| ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ "ວີລະຊົນ ເວເນຊູເອລາ " | |
| ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ |
ທ່ຽວບິນຂົນສົ່ງກຳລັງກູ້ໄພກູ້ຊີບ ຂອງກອງທັບປະຊາຊົນ ຫວຽດນາມ ແລະ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນສາກົນ ໂນຍບາຍ (Nội Bài) ໃນເວລາ 23:30 ໂມງ ຂອງວັນທີ 10 ກໍລະກົດ, ສິ້ນສຸດວິວັດທະນາການແຫ່ງການປະຕິບັດໜ້າທີ່ຢູ່ ເວເນຊູເອລາ.
ຕາມໜັງສືພິມກອງທັບປະຊາຊົນໃຫ້ຮູ້ວ່າ, ຕ້ອນຮັບຄະນະເດີນທາງກັບຄືນປະເທດມີທ່ານ ພົນເອກ ຫງວຽນວັນຮ່ຽນ, ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ; ທ່ານ ພົນເອກ ເລວັນຕວຽນ, ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຕາງໜ້າບັນດາອົງການ, ກົມກອງ ສັງກັດກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.
![]() |
| ກຳລັງກູ້ໄພກູ້ຊີບ ຫວຽດນາມ ເດີນທາງມາຮອດ ຮາໂນ້ຍ, ສຳເລັດພັນທະກິດຊ່ວຍເຫຼືອ ເວເນຊູເອລາ ຟື້ນຟູຜົນກະທົບຈາກເຫດການແຜ່ນດິນໄຫວແຝດ ທີ່ເກີດຂຶ້ນໃນວັນທີ 24 ມິຖຸນາ. (ພາບ: TTXVN) |
ຄະນະຜູ້ແທນລວມມີ ນາຍ ແລະ ພົນທະຫານ 124 ທ່ານ ສັງກັດກຳລັງກອງທັບ ແລະ ປ້ອງກັນຄວາມສະຫງົບ, ໂດຍແມ່ນທ່ານ ພົນຈັດຕະວາ ຟາມວັນຕິ, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກົມໃຫຍ່ເສນາທິການ), ຮອງຫົວໜ້າຫ້ອງການຄະນະຊີ້ນຳປ້ອງກັນພົນລະເຮືອນແຫ່ງຊາດ ເປັນຫົວໜ້າຄະນະ; ທ່ານ ພັນເອກ ຟາມຮຶງເຢືອງ, ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ, ຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ (ກະຊວງປ້ອງກັນຄວາມສະຫງົບ) ເປັນຮອງຫົວໜ້າຄະນະ.
ເກືອບສອງສັບປະດາ ຢູ່ເຂດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ
ທັນທີຫຼັງຈາກເດີນທາງຮອດ ເວເນຊູເອລາ ໃນວັນທີ 29 ມິຖຸນາ, ຄະນະແມ່ນໄດ້ຮັບການຈັດວາງໃຫ້ປະຕິບັດໜ້າທີ່ຢູ່ເຂດ Playa Grande, ເມືອງ Catia La Mar, ແຂວງ La Guaira. ນີ້ແມ່ນໜຶ່ງພາຍໃນບັນດາທ້ອງຖິ່ນ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກເຫດການແຜ່ນດິນໄຫວແຝດ ໃນວັນທີ 24 ມິຖຸນາ, ເຊິ່ງມີກິດຈະການຕຶກອາຄານສູງຫຼາຍແຫ່ງ ທີ່ຕັ້ງຢູ່ເທິງເນີນພູໄດ້ພັງທະລາຍລົງ.
ໃນຂະນະດຽວກັນ, ຄະນະກໍໄດ້ມອບ-ຮັບ ເຄື່ອງຊ່ວຍເຫຼືອມະນຸດສະທຳ ຈຳນວນ 50,6 ໂຕນ ເຊິ່ງລວມມີ ອາຫານແຫ້ງ, ໝີ່ສຳເລັດຮູບ, ຊີ້ນກະປ໋ອງ ແລະ ຢາປົວພະຍາດ ໃຫ້ແກ່ອົງການກູ້ໄພ ຂອງເວເນຊູເອລາ.
ນັບຕັ້ງແຕ່ວັນທີ 29 ມິຖຸນາ ຫາ ວັນທີ 6 ກໍລະກົດ, ນາຍ ແລະ ພົນທະຫານ ໄດ້ເຮັດວຽກນັບຕັ້ງແຕ່ເວລາ 6:00 ໂມງ ຫາ 20:00 ໂມງ ຂອງທຸກໆວັນ, ມີບາງຊ່ວງເວລາແມ່ນໄດ້ຜັນຂະຫຍາຍໜ້າທີ່ຕະຫຼອດຄືນ. ສະໜາມຕົວຈິງມີໂຄງສ້າງທີ່ສັບສົນ, ກິດຈະການຫຼາຍແຫ່ງຂາດຄວາມໝັ້ນຄົງ, ແຝງຄວາມສ່ຽງພັງທະລາຍຊ້ຳຊ້ອນ; ບັນດາການແຈ້ງເຕືອນກ່ຽວກັບແຜ່ນດິນໄຫວຕາມ (dư chấn) ຍັງຄົງສືບຕໍ່ເກີດຂຶ້ນ ພາຍໃນໄລຍະເວລາຊອກຄົ້ນ.
คະນະໄດ້ໂດຍກົງຊອກຄົ້ນ, ນຳເອົາສົບຜູ້ປະສົບໄພ 57 ສົບ ອອກຈາກບັນດາກິດຈະການທີ່ພັງທະລາຍ ແລະ ມອບ-ຮັບໃຫ້ແກ່ຄອບຄົວ, ອຳນາດການປົກຄອງທ້ອງຖິ່ນ. ດ້ວຍການນຳໃຊ້ສຸນັກວິຊາສະເພາະ ແລະ ອຸປະກອນກູ້ໄພສະເພາະຂະແໜງ, ກຳລັງ ຫວຽດນາມ ສາມາດກຳນົດຕື່ມອີກ 46 ຈຸດທີ່ມີຜູ້ປະສົບໄພ, ມອບ-ຮັບໃຫ້ກຳລັງປະຈຳທີ່; ຜ່ານນັ້ນ ຝ່າຍເວເນຊູເອລາ ສາມາດນຳເອົາສົບຜູ້ເສຍຊີວິດ 38 ສົບ ອອກມາໄດ້.
ຢູ່ທີ່ສະໜາມຕົວຈິງ, ຄະນະໄດ້ຈັດຕັ້ງສະຖານີການແພດໜຶ່ງແຫ່ງ, ກວດ ແລະ ແຈກຢາຍຢາປົວພະຍາດໃຫ້ແກ່ປະຊາຊົນ 132 ທ່ານ ພ້ອມກັບສະມາຊິກຂອງບັນດາກຳລັງກູ້ໄພ. ນາຍ ແລະ ພົນທະຫານ ຍັງໄດ້ມອບສະບຽງອາຫານ, ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ປະຊາຊົນຢູ່ 3 ເຂດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ຊ່ວຍເຫຼືອບັນດາຄອບຄົວຂົນຍ້າຍຊັບສິນ ແລະ ຈັດຕັ້ງການກວດພະຍາດ, ແຈກຢາຍຢາຟຣີ.
ພາຍໃນວິວັດທະນາການປະຕິບັດໜ້າທີ່, ນາຍ ແລະ ພົນທະຫານທັງໝົດ, ສຸນັກວິຊາສະເພາະ ພ້ອມທັງອຸປະກອນເຕັກນິກ ແມ່ນໄດ້ຮັບການຮັບປະກັນຄວາມປອດໄພຢ່າງສົມບູນ; ບໍ່ມີອຸປະຕິເຫດ ຫຼື ການບາດເຈັບເກີດຂຶ້ນ. ຄະນະໄດ້ຮັບການປະສານງານຢ່າງແໜ້ນແຟ້ນ ຈາກບັນດາອົງການຈັດຕັ້ງທີ່ມີພາລະບົດບາດ ຂອງເວເນຊູເອລາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ແລະ ຊຸມຊົນຊາວຫວຽດນາມ ຢູ່ປະເທດປະຈຳການ.
ເວເນຊູເອລາ ຍົກຍ້ອງຄວາມທຸ້ມເທ ແລະ ຄວາມເປັນມືອາຊີບ
ສຳນັກຂ່າວສານ ຫວຽດນາມ (TTXVN) ໄດ້ຍົກຄຳປາໄສ ຂອງທ່ານ ພັນໂທ Raúl Serrano Chacón, ສັງກັດກອງບັນຊາການທະຫານຮັກສາພະອົງ ປະທານາທິບໍດີ ເວເນຊູເອລາ, ເຊິ່ງແມ່ນຜູ້ໂດຍກົງປະສານງານການເຄື່ອນໄຫວ ຂອງຄະນະຫວຽດນາມ, ໂດຍສະຫຼຸບຕີລາຄາວ່າ ນາຍ ແລະ ພົນທະຫານ ມີຄວາມສາມາດປັບຕົວໄດ້ດີ ພາຍໃຕ້ເງື່ອນໄຂການເຮັດວຽກທີ່ດຸເດືອດຂາດເຂີນ, ສະແດງໃຫ້ເຫັນເຖິງຄວາມທຸ້ມເທ, ຄວາມເປັນມືອາຊີບ, ມີລະບຽບວິໄນ ແລະ ການປະສານງານຢ່າງແໜ້ນແຟ້ນ ພາຍໃນວິວັດທະນາການປະຕິບັດໜ້າທີ່.
ຢູ່ທີ່ພິທີອວຍພອນສົ່ງຄະນະ ໃນວັນທີ 9 ກໍລະກົດ ຢູ່ສະໜາມບິນສາກົນ Simón Bolívar, ທ່ານ Yván Gil Pinto ລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ ໄດ້ສະແດງຄວາມຂອບໃຈ ທີ່ ຫວຽດນາມ ໄດ້ສົ່ງກຳລັງພົນ ແລະ ເຄື່ອງຊ່ວຍເຫຼືອມາຊ່ວຍເຫຼືອປະຊາຊົນເຂດແຜ່ນດິນໄຫວຢ່າງທັນການ. ທ່ານຢັ້ງຢືນວ່າ ເວເນຊູເອລາ "ຈະຈົດຈຳອາລົມຈິດສາມັກຄີອັນຜຸດຜ່ອງ, ບໍລິສຸດ ແລະ ບໍ່ຫວັງສິ່ງຕອບແທນ ຂອງ ຫວຽດນາມ ຕະຫຼອດໄປ".
ເພື່ອຍົກຍ້ອງບັນດາການປະກອບສ່ວນຂອງຄະນະ, ລັດຖະບານ ເວເນຊູເອລາ ໄດ້ມອບຫຼຽນກາ "ວິລະບູລຸດ ເວເນຊູເອລາ" ຊັ້ນໜຶ່ງ ໃຫ້ແກ່ລວມໝູ່ຄະນະ, ມອບຫຼຽນກາ "ວິລະບູລຸດ ເວເນຊູເອລາ" ຊັ້ນສອງ ໃຫ້ແກ່ສະມາຊິກທັງໝົດ 124 ທ່ານ ແລະ ມອບຫຼຽນໄຊ "ຄຸນງາມຄວາມດີໃນການປະຕິບັດໜ້າທີ່" ໃຫ້ແກ່ໜ່ວຍສຸນັກວິຊາສະເພາະ.
ນີ້ແມ່ນຄັ້ງທີສາມ ທີ່ ຫວຽດນາມ ໄດ້ສົ່ງກຳລັງພົນ ແລະ ພາຫະນະອອກໄປຕ່າງປະເທດ ເພື່ອປະຕິບັດໜ້າທີ່ຊ່ວຍເຫຼືອມະນຸດສະທຳ, ກູ້ໄພພິບັດ. ກ່ອນໜ້ານັ້ນ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອຟື້ນຟູຜົນກະທົບຈາກແຜ່ນດິນໄຫວຢູ່ ຕວກກີ ພາຍໃນປີ 2023 ແລະ ມຽນມາ ພາຍໃນປີ 2025.
| ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃນສັງກາດໃໝ່ ຍສໝ - ພາຍໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃນນະຄອນຫຼວງ Caracas. |
| ຄວາມເດັດດ່ຽວໜຽວແໜ້ນນຳເອົາສາຍພົວພັນ ຫວຽດນາມ - ເວເນຊູເອລາ ຂະຫຍາຍຕົວຕື່ມອີກ ພາຍໃດໄລຍະໃໝ່ ຍສໝ - ນັບຕັ້ງແຕ່ວັນທີ 23-24 ມິຖຸນາ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ ປະເທດເວເນຊູເອລາ. |
