| ທ່ານ ເອກອັກຄະລັດຖະທູດ ປາເລັສຕິນ Saadi Salama ຮັບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ" | |
| ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ |
ວັນທີ 16 ກໍລະກົດ, ຢູ່ທີ່ນະຄອນໂຮ່ຈີມິນ, ກົມໃຫຍ່ທ່ອງທ່ຽວ ສິງກະໂປ (Singapore Tourism Board – STB) ແລະ Traveloka (ແພລດຟອມເຕັກໂນໂລຊີການທ່ອງທ່ຽວແບບຄົບວົງຈອນຊັ້ນນໍາໃນເອເຊຍຕາເວັນອອກສ່ຽງໃຕ້) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ແນໃສ່ໂຄສະນາ ສິງກະໂປ ໃຫ້ເປັນຈຸດໝາຍປາຍທາງບຸລິມະສິດ ສໍາລັບນັກທ່ອງທ່ຽວຢູ່ 5 ຕະຫຼາດແຫຼ່ງທ່ອງທ່ຽວຕົ້ນທາງທີ່ສໍາຄັນ, ລວມມີ: ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ອົດສະຕຣາລີ.
![]() |
| ທ່ານນາງ Melissa Ow, ຜູ້ອຳນວຍການກົມໃຫຍ່ທ່ອງທ່ຽວ ສິງກະໂປ, ແລະ ທ່ານ Albert Zhang, ຜູ້ຮ່ວມກໍ່ຕັ້ງ Traveloka, ຮ່ວມຖ່າຍພາບທີ່ລະນຶກ ຢູ່ທີ່ພິທີລົງນາມ. |
ສິງກະໂປ ແມ່ນໜຶ່ງໃນຕະຫຼາດນັກທ່ອງທ່ຽວສາກົນທີ່ສໍາຄັນຂອງ ຫວຽດນາມ, ທັງເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວ ຫວຽດນາມ ໃຫ້ຄວາມນິຍົມເປັນພິເສດ. ຂໍ້ມູນຈາກ Traveloka ສະແດງໃຫ້ເຫັນວ່າ ສິງກະໂປ ຍັງຄົງນອນຢູ່ໃນກຸ່ມຈຸດໝາຍປາຍທາງສາກົນທີ່ມີການຄົ້ນຫາຫຼາຍທີ່ສຸດ, ໂດຍຄວາມຕ້ອງການຈອງບໍລິການ ແລະ ລະດັບການໃຊ້ຈ່າຍຂອງນັກທ່ອງທ່ຽວ ຫວຽດນາມ ລ້ວນແຕ່ມີທ່າອ່ຽງເພີ່ມຂຶ້ນ. ຂໍ້ຕົກລົງໃນຄັ້ງນີ້ ແມ່ນການສືບຕໍ່ສາຍພົວພັນຮ່ວມມືອັນຍາວນານລະຫວ່າງສອງຝ່າຍ ຜ່ານບັນດາຂໍ້ຕົກລົງທີ່ໄດ້ລົງນາມກັນໃນເດືອນເມສາ 2019, ເດືອນພຶດສະພາ 2022 ແລະ ເດືອນມັງກອນ 2024.
ອີງຕາມຂໍ້ຕົກລົງດັ່ງກ່າວ, STB ແລະ Traveloka ຈະປະສານສົມທົບກັນຜັນຂະຫຍາຍ 4 ກຸ່ມເຄື່ອນໄຫວຕົ້ນຕໍ, ລວມມີ: ອການໂຄສະນາຮ່ວມກັນ (Co-branding campaigns): ເພື່ອໂຄສະນາ ສິງກະໂປ ບົນແພລດຟອມຂອງ Traveloka, ການສ້າງເນື້ອຫາສ້າງແຮງບັນດານໃຈ: ກ່ຽວກັບຈຸດໝາຍປາຍທາງ, ຊ່ວຍໃຫ້ນັກທ່ອງທ່ຽວໄດ້ຄົ້ນພົບປະສົບການອັນໂດດເດັ່ນຢູ່ ສິງກະໂປ, ການຜັນຂະຫຍາຍການເຄື່ອນໄຫວໂຄສະນາ: ຕິດພັນກັບລະບົບກິດຈະກຳ ແລະ ເຫດການອັນຟົດຟື້ນຂອງ ສິງກະໂປ, ການແບ່ງປັນຂໍ້ມູນ: ແບ່ງປັນຂໍ້ມູນ ແລະ ຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທ່າອ່ຽງການທ່ອງທ່ຽວໃນຮູບແບບສັງລວມ (ຮັບປະກັນຄວາມເປັນສ່ວນຕົວ), ແນໃສ່ຊ່ວຍເຫຼືອ STB ພາຍໃນການເພີ່ມປະສິດທິພາບຂອງຍຸດທະສາດການໂຄສະນາເຜີຍແຜ່ ຢູ່ແຕ່ລະຕະຫຼາດແຫຼ່ງທ່ອງທ່ຽວຕົ້ນທາງ.
| Traveloka ແມ່ນແພລດຟອມເຕັກໂນໂລຊີການທ່ອງທ່ຽວແບບຄົບວົງຈອນຊັ້ນນຳໃນເອເຊຍຕາເວັນອອກສ່ຽງໃຕ້, ໂດຍໃຫ້ບໍລິການທີ່ຫຼາກຫຼາຍບົນແອັບພລິເຄຊັນດຽວ, ລວມມີ: ປີ້ຍົນ, ໂຮງແຮມ, ກິດຈະກຳການທ່ອງທ່ຽວ, ປະກັນໄພການທ່ອງທ່ຽວ ແລະ eSIM. Traveloka ໄດ້ຮັບການກໍ່ຕັ້ງຂຶ້ນໃນປີ 2012, ປັດຈຸບັນພວມເຄື່ອນໄຫວຢູ່ ອົດສະຕຣາລີ, ອິນໂດເນເຊຍ, ຍີ່ປຸ່ນ, ມາເລເຊຍ, ຟີລິບປິນ, ສິງກະໂປ, ສ. ເກົາຫຼີ, ໄທ ແລະ ຫວຽດນາມ. ນັບຕັ້ງແຕ່ເລີ່ມເຄື່ອນໄຫວຢູ່ ຫວຽດນາມ ໃນປີ 2015 ເປັນຕົ້ນມາ, Traveloka ໄດ້ມີຄວາມພະຍາຍາມໃນການສ້າງຕັ້ງ ແລະ ພັດທະນາລະບົບນິເວດແຫ່ງການຮ່ວມມື ລະຫວ່າງ ອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຄຸ້ມຄອງການທ່ອງທ່ຽວ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນຂະແໜງການນີ້. |
| “ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977 - 18/7/2026), ວັນທີ 16 ກໍລະກົດ, ຢູ່ທີ່ນະຄອນຫຼວງວຽງຈັນ, ຮູບເງົາເລື່ອງ "ຝົນແດງ" ໄດ້ຮັບການສາຍໃຫ້ແກ່ບັນດາອະດີດພະນັກງານ, ພະນັກງານຂອງບັນດາຄະນະພັກ, ກະຊວງ, ຂະແໜງການຂອງລາວໄດ້ຮັບຊົມ, ເຊິ່ງໄດ້ປະກອບສ່ວນເຜີຍແຜ່ບັນດາຄຸນຄ່າທາງດ້ານປະຫວັດສາດ, ... |
| ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ ຍສໝ - ຈັດຕັ້ງປະຕິບັດຕາມຄຳຊີ້ນຳຂອງລັດຖະບານຫວຽດນາມ ກ່ຽວກັບການຜັນຂະຫຍາຍ “ບັ້ນຮົບ 500 ວັນແລະຄືນ ຊຸກຍູ້ການຈັດຕັ້ງປະຕິບັດການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ”, ເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ (27 ກໍລະກົດ 1947 – 27 ກໍລະກົດ 2027), ສະຖານເອກອັກຄະລັດຖະທູດ ... |
