ສະຫາຍ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ: ຫວຽດນາມຍາມໃດກໍໃຫ້ບູລິມະສິດສູງສຸດແກ່ສາຍພົວພັນກັບລາວ

23:50 | 14/10/2026

ຍສໝ - ຕອນບ່າຍວັນທີ 13/10, ທີ່ສຳນັກງານສູນກາງພັກ, ສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຕ້ອນຮັບຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ແກ້ວວິສຸກ ໂສລາພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ເປັນຫົວໜ້າຄະນະ, ໃນໂອກາດທີ່ຄະນະເດີນທາງມາຫວຽດນາມເພື່ອຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ. ໃນການຕ້ອນຮັບ, ສະຫາຍ ເຈິ່ນ ເກິມ ຕູ໋ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາການເສີມສ້າງ, ພັດທະນາສາຍພົວພັນພິເສດກັບລາວ ເປັນບູລິມະສິດສູງສຸດ.

ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ Vinachem ເລີ່ມຄືນໂຄງການຂຸດຄົ້ນເກືອຫີນ ມູນຄ່າ 492 ລ້ານໂດລາສະຫະລັດ ຢູ່ລາວ

ກ່າວຕ້ອນຮັບຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ເຈິ່ນ ເກິມ ຕູ໋ ໄດ້ປະເມີນວ່າ ໂຄງການຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ ແມ່ນກິດຈະກຳທີ່ມີຄວາມໝາຍຕົວຈິງ, ສ້າງເງື່ອນໄຂໃຫ້ພະນັກງານຂອງສອງພັກແບ່ງປັນບົດຮຽນ ແລະ ປະສົບການກ່ຽວກັບວຽກງານສ້າງພັກ, ສ້າງລະບົບການເມືອງ ແລະ ພັດທະນາປະເທດ.

ຕາມສະຫາຍ ເຈິ່ນ ເກິມ ຕູ໋ ແລ້ວ, ການຮັກສາບັນດາໂຄງການແລກປ່ຽນບົນຈິດໃຈແຫ່ງຄວາມໄວ້ວາງໃຈ ແລະ ເປີດກວ້າງ ບໍ່ພຽງແຕ່ຊ່ວຍໃຫ້ສອງຝ່າຍຮ່ວມກັນຄົ້ນຄວ້າບັນດາບັນຫາດ້ານທິດສະດີ ແລະ ພຶດຕິກຳຕົວຈິງເທົ່ານັ້ນ, ແຕ່ຍັງປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມເຂົ້າໃຈ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງພັກ, ສອງລັດ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.

ສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດສຳຄັນທີ່ພັກ, ລັດ ແລະ ປະຊາຊົນລາວຍາດມາໄດ້ໃນໄລຍະຜ່ານມາ. ສະຫາຍເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວຈະສືບຕໍ່ພັດທະນາຢ່າງໝັ້ນຄົງ, ປະຕິບັດບັນດາເປົ້າໝາຍ ແລະ ໜ້າທີ່ທີ່ມະຕິກອງປະຊຸມໃຫຍ່ພັກຄັ້ງທີ XII ວາງອອກໃຫ້ປະສົບຜົນສຳເລັດ.

ສະຫາຍ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ: ຫວຽດນາມຍາມໃດກໍໃຫ້ບູລິມະສິດສູງສຸດແກ່ສາຍພົວພັນກັບລາວ
ສະຫາຍ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຢືນຢັນວ່າ ບັນດາກິດຈະກຳແລກປ່ຽນບົນຈິດໃຈແຫ່ງຄວາມໄວ້ວາງໃຈ ຊ່ວຍເພີ່ມທະວີຄວາມເຂົ້າໃຈ, ເສີມສ້າງຄວາມໄວ້ວາງໃຈທາງການເມືອງ ແລະ ຮັດແໜ້ນສາຍພົວພັນລະຫວ່າງສອງພັກ, ສອງປະເທດ ຫວຽດນາມ - ລາວ. (ພາບ: ໜັງສືພິມເຍິນເຢິນ)

ແລກປ່ຽນກ່ຽວກັບສະພາບການຂອງຫວຽດນາມ, ສະຫາຍ ເຈິ່ນ ເກິມ ຕູ໋ ໃຫ້ຮູ້ວ່າ ພັກ ແລະ ລັດຫວຽດນາມກຳລັງສຸມໃສ່ຜັນຂະຫຍາຍບັນດາແນວທາງ ແລະ ນະໂຍບາຍຕັດສິນໃຈທາງຍຸດທະສາດ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ພັກຄັ້ງທີ XIV ໃຫ້ປະສົບຜົນສຳເລັດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງສ້າງລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ຍົກສູງປະສິດທິຜົນ ແລະ ປະສິດທິພາບໃນການຄຸ້ມຄອງລັດ.

ໃນນັ້ນ, ວຽກງານສ້າງພັກຍັງສືບຕໍ່ຖືກກຳນົດເປັນໜ້າທີ່ຫຼັກແຫຼ່ງ. ຫວຽດນາມໃຫ້ຄວາມສຳຄັນຕໍ່ການຍົກສູງຄຸນນະພາບວຽກງານພະນັກງານ, ເພີ່ມທະວີລະບຽບວິໄນ ແລະ ການປ່ຽນໃໝ່ວິທີການນຳພາ, ຄຸ້ມຄອງ ເພື່ອຕອບສະໜອງຂໍ້ຮຽກຮ້ອງການພັດທະນາປະເທດໃນໄລຍະໃໝ່.

ກ່າວເຖິງສາຍພົວພັນສອງຝ່າຍ, ສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເນັ້ນໜັກວ່າ ຫວຽດນາມຍາມໃດກໍຢືນຄຽງຂ້າງ ແລະ ສະໜັບສະໜູນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນລາວຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງກຳນົດສາຍພົວພັນກັບລາວເປັນບູລິມະສິດສູງສຸດ.

ສະຫາຍຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າທີ່ບັນດາຮຸ່ນການນຳ ແລະ ປະຊາຊົນສອງປະເທດໄດ້ຮ່ວມກັນສ້າງສາທະນຸບຳລຸງ. ດັ່ງນັ້ນ, ສອງຝ່າຍຈຳເປັນຕ້ອງສືບຕໍ່ຮັກສາ ແລະ ສົ່ງເສີມມູນເຊື້ອຄວາມຜູກພັນອັນແໜ້ນແຟ້ນ ແລະ ຊື່ສັດຈິງໃຈ, ເຮັດໃຫ້ສາຍພົວພັນພິເສດນັບມື້ນັບພັດທະນາຢ່າງເລິກເຊິ່ງ, ສອດຄ່ອງກັບຂໍ້ຮຽກຮ້ອງ ແລະ ຜົນປະໂຫຍດຂອງແຕ່ລະປະເທດໃນສະພາບການໃໝ່.

ເພື່ອຍົກສູງປະສິດທິຜົນການຮ່ວມມື, ສະຫາຍ ເຈິ່ນ ເກິມ ຕູ໋ ໄດ້ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດເພີ່ມທະວີການປະສານສົມທົບໃນການຈັດບັນດາໂຄງການຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ. ເນື້ອໃນການແລກປ່ຽນຄວນເຊື່ອມໂຍງການຄົ້ນຄວ້າທິດສະດີກັບການສຳຫຼວດສະພາບຕົວຈິງ, ໃຫ້ຄວາມສຳຄັນຕໍ່ການຄັດເລືອກບົດຮຽນ ແລະ ປະສົບການທີ່ສາມາດນຳໄປໝູນໃຊ້ໃຫ້ເໝາະສົມກັບເງື່ອນໄຂຂອງແຕ່ລະປະເທດ.

ສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ ຍັງປາດຖະໜາໃຫ້ບັນດາສະມາຊິກຄະນະພະນັກງານຂັ້ນສູງຂອງລາວ ເຂົ້າຮ່ວມແລກປ່ຽນ ແລະ ແບ່ງປັນບັນດາບັນຫາທີ່ສອງຝ່າຍສົນໃຈຮ່ວມກັນຢ່າງຫ້າວຫັນ, ຜ່ານນັ້ນຊຸກຍູ້ສາຍພົວພັນການຮ່ວມມືລະຫວ່າງບັນດາອົງການຂອງສອງພັກ, ສອງລັດ.

ຕາງໜ້າໃຫ້ຄະນະ, ສະຫາຍ ແກ້ວວິສຸກ ໂສລາພົມ ໄດ້ຂອບໃຈສະຫາຍ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະ ແລກປ່ຽນຂໍ້ມູນອັນມີຄຸນຄ່າຫຼາຍປະການ; ພ້ອມທັງຮັບຮູ້ການປະສານສົມທົບ ແລະ ການຊ່ວຍເຫຼືອຂອງບັນດາອົງການຫວຽດນາມໃນຂະບວນການຜັນຂະຫຍາຍແຜນວຽກຂອງຄະນະ.

ສະຫາຍ ແກ້ວວິສຸກ ໂສລາພົມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.

ຫົວໜ້າຄະນະຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍເຄົາລົບນັບຖື ແລະ ຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ, ດ້ວຍນ້ຳໃຈຈິງໃຈ ແລະ ອ້າຍນ້ອງຂອງຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດໃນປັດຈຸບັນ, ໂດຍສະເພາະໃນຂົງເຂດການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ.

ຕາມສະຫາຍ ແກ້ວວິສຸກ ໂສລາພົມ ແລ້ວ, ລາວຍາມໃດກໍໃຫ້ຄວາມສຳຄັນຕໍ່ການເສີມສ້າງສາຍພົວພັນພິເສດກັບຫວຽດນາມ, ຖືວ່ານີ້ແມ່ນຊັບສົມບັດຮ່ວມທີ່ບັນດາຮຸ່ນການນຳ ແລະ ປະຊາຊົນສອງປະເທດໄດ້ທຸ້ມເທກຳລັງສ້າງສາມາຢ່າງຍາວນານ, ພ້ອມທັງເປັນໜຶ່ງໃນປັດໄຈສຳຄັນຕໍ່ພາລະກິດປະຕິວັດຂອງແຕ່ລະປະເທດ.

ເມື່ອປະເມີນຜົນຂອງໂຄງການຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະ ແລະ ບັນດາການລົງສຳຫຼວດສະພາບຕົວຈິງຢູ່ບາງທ້ອງຖິ່ນຂອງຫວຽດນາມ, ຫົວໜ້າຄະນະເຫັນວ່າ ບັນດາກິດຈະກຳນີ້ໄດ້ນຳມາເຊິ່ງຄວາມຮູ້ ແລະ ບົດຮຽນປະສົບການທີ່ເປັນປະໂຫຍດຫຼາຍປະການ ທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ປະກອບສ່ວນເປີດກວ້າງແນວຄິດ ແລະ ວິທີການເຂົ້າເຖິງບັນດາຂໍ້ຮຽກຮ້ອງໃໝ່ຂອງການພັດທະນາ.

ສະຫາຍ ແກ້ວວິສຸກ ໂສລາພົມ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການປະສານສົມທົບ ແລະ ແບ່ງປັນບົດຮຽນປະສົບການຈາກບັນດາອົງການຫວຽດນາມ; ພ້ອມທັງຢືນຢັນວ່າ ບັນດາສະມາຊິກໃນຄະນະຈະຄົ້ນຄວ້າ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ໃຫ້ເໝາະສົມກັບວຽກງານຕົວຈິງຢູ່ລາວ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ
ຍສໝ - ວັນທີ 9/10, ປ້ອມທະຫານຊາຍແດນ ຈ່ຽງເຕືອງ (ແຂວງເຊີນລາ, ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 213 (ແຂວງຫົວພັນ, ລາວ) ໄດ້ຈັດການລາດຕະເວນຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ແລກປ່ຽນສະພາບການຄວາມໝັ້ນຄົງໃນເຂດຊາຍແດນທີ່ຕິດຈອດກັນ, ປະກອບສ່ວນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ.
ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງນາຍົກລັດຖະມົນຕີ ເລ ມິງ ຮຶງ ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍດ້ານ ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງນາຍົກລັດຖະມົນຕີ ເລ ມິງ ຮຶງ ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍດ້ານ
ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10/2026 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຮ່ວມມື ແລະ ເປີດກວ້າງຂົງເຂດ ແລະ ໂຄງການໃໝ່. ທ່ານ ເລ ຮວ່າຍ ຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ໄດ້ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ