| ໜູນຊ່ວຍວິສາຫະກິດຫວຽດນາມ 10.000 ເທື່ອ ໃນການເຂົ້າເຖິງການຄ້າເອເລັກໂຕຣນິກຂ້າມຊາຍແດນ ຫວຽດນາມ – ຕິມໍແລັດສະເຕ ຊຸກຍູ້ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ |
ໃນຂອບເຂດການຢ້ຽມຢາມ, ທ່ານ ບຸ່ຍ ວັນ ຫງິ ໄດ້ເຂົ້າພົບປະທ່ານນາງ Jennifer Geerlings-Simons, ປະທານປະເທດຊູຣີນາມ; ເຮັດວຽກກັບຜູ້ຕາງໜ້າກະຊວງການຕ່າງປະເທດ, ທຸລະກິດສາກົນ ແລະ ການຮ່ວມມືສາກົນ, ກະຊວງເສດຖະກິດ, ການປະກອບທຸລະກິດ ແລະ ນະວັດຕະກຳເຕັກໂນໂລຊີ, ກະຊວງຍຸຕິທຳ ແລະ ຄວາມປອດໄພ, ພ້ອມດ້ວຍຜູ້ນຳບັນດາອົງການສົ່ງເສີມການຄ້າ, ການລົງທຶນ ແລະ ກຸ່ມບໍລິສັດນ້ຳມັນ ແລະ ອາຍແກັສແຫ່ງຊາດຊູຣີນາມ (Staatsolie).
ສະຖານທູດຫວຽດນາມຍັງໄດ້ປະສານສົມທົບກັບບັນດາຄູ່ຮ່ວມມືທ້ອງຖິ່ນ ຈັດການສຳມະນາກ່ຽວກັບການພັດທະນາກະສິກຳຢ່າງຍືນຍົງລະຫວ່າງສອງປະເທດ ແລະ ພົບປະຊຸມຊົນຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ຊູຣີນາມ.
ຂະຫຍາຍສາຍພົວພັນການເມືອງ ແລະ ການຮ່ວມມືສອງຝ່າຍ
ໃນການເຂົ້າພົບປະທ່ານນາງ Jennifer Geerlings-Simons, ປະທານປະເທດ, ທ່ານ ບຸ່ຍ ວັນ ຫງິ ໄດ້ຖ່າຍທອດຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມຈາກບັນດາຜູ້ນຳຫວຽດນາມ, ພ້ອມທັງຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບດັ້ງເດີມກັບຊູຣີນາມ ແລະ ປາຖະໜາຂະຫຍາຍການຮ່ວມມືບົນພື້ນຖານການສົ່ງເສີມຈຸດແຂງ ແລະ ຄວາມຕ້ອງການທີ່ສາມາດເສີມໜູນກັນຂອງແຕ່ລະປະເທດ.
ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ, ສິນໃນນ້ຳ, ນ້ຳມັນ ແລະ ອາຍແກັສ, ພະລັງງານ, ອຸດສາຫະກຳປຸງແຕ່ງ, ການຜະລິດເຟີນີເຈີໄມ້ ແລະ ການຝຶກອົບຮົມບຸກຄະລາກອນ. ພ້ອມກັນນັ້ນ, ທ່ານປາຖະໜາໃຫ້ລັດຖະບານຊູຣີນາມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດຫວຽດນາມສຳຫຼວດຕະຫຼາດ, ຊອກຫາໂອກາດລົງທຶນ ແລະ ດຳເນີນທຸລະກິດ, ພ້ອມທັງສືບຕໍ່ເອົາໃຈໃສ່ ແລະ ໜູນຊ່ວຍຊຸມຊົນຊາວຫວຽດນາມຢູ່ປະເທດນີ້.
ທ່ານນາງ Jennifer Geerlings-Simons, ປະທານປະເທດ ໄດ້ຕີລາຄາໃນທາງບວກຕໍ່ສາຍພົວພັນມິດຕະພາບຫວຽດນາມ - ຊູຣີນາມ, ຢືນຢັນສະໜັບສະໜູນການຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳລະຫວ່າງສອງປະເທດ. ທ່ານນາງສະແດງຄວາມສົນໃຈຕໍ່ປະສົບການຂອງຫວຽດນາມໃນການພັດທະນາກະສິກຳ, ການລ້ຽງສັດນ້ຳ ແລະ ການຝຶກອົບຮົມດ້ານເຕັກນິກ; ປາຖະໜາໃຫ້ສອງຝ່າຍເລັ່ງລັດການແລກປ່ຽນຜູ້ຊ່ຽວຊານ, ປະສົບການຜະລິດ ແລະ ຍົກສູງຄຸນນະພາບບຸກຄະລາກອນ, ຜ່ານນັ້ນປັບປຸງຂີດຄວາມສາມາດການຜະລິດ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.
ໃນການເຮັດວຽກກັບທ່ານນາງ Miriam Mac Intosh, ເອກອັກຄະລັດຖະທູດ, ຫົວໜ້າກົມບັນຫາພູມສາດການເມືອງ ແລະ ການຮ່ວມມືພັດທະນາສາກົນ ສັງກັດກະຊວງການຕ່າງປະເທດ, ທຸລະກິດສາກົນ ແລະ ການຮ່ວມມືສາກົນຊູຣີນາມ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການປັບປຸງຂອບເຂດການຮ່ວມມືສອງຝ່າຍໃຫ້ສົມບູນ, ໃນນັ້ນລວມມີຄວາມເປັນໄປໄດ້ໃນການສ້າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການປຶກສາຫາລືທາງການເມືອງລະຫວ່າງສອງກະຊວງການຕ່າງປະເທດ.
ຝ່າຍຊູຣີນາມຄາດວ່າຈະສົ່ງຮ່າງເອກະສານໃຫ້ສອງຝ່າຍສຶກສາຄົ້ນຄວ້າ. ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານແຮງງານ, ຜູ້ຊ່ຽວຊານ, ການເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ, ມຸ່ງສູ່ການລະນຶກຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ຊູຣີນາມ (19/12/1997 - 19/12/2027).
![]() |
| ທ່ານ ບຸ່ຍ ວັນ ຫງິ, ເອກອັກຄະລັດຖະທູດຫວຽດນາມປະຈຳບຣາຊິນ ຄວບຕຳແໜ່ງປະຈຳຊູຣີນາມ ໃນການເຂົ້າພົບປະທ່ານນາງ Jennifer Geerlings-Simons, ປະທານປະເທດຊູຣີນາມ. |
ຊອກຫາໂອກາດຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ນ້ຳມັນ ແລະ ອາຍແກັສ
ໃນການພົບປະທ່ານ Andrew G. Baasaron, ລັດຖະມົນຕີກະຊວງເສດຖະກິດ, ການປະກອບທຸລະກິດ ແລະ ນະວັດຕະກຳເຕັກໂນໂລຊີ, ທ່ານ ບຸ່ຍ ວັນ ຫງິ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງພັດທະນາອຸດສາຫະກຳ, ການຫັນໂຄງປະກອບເສດຖະກິດໃຫ້ຫຼາກຫຼາຍ ແລະ ຂະຫຍາຍການເຊື່ອມໂຍງລະຫວ່າງຊຸມຊົນວິສາຫະກິດຂອງສອງປະເທດ.
ທ່ານ Andrew G. Baasaron ໃຫ້ຮູ້ວ່າ ຊູຣີນາມພວມສ້າງແຜນການພັດທະນາອຸດສາຫະກຳໃນ 5 ປີຕໍ່ໜ້າ ໂດຍໄດ້ຮັບການໜູນຊ່ວຍຈາກອົງການພັດທະນາອຸດສາຫະກຳແຫ່ງສະຫະປະຊາຊາດ (UNIDO). ຈຸດສຸມແມ່ນການພັດທະນາວິສາຫະກິດຜະລິດຂະໜາດກາງ ແລະ ຂະໜາດນ້ອຍ, ສຶກສາຄົ້ນຄວ້າການສ້າງຕັ້ງເຂດເສດຖະກິດພິເສດ ແລະ ສ້າງຕ່ອງໂສ້ການຜະລິດທີ່ຄົບຊຸດ ນັບແຕ່ການສະໜອງວັດຖຸດິບ, ການປຸງແຕ່ງ, ການເກັບຮັກສາດ້ວຍຄວາມເຢັນ ຈົນເຖິງການຂົນສົ່ງ ແລະ ຈຳໜ່າຍ.
ຊູຣີນາມປາຖະໜາສຶກສາຮຽນຮູ້ປະສົບການຂອງຫວຽດນາມໃນຂົງເຂດກະສິກຳ, ສິນໃນນ້ຳ, ນ້ຳມັນ ແລະ ອາຍແກັສ, ພະລັງງານ, ການປຸງແຕ່ງໄມ້, ເຕັກໂນໂລຊີດິຈິຕອນ, ປັນຍາປະດິດ, ການສຶກສາ ແລະ ການແພດ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຄວາມຕ້ອງການແຮງງານທີ່ມີສີມື, ການຝຶກອົບຮົມ ແລະ ການຖ່າຍທອດທັກສະ, ພ້ອມທັງສະເໜີໃຫ້ເຊື່ອມໂຍງບັນດາອົງການຄຸ້ມຄອງ, ວິສາຫະກິດ ແລະ ຈັດຄະນະໄປສຳຫຼວດຕະຫຼາດ.
ໃນບັນດາການເຮັດວຽກກັບທ່ານ Anil Pandarath, ປະທານສະພາການຄ້າ ແລະ ອຸດສາຫະກຳຊູຣີນາມ (KKF) ແລະ ທ່ານ Preshant Awadhpersad, ຮັກສາການຜູ້ອຳນວຍການໃຫຍ່ອົງການສົ່ງເສີມການລົງທຶນ ແລະ ການຄ້າຊູຣີນາມ (SITA), ບັນດາຝ່າຍໄດ້ແລກປ່ຽນກ່ຽວກັບທ່າແຮງການຮ່ວມມືໃນຂົງເຂດນ້ຳມັນ ແລະ ອາຍແກັສ, ການຂຸດຄົ້ນແຮ່ທາດ, ກະສິກຳ, ການປຸງແຕ່ງອາຫານ, ພະລັງງານທົດແທນ, ການບໍລິການ, ການທ່ອງທ່ຽວ ແລະ ເຕັກໂນໂລຊີ.
ບັນດາຝ່າຍເຫັນດີກັນກ່ຽວກັບຄວາມຈຳເປັນໃນການເພີ່ມທະວີການຕິດຕໍ່ລະຫວ່າງ KKF, SITA ກັບບັນດາສະມາຄົມ, ອົງການສົ່ງເສີມການຄ້າ ແລະ ວິສາຫະກິດຫວຽດນາມ; ຊຸກຍູ້ການແບ່ງປັນຂໍ້ມູນຕະຫຼາດ, ກຳນົດຈຸດປະສານງານ ແລະ ຈັດບັນດາການແລກປ່ຽນຜ່ານລະບົບອອນລາຍ ເພື່ອກຳນົດໂອກາດຮ່ວມມືທີ່ເໝາະສົມ.
ໃນຂົງເຂດນ້ຳມັນ ແລະ ອາຍແກັສ, ທ່ານ ບຸ່ຍ ວັນ ຫງິ ໄດ້ເຮັດວຽກກັບທ່ານ Annand Jagesar, ຜູ້ອຳນວຍການໃຫຍ່ Staatsolie ກ່ຽວກັບທິດທາງພັດທະນາຂະແໜງນ້ຳມັນ ແລະ ອາຍແກັສຂອງຊູຣີນາມ, ບັນດາໂຄງການຂຸດຄົ້ນນອກຝັ່ງທະເລ ແລະ ຄວາມເປັນໄປໄດ້ໃນການຮ່ວມມືກັບວິສາຫະກິດຫວຽດນາມ.
ທ່ານ Annand Jagesar ໄດ້ແນະນຳໂຄງການ GranMorgu ຢູ່ບລັອກ 58, ເຊິ່ງຄາດວ່າຈະເລີ່ມຂຸດຄົ້ນແຕ່ປີ 2028 ດ້ວຍກຳລັງການຜະລິດຕາມການອອກແບບປະມານ 220.000 ບາເຣນນ້ຳມັນ/ວັນ. Staatsolie ຍັງໄດ້ໃຫ້ຂໍ້ມູນກ່ຽວກັບນະໂຍບາຍ “Open Door”, ເຊິ່ງອະນຸຍາດໃຫ້ນັກລົງທຶນຕ່າງປະເທດສຶກສາຄົ້ນຄວ້າ ແລະ ສະເໜີການຮ່ວມມືໃນບາງເຂດນ້ຳມັນ ແລະ ອາຍແກັສທີ່ຍັງເປີດໃຫ້ລົງທຶນ ຕາມລະບຽບຂອງຊູຣີນາມ.
ທ່ານເອກອັກຄະລັດຖະທູດໄດ້ແນະນຳຂີດຄວາມສາມາດຂອງກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດຫວຽດນາມ (PetroVietnam) ແລະ ບັນດາວິສາຫະກິດຫວຽດນາມ ໃນການສຳຫຼວດ, ຂຸດຄົ້ນນ້ຳມັນ ແລະ ອາຍແກັສ, ການສະໜອງບໍລິການດ້ານເຕັກນິກ, ການຂົນສົ່ງ, ການປຸງແຕ່ງອາຍແກັສ ແລະ ການພັດທະນາໂຄງລ່າງພື້ນຖານຂອງຂະແໜງນ້ຳມັນ ແລະ ອາຍແກັສ.
ສອງຝ່າຍເຫັນດີສືບຕໍ່ແລກປ່ຽນຂໍ້ມູນ, ສ້າງເງື່ອນໄຂໃຫ້ວິສາຫະກິດເຊື່ອມໂຍງກັນ, ໂດຍໃນໄລຍະຕົ້ນຈະໃຫ້ບູລິມະສິດແກ່ການຮ່ວມມືດ້ານເຕັກນິກ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການແບ່ງປັນປະສົບການພັດທະນາຂະແໜງນ້ຳມັນ ແລະ ອາຍແກັສ.
ເລັ່ງລັດການເຊື່ອມໂຍງໃນຂົງເຂດກະສິກຳຢ່າງຍືນຍົງ
ວັນທີ 15/10, ຢູ່ສຳນັກງານໃຫຍ່ KKF ໃນນະຄອນຫຼວງ Paramaribo, ສະຖານທູດຫວຽດນາມໄດ້ປະສານສົມທົບກັບບັນດາຄູ່ຮ່ວມມືຊູຣີນາມ ຈັດການສຳມະນາການຮ່ວມມືພັດທະນາກະສິກຳຢ່າງຍືນຍົງຫວຽດນາມ - ຊູຣີນາມ, ໂດຍມີຜູ້ຕາງໜ້າບັນດາອົງການຄຸ້ມຄອງ ແລະ ວິສາຫະກິດຫຼາຍກວ່າ 70 ແຫ່ງຂອງສອງປະເທດເຂົ້າຮ່ວມ.
ກ່າວໃນການສຳມະນາ, ທ່ານ ບຸ່ຍ ວັນ ຫງິ ໄດ້ແບ່ງປັນບັນດາປະສົບການຂອງຫວຽດນາມກ່ຽວກັບການພັດທະນາກະສິກຳ, ໂດຍສຸມໃສ່ການຜະລິດເຂົ້າ, ການລ້ຽງສັດນ້ຳ, ການປຸງແຕ່ງຜະລິດຕະພັນກະສິກຳ, ການຈັດຕັ້ງຕ່ອງໂສ້ມູນຄ່າ ແລະ ການນຳໃຊ້ວິທະຍາສາດ - ເຕັກໂນໂລຊີ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດສາມາດແລກປ່ຽນ, ສຶກສາຄົ້ນຄວ້າ ແລະ ນຳໃຊ້ບັນດາປະສົບການທີ່ເໝາະສົມກັບເງື່ອນໄຂຕົວຈິງຂອງຊູຣີນາມ.
ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາວິທີແກ້ໄຂເພື່ອຍົກສູງຜະລິດຕະພາບ, ຄຸນນະພາບຜະລິດຕະພັນກະສິກຳ, ການນຳໃຊ້ເຕັກໂນໂລຊີ, ການຝຶກອົບຮົມດ້ານເຕັກນິກ, ການເກັບຮັກສາ ແລະ ການປຸງແຕ່ງຫຼັງການເກັບກ່ຽວ.
ການສຳມະນາຍັງໄດ້ສ້າງເງື່ອນໄຂໃຫ້ບັນດາອົງການຄຸ້ມຄອງ, ອົງການວິຊາສະເພາະ ແລະ ວິສາຫະກິດຂອງສອງປະເທດ ໄດ້ແລກປ່ຽນໂດຍກົງກ່ຽວກັບຄວາມຕ້ອງການຮ່ວມມື, ສຶກສາຄົ້ນຄວ້າບັນດາທິດທາງປະຕິບັດ ເຊັ່ນ ການແລກປ່ຽນຜູ້ຊ່ຽວຊານ, ການຝຶກອົບຮົມດ້ານເຕັກນິກ, ການເຊື່ອມໂຍງວິສາຫະກິດ ແລະ ການສ້າງບັນດາຮູບແບບຮ່ວມມືທົດລອງໃນຂົງເຂດກະສິກຳ ແລະ ສິນໃນນ້ຳ.
ເພີ່ມທະວີການປະສານສົມທົບດ້ານຍຸຕິທຳ, ຄວາມປອດໄພ ແລະ ວຽກງານຊຸມຊົນ
ໃນການພົບປະທ່ານ Harish S. Monorath, ລັດຖະມົນຕີກະຊວງຍຸຕິທຳ ແລະ ຄວາມປອດໄພຊູຣີນາມ, ທ່ານ ບຸ່ຍ ວັນ ຫງິ ໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງການເຂົ້າ-ອອກປະເທດ, ການຝຶກອົບຮົມພະນັກງານ ແລະ ການປົກປ້ອງພົນລະເມືອງ.
ສອງຝ່າຍໄດ້ພິຈາລະນາຄວາມເປັນໄປໄດ້ໃນການເພີ່ມທະວີການແບ່ງປັນຂໍ້ມູນ, ແລກປ່ຽນປະສົບການ ແລະ ສຶກສາຄົ້ນຄວ້າການດຳເນີນບັນດາໂຄງການຮ່ວມມືດ້ານເຕັກນິກລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງຍຸຕິທຳ ແລະ ຄວາມປອດໄພຊູຣີນາມ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ.
ເນື້ອໃນການປຶກສາຫາລືໄດ້ສຸມໃສ່ການປະສານສົມທົບປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ຢາເສບຕິດ ແລະ ການຍົກຍ້າຍຖິ່ນຖານຢ່າງຜິດກົດໝາຍ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ບັນດາອົງການຊູຣີນາມສືບຕໍ່ໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມດຳລົງຊີວິດ, ເຮັດວຽກ ແລະ ດຳເນີນທຸລະກິດຢ່າງຖືກກົດໝາຍຢູ່ປະເທດນີ້.
ໃນການເດີນທາງເຮັດວຽກຄັ້ງນີ້, ທ່ານ ບຸ່ຍ ວັນ ຫງິ ຍັງໄດ້ພົບປະຜູ້ຕາງໜ້າຊຸມຊົນຊາວຫວຽດນາມຢູ່ຊູຣີນາມ, ສອບຖາມສະພາບຊີວິດ, ການເຮັດວຽກ ແລະ ຮັບຟັງຄວາມຄິດ, ຄວາມຮູ້ສຶກ ແລະ ຄວາມປາຖະໜາຂອງພີ່ນ້ອງ.
ທ່ານເອກອັກຄະລັດຖະທູດໄດ້ໃຫ້ຂໍ້ມູນກ່ຽວກັບມະຕິເລກທີ 23 ຂອງກົມການເມືອງ ລົງວັນທີ 2/8/2026 ວ່າດ້ວຍວຽກງານຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່; ຊຸກຍູ້ໃຫ້ຊຸມຊົນສົ່ງເສີມຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ, ເຄົາລົບປະຕິບັດກົດໝາຍຂອງປະເທດທີ່ຕົນອາໄສຢູ່, ຮັກສາພາສາຫວຽດນາມ ແລະ ເອກະລັກວັດທະນະທຳຂອງຊາດ, ພ້ອມທັງສືບຕໍ່ປະກອບສ່ວນເຊື່ອມໂຍງສາຍພົວພັນມິດຕະພາບຫວຽດນາມ - ຊູຣີນາມ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ສະຖານທູດຫວຽດນາມຈະສືບຕໍ່ປະສານສົມທົບກັບບັນດາອົງການທີ່ມີອຳນາດໜ້າທີ່ຂອງຊູຣີນາມ ໃນກິດຈະກຳກົງສຸນ, ການປົກປ້ອງພົນລະເມືອງ ແລະ ການໜູນຊ່ວຍຊຸມຊົນ.
ຜ່ານບັນດາການພົບປະ, ການເຮັດວຽກ ແລະ ກິດຈະກຳເຊື່ອມໂຍງ, ການຢ້ຽມຢາມຂອງທ່ານ ບຸ່ຍ ວັນ ຫງິ ໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ຊູຣີນາມ, ຂະຫຍາຍການຕິດຕໍ່ລະຫວ່າງຊຸມຊົນວິສາຫະກິດ ແລະ ກຳນົດເພີ່ມບັນດາຂົງເຂດຮ່ວມມືທີ່ມີທ່າແຮງດ້ານການເມືອງ, ເສດຖະກິດ, ກະສິກຳ, ນ້ຳມັນ ແລະ ອາຍແກັສ, ຍຸຕິທຳ ແລະ ການຝຶກອົບຮົມບຸກຄະລາກອນ, ມຸ່ງສູ່ຂີດໝາຍຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2027.
ຍສໝ - ວັນທີ 17/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ໄດ້ຈັດລາຍການ “ການພົບປະແລກປ່ຽນລະຫວ່າງນັກທຸລະກິດ ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຫວຽດນາມ - ບຸນກາຣີ”, ເປີດໂອກາດໃຫ້ວິສາຫະກິດຂອງສອງປະເທດໄດ້ເຊື່ອມໂຍງ, ຊອກຫາຄູ່ຮ່ວມມື ແລະ ຂະຫຍາຍການຮ່ວມມືພາຍໃຕ້ຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດ. |
ຍສໝ - ວັນທີ 18/10, ຢູ່ນະຄອນ Hwaseong, ແຂວງ Gyeonggi (ສ.ເກົາຫຼີ), ງານບຸນວັດທະນະທຳອາຫານໂລກ ຄັ້ງທີ 3 ໄດ້ເລືອກຫວຽດນາມເປັນຫົວຂໍ້ຫຼັກ, ເພື່ອແນະນຳບັນດາເອກະລັກອັນໂດດເດັ່ນຂອງອາຫານ ແລະ ວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນທ້ອງຖິ່ນ. |
ດວງດີ
