ້ ແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນສອງຝ່າຍ ເນື່ອງໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ນະຄອນຫຼວງ ດາກາ (Dhaka) ຂອງປະເທດ ບັງກະລາເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ບັງກະລาເທດ ຈັດຕັ້ງເວທີປາໄສການຮ່ວມມືດ້ານການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ – ບັງກະລາເທດ ຂຶ້ນ.
ຍສໝ - ເວລາໄດ້ລ່ວງເລີຍຜ່ານໄປກວ່າເຄິ່ງທົດສະວັດແລ້ວ ນັບຕັ້ງແຕ່ມື້ທີ່ທ່ານ Ajdar Ibrahimov ຜູ້ກຳກັບຮູບເງົາຜູ້ມີພອນສະຫວັນຊາວ ອາແຊກບາຍຊານ ໄດ້ເດີນທາງມາຢຽບແຜ່ນດິນ ຫວຽດນາມ, ແຕ່ມໍລະດົກຕ່າງໆ ທີ່ທ່ານໄດ້ປະໄວ້ໃຫ້ນັ້ນ ຍັງຄົງປຽບເໝືອນຟີມຮູບເງົາສີທີ່ມີຊີວິດຊີວາ, ເຊິ່ງໄດ້ບັນທຶກ ແລະ ຮັກສານ້ຳໃຈໄມຕີຈິດອັນດູດດື່ມ ລະຫວ່າງ ສອງປະຊາຊາດໄວ້ຢ່າງສົມບູນແບບ.
ຍສໝ - ເນື່ອງໃນໂອກາດທີ່ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ໃນຕົ້ນເດືອນພຶດສະພາ ຜ່ານມານີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ໄດ້ມີການຮ່ວມແລກປ່ຽນຄຳເຫັນແບບເຈາະເລິກຮ່ວມກັບ ສະຫາຍ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງຜູ້ນຳນວຍການສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ປະເທດອີຕາລີ, ໃນວັນທີ 21 ພຶດສະພາ, ຢູ່ທີ່ສຳນັກງານໃຫຍ່ຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ທີ່ Rome (ປະເທດອີຕາລີ), ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນເຟືອງແອງ (Nguyễn Phương Anh) ໄດ້ຍື່ນສານຕັ້ງ ຕໍ່ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ FAO, ເພື່ອດຳລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ຂອງ ຫວຽດນາມ ປະຈຳ FAO ຢ່າງເປັນທາງການ.
ຍສໝ - ໃນວັນທີ 21 ພຶດສະພາ, ຢູ່ທີ່ຮ່ານ້ອຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ໄດ້ມີການພົບປະເຮັດວຽກຮ່ວມກັບ ຄະນະເອກອັກຄະລັດຖະທູດ ແລະ ຜູ້ຮັກສາການແທນເອກອັກຄະລັດຖະທູດ ຂອງບັນດາປະເທດ ອາຟຣິກາ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ອາຟຣິກາ ຄົບຮອບ 63 ປີ (25/5/1963 - 25/5/2026). ການພົບປະດັ່ງກ່າວ ໄດ້ດຳເນີນໄປໃນທ່າມກາງສະພາບການທີ່ສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ ສືບຕໍ່ໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດ, ນັບຕັ້ງແຕ່ດ້ານການເມືອງ, ການຕ່າງປະເທດ ໄປຈົນເຖິງດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືເພື່ອການພັດທະນາ.
ຍສໝ - ໃນວັນທີ 21 ພຶດສະພາ, ໃນການເຂົ້າຮ່ວມກອງປະຊຸມທາງໄກ ປຶກສາຫາລືບໍ່ເປັນທາງການແບບເປີດກວ້າງ ຂັ້ນລັດຖະມົນຕີຕ່າງປະເທດ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ໄດ້ຢັ້ງຢືນວ່າ ຫວຽດນາມ ຈະເຂົ້າຮ່ວມຢ່າງເປັນເຈົ້າການ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມ, ພ້ອມທັງສືບຕໍ່ຊຸກຍູ້ບົດບາດເປັນກາງຂອງ ອາຊຽນ ໃນການຮັກສາການເຈລະຈາ, ການຮ່ວມມື ແລະ ສະຖຽນລະພາບຢູ່ພາກພື້ນ.
ຍສໝ - ໃນວັນທີ 18 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນຣັດເຊຍ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໂດຍແມ່ນທ່ານນາງ ຟຸ່ງທິຮົ່ງຮ່າ (Phùng Thị Hồng Hà), ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ຮອງຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ໄດ້ດຳເນີນການເຈລະຈາຮ່ວມກັບ ຄະນະສະພາຕັກສິລາ (ສະພານິຕິບັນຍັດ) ນະຄອນ Saint Petersburg ໂດຍແມ່ນທ່ານ Aleksandr Belsky, ປະທານສະພາຕັກສິລານະຄອນ Saint Petersburg ເປັນຫົວໜ້າຄະນະ, ເພື່ອແນໃສ່ຊຸກຍູ້ສາຍພົວພັນການຮ່ວມມືລະຫວ່າງສອງທ້ອງຖິ່ນໃຫ້ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ຍືນຍົງ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງພົນເອກ ຟານວັນຢາງ (Phan Văn Giang), ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະຜູ້ແທນຂັ້ນສູງຂອງ ອິນເດຍ ໂດຍແມ່ນທ່ານ Rajnath Singh, ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ເປັນຫົວໜ້າຄະນະ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ນັບຕັ້ງແຕ່ວन्ທີ 18-19 ພຶດສະພາ.
ຍສໝ - ທ່ານລັດຖະມົນຕີ Gordan Grlić Radman ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງ Croatia ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.
ຍສໝ - ສາຍພົວພັນຮ່ວມມືລະຫວ່າງ ນະຄອນ ຫາຍຟອງ, ແຂວງ ກວາງນິງ ກັບ ແຂວງ ຫຼວງພະບາງ ແລະ ບັນດາທ້ອງຖິ່ນຂອງ ລາວ ໄດ້ຮັບການຄາດຫວັງວ່າ ຈະມີຄວາມແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ.
ຍສໝ - ວັນທີ 13 ພຶດສະພາ, ສະມາຄົມນັກຮົບເກົ່າແຂວງ ດັກລັກ ໄດ້ຈັດກອງປະຊຸມສະຫຼຸບຂາດຕົວ 2 ປີ ແຫ່ງການປະຕິບັດຂໍ້ຕົກລົງມິດຕະພາບການຮ່ວມມື, ໄລຍະປີ 2024 - 2026 ລະຫວ່າງ ສະມາຄົມນັກຮົບເກົ່າແຂວງ ດັກລັກ - ຫວຽດນາມ ແລະ ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ - ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພຶດສະພາ, ທ່ານນາງ ເລິມທິພືອງແທັງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ເຂົ້າຢ້ຽມຂຳນັບທ່ານ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ; ທ່ານ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດ ລາວ; ພ້ອມທັງໄດ້ພົບປະເຈລະຈາກັບທ່ານ ວັນສີ ກົວມົວ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ...