ຫວຽດນາມ - ລາວ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2027

08:09 | 14/10/2026

ຍສໝ - ວັນທີ 13/10, ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຟານ ວັນ ຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດ ແລະ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ປີ 2027.

ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ເສີມສ້າງຄວາມຜູກພັນທາງຍຸດທະສາດ
ຫວຽດນາມ - ລາວ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2027
ສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ປະຕິບັດພິທີກວດແຖວກອງທະຫານກຽດຕິຍົດຂອງກອງທັບປະຊາຊົນຫວຽດນາມ ໃນພິທີຕ້ອນຮັບ.

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ຢ້ຽມຢາມຫວຽດນາມຢ່າງເປັນທາງການ, ພ້ອມທັງເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2026.

ໃນການເຈລະຈາ, ສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ເຫັນດີວ່າ ກະຊວງປ້ອງກັນປະເທດສອງປະເທດຈະສືບຕໍ່ເປັນເຈົ້າການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໃນໄລຍະຕໍ່ໜ້າ, ໂດຍສຸມໃສ່ຍົກສູງປະສິດທິຜົນຂອງບັນດາກົນໄກປຶກສາຫາລື, ການສົນທະນາ ແລະ ການປະສານສົມທົບໃນການຄຸ້ມຄອງ, ປົກປ້ອງຊາຍແດນ.

ສອງຝ່າຍຍັງເຫັນດີຊຸກຍູ້ການຮ່ວມມືໃນວຽກງານຊອກຫາ, ເກັບກູ້ ແລະ ນຳສົ່ງອັດຖິຂອງນັກຮົບພະລີຊີບຈາກກອງທັບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວໃນໄລຍະສົງຄາມຕ່າງໆ ກັບຄືນປະເທດ; ເພີ່ມທະວີການປະສານສົມທົບໃນຂົງເຂດອຸດສາຫະກຳປ້ອງກັນຊາດ ແລະ ຊຸກຍູ້ການປຶກສາຫາລື, ການຮ່ວມມືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ໂດຍສະເພາະ, ການນຳກະຊວງປ້ອງກັນປະເທດສອງປະເທດຍັງສືບຕໍ່ກຳນົດໃຫ້ການຝຶກອົບຮົມຊັບພະຍາກອນມະນຸດເປັນໜ້າທີ່ສຳຄັນທີ່ສຸດ, ມີຄວາມໝາຍທາງຍຸດທະສາດໃນໄລຍະຍາວ, ປະກອບສ່ວນເສີມສ້າງພື້ນຖານສາຍພົວພັນພິເສດລະຫວ່າງຫວຽດນາມ ແລະ ລາວ ເວົ້າລວມ, ລະຫວ່າງກອງທັບສອງປະເທດເວົ້າສະເພາະ.

ໃນໂອກາດນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ປີ 2027, ສ້າງພື້ນຖານໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາກິດຈະກຳປະສານສົມທົບໃນໄລຍະຕໍ່ໜ້າ.

ຫວຽດນາມ - ລາວ ແລກປ່ຽນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ ຫວຽດນາມ - ລາວ ແລກປ່ຽນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ
ຍສໝ -ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານການຮ່ວມມື 11 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ພາຍຫຼັງການເຈລະຈາ. ບັນດາເອກະສານດັ່ງກ່າວກວມເອົາຫຼາຍຂົງເຂດ, ນັບແຕ່ຄົມມະນາຄົມ, ການສຶກສາ, ຄວາມໝັ້ນຄົງທາງໄຊເບີ ໄປຈົນເຖິງການເງິນ, ພະລັງງານ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ.
ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ
ຍສໝ - ວັນທີ 9/10, ປ້ອມທະຫານຊາຍແດນ ຈ່ຽງເຕືອງ (ແຂວງເຊີນລາ, ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 213 (ແຂວງຫົວພັນ, ລາວ) ໄດ້ຈັດການລາດຕະເວນຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ແລກປ່ຽນສະພາບການຄວາມໝັ້ນຄົງໃນເຂດຊາຍແດນທີ່ຕິດຈອດກັນ, ປະກອບສ່ວນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ