ໃນຕອນບ່າຍວານນີ້ (15 ກໍລະກົດ), ຢູ່ທີ່ຫ້ອງວ່າການປົກຄອງແຂວງ ພະສີຫນຸ (Preah Sihanouk) (ຣາຊະອານາຈັກ ກຳປູເຈຍ), ຄະນະສະເພາະກິດ ແຂວງ ອານຢາງ (An Giang) (ຫວຽດນາມ) ໄດ້ຮ່ວມລົງນາມໃນບົດບັນທຶກ ກັບ ຄະນະສະເພາະກິດ ແຂວງ ພະສີຫນຸ (ກຳປູເຈຍ) ເພື່ອຮັບເອົາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈຳນວນ 3 ສະຫາຍ.
| ||
ທ່ານ ເລວັນເຟືອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະສະເພາະກິດ ແຂວງ ອານຢາງ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ທັງສອງຝ່າຍ ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສານງານກັນຢ່າງແໜ້ນແຟ້ນ ແລະ ສ້າງທຸກເງື່ອນໄຂອັນສະດວກສະບາຍ ເພື່ອໃຫ້ກຳລັງປະຕິບັດໜ້າທີ່ ສາມາດຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍອັດຖິວິລະຊົນທີ່ຍັງເຫຼືອຢູ່ໃນພື້ນທີ່, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ "ບັ້ນຮົບສູງສຸດ 500 ວັນ ແລະ ຄືນ ຊອກຫາ, ຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ" ຢ່າງມີປະສິດທິຜົນ. ນັບຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດສັນຍາ ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານກຳປູເຈຍ ກ່ຽວກັບວຽກງານຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ສົ່ງອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ (ປີ 2000) ເປັນຕົ້ນມາ, ກອງ K92 ສາມາດຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ສົ່ງອັດຖິກັບຄືນປະເທດໄດ້ທັງໝົດ 2.178 ສະຫາຍ ຢູ່ພາຍໃນຂອບເຂດບັນດາແຂວງ ພະສີຫນຸ, ກຳປົດ, ເກາະກົງ ແລະ ແກບ.
ທາງຝ່າຍ ທ່ານ ຊົກພາບ, ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ແຂວງ ພະສີຫນຸ, ໄດ້ຢືນຢັນວ່າ ແຂວງ ພະສີຫນຸ ຈະສືບຕໍ່ຊີ້ນຳບັນດາອົງການຈັດຕັ້ງວິຊາສະເພາະ, ກຳລັງປະກອບອາວຸດ ແລະ ອຳນາດການປົກຄອງທ້ອງຖິ່ນ ປະສານງານຢ່າງແໜ້ນແຟ້ນ ກັບ ຄະນະສະເພາະກິດ ແຂວງ ອານຢາງ, ຕັ້ງໜ້າສະໜອງຂໍ້ມູນຂ່າວສານ ແລະ ສະໜັບສະໜູນກຳລັງປະຕິບັດໜ້າທີ່ຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍອັດຖິ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບມູນເຊື້ອ ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ກໍ່ຄືລະຫວ່າງສອງແຂວງ ພະສີຫນຸ ແລະ ອານຢາງ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
| ຍົກເລີກ 'ບັດເຫຼືອງ' ຂອງ IUU: ອານຢາງ ມຸ່ງໝັ້ນທີ່ຈະຮັບປະກັນວ່າບໍ່ມີເຮືອປະມົງທີ່ມີ "ສາມຂໍ້ບໍ່" ໄດ້ອອກທະເລ. ຍສໝ - ອີງຕາມທ່ານ ເລຮຶວຕວານ, ຜູ້ອຳນວຍການພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ອານຢາງ, ແຂວງກຳລັງເຂັ້ມງວດການຄຸ້ມຄອງກອງເຮືອຫາປາໂດຍໃຊ້ເຕັກໂນໂລຢີດີຈີຕອນ, ກຳຈັດສະຖານະການເຮືອຫາປາ “ສາມຂໍ້ບໍ່” ທີ່ດຳເນີນງານຢູ່ໃນບໍລິເວນຫາປາ. |
| ອານຢາງ ພວມຍູ້ແຮງສຸດທ້າຍໃນການຕ້ານ IUU, ສືບຕໍ່ກວາດລ້າງການກະທຳຂອງກຳປັ່ນຫາປາທີ່ລະເມີດ. ຍສໝ - ການຄຸ້ມຄອງກຳປັ່ນຫາປາ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບ (IUU) ຢູ່ແຂວງ ອານຢາງ ພວມກ້າວເຂົ້າສູ່ໄລຍະສູງສຸດ. ການນຳແຂວງ ໄດ້ອອກຖະແຫຼງການຢ່າງໜັກແໜ້ນວ່າ: ເຂັ້ມງວດ ກວດກາບັນດາສະຖານທີ່ຈອດເຮືອປະມົງ ຂາດເງື່ອນໄຂທີ່ຈຳເປັນ, ໃຫ້ສຳເລັດການຂຶ້ນທະບຽນ, ອອກໃບອະນຸຍາດໃຫ້ສຳເລັດພາຍໃນວັນທີ 5 ມັງກອນ 2026 ເພື່ອຮັດແໜ້ນລະບຽບວິໄນ, ກະກຽມການລາຍງານຂໍ້ມູນຂັ້ນສຸດທ້າຍ. |
ແທັງຮັ່ງ
