ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ Kyushu

13:41 | 07/07/2026

ຍສໝ - ວັນທີ 3 ກໍລະກົດ 2026, ຢູ່ທີ່ສຳນັກງານສະຫະພັນເສດຖະກິດ Kyukeiren, ທ່ານນາງ ຈິ້ງທິມາຍເຟືອງ ທ່ານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka (ປະເທດຍີ່ປຸ່ນ) ໄດ້ມີພິທີເຮັດວຽກຮ່ວມກັບ ທ່ານ Kazuhiro Ikebe ປະທານ Kyukeiren ແນໃສ່ແລກປ່ຽນບັນດາທິດທາງເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ ເຂດ ຄີວຊູ.

ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ
ວັດທະນະທຳຊາ ຫວຽດນາມ ສ້າງຂີດໝາຍຢູ່ທີ່ງານວາງສະແດງ BEYOND FOOD EXPO 2026

ຢູ່ທີ່ພິທີເຮັດວຽກ, ທ່ານກົງສຸນໃຫຍ່ ຈິ້ງທິມາຍເຟືອງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ Kyukeiren, ເຊິ່ງແມ່ນອົງການຈັດຕັ້ງທາງດ້ານເສດຖະກິດທີ່ມີຊື່ສຽງ ແລະ ມີອິດທິພົນຢູ່ເຂດ Kyushu (ຄີວຊູ), ດຳລົງບົດບາດອັນສຳຄັນພາຍໃນການສະໜັບສະໜູນການຂະຫຍາຍຕົວເສດຖະກິດພາກພື້ນ, ຍົກສູງສະມັດຖະພາບການແຂ່ງຂັນຂອງວິສາຫະກິດ ແລະ ເພີ່ມທະວີການຮ່ວມມືສາກົນ, ພາຍໃນນັ້ນມີ ຫວຽດນາມ.

ທ່ານກົງສຸນໃຫຍ່ ໄດ້ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ – ຍີ່ປຸ່ນ ພວມຂະຫຍາຍຕົວຢ່າງແຮງແກ່ນ ຢູ່ເທິງພື້ນຖານຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງຫຼາກຫຼາຍໂອກາດເພື່ອເປີດກວ້າງການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ຄີວຊູ ເຊັ່ນ: ເຄິ່ງຕົວນຳ, ປັນຍາປະດິດ, ເຕັກໂນໂລຊີສູງ, ອຸດສາຫະກຳສະໜັບສະໜູນ, ການຜະລິດລົດໂອໂຕ, ໂລຈິສຕິກ, ພະລັງງານສີຂຽວ, ກະສິກຳຄຸນນະພາບສູງ, ການທ່ອງທ່ຽວ ແລະ ການກໍ່ສ້າງແຫຼ່ງບຸກຄະລາກອນ. ພ້ອມທັງຕີລາຄາສູງຕໍ່ການທີ່ Kyukeiren ພາຍໃນຫຼາກຫຼາຍປີຜ່ານມາ ໄດ້ຕັ້ງໜ້າຈັດຕັ້ງບັນດາຄະນະວິສາຫະກິດເດີນທາງໄປ ຫວຽດນາມ ເພື່ອຊອກຮູ້ສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ ແລະ ຊອກຫາຄູ່ຮ່ວມມື, ທ່ານນາງ ຈິ້ງທິມາຍເຟືອງ ໄດ້ຢັ້ງຢືນວ່າ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka ຈະສືບຕໍ່ຮ່ວມເດີນທາງ, ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງ Kyukeiren ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ ຫວຽດນາມ.

ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ Kyushu
ທ່ານກົງສຸນໃຫຍ່ ຈິ້ງທິມາຍເຟືອງ ມອບຂອງຂວັນທີ່ລະນຶກໃຫ້ແກ່ ປະທານ Kyukeiren. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Kyukeiren)

ເນື່ອງໃນໂອກາດນີ້, ທ່ານກົງສຸນໃຫຍ່ ໄດ້ເຊື້ອເຊີນທາງຝ່າຍ Kyukeiren ແຕ່ງຕັ້ງຄະນະຜູ້ແທນເຂົ້າຮ່ວມ ເວທີປາໄສການຮ່ວມມືທ້ອງຖິ່ນ ຫວຽດນາມ – ຍີ່ປຸ່ນ ເຊິ່ງຄາດຄະເນວ່າຈະຈັດຕັ້ງຂຶ້ນຢູ່ ຫວຽດນາມ ພາຍໃນເດືອນກັນຍາ 2026, ໃນຂະນະດຽວກັນ ກໍປະສານງານຂົນຂວາຍບັນດາວິສາຫະກິດ Kyushu ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມ ໂດຍແມ່ນສະຖານກົງສຸນໃຫຍ່ຈັດຕັ້ງຂຶ້ນພາຍໃນປີ 2026, ພາຍໃນນັ້ນມີໂຄງການ ວັນຫວຽດນາມ (Vietnam Day) ແລະ ກອງປະຊຸມສໍາມະນາການທ່ອງທ່ຽວ ຫວຽດນາມ – ຄີວຊູ.

ຕາງໜ້າໃຫ້ແກ່ຝ່າຍຕົນ, ທ່ານປະທານ ຄາຊູຮິໂຣ ອິເຄເບະ ໄດ້ຕີລາຄາສູງຕໍ່ບົດບາດຂອງ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຟູກູໂອກະ ພາຍໃນການສະໜັບສະໜູນຊ່ວຍເຫຼືອ Kyukeiren ຈັດຕັ້ງບັນດαຄະນະວິສາຫະກິດເດີນທາງໄປ ຫວຽດນາມ, ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດ ຫວຽດນາມ ໂດຍຜ່ານທາງຫຼາກຫຼາຍການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ.

ທ່ານໄດ້ຢັ້ງຢືນວ່າ, ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືອັນສຳຄັນຂອງ ຄີວຊູ ດ້ວຍຫຼາກຫຼາຍທ່າແຮງການຮ່ວມມືພາຍໃນບັນດາຂົງເຂດເຕັກໂນໂລຊີສູງ, ເຄິ່ງຕົວນຳ (semi-conductor), ການຜະລິດລົດໂອໂຕ, logistics, ກະສິກຳ, ການທ່ອງທ່ຽວ ແລະ ການຂະຫຍາຍຕົວແຫຼ່ງບຸກຄະລາກອນ. Kyukeiren ຈະສືບຕໍ່ຊຸກຍູ້ບັນດາວິສາຫະກິດສະມາຊິກ ເປີດກວ້າງການຊອກຮູ້ຕະຫຼາດ, ຊຸກຍູ້ການລົງທຶນ, ໃນຂະນະດຽວກັນ ກໍຄາດຄະເນວ່າຈະຈັດຕັ້ງຄະນະວິສາຫະກິດ ຄີວຊູ ເດີນທາງໄປ ຫວຽດນາມ ພາຍໃນປີ 2027 ແລະ ມຸ່ງຫວັງວ່າຈະສືບຕໍ່ໄດ້ຮັບການປະສານງານ, ສະໜັບສະໜູນຊ່ວຍເຫຼືອຢ່າງຕັ້ງໜ້າ ຈາກສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Kyukeiren.

ເມື່ອສิ້ນສຸດພິທີເຮັດວຽກ, ສອງຝ່າຍໄດ້ເປັນເອກະພາບຮັກສາການແລກປ່ຽນເປັນປະຈຳ, ເພີ່ມທະວີການປະສານງານພາຍໃນການເຊື່ອມຕໍ່ວິສາຫະກິດ, การແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບແວດລ້ອມການລົງທຶນ ແລະ ສະໜັບສະໜູນຊ່ວຍເຫຼືອວິສາຫະກິດສອງຝ່າຍຊອກຫາໂອກາດການຮ່ວມມື. ສອງຝ່າຍກໍໄດ້ເອກະພາບປະສານງານກຽມພ້ອມຢ່າງມີປະສິດທິຜົນ ໃຫ້ແກ່ຄະນະວິສາຫະກິດ Kyushu ເດີນທາງໄປ ຫວຽດນາມ ພາຍໃນປີ 2027, ປະກອບສ່ວນນຳເອົາສາຍພົວພັນການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ເຂດ Kyushu ຂະຫຍາຍຕົວນັບມື້ນັບແທດຕົວຈິງ ແລະ ມີປະສິດທິຜົນສູງ.

ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ

ຍສໝ - ບາງທັດສະນະຢູ່ເທິງເຄືອຂ່າຍອິນເຕີເນັດ ໄດ້ສວຍໂອກາດນຳໃຊ້ຄວາມຫຍຸ້ງຍາກ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອໃຫ້ທັດສະນະວ່າ ການຫັນປ່ຽນດິຈິຕອນ ພວມເຮັດໃຫ້ໄລຍະຫ່າງການຂະຫຍາຍຕົວເພີ່ມຂຶ້ນ, ພໍ່ແມ່ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນ ຈາກໝາກຜົນຂອງການປະຕິວັດອຸດສາຫະກຳ ຄັ້ງທີ ສີ່. ເຖິງຢ່າງໃດກໍຕາມ, ເມື່ອເບິ່ງຈາກແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ຕົວຈິງການຜັນຂະຫຍາຍ, ບັນດາການຮັບຮູ້ນັ້ນ ແມ່ນບໍ່ໄດ້ສະທ້ອນໃຫ້ເຫັນຢ່າງຖືກຕ້ອງ ເຖິງທາດແທ້ຂອງວິວັດທະນາການຂະຫຍາຍຕົວຢ່າງຮອບດ້ານ ທີ່ ຫວຽດນາມ ພວມສະແຫວງຫາ.

ຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ຄອບຄົວ ແລະ ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ ຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ຄອບຄົວ ແລະ ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ

ຍສໝ - ທ່ານນາຍົກລັດຖະມົນຕີ ມີຂໍ້ຕົກລົງສະບັບເລກທີ 1189/QĐ-TTg ລົງວັນທີ 2 ກໍລະກົດ 2026 ປະກາດໃຊ້ ແຜນການຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ