| “ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ | |
| ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ |
ຂໍ້ມູນຈາກ ຫ້ອງການທູດຝ່າຍການຄ້າ ຫວຽດນາມ ປະຈຳ ອາເຈນຕິນາ (ຄວບຕຳແໜ່ງ ຢູຣູກວາຍ ແລະ ປາຣາກວາຍ) ໃຫ້ຮູ້ວ່າ: ອີງຕາມຕົວເລກສະຖິຕິຂອງ ປາຣາກວາຍ, ພາຍໃນ 4 ເດືອນຕົ້ນປີ 2026, ມູນຄ່າການຄ້າທັງໝົດລະຫວ່າງ ຫວຽດນາມ - ປາຣາກວາຍ ບັນລຸໄດ້ປະມານ 93,18 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ໃນນັ້ນ, ປາຣາກວາຍ ສົ່ງອອກໄປຍັງ ຫວຽດນາມ ບັນລຸ 21,75 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຢ່າງແຂງແຮງເຖິງ 171,7%, ເຊິ່ງສ່ວນໃຫຍ່ແມ່ນສຸມໃສ່ບັນດາກຸ່ມສິນຄ້າວັດຖຸດິບ ຮັບໃຊ້ໃຫ້ແກ່ການຜະລິດ ເຊັ່ນ: ກາກຖົ່ວເຫຼືອງ, ຝ້າຍດິບ, ຜະລິດຕະພັນພິເສດຈາກຂະແໜງລ້ຽງສັດ ແລະ ອາຫານສັດ. ໃນທິດທາງກົງກັນຂ້າມ, ຫວຽດນາມ ສົ່ງອອກໄປຍັງ ປາຣາກວາຍ ບັນລຸ 71,43 ລ້ານໂດລາສະຫະລັດ, ໂດຍມີບັນດາລາຍການສິນຄ້າຕົ້ນຕໍ ລວມມີ: ໂທລະສັບສະຫຼາດ (Smartphone), ອຸປະກອນເອເລັກໂຕຣນິກ, ເກີບ ແລະ ສິນຄ້າບໍລິໂພກ.
ການເຄື່ອນໄຫວທາງດ້ານການຄ້າດັ່ງກ່າວ ສະແດງໃຫ້ເຫັນວ່າ ສອງຝ່າຍພວມກໍ່ສ້າງສາຍພົວພັນດ້ານການສະໜອງ - ຄວາມຕ້ອງການ (Supply - Demand) ທີ່ສອດຄ່ອງກັນ, ເມື່ອ ປາຣາກວາຍ ມີຄວາມສາມາດຕອບສະໜອງຄວາມຕ້ອງການດ້ານວັດຖຸດິບຂັ້ນຕົ້ນໃຫ້ແກ່ ຫວຽດນາມ, ສ່ວນ ຫວຽດນາມ ກໍມີທ່າແຮງບົ່ມຊ້ອນອັນຫຼາກຫຼາຍ ພາຍໃນການເປີດກວ້າງການສະໜອງຜະລິດຕະພັນອຸດສາຫະກຳ ແລະ ສິນຄ້າບໍລິໂພກ ຢູ່ທີ່ ປາຣາກວາຍ. ນີ້ແມ່ນພື້ນຖານອັນດີ ເພື່ອເປີດກວ້າງການເຊື່ອມຕໍ່ລະຫວ່າງວິສາຫະກິດ, ຊອກຫາໂອກາດການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດຕື່ມອີກ.
ເທິງພື້ນຖານດັ່ງກ່າວ, ຫ້ອງການທູດຝ່າຍການຄ້າ ຫວຽດນາມ ປະຈຳ ອາເຈນຕິນາ (ຄວບຕຳແໜ່ງ ຢູຣູກວາຍ ແລະ ປາຣາກວາຍ) ໄດ້ມີການພົບປະແລກປ່ຽນກັບ ຕາງໜ້າວິສາຫະກິດ ປາຣາກວາຍ ທີ່ເຄື່ອນໄຫວພາຍໃນຂົງເຂດໃຫ້ຄຳປຶກສາທາງດ້ານການຄ້າ, ການຊຸກຍູ້ການລົງທຶນ ແລະ ການເຊື່ອມຕໍ່ວິສາຫະກິດ ຢູ່ທີ່ ປາຣາກວາຍ ແລະ ເຂດອາເມລິກາໃຕ້ ແນໃສ່ຊອກຫາຄວາມສາມາດພາຍໃນການປະສານສົມທົບ ເພື່ອຊ່ວຍເຫຼືອວິສາຫະກິດ ຫວຽດນາມ ເຂົ້າເຖິງຕະຫຼາດ ປາຣາກວາຍ ກໍຄື ການຂຸດຄົ້ນເຄືອຂ່າຍຄູ່ຮ່ວມມືທ້ອງຖິ່ນຢ່າງມີປະສິດທິຜົນ.
![]() |
| ຕາງໜ້າຫ້ອງການທູດຝ່າຍການຄ້າ ຫວຽດນາມ ປະຈຳ ອາເຈນຕິນາ (ຄວບຕຳແໜ່ງ ຢູຣູກວາຍ ແລະ ປາຣາກວາຍ) ແລະ ຄູ່ຮ່ວມງານ ຢູ່ທີ່ການພົບປະເຮັດວຽກ. |
ຢູ່ທີ່ການພົບປະເຮັດວຽກ, ຝ່າຍວິສາຫະກິດໄດ້ແນະນຳກ່ຽວກັບຂະບວນການຕະຫຼອດຫຼາຍປີ ພາຍໃນການກໍ່ສ້າງເຄືອຂ່າຍການເຄື່ອນໄຫວຢູ່ ປາຣາກວາຍ, ພ້ອມທັງໃຫ້ຮູ້ວ່າ ໄດ້ພັດທະນາສາຍພົວພັນກັບບັນດາອົງການຈັດຕັ້ງຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ສະມາຄົມວິສາຫະກິດ ແລະ ຂົງເຂດເອກະຊົນ. ຄູ່ຮ່ວມງານໄດ້ສະແດງຄວາມມຸ່ງຫວັງ ຢາກປະສານສົມທົບ ເພື່ອຊ່ວຍເຫຼືອວິສາຫະກິດສອງປະເທດ ຊອກຫາຄູ່ຮ່ວມມືທີ່ສອດຄ່ອງ, ຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າ ແລະ ເປີດກວ້າງການລົງທຶນ.
ສອງຝ່າຍໄດ້ມີການແລກປ່ຽນກ່ຽວກັບທ່າແຮງຂອງ ປາຣາກວາຍ ພາຍໃນບົດບາດເປັນສູນກາງເຊື່ອມຕໍ່ Logistics ຂອງເຂດອາເມລິກາໃຕ້. ຕາມຝ່າຍວິສາຫະກິດແລ້ວ, ບັນດາໂຄງການໂຄງລ່າງພື້ນຖານ ທີ່ພວມໄດ້ຮັບການຜັນຂະຫຍາຍ ເຊັ່ນ: ເສັ້ນທາງລົດໄຟ Asunción - Luque, ການເຊື່ອມຕໍ່ Encarnación - Posadas ແລະ ແລວທາງຊີວະພາບ (Ruta Bioceánica) ຈະປະກອບສ່ວນປັບປຸງຂີດຄວາມສາມາດໃນການຂົນສົ່ງ, ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານໂລຈິສຕິກ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້າ ລະຫວ່າງ ປາຣາກວາຍ ກັບບັນດາຕະຫຼາດພາຍໃນພາກພື້ນ.
ໂດຍສະເພາະແມ່ນ ດ້ວຍທ່າແຮງທາງດ້ານການຜະລິດກະສິກຳ, ປາຣາກວາຍ ມີຄວາມສາມາດສະໜອງສິນຄ້າກຸ່ມວັດຖຸດິບອັນຫຼາກຫຼາຍ ທີ່ຫວຽດນາມ ພວມມີຄວາມຕ້ອງການນຳເຂົ້າ. ຝ່າຍວິສາຫະກິດໃຫ້ຮູ້ວ່າ ຈະສາມາດຊ່ວຍເຫຼືອເຊື່ອມຕໍ່ບັນດາຜູ້ສະໜອງສາລີ, ຖົ່ວເຫຼືອງ ແລະ ຜະລິດຕະພັນພິເສດ ຈາກຂະແໜງກະສິກຳ, ການລ້ຽງສັດຂອງ ປາຣາກວາຍ ກໍຄື ອາເຈນຕິນາ ເພື່ອຮັບໃຊ້ໃຫ້ແກ່ຄວາມຕ້ອງການການຜະລິດພາຍໃນປະເທດຂອງ ຫວຽດນາມ.
ນອກຈາກນັ້ນ, ຄູ່ຮ່ວມງານກໍມຸ່ງຫວັງຢາກຊອກຫາບັນດາວິສາຫະກິດ ຫວຽດນາມ ທີ່ມີຂີດຄວາມສາມາດໃນການສົ່ງອອກ ເພື່ອເປີດກວ້າງບັນຊີລາຍການສິນຄ້າສະໜອງໃຫ້ແກ່ຕະຫຼາດ ປາຣາກວາຍ, ໂດຍສະເພາະແມ່ນພາຍໃນຂົງເຂດ ເອເລັກໂຕຣນິກບໍລິໂພກ, ສິນຄ້າອຸດສາຫະກຳເບົາ, ອາຫານປຸງແຕ່ງ ແລະ ບັນດາຜະລິດຕະພັນທີ່ມີທ່າແຮງການແຂ່ງຂັນຂອງ ຫວຽດນາມ.
ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບຄວາມສາມາດພາຍໃນການຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ, ແນະນຳຄູ່ຮ່ວມມືທີ່ມີທ່າແຮງບົ່ມຊ້ອນ ແລະ ປະສານສົມທົບກັບບັນດາສະມາຄົມຂະແໜງສິນຄ້າ, ອົງການຈັດຕັ້ງທີ່ກ່ຽວຂ້ອງຢູ່ ປາຣາກວາຍ ແນໃສ່ຊ່ວຍເຫຼືອວິສາຫະກິດ ຫວຽດນາມ ຊອກຮູ້ຕະຫຼາດ, ກ້າວໄປຮອດການກໍ່ສ້າງສາຍພົວພັນຮ່ວມມືໃນໄລຍະຍາວ ເທື່ອລະກ້າວ.
ການພົບປະແລກປ່ຽນດັ່ງກ່າວ ໄດ້ເປີດທິດທາງການປະສານສົມທົບຢ່າງລະອຽດ ພາຍໃນການແບ່ງປັນຂໍ້ມູນຂ່າວສານຕະຫຼາດ, ເຊື່ອມຕໍ່ແຫຼ່ງສະໜອງ - ຄວາມຕ້ອງການ ແລະ ຊ່ວຍເຫຼືອວິສາຫະກິດສອງປະເທດ ເຂົ້າເຖິງບັນດາກໂອກາດທາງດ້ານທຸລະກິດໃໝ່ໆ, ປະກອບສ່ວນຊຸກຍູ້ສາຍພົວພັນທາງດ້ານການຄ້າ ຫວຽດນາມ - ປາຣາກວາຍ ໃນໄລຍະຈະມາເຖິງ.
| ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ ຍສໝ - ຫວຽດນາມ ແລະ ສິງກະໂປ ໄດ້ຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນຢ່າງເປັນທາງການ, ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນຂາຍຍ່ອຍ ລະຫວ່າງ ສອງປະເທດ. ການບໍລິການດັ່ງກ່າວ ໄດ້ຮັບການຄາດຫວັງວ່າຈະຊຸກຍູ້ການຄ້າ, ການທ່ອງທ່ຽວ, ເສດຖະກິດດິຈິຕອນ, ໃນຂະນະດຽວກັນ ກໍນຳມາເຊິ່ງປະສົບການການຊຳລະເງິນທີ່ວ່ອງໄວ, ສະດວກສະບາຍ ແລະ ມີຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້. |
| ກະຊວງອຸດສາຫະກຳ ແລະ ການຄ້າ ຜັນຂະຫຍາຍ 25 “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ໃນທົ່ວປະເທດ ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ຮ້ານຄ້າທຳອິດ ພາຍໃຕ້ໂຄງການ “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ປະຈຳປີ 2026 ທີ່ຜັນຂະຫຍາຍໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດໂຕຂຶ້ນຢ່າງເປັນທາງການຢູ່ ຮ່າໂນ້ຍ, ເຊິ່ງເປັນການເປີດສາກໃຫ້ແກ່ຊຸດຮ້ານຄ້າທັງໝົດ 25 ແຫ່ງ ທີ່ຈະຖືກຈັດຂຶ້ນພ້ອມກັນໃນທັງສາມພາກ. |
