| ຫວຽດນາມ - ສະວິດ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ |
ຂໍຮຽນທ່ານນາງ, ທ່ານ Guy Parmelin, ປະທານາທິບໍດີສະວິດ ຫາກໍໄດ້ສຳເລັດການຢ້ຽມຢາມຫວຽດນາມຢ່າງເປັນທາງການດ້ວຍຜົນສຳເລັດອັນຈົບງາມ. ທ່ານນາງຊ່ວຍໃຫ້ຮູ້ເຖິງບັນດາຜົນສຳເລັດທີ່ໂດດເດັ່ນຂອງການຢ້ຽມຢາມຄັ້ງນີ້ໄດ້ບໍ່?
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ: ຕາມຄຳເຊີນຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ພັນລະຍາ, ທ່ານ Guy Parmelin, ປະທານາທິບໍດີສະວິດ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນສອງວັນທີ 17-18/10/2026.
![]() |
| ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ |
ການຢ້ຽມຢາມດຳເນີນຂຶ້ນໃນສະພາບການທີ່ສາຍພົວພັນຫວຽດນາມ - ສະວິດ ມີ 3 ຂີດໝາຍສຳຄັນ ຄື: ການລະນຶກຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ; ການສືບຕໍ່ປະຕິບັດຂອບການຮ່ວມມືຄູ່ຮ່ວມມືຮອບດ້ານທີ່ໄດ້ສ້າງຕັ້ງແຕ່ເດືອນ 1/2025; ແລະ ການລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ກັບບັນດາປະເທດສັງກັດສະມາຄົມການຄ້າເສລີເອີຣົບ (EFTA), ໃນນັ້ນມີສະວິດ.
ນີ້ຍັງແມ່ນກິດຈະກຳທີ່ເປັນຮູບປະທຳໃນການຫັນແນວທາງການຕ່າງປະເທດທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ວາງອອກ ພ້ອມກັບບັນດາມະຕິສຳຄັນຂອງກົມການເມືອງກ່ຽວກັບວຽກງານການຕ່າງປະເທດໃນໄລຍະພັດທະນາໃໝ່ ໃຫ້ກາຍເປັນການປະຕິບັດຕົວຈິງ.
ໃນຖານະເປັນໜຶ່ງໃນບັນດາປະເທດເອີຣົບຕາເວັນຕົກທຳອິດທີ່ຮັບຮູ້ ແລະ ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ສະວິດໄດ້ຮ່ວມເດີນທາງຄຽງຂ້າງຫວຽດນາມໃນຫຼາຍຂົງເຂດ ນັບແຕ່ການຮ່ວມມືພັດທະນາ, ການສຶກສາ, ການຄົ້ນຄວ້າ ຈົນເຖິງການໜູນຊ່ວຍປະຊາຊົນແກ້ໄຂຜົນກະທົບຈາກໄພທຳມະຊາດ, ພາຍຸ, ນ້ຳຖ້ວມ ແລະ ພະຍາດລະບາດ. ບົນພື້ນຖານສາຍພົວພັນມິດຕະພາບດັ່ງກ່າວ, ການຢ້ຽມຢາມໄດ້ປະກອບສ່ວນກຳນົດບັນດາທິດທາງຍຸດທະສາດສຳລັບໄລຍະພັດທະນາຕໍ່ໄປຂອງສາຍພົວພັນຄູ່ຮ່ວມມືຮອບດ້ານ.
ບັນດາຈຸດແຂງຂອງສະວິດໃນດ້ານການຄົ້ນຄວ້າ, ນະວັດຕະກຳ, ການເງິນ ແລະ ການຝຶກອົບຮົມ ມີຫຼາຍເງື່ອນໄຂທີ່ຈະເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງຍິ່ງຂຶ້ນກັບຄວາມຕ້ອງການພັດທະນາ ແລະ ຂີດຄວາມສາມາດການຜະລິດຂອງຫວຽດນາມ.
ໃນລາຍການການຢ້ຽມຢາມ, ທ່ານ Guy Parmelin, ປະທານາທິບໍດີ ໄດ້ດຳເນີນການເຈລະຈາກັບສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ; ເຂົ້າພົບປະສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແລະ ສະຫາຍ ເຈິ່ນ ແທງ ເໝິນ, ປະທານສະພາແຫ່ງຊາດ.
ໃນບັນດາການພົບປະ, ຜູ້ນຳສອງປະເທດໄດ້ຢືນຢັນການໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ, ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຖານະຂອງແຕ່ລະຝ່າຍໃນພາກພື້ນ, ໃນໂລກ ແລະ ໃນບັນດາກົນໄກຫຼາຍຝ່າຍ.
ໂດຍສະເພາະ, ການແລກປ່ຽນຂັ້ນສູງລະຫວ່າງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ Guy Parmelin, ປະທານາທິບໍດີ ໄດ້ກຳນົດບັນດາທິດທາງສຳຄັນເພື່ອພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເລັ່ງລັດການພົບປະ ແລະ ການສົນທະນາຂັ້ນສູງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ.
ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການລົງນາມໃນສັນຍາການຄ້າເສລີຫວຽດນາມ - EFTA, ເຊິ່ງສະວິດເປັນໜຶ່ງໃນປະເທດສະມາຊິກ, ແມ່ນໜຶ່ງໃນບັນດາຜົນສຳເລັດທີ່ໜ້າສົນໃຈທີ່ສຸດຂອງການຢ້ຽມຢາມ.
ສັນຍາດັ່ງກ່າວເປັນຂີດໝາຍຂອງບາດກ້າວສຳຄັນໃນການເຊື່ອມໂຍງທາງເສດຖະກິດລະຫວ່າງຫວຽດນາມ ແລະ EFTA. ຫຼັງຈາກສັນຍາມີຜົນບັງຄັບໃຊ້, ບັນດາຂໍ້ຜູກພັນໃນສັນຍາຈະສ້າງເງື່ອນໄຂໃຫ້ວິສາຫະກິດເຂົ້າເຖິງຕະຫຼາດໄດ້ສະດວກຍິ່ງຂຶ້ນ ແລະ ຂະຫຍາຍການດຳເນີນທຸລະກິດ.
ສຳລັບຫວຽດນາມ, ສັນຍາຍັງມີຄວາມໝາຍໄລຍະຍາວໃນການຂະຫຍາຍຄວາມສາມາດເຂົ້າເຖິງເຕັກໂນໂລຊີ, ຄວາມຮູ້ ແລະ ບັນດາເຄືອຂ່າຍທຸລະກິດຄຸນນະພາບສູງ, ຈາກນັ້ນຍົກສູງຂີດຄວາມສາມາດແຂ່ງຂັນ ແລະ ເຂົ້າຮ່ວມໃນຕ່ອງໂສ້ມູນຄ່າຢ່າງເລິກເຊິ່ງຍິ່ງຂຶ້ນ.
ໃນທາງກັບກັນ, ຫວຽດນາມເປັນຕະຫຼາດທີ່ມີອັດຕາການພັດທະນາຢ່າງຄ່ອງແຄ້ວ, ມີຂີດຄວາມສາມາດການຜະລິດ ແລະ ລະດັບການເຊື່ອມໂຍງກັບເສດຖະກິດພາກພື້ນ ແລະ ໂລກທີ່ນັບມື້ນັບສູງຂຶ້ນ, ຜ່ານນັ້ນສ້າງທ່າແຮງການຮ່ວມມືເພີ່ມຂຶ້ນໃຫ້ແກ່ຝ່າຍສະວິດ.
ສອງປະເທດຍັງໄດ້ເຮັດໃຫ້ບັນດາຂົງເຂດບູລິມະສິດການຮ່ວມມືມີຄວາມຊັດເຈນຍິ່ງຂຶ້ນ, ສອດຄ່ອງກັບຄວາມຕ້ອງການພັດທະນາໃນໄລຍະໃໝ່. ບັນດາເອກະສານທີ່ໄດ້ລົງນາມໃນການຢ້ຽມຢາມກ່ຽວກັບແຮງງານ, ການຈ້າງງານ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຈະປະກອບສ່ວນສ້າງພື້ນຖານຊຸກຍູ້ການເຊື່ອມໂຍງລະຫວ່າງການລົງທຶນ, ການຄົ້ນຄວ້າ ແລະ ການຝຶກອົບຮົມ, ຍົກສູງຄຸນນະພາບການຮ່ວມມື, ສັດສ່ວນການນຳໃຊ້ເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ.
ໃນດ້ານຫຼາຍຝ່າຍ, ຫວຽດນາມ ແລະ ສະວິດ ໄດ້ຮ່ວມກັນຢືນຢັນຈຸດຢືນສະໜັບສະໜູນການພັດທະນາຢ່າງຍືນຍົງ, ລັດທິຫຼາຍຝ່າຍ, ການຄ້າເສລີ ແລະ ລະບຽບສາກົນທີ່ອີງໃສ່ກົດລະບຽບ ໃນສະພາບການທີ່ສະຖານະການໂລກມີຄວາມບໍ່ໝັ້ນຄົງຫຼາຍດ້ານ ແລະ ລະບົບການຄ້າຫຼາຍຝ່າຍກຳລັງປະເຊີນກັບຄວາມທ້າທາຍບໍ່ໜ້ອຍ.
ບັນດາຜົນສຳເລັດທີ່ບັນລຸໄດ້ ບໍ່ພຽງແຕ່ປະກອບສ່ວນເສີມສ້າງພື້ນຖານທາງສັງຄົມຂອງສາຍພົວພັນສອງຝ່າຍເທົ່ານັ້ນ ແຕ່ຍັງສະແດງເຖິງຄວາມຮັບຜິດຊອບຂອງຫວຽດນາມ ແລະ ສະວິດ ໃນການປະກອບສ່ວນແກ້ໄຂບັນດາບັນຫາຮ່ວມຂອງປະຊາຄົມສາກົນ.
ຂໍຮຽນທ່ານນາງ, ໃນໄລຍະຕໍ່ໜ້າ ເພື່ອສົ່ງເສີມບັນດາຜົນສຳເລັດທີ່ດີທີ່ໄດ້ບັນລຸມາ, ພວກເຮົາຕ້ອງປະຕິບັດບັນດາໜ້າທີ່ຈຸດສຸມໃດແດ່?
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ: ການທີ່ຫວຽດນາມໃຫ້ການຕ້ອນຮັບທ່ານ Guy Parmelin, ປະທານາທິບໍດີ ຢ່າງສົມກຽດໃນການຢ້ຽມຢາມຄັ້ງນີ້ ໄດ້ຢືນຢັນອີກຄັ້ງເຖິງຄວາມສະໝ່ຳສະເໝີໃນການປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນສາຍພົວພັນເປັນຫຼາຍຝ່າຍ, ຫຼາຍຮູບແບບ ແລະ ເປັນເຈົ້າການເຊື່ອມໂຍງສາກົນ.
ການພັດທະນາສາຍພົວພັນກັບບັນດາຄູ່ຮ່ວມມືທີ່ໜ້າເຊື່ອຖື ຊ່ວຍໃຫ້ຫວຽດນາມຫັນຕະຫຼາດໃຫ້ຫຼາກຫຼາຍ, ພ້ອມທັງຂະຫຍາຍຄວາມສາມາດເຂົ້າເຖິງບັນດາແຫຼ່ງຊັບພະຍາກອນຄຸນນະພາບສູງ ເພື່ອຮັບໃຊ້ການພັດທະນາປະເທດ.
ໃນການເຈລະຈາກັບທ່ານ Guy Parmelin, ປະທານາທິບໍດີ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ ຮີບຮ້ອນຫັນຄວາມໄວ້ວາງໃຈທາງການເມືອງລະຫວ່າງສອງປະເທດໃຫ້ເປັນບັນດາກິດຈະກຳປະສານສົມທົບທີ່ມີປະສິດທິຜົນ, ຜ່ານນັ້ນນຳມາເຊິ່ງຄວາມສະດວກທີ່ເປັນຮູບປະທຳໃຫ້ແກ່ຊຸມຊົນວິສາຫະກິດ.
ແຕ່ລະໂຄງການຮ່ວມມືຕ້ອງກຳນົດໃຫ້ຊັດເຈນເຖິງອົງການປະສານງານຫຼັກ, ແຫຼ່ງຊັບພະຍາກອນສຳລັບປະຕິບັດ, ແຜນດຳເນີນງານ ແລະ ຜົນສຳເລັດທີ່ຕ້ອງບັນລຸ, ເພື່ອສ້າງພື້ນຖານໃຫ້ສອງຝ່າຍຮ່ວມກັນຕິດຕາມກວດກາຄວາມຄືບໜ້າ ແລະ ຊຸກຍູ້ການປະຕິບັດ.
ໃນດ້ານເສດຖະກິດ, ການລົງທຶນ ແລະ ການເງິນ, ບົນພື້ນຖານສັນຍາການຄ້າເສລີຫວຽດນາມ - EFTA ທີ່ຫາກໍໄດ້ລົງນາມ, ສອງປະເທດຕ້ອງສຸມໃສ່ພັດທະນາບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການຮ່ວມມືທີ່ສອດຄ່ອງກັນ. ໃນນັ້ນ, ໃຫ້ບູລິມະສິດແກ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການເງິນດິຈິຕອນ, ການເງິນສີຂຽວ, ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ ແລະ ການພັດທະນາໂຄງລ່າງພື້ນຖານ.
ຫວຽດນາມ ແລະ ສະວິດ ໄດ້ວາງຄວາມຕັ້ງໃຈມຸ່ງສູ່ການເພີ່ມມູນຄ່າການຄ້າຂຶ້ນສອງເທົ່າ, ພ້ອມທັງຊຸກຍູ້ການດຶງດູດກະແສທຶນລົງທຶນຈາກສະວິດເຂົ້າຫວຽດນາມ.
ເພື່ອບັນລຸເປົ້າໝາຍນີ້, ຫວຽດນາມຕ້ອງກະກຽມຢ່າງຄົບຖ້ວນໃນດ້ານລະບົບສະຖາບັນ, ຍົກສູງຄວາມໂປ່ງໃສ ແລະ ຄວາມສາມາດຄາດຄະເນໄດ້ຂອງສະພາບແວດລ້ອມການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດສະວິດຂະຫຍາຍການດຳເນີນງານ ແລະ ລົງທຶນໄລຍະຍາວຢູ່ຫວຽດນາມ.
ໃນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຕ້ອງສຶກສາຄົ້ນຄວ້າການສ້າງຕັ້ງບັນດາໂຄງການຄົ້ນຄວ້າຮ່ວມກັນ ໂດຍອີງໃສ່ຮູບແບບການເຊື່ອມໂຍງສາມຝ່າຍ: “ລັດ - ສະຖາບັນການສຶກສາ - ວິສາຫະກິດ”.
ຜ່ານບັນດາກົນໄກການຮ່ວມມືທີ່ມີຢູ່ລະຫວ່າງບັນດາກອງທຶນພັດທະນາວິທະຍາສາດແຫ່ງຊາດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຂອງສອງປະເທດ, ຮູບແບບນີ້ຈະປະກອບສ່ວນຊຸກຍູ້ການຖ່າຍທອດ ແລະ ການນຳເຕັກໂນໂລຊີໄປໃຊ້ໃນທາງການຄ້າ ໃນບັນດາຂົງເຂດເຊັ່ນ ຊີວະການແພດ, ພະລັງງານສີຂຽວ, ເສດຖະກິດດິຈິຕອນ ແລະ ກະສິກຳ.
ສຳລັບການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ຕ້ອງສືບຕໍ່ຂະຫຍາຍການເຊື່ອມໂຍງດ້ານການຝຶກອົບຮົມ, ຊຸກຍູ້ການແລກປ່ຽນຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າ ເພື່ອຂຸດຄົ້ນຈຸດແຂງຂອງລະບົບການສຶກສາ ແລະ ການຄົ້ນຄວ້າຊັ້ນນຳຂອງສະວິດຢ່າງມີປະສິດທິຜົນ, ຜ່ານນັ້ນພັດທະນາຊັບພະຍາກອນມະນຸດໃຫ້ຕອບສະໜອງຄວາມຕ້ອງການຂອງໄລຍະໃໝ່.
ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜົນສຳເລັດທີ່ດີຂອງການຢ້ຽມຢາມ ພ້ອມກັບຄວາມພະຍາຍາມໃນການຈັດຕັ້ງປະຕິບັດຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈະສ້າງເງື່ອນໄຂໃຫ້ຫວຽດນາມ ແລະ ສະວິດ ສົ່ງເສີມບັນດາທ່າແຮງ ແລະ ໂອກາດການຮ່ວມມືໄດ້ດີຍິ່ງຂຶ້ນ.
ຜ່ານນັ້ນ, ສາຍພົວພັນສອງຝ່າຍຈະສືບຕໍ່ພັດທະນາຢ່າງໝັ້ນຄົງ ແລະ ຍືນຍົງ, ຮັບໃຊ້ການພັດທະນາຂອງແຕ່ລະປະເທດ, ຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ກໍຄືໃນໂລກ.
ຂໍຂອບໃຈທ່ານນາງ!
ຍສໝ - ປີ 1969, ເມື່ອທົ່ວໂລກເອົາໃຈໃສ່ເຖິງກອງປະຊຸມ ປາຣີ, ຊາຍໜຸ່ມຊາວສະວິດ 3 ຄົນໄດ້ແຂວນທຸງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມຢ່າງງຽບໆຢູ່ເທິງວິຫານ Notre Dame Paris. 50 ກວ່າປີຕໍ່ມາ, ສອງຄົນຄື Olivier Parriaux ແລະ Bernard Bachelard - ໄດ້ເດີນທາງຢູ່ຫວຽດນາມເປັນຄັ້ງທຳອິດ. ເຂົາເຈົ້າມາບໍ່ໄດ້ຮັບກຽດເທົ່ານັ້ນ, ຫາກຍັງຢືນຢັນວ່າ: ການເດີນທາງພ້ອມກັບຫວຽດນາມບໍ່ເຄີຍຢຸດຢັ້ງ. |
ຍສໝ - ນັບແຕ່ຊຸມປີ 1960-1970, ຊາວສະວິດຈຳນວນຫຼາຍໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມ, ສົ່ງສຽງສະໜັບສະໜູນເອກະລາດ ແລະ ສັນຕິພາບໃຫ້ແກ່ ຫວຽດນາມ. ຫຼັງສົງຄາມ, ນ້ຳໃຈສາມັກຄີດັ່ງກ່າວຍັງສືບຕໍ່ຜ່ານບັນດາກິດຈະກຳມະນຸດສະທຳ, ການຊ່ວຍເຫຼືອຊຸມຊົນ ແລະ ການຮ່ວມເດີນຄຽງຂ້າງຜູ້ທີ່ຍັງຄົງຮັບຜົນກະທົບຈາກສົງຄາມ, ໃນນັ້ນມີຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ. |
ຄຳສີ
