ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ "ວີລະຊົນ ເວເນຊູເອລາ "

15:25 | 07/07/2026

ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຊັ້ນສອງ ໃຫ້ແກ່ບັນດາສະມາຊິກພາຍໃນຄະນະ.

ທ່ານ ເອກອັກຄະລັດຖະທູດ ປາເລັສຕິນ Saadi Salama ຮັບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ"
ໄຂພິທີເຫດການວັດທະນະທຳຊຸມຊົນຂະໜາດໃຫຍ່ທີ່ສຸດຂອງຄົນ ຫວຽດນາມ ຢູ່ ພາກຕາເວັນຕົກຂອງອົດສະຕຣາລີ

ຕາມສຳນັກຂ່າວສານ ຫວຽດນາມ (TTXVN), ຫຼຽນກາ “ວີລະຊົນ ເວນີຊູເອລາ” ແມ່ນລາງວັນຂອງລັດຖະບານ ເວເນຊູເອລາ ແນໃສ່ຈົດຈຳ ແລະ ເຊີດຊູຄວາມກ້າຫານ, ຈິດໃຈການອຸທິດຕົນ ແລະ ບັນດາການປະກອບສ່ວນຂອງກຳລັງ ຫວຽດນາມ ພາຍໃນການເຄື່ອນໄຫວຊ່ວຍເຫຼືອດ້ານມະນຸດສະທຳ ພາຍຫຼັງໄພພິບັດແຜ່ນດິນໄຫວ.

ຄະນະກູ້ໄພກູ້ຊີບ ຫວຽດນາມ ປະກອບມີນາຍ ແລະ ພົນຕຳຫຼວດ, ນາຍ ແລະ ພົນທະຫານ 124 ສະຫາຍ ສັງກັດກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ກອງທັບປະຊາຊົນ, ເຊິ່ງໄດ້ຖືກຈັດສົ່ງໄປຍັງ ເວນີຊູເອລາ ທັນທີພາຍຫຼັງເກີດໄພພິບັດ ເພື່ອປະສານງານຮ່ວມກັບກຳລັງປະຈຳທ້ອງຖິ່ນ ແລະ ສາກົນ ເຂົ້າຮ່ວມການຊອກຫາກູ້ໄພກູ້ຊີບ, ແກ້ໄຂຜົນສະທ້ອນຈາກໄພທຳມະຊາດ. ໜັງສືພິມ ປ້ອງກັນຄວາມສະຫງົບປະຊາຊົນ ໄດ້ອ້າງອີງຄຳເວົ້າຂອງທ່ານ ຫວູຈຸງໝີ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວນີຊູເອລາ ໃຫ້ຮູ້ວ່າ, ການປະກົດຕົວຂອງຄະນະໄດ້ສະແດງໃຫ້ເຫັນເຖິງຄຸນງາມຄວາມດີດ້ານມະນຸດສະທຳ ແລະ ນ້ຳໃຈອັນສະຫງວນໃຫ້ແກ່ເພື່ອນມິດມູນເຊື້ອ, ໃນຂະນະດຽວກັນກໍຢັ້ງຢືນເຖິງຄວາມຮັບຜິດຊອບຂອງ ຫວຽດນາມ ພາຍໃນການຮ່ວມມືຕອບສະໜອງຕໍ່ກັບບັນດາໄພພິບັດ ແລະ ສິ່ງທ້າທາຍທີ່ບໍ່ແມ່ນແບບມູນເຊື້ອ.

ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ
ຄະນະ ຫວຽດນາມ ປະສານງານກັບກຳລັງປະຈຳທ້ອງຖິ່ນ ເພື່ອນຳເອົາຮ່າງຜູ້ປະສົບເຄາະຮ້າຍອອກຈາກສິ່ງກໍ່ສ້າງທີ່ພັງທະລາຍ, ວັນທີ 4 ກໍລະກົດ (ຕາມເວລາທ້ອງຖິ່ນ). (ພາບ: ໜັງສືພິມ ກອງທັບປະຊາຊົນ)

ພາຍໃຕ້ສະພາບອາກາດອັນຂຸ້ນຂ້ຽວຮ້າຍແຮງ, ສະພາບແວດລ້ອມທີ່ຖືກມົນລະພິດຢ່າງໜັກໜ່ວງ ແລະ ຄວາມສ່ຽງຈາກການພັງທະລາຍຂອງສິ່ງກໍ່ສ້າງ ທີ່ມີຢູ່ເປັນປະຈຳນັ້ນ, ຄະນະກູ້ໄພກູ້ຊີບ ກໍຍັງຄົງຮັກສາຫຼາກຫຼາຍໜ້າວຽກຢ່າງຕໍ່ເນື່ອງຢູ່ທີ່ພາກສະໜາມ. ຮ່ວມຮອດປະຈຸບັນ, ກຳລັງ ຫວຽດນາມ ໄດ້ນຳເອົາຮ່າງຜູ້ປະສົບເຄາະຮ້າຍ 57 ຄົນ ອອກຈາກບັນດາເຂດຊາກຫັກພັງ, ໃນຂະນະດຽວກັນກໍສະໜັບສະໜູນການຍົກຍ້າຍ, ມອບຊັບສິນຄືນໃຫ້ແກ່ປະຊາຊົນທ້ອງຖິ່ນ.

ຄຽງຄູ່ກັບໜ້າທີ່ຊອກຫາ ແລະ ກູ້ໄພກູ້ຊີບ, ຄະນະກໍຍັງໄດ້ຜັນຂະຫຍາຍຫຼາກຫຼາຍການເຄື່ອນໄຫວສະໜັບສະໜູນດ້ານມະນຸດສະທຳ. ຄອບຄົວປະຊາຊົນປະມານ 500 ຄົວເຮືອນ ທີ່ໄດ້ຮັບຜົນກະທົບຈາກໄພແຜ່ນດິນໄຫວ ແມ່ນໄດ້ຮັບການຢ້ຽມຢາມ, ໃຫ້ກຳລັງໃຈ; ເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນຫຼາກຫຼາຍຢ່າງ ເຊັ່ນ: ຊີ້ນກະປ໋ອງ, ນົມ, ໝີ່ກິ່ງເລັດຮູບ, ຜ້າຫົ່ມ, ມຸ້ງ ແລະ ເຄື່ອງນຸ່ງຫົ່ມ ແມ່ນໄດ້ຖືກຈັດສົ່ງໄປຍັງບັນດາເຂດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

ກ່ອນໜ້ານັ້ນ, ພາຍໃນວັນທີ 3 ກໍລະກົດ, ໂດຍຜ່ານທ່ານເອກອັກຄະລັດຖະທູດ ຫວູຈຸງໝີ, ທ່ານນາງ Delcy Rodríguez ຮອງປະທານາທິບໍດີຊົ່ວຄາວ ແຫ່ງ ເວເນຊູເອລາ ໄດ້ສົ່ງຈົດໝາຍຂອບໃຈ ແລະ ມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ແດ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແນໃສ່ຈົດຈຳຕໍ່ກັບການສະໜັບສະໜູນຢ່າງທັນການຂອງ ຫວຽດນາມ ທີ່ມີຕໍ່ປະຊາຊົນ ເວນີຊູເອລາ ພາຍໃນໄລຍະເວລາທີ່ພົບຄວາມທຸກຍາກລຳບາກ.

ເຫດການແຜ່ນດິນໄຫວຊ້ອນ ທີ່ເກີດຂຶ້ນພາຍໃນວັນທີ 24 ມິຖຸນາ ຢູ່ ເວນີຊູເອລາ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງ. ສື່ຂ່າວພາກພາສາແອັດສະປາຍໂຍນ ຂອງ ສຳນັກຂ່າວສານ ກູບາ Prensa Latina ພາຍໃນວັນທີ 5 ກໍລະກົດ ໄດ້ອ້າງອີງບົດລາຍງານຢ່າງເປັນທາງການຂອງລັດຖະບານ ເວນີຊູເອລາ ໃຫ້ຮູ້ວ່າ, ຮ່ວມຮອດປະຈຸບັນ ມີຜູ້ເສຍຊີວິດແລ້ວ 3.342 ຄົນ, ຜູ້ໄດ້ຮັບການກູ້ຊີບຢ່າງປອດໄພ 16.462 ຄົນ ແລະ ປະຊາຊົນຫຼາຍກວ່າ 86.700 ເທື່ອຄົນ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ. ໜ້າທີ່ການຊອກຫາ, ກູ້ໄພກູ້ຊີບ ແລະ ການແກ້ໄຂຜົນສະທ້ອນ ແມ່ນພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ ໂດຍບັນດາກຳລັງທັງພາຍໃນປະເທດ ແລະ ສາກົນ.

ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ

ຍສໝ - ຕອບສຳພາດຕໍ່ ວາລະສານ ຍຸກສະໄໝ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026), ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ...

ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ, ຊຸກຍູ້ການຮ່ວມມື, ນະວັດຕະກຳ ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ, ຊຸກຍູ້ການຮ່ວມມື, ນະວັດຕະກຳ

ຍສໝ - ເຄືອຂ່າຍນະວັດຕະກຳ ແລະ ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ (VIN Taiwan) ຫາກໍປະສານງານກັບ ສູນນະວັດຕະກຳແຫ່ງຊາດ (NIC) ແລະ ໂຄງການທຶນການສຶກສາ INTENSE ຈັດຕັ້ງການພົບປະຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) 2026. ນີ້ແມ່ນເຫດການເຊື່ອມຕໍ່ ແລະ ພົບປະແລກປ່ຽນປະຈຳປີຂະໜາດໃຫຍ່ ...

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ