| ຮັດແໜ້ນການຮ່ວມມື ຫວຽດນາມ - ລາວ ພາຍໃນວຽກງານຊາວຕ່າງດ້າວ | |
| ນາຍທະຫານໜຸ່ມ ຫວຽດນາມ - ລາວ ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ |
ພິທີສາຍຮູບເງົາໃນຄັ້ງນີ້ ແມ່ນຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ແລະ ບໍລິສັດ Star Telecom (Unitel).
ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ; ທ່ານ ຈັນສະໝອນ ຈັນຍາລາດ, ອະດີດກໍາມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານ ຈັນສີ ໂພສີຄໍາ, ອະດີດກໍາມະການກົມການເມືອງ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ລາວ; ພ້ອມດ້ວຍບັນດາກໍາມະການສູນກາງພັກ, ອະດີດກໍາມະການສູນກາງພັກ, ການນໍາ, ພະນັກງານຂອງບັນດາຄະນະພັກ, ກະຊວງ, ຂະແໜງການຂອງລາວ ແລະ ຕາງໜ້າບັນດາອົງການສື່ມວນຊົນ, ສໍານັກຂ່າວສານຂອງທັງສອງປະເທດ.
![]() |
| ພິທີສາຍຮູບເງົາເລື່ອງ "ຝົນແດງ" ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ. |
ກ່າວຄຳປາໄສຢູ່ທີ່ພິທີ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານປະຫວັດສາດ ຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ທີ່ໄດ້ຮັບການລົງນາມຮ່ວມກັນໃນປີ 1977. ນີ້ແມ່ນເອກະສານທີ່ມີຄວາມໝາຍຍຸດທະສາດ, ສ້າງພື້ນຖານທາງດ້ານການເມືອງ ແລະ ນິຕິກຳອັນສຳຄັນ ເພື່ອໃຫ້ສອງປະເທດບໍ່ຢຸດຢັ້ງໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ; ພ້ອມທັງສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ການຮ່ວມສຳພັນຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະແຫ່ງການພັດທະນາໃໝ່.
ຕາມທ່ານເອກອັກຄະລັດຖະທູດ ງວຽນມິງເຕິມ ແລ້ວ, ຮູບເງົາເລື່ອງ "ຝົນແດງ" ໄດ້ຖ່າຍທອດອອກມາດ້ວຍພາສາຮູບເງົາ ກ່ຽວກັບການຕໍ່ສູ້ປົກປັກຮັກສາກຳແພງເມືອງເກົ່າ ກວາງຈິ ຢ່າງພິລະອາດຫານ ຕະຫຼອດ 81 ວັນແລະຄືນ, ໂດຍຜ່ານນັ້ນ ໄດ້ຊ່ວຍໃຫ້ຄົນຮຸ່ນຫຼັງໃນປັດຈຸບັນ ມີຄວາມເຂົ້າໃຈ ແລະ ຈົດຈຳບຸນຄຸນຕໍ່ກັບຄວາມເສຍສະຫຼະອັນໃຫຍ່ຫຼວງຂອງບັນພະບຸລຸດຮຸ່ນກ່ອນໆ, ພ້ອມທັງຍົກສູງສະຕິຄວາມຮັບຜິດຊອບໃນການປົກປັກຮັກສາສັນຕິພາບ.
ການຈັດຕັ້ງສາຍຮູບເງົາເລື່ອງດັ່ງກ່າວຢູ່ທີ່ປະເທດ ລາວ ຍັງແມ່ນໜຶ່ງໃນບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ພາຍໃນຂົງເຂດວັດທະນະທຳ, ຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ຕ່າງປະເທດ. ໂດຍຜ່ານບັນດາເລື່ອງລາວທາງປະຫວັດສາດ ທີ່ໄດ້ຮັບການຖ່າຍທອດດ້ວຍສິລະປະຮູບເງົາ, ຜູ້ຊົມຂອງທັງສອງປະເທດ ຈະມີໂອກາດຕື່ມອີກໃນການຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄຸນຄ່າຂອງເອກະລາດ, ສັນຕິພາບ ແລະ ຄວາມເສຍສະຫຼະຂອງບັນດາຮຸ່ນຄົນຜູ້ມີຄຸນງາມຄວາມດີໃນອະດີດ.
![]() |
| ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. |
"ຝົນແດງ" ແມ່ນຜົນງານຮູບເງົາ ຫວຽດນາມ ທີ່ເຄີຍຍາດໄດ້ລາງວັນດອກບົວຄຳ ຢູ່ທີ່ງານມະໂຫລານຮູບເງົາ ຫວຽດນາມ ປະຈຳປີ 2025, ລາງວັນວ່າວສີຄຳ ປະຈຳປີ 2025 ແລະ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນຂອງວົງການຮູບເງົາ ຫວຽດນາມ ເຂົ້າຮ່ວມງານປະກາດລາງວັນ Oscar ຄັ້ງທີ 98.
ພິທີສາຍຮູບເງົາໃນຄັ້ງນີ້ ແມ່ນດຳເນີນໄປໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ, ໂດຍຜ່ານນັ້ນ ໄດ້ປະກອບສ່ວນເຮັດໃຫ້ບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ກາຍເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ, ເຜີຍແຜ່ຄຸນຄ່າແຫ່ງສັນຕິພາບ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ລະຫວ່າງ ຫວຽດນາມ - ລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
| ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຍສໝ - ດຳເນີນໄປເປັນເວລາ 2 ວັນ ຄືວັນທີ 9 ແລະ 10 ກໍລະກົດ ຢູ່ທີ່ແຂວງ ບໍລິຄຳໄຊ (ປະເທດລາວ) ແລະ ແຂວງ ເງ້ອານ (ປະເທດຫວຽດນາມ), ແຜນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ສືບຕໍ່ຢັ້ງຢືນບົດບາດອັນສຳຄັນຂອງວຽກງານການທູດປ້ອງກັນຊາດ, ... |
| ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026. |

