| ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ EU ບັນລຸລະດັບສູງສຸດເປັນປະຫວັດສາດ EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ |
ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຍຸດທະສາດ
ຂໍຮຽນທ່ານນາງ, ກະລຸນາໃຫ້ຮູ້ເຖິງຄວາມໝາຍ ແລະ ຈຸດປະສົງຂອງການຢ້ຽມຢາມຂັ້ນລັດຖະກິດລາຊະອານາຈັກເດນມາກ, ການຢ້ຽມຢາມຢ່າງເປັນທາງການສະຫະພາບເອີຣົບ ແລະ ລາຊະອານາຈັກແບນຊິກ ຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ?
ຕາມຄຳເຊີນຂອງພະມະຫາກະສັດເດນມາກ Frederik X ແລະ ພະລາຊິນີ, ທ່ານ António Costa, ປະທານສະພາເອີຣົບ ແລະ ທ່ານ Bart De Wever, ນາຍົກລັດຖະມົນຕີແບນຊິກ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະດຳເນີນການຢ້ຽມຢາມແຕ່ວັນທີ 19-24/10.
ນີ້ແມ່ນການຢ້ຽມຢາມຂັ້ນລັດຖະກິດເດນມາກຄັ້ງທຳອິດຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ພ້ອມກັນນັ້ນ ກໍເປັນການຢ້ຽມຢາມຢ່າງເປັນທາງການ EU ແລະ ແບນຊິກ ຄັ້ງທຳອິດຂອງທ່ານ ໂຕ ເລິມ ໃນຖານະເລຂາທິການໃຫຍ່ພັກ ແລະ ປະທານປະເທດ.
![]() |
| ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. |
ການຢ້ຽມຢາມດຳເນີນຂຶ້ນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI, ສະແດງເຖິງແນວທາງການຕ່າງປະເທດຂອງຫວຽດນາມໃນໄລຍະພັດທະນາໃໝ່, ຢືນຢັນຄວາມຕັ້ງໃຈໃນການເພີ່ມທະວີສາຍພົວພັນກັບບັນດາຄູ່ຮ່ວມມືເອີຣົບ.
ພວກເຮົາຄາດຫວັງວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການເຕີບໂຕສີຂຽວ ແລະ ການພັດທະນາທີ່ຍືນຍົງ. ນີ້ຍັງເປັນໂອກາດໃຫ້ຫວຽດນາມ ຮ່ວມກັບເດນມາກ, EU ແລະ ແບນຊິກ ກຳນົດທິດທາງການຮ່ວມມືໃໝ່, ສ້າງການປ່ຽນແປງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນໃນສາຍພົວພັນສອງຝ່າຍ.
ສຳລັບເດນມາກ, ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນກົງກັບໂອກາດທີ່ສອງປະເທດສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ. ຕະຫຼອດກວ່າເຄິ່ງສະຕະວັດຜ່ານມາ, ສາຍພົວພັນຫວຽດນາມ - ເດນມາກ ໄດ້ພັດທະນາຜ່ານຫຼາຍຂອບການຮ່ວມມື, ຈາກຄູ່ຮ່ວມມືຍຸດທະສາດໃນຂົງເຂດການປ່ຽນແປງດິນຟ້າອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕສີຂຽວ ໄປສູ່ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືຍຸດທະສາດສີຂຽວ.
ບົນພື້ນຖານມິດຕະພາບ ແລະ ຄວາມໄວ້ວາງໃຈທາງການເມືອງທີ່ໄດ້ຮ່ວມກັນສ້າງສາຕະຫຼອດ 55 ປີ, ການຢ້ຽມຢາມເປັນໂອກາດໃຫ້ສອງປະເທດກຳນົດທິດທາງໄລຍະຍາວ, ຍົກລະດັບການຮ່ວມມື ແລະ ມຸ່ງໄປສູ່ການສ້າງຮູບແບບສາຍພົວພັນທີ່ເປັນແບບຢ່າງລະຫວ່າງຫວຽດນາມກັບຄູ່ຮ່ວມມືໃນພາກພື້ນເອີຣົບເໜືອ.
ສຳລັບສາຍພົວພັນກັບ EU, ການຢ້ຽມຢາມມີຄວາມໝາຍພິເສດ ເນື່ອງຈາກສອງຝ່າຍຫາກໍຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມັງກອນ 2026.
ພາຍຫຼັງການຮ່ວມມືກວ່າ 35 ປີ, ຫວຽດນາມສືບຕໍ່ຢືນຢັນບົດບາດເປັນຂົວເຊື່ອມລະຫວ່າງອາຊຽນ ແລະ EU. ຄາດວ່າການຢ້ຽມຢາມຈະຊຸກຍູ້ບັນດາຂົງເຂດສຳຄັນ ເຊັ່ນ ການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ປະກອບສ່ວນເຮັດໃຫ້ສາຍພົວພັນຫວຽດນາມ - EU ກາຍເປັນແບບຢ່າງການຮ່ວມມືພາຍໃຕ້ຂອບອາຊຽນ - EU.
ສຳລັບແບນຊິກ, ການຢ້ຽມຢາມຄັ້ງນີ້ເປັນການສືບຕໍ່ການຢ້ຽມຢາມຂັ້ນລັດຖະກິດຫວຽດນາມຂອງພະມະຫາກະສັດ Philippe ໃນເດືອນເມສາ 2025, ໃນສະພາບທີ່ສອງປະເທດມີສາຍພົວພັນການທູດມາກວ່າ 50 ປີ ແລະ ໄດ້ຜັນຂະຫຍາຍຂອບຄູ່ຮ່ວມມືຍຸດທະສາດດ້ານກະສິກຳມາເປັນເວລາ 8 ປີ.
ຈາກພື້ນຖານການຮ່ວມມືທີ່ມີຢູ່, ຫວຽດນາມ ແລະ ແບນຊິກ ມີໂອກາດຂະຫຍາຍສາຍພົວພັນໃນບັນດາຂົງເຂດທີ່ແບນຊິກມີຈຸດແຂງ ແລະ ຫວຽດນາມກຳລັງໃຫ້ບູລິມະສິດພັດທະນາ, ລວມມີ ວິທະຍາສາດ, ເຕັກໂນໂລຊີ, ຊິບເຄິ່ງຕົວນຳ, ພະລັງງານທົດແທນ, ກະສິກຳສີຂຽວ, ນະວັດຕະກຳ, ໂລຈິສຕິກ ແລະ ທ່າເຮືອທະເລອັດສະລິຍະ.
ສ້າງແຮງຂັບເຄື່ອນໃຫ້ສາຍພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືເອີຣົບພັດທະນາ
ຂໍຮຽນທ່ານນາງ, ທ່ານນາງປະເມີນສາຍພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືເຫຼົ່ານີ້ໃນໄລຍະຜ່ານມາແນວໃດ ແລະ ທ່ານນາງຄາດຫວັງຫຍັງຈາກການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ?
ສາຍພົວພັນລະຫວ່າງຫວຽດນາມກັບເດນມາກ, EU ແລະ ແບນຊິກ ໄດ້ບັນລຸບາດກ້າວພັດທະນາໃນທາງບວກ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ມີເນື້ອໃນຫຼາຍຂຶ້ນ.
ທັງໝົດນີ້ລ້ວນແຕ່ເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດ ແລະ ຂະບວນການເຊື່ອມໂຍງເຂົ້າສູ່ສາກົນຂອງຫວຽດນາມ. ການຮ່ວມມືບໍ່ພຽງແຕ່ພັດທະນາໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ ແລະ ການລົງທຶນເທົ່ານັ້ນ, ແຕ່ຍັງຂະຫຍາຍໄປສູ່ຂົງເຂດປ້ອງກັນຊາດ, ຄວາມໝັ້ນຄົງ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ສຳລັບເດນມາກ, ນີ້ແມ່ນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ພ້ອມທັງມີຂະບວນການປະຊາຊົນສະໜັບສະໜູນຢ່າງແຂງແຮງຕໍ່ການຕໍ່ສູ້ເພື່ອຍາດເອກະລາດ ແລະ ທ້ອນໂຮມປະເທດຊາດຂອງປະຊາຊາດຫວຽດນາມ.
ຕະຫຼອດ 55 ປີຜ່ານມາ, ສາຍພົວພັນສອງປະເທດໄດ້ຄ່ອຍໆຫັນຈາກການຊ່ວຍເຫຼືອເພື່ອການພັດທະນາ ໄປສູ່ການຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ປັດຈຸບັນ, ເດນມາກແມ່ນໜຶ່ງໃນບັນດານັກລົງທຶນຊັ້ນນຳຂອງ EU ຢູ່ຫວຽດນາມ, ໂດດເດັ່ນໃນກຸ່ມຄູ່ຮ່ວມມືເອີຣົບເໜືອດ້ານການລົງທຶນຄຸນນະພາບສູງ ແລະ ການພັດທະນາສີຂຽວ.
ການດຳເນີນງານຂອງບັນດາວິສາຫະກິດເດນມາກໃນຂົງເຂດທ່າເຮືອທະເລ, ການຂົນສົ່ງທາງທະເລ, ໂລຈິສຕິກ ແລະ ອຸດສາຫະກຳສີຂຽວ ສະແດງໃຫ້ເຫັນເຖິງທ່າແຮງ ແລະ ປະສິດທິຜົນຂອງການຮ່ວມມືລະຫວ່າງສອງປະເທດ.
ສຳລັບ EU, ສາຍພົວພັນສອງຝ່າຍໄດ້ມີບາດກ້າວສຳຄັນພາຍຫຼັງການສ້າງຕັ້ງສາຍພົວພັນການທູດມາກວ່າ 35 ປີ.
ໂດຍສະເພາະ, ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນໂອກາດການຢ້ຽມຢາມຫວຽດນາມຂອງທ່ານ António Costa, ປະທານສະພາເອີຣົບ ໃນເດືອນມັງກອນ 2026 ແມ່ນຂີດໝາຍປະຫວັດສາດ, ເຮັດໃຫ້ຫວຽດນາມກາຍເປັນປະເທດອາຊຽນທຳອິດທີ່ສ້າງຕັ້ງຂອບສາຍພົວພັນລະດັບສູງສຸດກັບ EU.
ດ້ານເສດຖະກິດ, ສັນຍາການຄ້າເສລີຫວຽດນາມ - EU (EVFTA) ສືບຕໍ່ສົ່ງເສີມປະສິດທິຜົນພາຍຫຼັງການຜັນຂະຫຍາຍມາເປັນເວລາ 6 ປີ.
ປັດຈຸບັນ, EU ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ແລະ ນັກລົງທຶນໃຫຍ່ອັນດັບທີ 6 ຂອງຫວຽດນາມ. ໃນທາງກັບກັນ, ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ EU ໃນອາຊຽນ.
ນອກຈາກການຄ້າ ແລະ ການລົງທຶນແລ້ວ, ການຮ່ວມມືລະຫວ່າງສອງຝ່າຍກຳລັງຂະຫຍາຍໄປສູ່ຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນສີຂຽວ, ການຫັນປ່ຽນເປັນດິຈິຕອນ ແລະ ເສດຖະກິດທະເລ. ນີ້ແມ່ນບັນດາຂົງເຂດທີ່ມີທ່າແຮງຫຼາຍໃນການປະກອບສ່ວນພັດທະນາສາຍພົວພັນຫວຽດນາມ - EU ໃນໄລຍະຕໍ່ໄປ.
ສຳລັບແບນຊິກ, ສາຍພົວພັນມິດຕະພາບອັນດີງາມທີ່ມີມາແຕ່ດົນນານ ສືບຕໍ່ໄດ້ຮັບການເສີມສ້າງບົນພື້ນຖານຄວາມໄວ້ວາງໃຈທາງການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.
ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ວິທະຍາສາດ, ເຕັກໂນໂລຊີ ໄດ້ບັນລຸຜົນສຳເລັດໃນທາງບວກຫຼາຍດ້ານ, ໃນນັ້ນ ຂອບຄູ່ຮ່ວມມືຍຸດທະສາດດ້ານກະສິກຳທີ່ສ້າງຕັ້ງໃນປີ 2018 ແມ່ນຂີດໝາຍສຳຄັນ.
ຂ້າພະເຈົ້າຊາບຊຶ້ງເປັນພິເສດຕໍ່ການທີ່ສະພາຜູ້ແທນລາຊະດອນແບນຊິກເປັນສະພາຂອງຕ່າງປະເທດແຫ່ງທຳອິດ ແລະ ຈົນເຖິງປັດຈຸບັນກໍເປັນແຫ່ງດຽວທີ່ຮັບຮອງມະຕິຮຽກຮ້ອງໃຫ້ຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມຢູ່ຫວຽດນາມ. ນີ້ແມ່ນການສະແດງອອກເຖິງມິດຕະພາບ, ຈິດໃຈມະນຸດສະທຳ ແລະ ການຮ່ວມເດີນທາງຂອງແບນຊິກໃນຄວາມພະຍາຍາມແກ້ໄຂຜົນກະທົບຈາກສົງຄາມຢູ່ຫວຽດນາມ.
ບົນພື້ນຖານຜົນສຳເລັດທີ່ບັນລຸໄດ້, ຫວຽດນາມ ແລະ ແບນຊິກ ຍັງມີຄວາມສາມາດຫຼາຍດ້ານໃນການເສີມຈຸດແຂງໃຫ້ແກ່ກັນ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍສົນໃຈຮ່ວມກັນ.
ໂດຍລວມແລ້ວ, ເດນມາກ, EU ແລະ ແບນຊິກ ມີຈຸດແຂງຫຼາຍດ້ານກ່ຽວກັບເຕັກໂນໂລຊີ, ການບໍລິຫານຈັດການ ແລະ ບັນດາວິທີແກ້ໄຂເພື່ອການພັດທະນາທີ່ຍືນຍົງ. ໃນຂະນະດຽວກັນ, ຫວຽດນາມກຳລັງເລັ່ງປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງຜະລິດຕະພາບແຮງງານ ແລະ ຄວາມສາມາດແຂ່ງຂັນຂອງເສດຖະກິດ.
ຄວາມຄ້າຍຄືກັນໃນທິດທາງການພັດທະນາ ແລະ ຄວາມສາມາດເສີມຈຸດແຂງໃຫ້ແກ່ກັນລະຫວ່າງບັນດາຝ່າຍ ໄດ້ສ້າງເງື່ອນໄຂໃຫ້ສາຍພົວພັນການຮ່ວມມືສືບຕໍ່ຂະຫຍາຍຕົວ.
ຂ້າພະເຈົ້າຄາດຫວັງວ່າ ການຢ້ຽມຢາມຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຈະສ້າງບາດກ້າວປ່ຽນແປງສຳຄັນໃນການເສີມສ້າງຄວາມໄວ້ວາງໃຈທາງການເມືອງໃນລະດັບສູງສຸດ, ຍົກລະດັບສາຍພົວພັນ ແລະ ເປີດໂອກາດການຮ່ວມມືໃໝ່.
ຄາດວ່າບັນດາຜົນສຳເລັດຈາກການຢ້ຽມຢາມຈະປະກອບສ່ວນຍົກສູງຄວາມສາມາດໃນການພັດທະນາ, ເພີ່ມທະວີຄວາມເປັນເອກະລາດທາງຍຸດທະສາດຂອງຫວຽດນາມ ແລະ ບັນດາຄູ່ຮ່ວມມື, ນຳມາຊຶ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ພ້ອມທັງປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາທີ່ຍືນຍົງໃນສອງພາກພື້ນ.
ຍສໝ - 93% ຂອງຜູ້ນຳວິສາຫະກິດ ເອີຣົບ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ – ເຊິ່ງແມ່ນໜຶ່ງໃນລະດັບທີ່ສູງທີ່ສຸດໃນປະຫວັດສາດການສຳຫຼວດຂອງ EuroCham. |
ຍສໝ - ໃນຕອນຄໍ່າວັນທີ 8 ພຶດສະພາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະຫະພາບເອີຣົບ (EU) ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນເອີຣົບ ສອງພັນຊາວຫົກ (Europe Day). |
ດວງດີ
