| ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ | |
| ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ |
ກ່າວຄຳປາໄສຢູ່ທີ່ກອງປະຊຸມໂຕະມົນ, ທ່ານ ບຸຍວັນຫງິ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ ປະຈຳ ບຣາຊິນ ໃຫ້ຮູ້ວ່າ, ຕາມຕົວເລກສະຖິຕິຂອງ ບຣາຊິນ ແລ້ວ, ພາຍໃນ 6 ເດືອນຕົ້ນປີ 2026, ມູນຄ່າການຄ້າທະວິພາຄີ ຫວຽດນາມ - ບຣາຊິນ ບັນລຸໄດ້ປະມານ 4,22 ຕື້ USD, ເພີ່ມຂຶ້ນປະມານ 16,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ພາຍໃນນັ້ນ, ການສົ່ງອອກຂອງ ບຣາຊິນ ໄປຍັງ ຫວຽດນາມ ບັນລຸໄດ້ປະມານ 2,104 ຕື້ USD, ເພີ່ມຂຶ້ນ 16,6%; ການນຳເຂົ້າຂອງ ບຣາຊິນ ຈາກ ຫວຽດນາມ ບັນລຸໄດ້ປະມານ 2,114 ຕື້ USD, ເພີ່ມຂຶ້ນ 17%. ບຣາຊິນ ສືບຕໍ່ແມ່ນແຫຼ່ງສະໜອງອັນສຳຄັນໃຫ້ແກ່ ຫວຽດນາມ ກ່ຽວກັບຜະລິດຕະພັນກະສິກຳ, ວັດຖຸດິບ ແລະ ສິນຄ້າຍຸດທະສາດບາງປະເພດ ເຊັ່ນ: ໝາກຖົ່ວເຫຼືອງ, ສາລີ, ຝ້າຍ, ຊີ້ນ, ທາດແປ້ງ, ແຮ່ທາດ ແລະ ສິ່ງເຄິ່ງແຮ່ທາດ.
![]() |
| ທ່ານ ບຸຍວັນຫງິ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ບຣາຊິນ ກ່າວຄຳປາໄສຢູ່ທີ່ກອງປະຊຸມໂຕະມົນ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ) |
ໃນທິດທາງກົງກັນຂ້າມ, ຫວຽດນາມ ໄດ້ສະໜອງໃຫ້ແກ່ຕະຫຼາດ ບຣາຊິນ ບັນດາຜະລິດຕະພັນທີ່ມີທ່າແຮງ ເຊັ່ນ: ໂທລະສັບ ແລະ ລິນສ່ວນ, ຄອມພິວເຕີ, ອຸປະກອນເອເລັກໂຕຣນິກ, ເຄື່ອງຈັກ, ເຄື່ອງນຸ່ງຫົ່ມ, ເກີບໜັງ, ເຄື່ອງເຟີນີເຈີໄມ້, ສັດນ້ຳ ແລະ ຜະລິດຕະພັນສະບຽງອາຫານບາງປະເພດ. ນີ້ແມ່ນພື້ນຖານເພື່ອໃຫ້ສອງຝ່າຍ ບໍ່ພຽງແຕ່ຂະຫຍາຍການຄ້າສິນຄ້າເທົ່ານັ້ນ, ແຕ່ຍັງຊຸກຍູ້ການຮ່ວມມືໃຫ້ເຂົ້າສູ່ລວງເລິກກວ່າເກົ່າ ພາຍໃນການລົງທຶນ, ການປຸງແຕ່ງ, Logistics, ການກະຈາຍສິນຄ້າ, ເຕັກໂນໂລຊີ ແລະ ຕ່ອງໂສ້ມູນຄ່າ.
ທ່ານເອກອັກຄະລັດຖະທູດ ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງສອງປະເທດ ມີລັກສະນະຊ່ວຍໜູນເຊິ່ງກັນແລະກັນ. ໃນຂະນະທີ່ ບຣາຊິນ ມີຄວາມພົ້ນເດັ່ນໃນຖານະເປັນຜູ້ສະໜອງຜະລິດຕະພັນກະສິກຳ, ວັດຖຸດິບ, ຊີ້ນ, ປອກໄມ້ ແລະ ແຮ່ທາດ; ສ່ວນ ຫວຽດນາມ ແມ່ນສົ່ງອອກຕົ້ນຕໍແມ່ນສິນຄ້າອຸດສາຫະກຳ, ອຸປະກອນເອເລັກໂຕຣນິກ, ເຄື່ອງຈັກ, ເຄື່ອງນຸ່ງຫົ່ມ, ເກີບໜັງ, ຜະລິດຕະພັນໄມ້, ສັດທະເລ ແລະ ສະບຽງອາຫານປຸງແຕ່ງ.
ເຖິງຢ່າງໃດກໍຕາມ, ທ່ານກໍຍອມຮັບວ່າ ຍັງມີສິ່ງທ້າທາຍຫຼາກຫຼາຍ ເພື່ອຂະຫຍາຍການຮ່ວມມືທະວິພາຄີ. ພາຍໃນບັນດາອຸປະສັກຕົ້ນຕໍ, ທ່ານເອກອັກຄະລັດຖະທູດ ໄດ້ກ່າວເຖິງ ມູນຄ່າການລົງທຶນໂດຍກົງທີ່ຍັງຕ່ຳ, ລາຍການສິນຄ້າການຄ້າແມ່ນສຸມໃສ່ພຽງແຕ່ບາງຂົງເຂດຈຳນວນໜ້ອຍ, ຄ່າໃຊ້ຈ່າຍໂລຈິສຕິກສູງ, ຂາດເສັ້ນທາງການຂົນສົ່ງໂດຍກົງ, ກໍຄືຄວາມຕ້ອງການຂະຫຍາຍການແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາວິສາຫະກິດ ແລະ ການປັບປຸງການເຈລະຈາ ກ່ຽວກັບບັນດາບັນຫາກວດກາພະຍາດ ແລະ ກົດລະບຽບທາງດ້ານກົດໝາຍ...
ກ່ຽວກັບບັນດາບຸລິມະສິດສຳລັບຊຸມປີຕໍ່ໜ້າ, ທ່ານເອກອັກຄະລັດຖະທູດ ສະໜັບສະໜູນການສ້າງຕັ້ງບັນດາກົນໄກປະຈຳການ ເພື່ອແບ່ງປັນຂໍ້ມູນຂ່າວສານລະຫວ່າງລັດຖະບານ ແລະ ວິສາຫະກິດ; ເພີ່ມທະວີການຮ່ວມມືລະຫວ່າງບັນດາລັດ (bang) ຂອງ ບຣາຊິນ ແລະ ບັນດາແຂວງຂອງ ຫວຽດນາມ; ຂະຫຍາຍການເປັນຄູ່ຮ່ວມມືພາຍໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານທົດແທນ, ເຊື້ອໄຟຊີວະພາບ, ໂລຈິສຕິກ, ການຫັນປ່ຽນດິຈິຕອນ, ເຕັກໂນໂລຊີຊີວະພາບ ແລະ ອຸດສາຫະກຳສີຂຽວ; ຄຽງຂ້າງກັບການຊຸກຍູ້ບັນດາການເຈລະຈາສັນຍາການຄ້າ ລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫຼາດຮ່ວມ Mercosur ໃຫ້ໄວຂຶ້ນ.
![]() |
| ທັດສະນີຍະພາບຂອງກອງປະຊຸມໂຕະມົນ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ) |
ທ່ານ ຍືວັນເກິນ, ຮອງຫົວໜ້າກົມສຸວັນນະພູມ ແລະ ກວດກາການປະມົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ, ໄດ້ນຳສະເໜີກ່ຽວກັບວຽກງານຄຸ້ມຄອງລັດ ພາຍໃນການລ້ຽງສັດນ້ຳ, ການກວດກາພະຍາດ, ຄວາມປອດໄພດ້ານສະບຽງອາຫານ, ການຕິດຕາມແຫຼ່ງທີ່ມາ ແລະ ການຄວບຄຸມຄຸນນະພາບ ສຳລັບສິນຄ້ານ້ຳສົ່ງອອກຂອງ ຫວຽດນາມ. ບົດລາຍງານໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ສ້າງຕັ້ງລະບົບການຄຸ້ມຄອງທີ່ຂ້ອນຂ້າງຄົບຖ້ວນ, ລວມມີການຄຸ້ມຄອງແນວພັນສັດນ້ຳ, ອາຫານສັດ ແລະ ຜະລິດຕະພັນບຳບັດສະພາບແວດລ້ອມການລ້ຽງ, ເງື່ອນໄຂຂອງສະຖານທີ່ລ້ຽງ, ການຢັ້ງຢືນຄວາມປອດໄພດ້ານສະບຽງອາຫານ, ປຶ້ມບັນທຶກການຜະລິດ, ການຕິດຕາມແຫຼ່ງທີ່ມາ ແລະ ຊຸກຍູ້ການນຳໃຊ້ບັນດາມາດຕະຖານ VietGAP, GlobalGAP, ASC, BAP.
ຈາກຝ່າຍ ບຣາຊິນ, ທ່ານນາງ Thamires Quinhões, ຜູ້ອຳນວຍການບໍລິຫານ ສະມາຄົມພັດທະນາການປະມົງ ABRAPES, ໄດ້ນຳສະເໜີກ່ຽວກັບສະພາບການນຳເຂົ້າສັດນ້ຳ ຫວຽດນາມ ເຂົ້າສູ່ ບຣາຊິນ, ສະພາບຕົວຈິງຂອງຕະຫຼາດ ແລະ ສິ່ງທ້າທາຍພາຍໃນບັນດາການເຄື່ອນໄຫວນຳເຂົ້າ. ທ່ານນາງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນຜູ້ສະໜອງສັດນ້ຳອັນສຳຄັນໃຫ້ແກ່ຕະຫຼາດ ບຣາຊິນ. ເຖິງຢ່າງໃດກໍຕາມ, ການເຄື່ອນໄຫວນຳເຂົ້າສັດນ້ຳ, ເປັນພິເສດແມ່ນ ປານິນ (cá rô phi), ພວມຜະເຊີນໜ້າກັບບາງສິ່ງທ້າທາຍທາງດ້ານກົດໝາຍ ແລະ ນະໂຍບາຍ, ລວມມີຮ່າງກົດໝາຍສະບັບເລກທີ 6.331/2025 ທີ່ກ່ຽວຂ້ອງກັບການສະເໜີຫ້າມນຳເຂົ້າປານິນ, ກໍຄືບາງມາດຕະການຢູ່ລະດັບລັດ (bang) ທີ່ສາມາດສ້າງຄວາມວິຕົກກັງວົນໃຫ້ແກ່ວິສາຫະກິດ.
ທ່ານນາງ Thamires Quinhões ຢັ້ງຢືນວ່າ ຊຸມຊົນວິສາຫະກິດນຳເຂົ້າສັດນ້ຳ ບຣາຊິນ ສະໜັບສະໜູນສະພາບແວດລ້ອມການຄຸ້ມຄອງທີ່ໂປ່ງໃສ, ໝັ້ນຄົງ, ສາມາດຄາດເດົາໄດ້ ແລະ ອີງບົນພື້ນຖານວິທະຍາສາດ. ໃນຂະນະດຽວກັນ, ບັນດາວິສາຫະກິດ ບຣາຊິນ ມຸ່ງຫວັງຢາກເພີ່ມທະວີການປະສານງານກັບບັນດາສະມາຄົມ, ວິສາຫະກິດ ແລະ ອົງການຈັດຕັ້ງທີ່ມີພາລະບົດບາດຂອງ ຫວຽດນາມ ແນໃສ່ແບ່ງປັນຂໍ້ມູນດ້ານເຕັກນິກ, ຊຸກຍູ້ການເຈລະຈາລະຫວ່າງສະຖາບັນ ແລະ ຢັ້ງຢືນບົດບາດຂອງສັດນ້ຳ ຫວຽດນາມ ໃນຖານະເປັນແຫຼ່ງສະໜອງເພີ່ມເຕີມໃຫ້ແກ່ຕະຫຼາດ ບຣາຊິນ.
ກ່າວຄຳປາໄສຢູ່ທີ່ກອງປະຊຸມໂຕະມົນ, ທ່ານ Robson Cardoch Valdez, ນັກເສດຖະສາດ, ດອກເຕີດ້ານການຄົ້ນຄວ້າແຜນຍຸດທະສາດສາກົນ ຢູ່ທີ່ມະຫາວິທະຍາໄລລັດ Rio Grande do Sul, ນັກຄົ້ນຄວ້າສັງກັດສູນຄົ້ນຄວ້າ ອາເມລິກາລາຕິນ ຂອງສະຖາບັນການຕ່າງປະເທດ, ມະຫາວິທະຍາໄລ ບຣາຊີເລຍ, ແລະ ທັງເປັນສາດສະດາຈານດ້ານການຕ່າງປະເທດ ຢູ່ທີ່ສະຖາບັນການສຶກສາ, ພັດທະນາ ແລະ ຄົ້ນຄວ້າ ບຣາຊິນ ຢູ່ທີ່ ບຣາຊີເລຍ, ໄດ້ຮັບຮູ້ວ່າ ສາຍພົວພັນເສດຖະກິດ ຫວຽດນາມ - ບຣາຊິນ ພວມຫັນປ່ຽນຈາກທ່າແຮງບົ່ມຊ້ອນ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມໝາຍທາງດ້ານຍຸດທະສາດ.
ຕາມທ່ານ Robson C. Valdez ແລ້ວ, ພາຍໃນໄລຍະ 2016-2025, ການຄ້າທະວິພາຄີ ເກືອບຄືວ່າໄດ້ເພີ່ມຂຶ້ນທົບສາມເທົ່າ, ຈາກປະມານ 3 ຕື້ USD ຂຶ້ນເປັນຫຼາຍກວ່າ 7,4 ຕື້ USD. ໂຄງສ້າງການຄ້າໄດ້ສະແດງໃຫ້ເຫັນເຖິງລັກສະນະຊ່ວຍໜູນກັນສູງ: ບຣາຊິນ ສະໜອງສະບຽງອາຫານ, ວັດຖຸດິບກະສິກຳ, ແຮ່ທາດ ແລະ ຜະລິດຕະພັນພື້ນຖານ; ໃນຂະນະທີ່ ຫວຽດນາມ ສະໜອງສິນຄ້າປຸງແຕ່ງ, ອຸປະກອນອຸດສາຫະກຳ, ລິນສ່ວນເອເລັກໂຕຣນິກ ແລະ ສິນຄ້າບໍລິໂພກທີ່ມີເນື້ອໃນເຕັກໂນໂລຊີ.
![]() |
| ບັນດາຜູ້ແທນທີ່ເຂົ້າຮ່ວມຢູ່ທີ່ກອງປະຊຸມໂຕະມົນ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ) |
ບັນດານັກຊ່ຽວຊານ ບຣາຊິນ ຖືວ່າ ພາຍໃນໄລຍະເວລາຕໍ່ໜ້າ, ສອງປະເທດຍັງມີທ່າແຮງບົ່ມຊ້ອນຫຼາກຫຼາຍ ພາຍໃນການຮ່ວມມືຂົງເຂດຕ່າງໆ ເຊັ່ນ: ກະສິກຳ ແລະ ການປຸງແຕ່ງສະບຽງອາຫານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຫັນປ່ຽນດ້ານພະລັງງານ ແລະ ເຊື້ອໄຟຊີວະພາບ, ເສດຖະກິດດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ ເອເລັກໂຕຣນິກ, Logistics ແລະ ໂຄງລ່າງພື້ນຖານ, ແຮ່ທາດຍຸດທະສາດ, ການປະດິດສ້າງໃໝ່ ແລະ ເສດຖະກິດສີຂຽວ. ກອບສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ ໄດ້ຮັບການສະຫຼຸບຕີລາຄາວ່າ ແມ່ນພື້ນຖານອັນສຳຄັນ ເພື່ອຫັນປ່ຽນບັນດາກາລະໂອກາດເຫຼົ່ານີ້ ໃຫ້ກາຍເປັນບັນດາໂຄງການຕົວຈິງ ກ່ຽວກັບການລົງທຶນ, ການປະດິດສ້າງໃໝ່ ແລະ ການເຊື່ອມໂຍງການຜະລິດ.
ກອງປະຊຸມໂຕະມົນ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ. ນີ້ແມ່ນການເຄື່ອນໄຫວການທູດດ້ານເສດຖະກິດ ທີ່ມີຄວາມໝາຍຕົວຈິງ ຕໍ່ເນື່ອງຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ພາຍໃນປີ 2026 ແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບຕະຫຼາດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ວິສາຫະກິດ, ທ້ອງຖິ່ນຂອງສອງປະເທດ ຫວຽດນາມ ແລະ ບຣາຊິນ, ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສົມດຸນ ແລະ ຍືນຍົງກວ່າເກົ່າ ພາຍໃນໄລຍະເວລາຕໍ່ໜ້າ, ໃນຂະນະດຽວກັນ, ກໍແມ່ນການເຄື່ອນໄຫວຕົວຈິງ ທີ່ປະກອບສ່ວນເຂົ້າໃນການຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ແຜນການເຄື່ອນໄຫວທະວິພາຄີ ຫວຽດນາມ - ບຣາຊິນ ໄລຍະ 2025-2030 ຢ່າງມີປະສິດທິຜົນ.
| ດາບປະທັບຂອງປະທານ ໂຮ່ຈີມິນ ໃນສາຍພົວພັນມິດຕະພາບ ຫວຽດນາມ – ບຣາຊິນ ຍສໝ - ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມກອງປະຊຸມເສວະນາ ພາຍໃຕ້ຫົວຂໍ້ “ບຣາຊິນ - ຫວຽດນາມ: ການເຈລະຈາກ່ຽວກັບມໍລະດົກ ໂຮ່ຈີມິນ” ໂດຍສະພາຜະລິດຕະກຳລັດ ຣີໂອ ເດ ຈາເນໂຣ ຈັດຕັ້ງຂຶ້ນ. |
| ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics ຍສໝ - ແຕ່ວັນທີ 25-28 ກຸມພາ 2026, ຄະນະຜູ້ແທນຈາກສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Maranhão. ການເດີນທາງຄັ້ງນີ້ມີຈຸດປະສົງເພື່ອດຳເນີນການສຳຫຼວດພາກສະໜາມ, ສົ່ງເສີມການຮ່ວມມືດ້ານການລົງທຶນ ແລະ ການຄ້າສອງຝ່າຍ, ແລະ ຄົ້ນຫາໂອກາດໃນການເຊື່ອມຕໍ່ຍຸດທະສາດລະຫວ່າງຫວຽດນາມ ແລະ ພາກພື້ນຕາເວັນອອກສຽງເໜືອຂອງບຣາຊິນ. |


