| ວັດທະນະທຳຊາ ຫວຽດນາມ ສ້າງຂີດໝາຍຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 | |
| ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ |
ຢູ່ທີ່ພິທີເຮັດວຽກ, ທ່ານລັດຖະມົນຕີຊ່ວຍວ່າການ ຕ້າກວາງດົງ ໄດ້ຕີລາຄ່ວາ, ໄລຍະເວລາຜ່ານມາ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືທາງດ້ານວັດທະນະທຳ, ສິລະປະ ລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ແມ່ນດຳເນີນໄປຢ່າງຟົດຟື້ນ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ. ເປັນຕົ້ນແມ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ – ເຢຍລະມັນ ຄົບຮອບ 50 ປີ (1975 – 2025), ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ບັນດາອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຂອງ ຫວຽດນາມ ແລະ ລັດ ເຮສເຊິນ ໄດ້ປະສານງານຈັດຕັ້ງໂຄງການຄອນເສີດດົນຕີ (concert) ຢູ່ທີ່ໂຮງລະຄອນ ໂຮ່ກຶອມ ແລະ ໂຮງລະຄອນນະຄອນ ໂຮ່ຈີມິນ. ເຫດການດັ່ງກ່າວ ໄດ້ດຶງດູດຜູ້ຊົມຊາວ ຫວຽດນາມ ຢ່າງຫຼວງຫຼາຍ.
![]() |
| ພາບລວມຂອງພິທີຕ້ອນຮັບ. (ພາບ: ກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) |
ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບຂອງ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານ ຄຳບິສ ກາວາມິ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ, ເປັນປະຈຳທຸກໆປີ, ລັດ ເຮສເຊິນ ຈະຈັດຕັ້ງງານເທສະການປະຈຳລັດ, ເຊິ່ງດຶງດູດຜູ້ເຂົ້າຮ່ວມປະມານໜຶ່ງລ້ານຄົນໃນແຕ່ລະປີ. ໃນປີ 2027, ທາງລັດ ເຮສເຊິນ ມີຄວາມມຸ່ງມາດປາດຖະໜາຢາກເຊື້ອເຊີນ ໂຮງລະຄອນຫຸ່ນກະບອກ ຫວຽດນາມ ເຂົ້າຮ່ວມການສະແດງ. ດ້ວຍການເຂົ້າຮ່ວມຢ່າງຫຼວງຫຼາຍຂອງບັນດາຄອບຄົວທີ່ພວມດຳລົງຊີວິດຢູ່ພາຍໃນລັດ, ງານເທສະການແມ່ນໄດ້ຮັບການມຸ່ງຫວັງວ່າ ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາບັນດາຄຸນຄ່າວັດທະນະທຳມູນເຊື້ອ, ເປັນຕົ້ນແມ່ນສິລະປະການສະແດງຫຸ່ນກະບອກນ້ຳ, ສົ່ງເຖິງມວນຊົນຊາວເຢຍລະມັນ. ທ່ານ ຄຳບິສ ກາວາມິ ໄດ້ຢັ້ງຢືນວ່າ ລັດ ເຮສເຊິນ ຈະສ້າງທຸກໆເງື່ອນໄຂທີ່ສະດວກສະບາຍ ແລະ ສະໜັບສະໜູນຊ່ວຍເຫຼືອຢ່າງສູງສຸດ ເພື່ອໃຫ້ບັນດານັກສິລະປິນ ຫວຽດນາມ ໄດ້ເຂົ້າຮ່ວມໂຄງການ.
ເນື່ອງໃນໂອກາດນີ້, ທາງຝ່າຍ ເຮສເຊິນ ໄດ້ແລກປ່ຽນກ່ຽວກັບບາງຂໍ້ຄິດລິເລີ່ມການຮ່ວມມື, ພົບປະແລກປ່ຽນວັດທະນະທຳ ທີ່ມຸ່ງຫວັງວ່າຈະຜັນຂະຫຍາຍພາຍໃນປີ 2027. ທ່ານລັດຖະມົນຕີຊ່ວຍວ່າການ ຕ້າກວາງດົງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບບັນດາຂໍ້ຄິດລິເລີ່ມເຫຼົ່ານີ້, ພ້ອມທັງສະເໜີໃຫ້ທາງຝ່າຍ ເຮສເຊິນ ຈົ່ງຮີບຮ້ອນແລກປ່ຽນ, ເປັນເອກະພາບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຜັນຂະຫຍາຍຈັດຕັ້ງການປະຕິບັດ.
ສະແດງຄວາມເຊື່ອໝັ້ນເຂົ້າໃນແງ່ຫວັງການຮ່ວມມືພາຍໃນໄລຍະເວລາຕໍ່ໄປ, ທ່ານ ຄຳບິສ ກາວາມິ ໄດ້ເນັ້ນໜັກວ່າ ວັດທະນະທຳຈະສືບຕໍ່ແມ່ນຂົວຕໍ່ອັນສຳຄັນ ປະກອບສ່ວນເພີ່ມທະວີສາຍພົວພັນ ຫວຽດນາມ – ເຢຍລະມັນ, ໃນຂະນະດຽວກັນ ກໍມຸ່ງຫວັງວ່າ ໂຮງລະຄອນຫຸ່ນກະບອກ ຫວຽດນາມ, ບັນດາຄະນະວັດທະນະທຳ ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ຈະກາຍເປັນທູດວັດທະນະທຳ, ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມ ແລະ ຂໍ້ຄວາມແຫ່ງຄວາມຜູກພັນລະຫວ່າງສອງປະເທດຊາດ.
| ຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ຄອບຄົວ ແລະ ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ ຍສໝ - ທ່ານນາຍົກລັດຖະມົນຕີ ມີຂໍ້ຕົກລົງສະບັບເລກທີ 1189/QĐ-TTg ລົງວັນທີ 2 ກໍລະກົດ 2026 ປະກາດໃຊ້ ແຜນການຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ. |
| ນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ຖະໜອມບຳລຸງສາຍພົວພັນມິດຕະພາບ ຈາກບັນດານາທີ່ຢູ່ແນວໜ້າ ຍສໝ - ພາຍໃນຂອບເຂດໂຄງການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ປີ 2026, ໃນຄ່ຳຄືນວັນທີ 4 ກໍລະກົດ ຢູ່ທີ່ແຂວງ ເຫງະອານ ໄດ້ມີການຈັດຕັ້ງງານເສວະນາ, ພົບປະແລກປ່ຽນ ພາຍໃຕ້ຫົວຂໍ້ "ມິດຕະພາບສະໜິດແໜ້ນ - ກ້າວເດີນຢ່າງໝັ້ນຄົງສູ່ອະນາຄົດ". ໂຄງການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ແບ່ງປັນບົດຮຽນວຽກງານເທົ່ານັ້ນ, ແຕ່ຍັງສືບຕໍ່ຢັ້ງຢືນເຖິງບົດບາດຂອງຮຸ່ນໜຸ່ມ ພາຍໃນການຮັກສາເສັ້ນຊາຍແດນສັນຕິພາບ, ຖະໜອມບຳລຸງສາຍພົວພັນຄວາມສາມັກຄີພິເສດ ... |
