ຍສໝ - ເນື່ອງໃນໂອກາດທີ່ທ່ານ Guy Parmelin, ປະທານາທິບໍດີສະຫະພັນສະວິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະວິດ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 17-18/10, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕອບສຳພາດສື່ມວນຊົນກ່ຽວກັບບັນດາຜົນສຳເລັດທີ່ໂດດເດັ່ນ ແລະ ທິດທາງຊຸກຍູ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຕໍ່ໜ້າ.
ຍສໝ - ວັນທີ 19/10, ຢູ່ດຽນບຽນ, ຄະນະກຳມະການປະຊາຊົນແຂວງດຽນບຽນ ໄດ້ປະສານສົມທົບກັບແຂວງຢຸນນານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ຈັດກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ພາຍໃຕ້ຫົວຂໍ້ “ເຊື່ອມໂຍງທ້ອງຖິ່ນ - ສ້າງສັນຄວາມຈະເລີນຮຸ່ງເຮືອງ”, ໂດຍສຸມໃສ່ຊຸກຍູ້ການເຊື່ອມໂຍງໂຄງລ່າງພື້ນຖານການຄົມມະນາຄົມ, ພັດທະນາເສດຖະກິດດ່ານຊາຍແດນ ແລະ ສ້າງຕັ້ງຕ່ອງໂສ້ມູນຄ່າທີ່ເຊື່ອມໂຍງກັນລະຫວ່າງສາມທ້ອງຖິ່ນ.
ຍສໝ - ແຕ່ວັນທີ 12-18/10, ທ່ານ ບຸ່ຍ ວັນ ຫງິ, ເອກອັກຄະລັດຖະທູດຫວຽດນາມປະຈຳບຣາຊິນ ຄວບຕຳແໜ່ງປະຈຳຊູຣີນາມ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ຊູຣີນາມ, ພ້ອມທັງເຂົ້າພົບປະອຳລາບັນດາຜູ້ນຳຂອງປະເທດນີ້ ກ່ອນສິ້ນສຸດວາລະການປະຈຳການ. ການເດີນທາງເຮັດວຽກຄັ້ງນີ້ສຸມໃສ່ຂະຫຍາຍການຮ່ວມມືສອງຝ່າຍໃນຂົງເຂດກະສິກຳ, ນ້ຳມັນ ແລະ ອາຍແກັສ, ອຸດສາຫະກຳປຸງແຕ່ງ, ການຄ້າ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ຍສໝ - ວັນທີ 19/10, ຢູ່ນະຄອນຫຼວງ ດີລີ (ຕິມໍແລັດສະເຕ), ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ຕິມໍແລັດສະເຕ ໄດ້ມີການພົບປະເຮັດວຽກກັບທ່ານ Duílio Marino Gusmão Araújo da Silva, ຜູ້ອຳນວຍການບໍລິຫານອົງການສົ່ງເສີມການລົງທຶນ ແລະ ການສົ່ງອອກຕິມໍແລັດສະເຕ (TradeInvest), ເພື່ອແລກປ່ຽນບັນດາວິທີແກ້ໄຂໃນການຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເພີ່ມທະວີການເຊື່ອມໂຍງວິສາຫະກິດຂອງສອງປະເທດ.
ຍສໝ - ວັນທີ 17/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ໄດ້ຈັດລາຍການ “ການພົບປະແລກປ່ຽນລະຫວ່າງນັກທຸລະກິດ ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຫວຽດນາມ - ບຸນກາຣີ”, ເປີດໂອກາດໃຫ້ວິສາຫະກິດຂອງສອງປະເທດໄດ້ເຊື່ອມໂຍງ, ຊອກຫາຄູ່ຮ່ວມມື ແລະ ຂະຫຍາຍການຮ່ວມມືພາຍໃຕ້ຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ຕອນເຊົ້າວັນທີ 18/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເປັນສັກຂີພິຍານໃນພິທີລົງນາມສັນຍາການຄ້າເສລີລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA), ເປັນຂີດໝາຍແຫ່ງບາດກ້າວພັດທະນາທີ່ສຳຄັນໃນສາຍພົວພັນການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ.
ຍສໝ - ຕອນເຊົ້າວັນທີ 18/10, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ເລ ແມ້ງ ຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ແທນຈາກ 4 ປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA) ໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ - EFTA (VEFTA). ຄາດວ່າສັນຍາດັ່ງກ່າວຈະຊ່ວຍຂະຫຍາຍຕະຫຼາດສົ່ງອອກ, ດຶງດູດການລົງທຶນຄຸນນະພາບສູງ ແລະ ຊຸກຍູ້ການຮ່ວມມືທາງເສດຖະກິດລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືເອີຣົບ.
ຍສໝ - ຄຽງຄູ່ກັບບັນດາມາດຕະການເພີ່ມທະວີການຮ່ວມມືຕ້ານ, ປາບປາມອາຊະຍາກຳ ແລະ ການປະຕິບັດໂທດທາງອາຊາ, ບັນຫາການຜ່ອນຜັນນະໂຍບາຍວີຊາ ແລະ ການຮັບເອົາແຮງງານຫວຽດນາມ ໄດ້ຖືກຄະນະຜູ້ແທນລະດັບສູງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ກະຊວງຍຸຕິທຳ ສາທາລະນະລັດ ເຊັກ ນຳມາປຶກສາຫາລືຢ່າງຕັ້ງໜ້າ ໃນກອງປະຊຸມເຮັດວຽກເມື່ອບໍ່ດົນມານີ້.
ຍສໝ - ເຫດການ ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ ທີ່ຈັດຂຶ້ນໃນວັນທີ 13/10 ຢູ່ ອາໂອຕຣິດ (Austria) ແມ່ນຂົວຕໍ່ທີ່ສຳຄັນ ຊ່ວຍໃຫ້ບັນດາອົງການຄຸ້ມຄອງ ແລະ ວິສາຫະກິດທ່ອງທ່ຽວຂອງສອງປະເທດ ໄດ້ພົບປະ, ເພີ່ມທະວີການເຊື່ອມໂຍງຈຸດໝາຍປາຍທາງ ແລະ ຂຸດຄົ້ນທ່າແຮງການທ່ອງທ່ຽວສອງຝ່າຍ ຢ່າງມີປະສິດທິຜົນ.
ຍສໝ - ວັນທີ 14 ຕຸລາ, ທີ່ນະຄອນຫຼວງ ດິລີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕີມໍແລັດສະເຕ, ຟ້າມບິ່ງດ່າມ ໄດ້ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດ ຂອງປະເທດເຈົ້າພາບ, ທ່ານນາງ Maria Fernanda Lay. ການພົບປະເຮັດວຽກໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບວິວັດທະນາການຮັບຮອງເອົາສັນຍາຍົກເວັ້ນວີຊາ, ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການແບ່ງປັນບົດຮຽນດ້ານນິຕິບັນຍັດ ແລະ ສະໜັບສະໜູນຊຶ່ງກັນແລະກັນ ຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ.
ຍສໝ - ຕາມທ່ານ Ivo Sieber, ສະມາຊິກເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ແລ້ວ, ຄວາມໄວ້ວາງໃຈ ແລະ ລັກສະນະການເສີມຈຸດແຂງໃຫ້ແກ່ກັນລະຫວ່າງສອງເສດຖະກິດ ແມ່ນພື້ນຖານສຳຄັນໃນການຊຸກຍູ້ສາຍພົວພັນສອງຝ່າຍ. ການລົງນາມໃນສັນຍາການຄ້າເສລີຫວຽດນາມ - EFTA ຖືກຄາດຫວັງວ່າຈະຂະຫຍາຍໂອກາດດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ການເງິນ ແລະ ນະວັດຕະກຳ.
ຍສໝ - ຕອນບ່າຍວັນທີ 17/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຈລະຈາກັບທ່ານ Guy Parmelin, ປະທານປະເທດສະວິດ, ໂດຍໄດ້ເຫັນດີຮ່ວມກັນກ່ຽວກັບບັນດາທິດທາງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ.
ຍສໝ - ແຕ່ວັນທີ 19-24/10, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເດີນທາງຢ້ຽມຢາມຂັ້ນລັດຖະກິດລາຊະອານາຈັກເດນມາກ, ຢ້ຽມຢາມຢ່າງເປັນທາງການສະຫະພາບເອີຣົບ (EU) ແລະ ລາຊະອານາຈັກແບນຊິກ. ຕາມທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນການເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຍົກລະດັບສາຍພົວພັນກັບບັນດາຄູ່ຮ່ວມມືເອີຣົບ, ພ້ອມທັງຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາທີ່ຍືນຍົງ.
ຍສໝ - ໃນຂອບກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18, ທ່ານ Rajpal Singh, ເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ ຢືນຢັນວ່າ ສິງກະໂປພ້ອມແບ່ງປັນປະສົບການດ້ານການພັດທະນາທ່າເຮືອທະເລ, ລະບົບຕ່ອງໂສ້ສະໜອງ ແລະ ເພີ່ມທະວີການຮ່ວມມືດ້ານການເດີນເຮືອທາງທະເລກັບຫວຽດນາມ.
ຍສໝ - ຕອນບ່າຍວັນທີ 15/10, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Ville Tapani Tavio, ລັດຖະມົນຕີການຄ້າຕ່າງປະເທດ ແລະ ການພັດທະນາແຟງລັງ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 15-16/10/2026. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຂະຫຍາຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການຄ້າ, ການລົງທຶນ ແລະ ເສດຖະກິດສີຂຽວ ພາຍໃຕ້ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ.
ຍສໝ - ວັນທີ 15/10, ພະແນກສຶກສາ ແລະ ກິລາແຂວງດຽນບຽນ ໄດ້ຈັດພິທີເປີດຫຼັກສູດຮຽນພາສາຫວຽດນາມ ສົກຮຽນ 2026-2027 ໃຫ້ແກ່ນັກສຶກສາລາວ 80 ຄົນ ທີ່ມາຈາກ 4 ແຂວງພາກເໜືອຂອງລາວ. ໃນໂອກາດດຽວກັນນີ້, ແຂວງຍັງໄດ້ສະຫຼຸບໂຄງການບຳລຸງຄວາມຮູ້ວິຊາຊີບ, ຝຶກອົບຮົມ ແລະ ລົງສຶກສາພາກປະຕິບັດຢູ່ຮາກຖານ ໃຫ້ແກ່ພະນັກງານ, ລັດຖະກອນ ແລະ ພະນັກງານວິຊາຊີບ 14 ຄົນ ຈາກສອງແຂວງອຸດົມໄຊ ແລະ ຜົ້ງສາລີ.
ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
ຍສໝ - ຕອນບ່າຍວັນທີ 14/10, ທີ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ - ລາວ, ເລັ່ງລັດບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ກະກຽມບັນດາກິດຈະກຳລະນຶກເຖິງສາຍພົວພັນລະຫວ່າງສອງປະເທດໃນປີ 2027.
ຍສໝ - ວັນທີ 14/10, ທີ່ບັກນິງ, ກະຊວງພາຍໃນ ໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນບັກນິງ ຈັດກອງປະຊຸມຝຶກອົບຮົມເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານຂັ້ນຮາກຖານ ກ່ຽວກັບວຽກງານສົ່ງແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ. ທ່ານ ຫວູ ຈຽນ ຖັງ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປ່ຽນຈຸດສຸມຈາກຈຳນວນໄປສູ່ຄຸນນະພາບແຮງງານ, ເພີ່ມທະວີການຝຶກວິຊາຊີບ, ສ້າງຄວາມໂປ່ງໃສດ້ານຂໍ້ມູນ ແລະ ເຊື່ອມຕໍ່ຕະຫຼາດແຮງງານພາຍໃນປະເທດກັບສາກົນ.
ຍສໝ - ແຕ່ວັນທີ 14-16/10, ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລາວ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີການຮ່ວມມືລະຫວ່າງສອງພັກ ແລະ ຊຸກຍູ້ສາຍພົວພັນພິເສດ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ.
ຍສໝ - ເສັ້ນທາງບິນເຊື່ອມຕໍ່ນະຄອນຫຼວງຂອງ ສາທາລະນະລັດ ເຊັກ ກັບ ຮ່າໂນ້ຍ (ແວ່ພັກທີ່ ອັນມາຕີ, ກາຊັກສະຖານ) ຖືກຄາດຫວັງວ່າຈະເປັນກຳລັງຂັບເຄື່ອນເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ.
ຍສໝ - ຕອນບ່າຍວັນທີ 13/10, ທີ່ສຳນັກງານສູນກາງພັກ, ສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຕ້ອນຮັບຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ແກ້ວວິສຸກ ໂສລາພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ເປັນຫົວໜ້າຄະນະ, ໃນໂອກາດທີ່ຄະນະເດີນທາງມາຫວຽດນາມເພື່ອຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ. ໃນການຕ້ອນຮັບ, ສະຫາຍ ເຈິ່ນ ເກິມ ຕູ໋ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາການເສີມສ້າງ, ພັດທະນາສາຍພົວພັນພິເສດກັບລາວ ເປັນບູລິມະສິດສູງສຸດ.
ຍສໝ - ກະຊວງສຶກສາທິການ ແລະ ກິລາ ສົມທົບກັບ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ໂອຊາກາ ຈັດການພົບປະບັນດາປັນຍາຊົນ, ຜູ້ຊ່ຽວຊານ ແລະ ນັກສຶກສາ ຢູ່ ຄັນໄຊ, ເພື່ອເສີມຂະຫຍາຍແຫຼ່ງກຳລັງປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ຮັບໃຊ້ການພັດທະນາວິທະຍາສາດ - ເຕັກໂນໂລຊີ ຂອງປະເທດຊາດ.
ເປີດບູດງານຢູ່ທີ່ ຕະຫຼາດເນື້ອຫາ ແລະ ຮູບເງົາອາຊີ (ACFM), ສະມາຄົມສົ່ງເສີມການພັດທະນາຮູບເງົາຫວຽດນາມ (VFDA) ເນັ້ນໃສ່ການໂຄສະນາທ່າແຮງດ້ານສາກທັດ, ດັດຊະນີ PAI ແລະ ຂະຫຍາຍການເຊື່ອມໂຍງກັບບັນດານັກຮູບເງົາທົ່ວໂລກ.
ຍສໝ - ວັນທີ 13/10, ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຟານ ວັນ ຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດ ແລະ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ປີ 2027.
ຍສໝ - ວັນທີ 13/10, ທີ່ສຳນັກງານລັດຖະບານ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໃນໂອກາດຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການຕ້ອນຮັບ, ສອງຝ່າຍໄດ້ຢືນຢັນບົດບາດສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມສ້າງສາຍພົວພັນພິເສດ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ.
ຍສໝ - ວັນທີ 12/10, ທີ່ເມືອງໜອງບົກ, ແຂວງຄຳມ່ວນ (ລາວ), ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ຮ່ວມກັບບັນດາຄູ່ຮ່ວມມື ໄດ້ຈັດພິທີເລີ່ມຄືນໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອຫີນ ທີ່ມີມູນຄ່າການລົງທຶນລວມຄາດຄະເນປະມານ 492 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວຄາດວ່າຈະຊ່ວຍຊຸກຍູ້ການຮ່ວມມືດ້ານອຸດສາຫະກຳ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ລະຫວ່າງຫວຽດນາມ ແລະ ລາວ.
ຍສໝ - ຮັບບົດບາດເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ (ສປຊ) ວາລະ 2026-2028, ຫວຽດນາມ ຫາແຕ່ສຳເລັດວາລະກອງປະຊຸມສະໄໝສາມັນເທື່ອທີ 63 ຢ່າງຈົບງາມ. ພົ້ນເດັ່ນທີ່ສຸດໃນກອງປະຊຸມຄັ້ງນີ້ແມ່ນການທີ່ຄະນະຜູ້ແທນຫວຽດນາມ ໄດ້ສ້າງ ແລະ ເປັນປະທານໂດຍກົງໃນການອອກຖະແຫຼງການຮ່ວມກ່ຽວກັບການເຂົ້າເຖິງວັກຊີນ ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ເປັນການສະໜັບສະໜູນຮ່ວມຈາກ 42 ປະເທດ.
ຍສໝ - ວັນທີ 10/10/2026, ທີ່ສິງກະໂປ, ຄະນະປະສານງານປະຊາຄົມຊາວຫວຽດນາມຢູ່ສິງກະໂປ (VNAS) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V, ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ສົກປີ 2026-2028 ແລະ ຮັບຮອງທິດທາງການເຄື່ອນໄຫວໃໝ່, ໂດຍສຸມໃສ່ການເຊື່ອມໂຍງພູມປັນຍາ, ລະດົມແຫຼ່ງຊັບພະຍາກອນ ແລະ ສ້າງປະຊາຄົມຊາວຫວຽດນາມໃຫ້ພັດທະນາຢ່າງມີຄວາມເປັນມືອາຊີບ ແລະ ຍືນຍົງ.