ຫວຽດນາມ – ອາເຊຣີ: ຍົກລະດັບການຮ່ວມມື, ເສີມຂະຫຍາຍຄຸນຄ່າແຫ່ງສາຍພົວພັນມູນເຊື້ອ

09:42 | 17/07/2026

ຍສໝ - ວັນທີ 13 ກໍລະກົດ, ຢູ່ທີ່ນະຄອນຫຼວງ ອານເຊ , ກ່ອນຈະສິ້ນສຸດອາຍຸການປະຕິບັດໜ້າທີ່ທາງລັດຖະການ, ທ່ານ ເຈິ່ນກວົກແຄ໊ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເຊຣີ ໄດ້ເຂົ້າຢ້ຽມອຳລາ ແລະ ເຮັດວຽກຮ່ວມກັບ ການນຳພັກແນວໂຮມປົດປ່ອຍແຫ່ງຊາດ (FLN) ເຊິ່ງເປັນພັກກຳອຳນາດ. ທັງສອງຝ່າຍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບມູນເຊື້ອ, ເພີ່ມທະວີການຮ່ວມມືລະຫວ່າງສອງພັກ ແລະ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ.

ປັບປຸງ ແລະ ຍົກລະດັບການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມ-ລາວ
ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳໃນການພົວພັນ ຫວຽດນາມ - ລາວ

ສາຍພົວພັນມິດຕະພາບ ຫວຽດນາມ - ອາເຊຣີ ສືບຕໍ່ໄດ້ຮັບການຢືນຢັນຈາກທັງສອງຝ່າຍວ່າ ແມ່ນຊັບສົມບັດອັນລ້ຳຄ່າ ທີ່ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍ, ບົນພື້ນຖານຄວາມສາມັກຄີທາງປະຫວັດສາດ ແລະ ການຮ່ວມເດີນທາງໃນບັນດາການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ.

ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ເຈິ່ນ ກວົກ ແຄ໊ງ ມີທ່ານ ອັບແດລກຣິມ ເບັນມບາເຣັກ (Abdelkrim Benmbarek), ເລຂາທິການໃຫຍ່ພັກ FLN ພ້ອມດ້ວຍບັນດາກຳມະການຄະນະນຳພັກ ແລະ ຕາງໜ້າບັນດາອະດີດນັກຮົບເກົ່າ ທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຍາດເອົາເອກະລາດຂອງ ອາເຊຣີ. ໃນການເຮັດວຽກຮ່ວມກັນ, ທ່ານເລຂາທິການໃຫຍ່ Abdelkrim Benmbarek ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນຕະຫຼອດອາຍຸການປະຕິບັດໜ້າທີ່ ຕໍ່ກັບການຊຸກຍູ້ສາຍພົວພັນມິດຕະພາບມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ ລະຫວ່າງ ຫວຽດນາມ ແລະ ອາເຊຣີ.

ຫວຽດນາມ – ອາເຊຣີ: ຍົກລະດັບການຮ່ວມມື, ເສີມຂະຫຍາຍຄຸນຄ່າແຫ່ງສາຍພົວພັນມູນເຊື້ອ

ທ່ານ Abdelkrim Benmbarek, ເລຂາທິການໃຫຍ່ພັກ FLN ຕ້ອນຮັບທ່ານເອກອັກຄະລັດຖະທູດ ເຈິ່ນກວົກແຄ໊ງ ທີ່ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ ແລະ ກັບຄືນປະເທດ.

ທ່ານ Abdelkrim Benmbarek, ເລຂາທິການໃຫຍ່ພັກ FLN ຕ້ອນຮັບທ່ານເອກອັກຄະລັດຖະທູດ ເຈິ່ນ ກວົກ ແຄ໊ງ ທີ່ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ ແລະ ກັບຄືນປະເທດ.

ການນຳພັກ FLN ເນັ້ນໜັກວ່າ ນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ ໄດ້ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການຮ່ວມກັນຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແລະ ທຸກຮູບແບບແຫ່ງການກົດຂີ່ຂູດຮີດ, ຄອບງຳ. ບົນພື້ນຖານດັ່ງກ່າວ, ສອງປະເທດຈະສືບຕໍ່ຮ່ວມເດີນທາງ ເພື່ອບັນດາເປົ້າໝາຍສັນຕິພາບ, ເອກະລາດ, ຄວາມຈະເລີນຮຸ່ງເຮືອງ, ຄວາມຍຸດຕິທຳໃນສັງຄົມ ແລະ ການພັດທະນາຢ່າງຍືນຍົງ.

ທ່ານເລຂາທິການໃຫຍ່ Abdelkrim Benmbarek ຢືນຢັນວ່າ ພັກ FLN ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືກັບ ຫວຽດນາມ, ພ້ອມທັງໃຫ້ຮູ້ວ່າ ພັກ FLN ແລະ ພັກກອມມູນິດຫວຽດນາມ ຈະປະສານງານກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ ຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຂະຫຍາຍການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ທ່ານເອກອັກຄະລັດຖະທູດ ເຈິ່ນ ກວົກ ແຄ໊ງ ໄດ້ສະແດງຄວາມຂອບໃຈຕໍ່ການປະສານງານ ແລະ ການສະໜັບສະໜູນຊ່ວຍເຫຼືອ ຈາກການນຳພັກ FLN ກໍ່ຄືບັນດາອົງການຈັດຕັ້ງຂອງ ອາເຊຣີ ໃນຕະຫຼອດອາຍຸການປະຕິບັດງານ, ຜ່ານນັ້ນໄດ້ສ້າງເງື່ອນໄຂອັນສະດວກສະບາຍ ເພື່ອຊຸກຍູ້ສາຍພົວພັນມິດຕະພາບມູນເຊື້ອລະຫວ່າງສອງປະເທດ.

ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ອາເຊຣີ - ເຊິ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນຂອງຫວຽດນາມ ຢູ່ທະວີບອາຟຣິກາ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ FLN ຈະສືບຕໍ່ໄດ້ຮັບການຮັດແໜ້ນ, ເສີມຂະຫຍາຍບົດບາດເປັນພື້ນຖານການເມືອງອັນສຳຄັນ, ປະກອບສ່ວນນຳເອົາສາຍພົວພັນສອງຝ່າຍໃຫ້ຂະຫຍາຍຕົວນັບມື້ນັບເຂົ້າສູ່ລວງເລິກ, ມີຕົວຕົນ ແລະ ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເຈິ່ນ ກວົກ ແຄ໊ງ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກຕ້ອນຮັບ ທ່ານເລຂາທິການໃຫຍ່ພັກ FLN ໄປຢ້ຽມຢາມຫວຽດນາມໃນໄວໆນີ້, ຜ່ານນັ້ນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງພັກ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອາເຊຣີ ເລິກເຊິ່ງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໃນຂອບເຂດການເຮັດວຽກ, ທັງສອງຝ່າຍຍັງໄດ້ຮ່ວມກັນທົບທວນຄືນມູນເຊື້ອຄວາມສາມັກຄີ ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາການຕໍ່ສູ້ປົດປ່ອຍຊາດ, ພ້ອມທັງເຫັນດີເປັນເອກະພາບກັນທີ່ຈະສືບຕໍ່ເສີມຂະຫຍາຍມໍລະດົກທາງປະຫວັດສາດນີ້ ໂດຍຜ່ານການເພີ່ມທະວີການແລກປ່ຽນລະຫວ່າງຮຸ່ນເຍົາວະຊົນ, ຂະຫຍາຍການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ກໍ່ຄືຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນໃນຕໍ່ໜ້າ.

ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງຊຸດເສືອຜ້າອາພອນຂອງຊາວເຜົ່າສ່ວນໜ້ອຍ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງຊຸດເສືອຜ້າອາພອນຂອງຊາວເຜົ່າສ່ວນໜ້ອຍ

ຍສໝ - ຫວ່າງແລ້ວນີ້, ຢູ່​ບ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ “ວິທີການ​ແກ້​ໄຂ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ຊຸດເສື້ອ​ຜ້າອາພອນ​ຂອງ​ບັນດາ​ເຜົ່າ ຫວຽດນາມ ​ໃນ​ປະຈຸ​ບັນ”.

ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ

ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ ແມ່ນກຸ່ມປູຊະນີຍະສະຖານວັດທະນະທຳປະຫວັດສາດພິເສດ ຕິດພັນກັບກຸງ ທັງລອງ - ຮ່າໂນ້ຍ. ກິດຈະກຳສະຖາປັດຕະຍະກຳທີ່ໃຫຍ່ໂຕນີ້ ຖືກກໍ່ສ້າງໃນຫຼາຍໄລຍະປະຫວັດ ແມ່ນປູຊະນີຍະສະຖານທີ່ສຳຄັນອັນດັບໜຶ່ງ ໃນລະບົບບັນດາປູຊະນີຍະສະຖານຢູ່ ຫວຽດນາມ. ຍ້ອນເຫດນັ້ນ ວຽກງານອະນຸລັກຮັກສາເສີມຂະຫຍາຍຄຸນຄ່າພະລາດຊະວັງ ທັງລອງ ຕ້ອງເຮັດແນວໃດໃຫ້ສົມກັບຂອບຂະໜາດຂອງມໍລະດົກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍຈາກອຳນາດການປົກຄອງນະຄອນຫຼວງ ຮ່າໂນ້ຍ ແລະ ວົງການນັກວິທະຍາສາດ ແລະ ບັນດາອົງການທີ່ກ່ຽວຂ້ອງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ