ຂີດໝາຍ 47 ປີ ແຫ່ງວັນໄຊຊະນະການປະຕິວັດປະຊາຊົນ Sandino: ຊຸກຍູ້ການຮ່ວມມື ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ນິກາຣາກວາ

15:48 | 14/07/2026

ຍສໝ - ໃນວັນທີ 13 ກໍລະກົດ ຢູ່ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ ຈັດຕັ້ງການພົບປະມິດຕະພາບ ເພື່ອສະເຫຼີມສະຫຼອງວັນໄຊຊະນະການປະຕິວັດປະຊາຊົນ ຊານດິນິສຕາ ຄົບຮອບ 47 ປີ (19 ກໍລະກົດ 1979 - 19 ກໍລະກົດ 2026). ນີ້ແມ່ນຄັ້ງທຳອິດ ທີ່ທັງສອງອົງການຮ່ວມມືກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງດັ່ງກ່າວຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຂະຫຍາຍການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳລະຫວ່າງສອງປະເທດ.

ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ
ເສີມສ້າງຄວາມຮັກແພງພາສາຫວຽດນາມ ພາຍໃນດວງໃຈຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ

ເຂົ້າຮ່ວມການພົບປະມີ ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ທ່ານ Mario José Armengol Campos, ເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ; ພ້ອມດ້ວຍຕາງໜ້າບັນດາກົມ, ກະຊວງ, ຂະແໜງການຂັ້ນສູນກາງ, ອົງການຈັດຕັ້ງການເມືອງ - ສັງຄົມ, ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງມິດຕະພາບ, ສະມາຄົມ ແລະ ວິສາຫະກິດ; ບັນດາອະດີດເອກອັກຄະລັດຖະທູດ, ພະນັກງານທີ່ເຄີຍປະຕິບັດງານຢູ່ ນິກາຣາກວາ ຄຽງຄູ່ກັບບັນດາຜູ້ທີ່ມີຄວາມຮັກແພງປະເທດ ນິກາຣາກວາ.

ຂີດໝາຍ 47 ປີ ແຫ່ງວັນໄຊຊະນະການປະຕິວັດປະຊາຊົນ Sandino: ຊຸກຍູ້ການຮ່ວມມື ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ນິກາຣາກວາ
ບັນດາຜູ້ແທນຕິດຕາມຮັບຊົມວິດີໂອແນະນຳ ກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການປະຕິວັດ Sandino ແລະ ແນວໂຮມປົດປ່ອຍປະຊາຊົນ ຊານດິນິສຕາ. (ພາບ: ດິງຮວ່າ)

ຫວຽດນາມ - ນິກາຣາກວາ: ຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຈາກປະຫວັດສາດ

ກ່າວຄຳປາໄສຢູ່ທີ່ການພົບປະ, ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ເນັ້ນໜັກວ່າ, ວັນທີ 19 ກໍລະກົດ ປີ 1979 ໄດ້ສ້າງຂີດໝາຍແຫ່ງຈຸດລ້ຽວປະຫວັດສາດຂອງ ນິກາຣາກວາ, ເມື່ອປະຊາຊົນ ນິກາຣາກວາ ໄດ້ໂຄ່ນລົ້ມລະບອບຜະເດັດການ, ຕັດສິນຊະຕາກຳດ້ວຍຕົນເອງ ແລະ ເປີດສັງກາດໃໝ່ແຫ່ງເອກະລາດຂອງຊາດ, ອະທິປະໄຕແຫ່ງຊາດ, ຄວາມຍຸຕິທຳໃນສັງຄົມ ແລະ ຄວາມມຸ່ງຫວັງໃນການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ຕາມທ່ານ ດົ່ງຮຸຍເກືອງ ແລ້ວ, ໄຊຊະນະຂອງການປະຕິວັດປະຊາຊົນ ຊານດິນິສຕາ (Sandino) ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຕໍ່ກັບ ນິກາຣາກວາ, ທັງກາຍເປັນແຫຼ່ງປຸກລະດົມກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍປະຊາຊາດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ ຢູ່ເຂດ ອາເມລິກາ ລາຕິນ ກໍຄືໃນທົ່ວໂລກ.

ທ່ານຖືວ່າ, ຫວຽດນາມ ແລະ ນິກາຣາກວາ ເຖິງວ່າຈະຢູ່ຫ່າງໄກກັນທາງດ້ານພູມສາດ, ມີຄວາມແຕກຕ່າງກັນທາງດ້ານພາສາ, ແຕ່ກໍມີຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງທີ່ຖອດຖອນມາຈາກປະຫວັດສາດ.

ສອງປະຊາຊາດລ້ວນແຕ່ໄດ້ຜ່ານຜ່າບັນດາການຕໍ່ສູ້ອັນຍາວນານ, ທໍລະຫົດອົດທົນ ແລະ ເສຍສະຫຼະຊີບຢ່າງຫຼວງຫຼາຍ ເພື່ອຍາດເອົາເອກະລາດ, ເສລີພາບ ແລະ ສິດໃນການກຳນົດຊະຕາກຳຂອງຕົນເອງ.

ບັນດາບົດຮຽນທາງປະຫວັດສາດທີ່ມີຄວາມຄ້າຍຄືກັນ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຄຸນຄ່າຂອງສັນຕິພາບ ນັ້ນໄດ້ສ້າງເປັນພື້ນຖານທາງດ້ານຈິດໃຈອັນໜັກແໜ້ນ ໃຫ້ແກ່ຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຕະຫຼອດໄລຍະເກືອບເຄິ່ງສະຕະວັດທີ່ຜ່ານມາ.

ຂີດໝາຍ 47 ປີ ແຫ່ງວັນໄຊຊະນະການປະຕິວັດປະຊາຊົນ Sandino: ຊຸກຍູ້ການຮ່ວມມື ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ນິກາຣາກວາ
ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກ່າວຄຳປາໄສຢູ່ທີ່ການພົບປະ. (ພາບ: ດິງຮວ່າ)

ທ່ານຮອງປະທານ ດົ່ງຮຸຍເກືອງ ໄດ້ເນັ້ນຢ້ຳຄືນວ່າ, ທັນທີພາຍຫຼັງໄຊຊະນະຂອງການປະຕິວັດປະຊາຊົນ Sandino, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກ ທີ່ໄດ້ຮັບຮູ້ລັດຖະບານປະຕິວັດ ນິກາຣາກວາ ແລະ ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັບ ນິກາຣາກວາ. ໂດຍສະເພາະແມ່ນ ການຢ້ຽມຢາມເມືອງ Managua ຂອງອະດີດນາຍົກລັດຖະມົນຕີ ຟາມວັນດົ່ງ ໃນເດືອນກັນຍາ ປີ 1979, ພຽງແຕ່ບໍ່ກີ່ອາທິດພາຍຫຼັງວັນທີ່ການປະຕິວັດໄດ້ຮັບໄຊຊະນະ, ນັ້ນໄດ້ເປັນການວາງສີລາລຶກອັນໜັກແໜ້ນທຳອິດ ໃຫ້ແກ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ.

ຕາມທ່ານ ດົ່ງຮຸຍເກືອງ ແລ້ວ, ການຢ້ຽມຢາມຄັ້ງນັ້ນ ບໍ່ແມ່ນພຽງແຕ່ການເຄື່ອນໄຫວທາງການທູດທຳມະດາເທົ່ານັ້ນ, ແຕ່ຫາກຍັງແມ່ນ "ການຈັບມືຂອງບັນດາສະຫາຍ", ຢັ້ງຢືນເຖິງໄມຕີຈິດມິດຕະພາບທີ່ສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດ ແລະ ການຮ່ວມບ່າຮ່ວມໄຫຼ່ ຄຽງຂ້າງຊຶ່ງກັນແລະກັນ ລະຫວ່າງສອງປະເທດ ພາຍໃນບັນດາໄລຍະແຫ່ງການທົດສອບຂອງປະຫວັດສາດ.

ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ກັບບັນດາໝາກຜົນທີ່ ນິກາຣາກວາ ຍາດມາໄດ້ ທາງດ້ານເສດຖະກິດ - ສັງຄົມ ພາຍຫຼັງ 47 ປີ, ດ້ວຍທິດທາງການກຳນົດເອົາມະນຸດ ແລະ ປະຊາຊົນ ເປັນສູນກາງຂອງບັນດານະໂຍບາຍແຫ່ງການພັດທະນາ. ທ່ານເຊື່ອໝັ້ນວ່າ ປະຊາຊົນ ນິກາຣາກວາ ຈະສືບຕໍ່ຍາດໄດ້ບັນດາໝາກຜົນໃໝ່ ບົນເສັ້ນທາງແຫ່ງການພັດທະນາທີ່ຕົນເອງໄດ້ເລືອກເອົາ.

ທ່ານເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ Mario José Armengol Campos ໃຫ້ຮູ້ວ່າ, ວັນໄຊຊະນະການປະຕິວັດປະຊາຊົນ ຊານດິນິສຕາ ແມ່ນໝາກຜົນຂອງຂະບວນການຕໍ່ສູ້ອັນຍາວນານ, ຄວາມສາມັກຄີຂອງປະຊາຊົນ ແລະ ການເສຍສະຫຼະຊີບຂອງຊາວຜູ້ອອກແຮງງານ, ຊາວນາ, ແມ່ຍິງ, ນັກຮຽນນັກສຶກສາ, ເຍົາວະຊົນ ຄຽງຄູ່ກັບບັນດາກຳລັງການປະຕິວັດ ນິກາຣາກວາ.

ໄຊຊະນະໃນວັນທີ 19 ກໍລະກົດ ປີ 1979 ໄດ້ຍຸຕິລະບອບຜະເດັດການ ໂຊໂມຊາ (Somoza), ເປີດສັງກາດໃໝ່ໃຫ້ແກ່ ນິກາຣາກວາ ແລະ ປະກອບສ່ວນປຸກລະດົມບັນດາປະຊາຊາດ ທີ່ພວມຕໍ່ສູ້ເພື່ອເສລີພາບ, ເອກະລາດ, ຄວາມຍຸຕິທຳໃນສັງຄົມ ແລະ ສິດໃນການກຳນົດຊະຕາກຳຂອງຕົນເອງ.

ຂີດໝາຍ 47 ປີ ແຫ່ງວັນໄຊຊະນະການປະຕິວັດປະຊາຊົນ Sandino: ຊຸກຍູ້ການຮ່ວມມື ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ນິກາຣາກວາ
ທ່ານ Mario José Armengol Campos, ເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ ກ່າວຄຳປາໄສຢູ່ທີ່ການພົບປະ. (ພາບ: ດິງຮວ່າ)

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍມີຕຳແໜ່ງອັນພິເສດສຳລັບ ນິກາຣາກວາ. ສອງຊາດລ້ວນແຕ່ມີປະຫວັດສາດຮ່ວມກັນ ທີ່ໄດ້ຮັບການຫຼໍ່ຫຼອມດ້ວຍຈິດໃຈແຫ່ງການຕໍ່ສູ້ອັນທໍລະຫົດອົດທົນ, ການປົກປັກຮັກສາອະທິປະໄຕ, ຄວາມຮັກຊາດ ແລະ ຄວາມເຊື່ອໝັ້ນວ່າ ເອກະລາດຂອງຊາດ ແມ່ນສິດອັນສັກສິດ ທີ່ບໍ່ສາມາດລ່ວງລະເມີດໄດ້. ປະຊາຊົນ ນິກາຣາກວາ ຍາມໃດກໍຈົດຈຳການທີ່ ຫວຽດນາມ ໄດ້ຮັບຮູ້ລັດຖະບານປະຕິວັດ ນິກາຣາກວາ ຢ່າງວ່ອງໄວ ແລະ ການຢ້ຽມຢາມເມືອງ Managua ຂອງອະດີດນາຍົກລັດຖະມົນຕີ ຟາມວັນດົ່ງ ເຊິ່ງເປັນດັ່ງສັນຍະລັກແຫ່ງມິດຕະພາບອັນຈິງໃຈລະຫວ່າງສອງປະເທດ.

ພາຍໃນທົດສະວັດ 80 ຂອງສະຕະວັດທີ XX, ສາຍພົວພັນ ຫວຽດນາມ - ນິກາຣາກວາ ໄດ້ສືບຕໍ່ບັນທຶກບັນດາຂີດໝາຍອັນສຳຄັນ ເຊັ່ນ: ການເປີດອົງການຕາງໜ້າທາງການທູດ ຢູ່ທີ່ນະຄອນຫຼວງຂອງແຕ່ລະປະເທດ, ການຢ້ຽມຢາມ ຫວຽດນາມ ຂອງຜູ້ນຳ Daniel Ortega ແລະ ການກຳເນີດເກີດຂຶ້ນຂອງ ສະມາຄົມມິດຕະພາບ ຫວຽດນາມ - ນິກາຣາກວາ.

ຕາມທ່ານເອກອັກຄະລັດຖະທູດ Mario José Armengol Campos ແລ້ວ, ສາຍພົວພັນຂອງສອງປະເທດ ແມ່ນໄດ້ຮັບການສ້າງສາຂຶ້ນບົນພື້ນຖານຄວາມເຊື່ອໝັ້ນ, ການເຄົາລົບຊຶ່ງກັນແລະກັນ, ຈິດໃຈແຫ່ງຄວາມສາມັກຄີ, ການປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຄວາມມຸ່ງຫວັງຮ່ວມກັນ ຕໍ່ກັບໂລກທີ່ມີຄວາມຍຸຕິທຳ, ສົມດຸນ ແລະ ມີຫຼາຍຂົ້ວຫຼາຍຍິ່ງຂຶ້ນ.

ຊ່ອງທາງໃໝ່ສຳລັບການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນ

ທ່ານຮອງປະທານ ດົ່ງຮຸຍເກືອງ ໄດ້ຮັບຮູ້ວ່າ, ສະພາບການສາກົນພວມມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ກັບສະພາບການຄວາມໝັ້ນຄົງ, ການເມືອງທົ່ວໂລກ ແລະ ໄດ້ເຮັດໃຫ້ບັນດາປະເທດພວມພັດທະນາ ເຊັ່ນ ຫວຽດນາມ ແລະ ນິກາຣາກວາ ຕ້ອງປະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການອັນໃຫຍ່ຫຼວງ.

ຕາມທ່ານແລ້ວ, ສອງປະເທດທັງຕ້ອງທໍລະຫົດອົດທົນປົກປັກຮັກສາເອກະລາດ, ການກຸ້ມຕົນເອງ ແລະ ອະທິປະໄຕແຫ່ງຊາດ, ທັງຕ້ອງຊຸກຍູ້ໃຫ້ປະເທດຊາດຂະຫຍາຍຕົວຢ່າງວ່ອງໄວ ແລະ ຍືນຍົງ. ພາຍໃຕ້ສະພາບການດັ່ງກ່າວນັ້ນ, ຄວາມຮຽກຮ້ອງຕ້ອງການໃນການກຸ້ມຕົນເອງ, ການຮັດແໜ້ນກຳລັງແຮງພາຍໃນ, ການຫັນເປັນຫຼາກຫຼາຍ ແລະ ການເຮັດໃຫ້ສາຍພົວພັນສາກົນທີ່ມີອຸດົມການດຽວກັນມີເນື້ອໃນຕົວຈິງ ນັ້ນແມ່ນມີຄວາມໝາຍອັນສຳຄັນເປັນພິເສດ.

“ການທີ່ ສາທາລະນະລັດ ນິກາຣາກວາ ເປີດສະຖານເອກອັກຄະລັດຖະທູດຄືນໃໝ່ຢ່າງເປັນທາງການ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໃນປີ 2024 ແມ່ນຂີດໝາຍທີ່ມີຄວາມໝາຍອັນສຳຄັນ, ສ້າງເງື່ອນໄຂອັນສະດວກ ເພື່ອໃຫ້ພວກເຮົາຫັນປ່ຽນຄວາມເຊື່ອໝັ້ນທາງດ້ານການເມືອງອັນດີງາມ ໃຫ້ກາຍເປັນບັນດາແຜນງານຮ່ວມມືທີ່ເປັນຮູບປະທຳ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ”, ທ່ານ ດົ່ງຮຸຍເກືອງ ໄດ້ກ່າວ.

ຂີດໝາຍ 47 ປີ ແຫ່ງວັນໄຊຊະນະການປະຕິວັດປະຊາຊົນ Sandino: ຊຸກຍູ້ການຮ່ວມມື ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ນິກາຣາກວາ
ບັນດາຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກ. (ພາບ: ດິງຮວ່າ)

ຕາມທ່ານແລ້ວ, ສະຖານເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຮ່າໂນ້ຍ ກໍໄດ້ເປີດກວ້າງບັນດາຊ່ອງທາງໃໝ່ ໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນ; ເຊື່ອມຕໍ່ພາຍໃນຂົງເຂດວັດທະນະທຳ, ການສຶກສາ; ເພີ່ມທະວີສາຍພົວພັນລະຫວ່າງທ້ອງຖິ່ນ, ວົງການນັກວິຊາການ, ວິສາຫະກິດ ແລະ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ.

ດ້ວຍບົດບາດເປັນອົງການແກນນຳພາຍໃນວຽກງານການທູດປະຊາຊົນ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ປະສານສົມທົບຢ່າງແໜ້ນແຟ້ນກັບ ສະຖານເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ນິກາຣາກວາ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວອັນອຸດົມສົມບູນ, ຫຼາກຫຼາຍ ແລະ ເປັນຮູບປະທຳກວ່າເກົ່າ.

ບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະ ການເຕົ້າໂຮມກັນໃນຄັ້ງນີ້ ແມ່ນໄດ້ຮັບຄວາມມຸ່ງຫວັງວ່າ ຈະປະກອບສ່ວນເພີ່ມພູນຄູນສ້າງຄວາມຮັບຮູ້, ຄວາມເຊື່ອໝັ້ນ, ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ, ເຮັດໃຫ້ເນື້ອໃນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຫວຽດນາມ - ນິກາຣາກວາ ເລິກເຊິ່ງຍິ່ງຂຶ້ນ.

ທ່ານເອກອັກຄະລັດຖະທູດ Mario José Armengol Campos ໃຫ້ຮູ້ວ່າ, ພາຍໃນຊຸມປີມໍ່ໆມານີ້, ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ໄດ້ມີທ່າຂະຫຍາຍຕົວຢ່າງຕັ້ງໜ້າ. ຂໍ້ຕົກລົງຮ່ວມມືລະຫວ່າງ ພັກກອມມູນິດຫວຽດນາມ ແລະ ແນວໂຮມປົດປ່ອຍປະຊາຊົນ ຊານດິນິສຕາ (FSLN) ໄລຍະ 2020-2025 ໄດ້ປະກອບສ່ວນເພີ່ມທະວີການເຈລະຈາທາງດ້ານການເມືອງ, ການແລກປ່ຽນລະຫວ່າງສອງພັກ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການ ແລະ ຮັດແໜ້ນສາຍພົວພັນສອງຝ່າຍ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ການທີ່ ນິກາຣາກວາ ເປີດສະຖານເອກອັກຄະລັດຖະທູດຄືນໃໝ່ ຢູ່ທີ່ຮ່າໂນ້ຍ ໃນປີ 2024 ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານ ນິກາຣາກວາ ພາຍໃນການເພີ່ມທະວີສາຍພົວພັນກັບ ຫວຽດນາມ, ຮ່ວມເດີນທາງໄປກັບບັນດາແຜນງານຮ່ວມມື ແລະ ຮັກສາຄວາມຄົງຕົວອັນຍາວນານ ຂອງສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມສາມັກຄີລະຫວ່າງສອງປະເທດ.

ນິກາຣາກວາ ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ຢູ່ທີ່ບັນດາເວທີປາໄສຫຼາຍຝ່າຍ, ສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ການສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ຢູ່ເວທີສາກົນ. ທ່ານເອກອັກຄະລັດຖະທູດ ຕີລາຄາວ່າ ຫວຽດນາມ ແມ່ນກະບອກສຽງທີ່ມີຄວາມຮັບຜິດຊອບ, ມີອິດທິພົນຊື່ສຽງ ແລະ ມີລັກສະນະສ້າງສັນ ຕໍ່ກັບປະຊາຄົມສາກົນ.

“ມິດຕະພາບລະຫວ່າງ ນິກາຣາກວາ ແລະ ຫວຽດນາມ ບໍ່ພຽງແຕ່ແມ່ນເລື່ອງລາວໃນອະດີດເທົ່ານັ້ນ, ແຕ່ຫາກຍັງພວມໄດ້ຮັບການເພີ່ມພູນຄູນສ້າງ, ຂະຫຍາຍຕົວ ແລະ ມຸ່ງໄປສູ່ອະນາຄົດ”, ທ່ານເອກອັກຄະລັດຖະທູດ Mario José Armengol Campos ໄດ້ຢັ້ງຢືນ.

ຢູ່ທີ່ການພົບປະ, ບັນດາຜູ້ແທນໄດ້ຮັບຊົມວິດີໂອແນະນຳ ກ່ຽວກັບການປະຕິວັດປະຊາຊົນ ຊານດິນິສຕາ ແລະ ໝາກຜົນບາງດ້ານແຫ່ງການພັດທະນາເສດຖະກິດ - ສັງຄົມ, ໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ສະຫວັດດີການສັງຄົມຂອງ ນິກາຣາກວາ.

ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ - ຕັ້ງແຕ່ວັນທີ 26 ຫາ ວັນທີ 27 ພຶດສະພາ, ທ່ານນາງ ກຳມະການເອີຣົບ ຮັບຜິດຊອບວຽກງານວິສາຫະກິດເລີ່ມຕົ້ນໃໝ່, ການວິໄຈ ແລະ ນະວັດຕະກຳ Ekaterina Zaharieva ຈະມາຢ້ຽມຢາມ ຮ່າໂນ້ຍ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພາບເອີຣົບ ແລະ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ...

ຊຸກຍູ້ການຮ່ວມມື ຫວຽດນາມ-ອີຕາລີ ໃນຂົງເຂດຕໍ່ກຳປັ່ນເຕັກໂນໂລຊີສູງ ຊຸກຍູ້ການຮ່ວມມື ຫວຽດນາມ-ອີຕາລີ ໃນຂົງເຂດຕໍ່ກຳປັ່ນເຕັກໂນໂລຊີສູງ

ຍສໝ - ຕອນທ່ຽງວັນທີ 15 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບທ່ານ Marco Della Seta ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ ແລະການນຳກຸ່ມບໍລິສັດ Fincantieri, ແນໃສ່ແລກປ່ຽນກາລະໂອກາດຮ່ວມມືລົງທຶນໃນຂົງເຂດຕໍ່ກຳປັ່ນເຕັກໂນໂລຊີສູງຢູ່ ຫວຽດນາມ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ