| ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ |
ຫຼາຍກວ່າ 2.200 ຄົນ ເຂົ້າຮ່ວມການຝຶກຊ້ອມປ້ອງກັນພົນລະເຮືອນ
ການຝຶກຊ້ອມຄັ້ງນີ້ຈັດໂດຍກະຊວງປ້ອງກັນຊາດຫວຽດນາມ, ໂດຍມີການເຂົ້າຮ່ວມຂອງສະຫາຍ ພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກທະຫານສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ; ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ແລະ ທ່ານ ພົນເອກ ເຕຍ ເຊຮາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດກຳປູເຈຍ.
ພ້ອມກັນນັ້ນ ຍັງມີສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ, ກຳມະການຄະນະບໍລິຫານງານສູນກາງພັກ, ກຳມະການປະຈຳຄະນະພັກທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ; ຄະນະນຳກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ເອກອັກຄະລັດຖະທູດລາວ, ກຳປູເຈຍ ປະຈຳຫວຽດນາມ. ສະຫາຍ ພົນໂທ ຫວູ ຈຸງ ກຽນ, ກຳມະການຄະນະບໍລິຫານງານສູນກາງພັກ, ກຳມະການຄະນະພັກທະຫານສູນກາງ, ຜູ້ບັນຊາການທະຫານຊາຍແດນ ໄດ້ເຂົ້າຮ່ວມຊົມການຝຶກຊ້ອມ.
ກິດຈະກຳນີ້ໄດ້ດຳເນີນບົນພື້ນຖານຂໍ້ຕົກລົງລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດໃນປີ 2019 ແລະ ແຜນການຮ່ວມມືດ້ານປ້ອງກັນຊາດປີ 2026. ຜ່ານການຜັດປ່ຽນກັນຈັດການຝຶກຊ້ອມ, ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ມີເງື່ອນໄຂແລກປ່ຽນປະສົບການ, ຍົກສູງຄວາມສາມາດໃນການປະສານສົມທົບດ້ານການຊ່ວຍເຫຼືອມະນຸດສະທຳ, ການບັນເທົາໄພພິບັດ ແລະ ການຮັບມືກັບສະຖານະການສຸກເສີນ.
ກ່າວຄຳປາໄສເປີດການຝຶກຊ້ອມ, ສະຫາຍ ພົນເອກ ຟານ ວັນ ຢາງ ໃຫ້ຂໍ້ສັງເກດວ່າ ການປ່ຽນແປງດິນຟ້າອາກາດ, ໄພທຳມະຊາດ, ພະຍາດລະບາດ ແລະ ເຫດການທາງສິ່ງແວດລ້ອມ ກຳລັງສ້າງສິ່ງທ້າທາຍຫຼາຍດ້ານໃຫ້ແກ່ບັນດາປະເທດ. ດັ່ງນັ້ນ, ການເພີ່ມທະວີຄວາມສາມາດດ້ານການປ້ອງກັນພົນລະເຮືອນ ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການປົກປ້ອງປະຊາຊົນຂອງແຕ່ລະປະເທດເທົ່ານັ້ນ ແຕ່ຍັງປະກອບສ່ວນຮັບປະກັນຄວາມໝັ້ນຄົງຮ່ວມຂອງພາກພື້ນ.
ຕາມສະຫາຍ ພົນເອກ ແລ້ວ, ການຝຶກຊ້ອມຄັ້ງນີ້ສະແດງເຖິງຄວາມຕັ້ງໃຈປະສານສົມທົບລະຫວ່າງກອງທັບສາມປະເທດ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ, ໂດຍມຸ່ງໄປສູ່ເປົ້າໝາຍປົກປ້ອງຊີວິດ, ຊັບສິນ ແລະ ຊີວິດການເປັນຢູ່ອັນສະຫງົບສຸກຂອງປະຊາຊົນ.
ສະຫາຍ ພົນເອກ ຟານ ວັນ ຢາງ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳບໍລິຫານກິດຈະກຳຢ່າງຮັດກຸມ, ຖືກຕ້ອງຕາມແຜນການ, ມີຄວາມຄ່ອງຕົວໃນການແກ້ໄຂສະຖານະການທີ່ເກີດຂຶ້ນ ແລະ ຮັບປະກັນໃຫ້ໃກ້ຄຽງກັບສະພາບຕົວຈິງ. ບັນດາກຳລັງທີ່ເຂົ້າຮ່ວມຕ້ອງຮັກສາລະບຽບວິໄນ, ເປັນເຈົ້າການປະສານສົມທົບ ແລະ ຮັບປະກັນຄວາມປອດໄພຢ່າງເດັດຂາດຕໍ່ຄົນ, ພາຫະນະ ແລະ ອຸປະກອນ.
ພາຍຫຼັງການຝຶກຊ້ອມ, ກອງທັບແຕ່ລະປະເທດຈຳເປັນຕ້ອງຕີລາຄາ ແລະ ຖອດຖອນບົດຮຽນປະສົບການ ເພື່ອສືບຕໍ່ປັບປຸງບັນດາແຜນຮັບມືໃຫ້ສົມບູນ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນສາມປະເທດ.
![]() |
| ການຝຶກຊ້ອມຮ່ວມປະກອບສ່ວນຍົກສູງຄວາມສາມາດຮັບມືກັບໄພທຳມະຊາດຂອງກອງທັບຫວຽດນາມ - ລາວ - ກຳປູເຈຍ |
ດ້ວຍການເຂົ້າຮ່ວມຂອງຫຼາຍກວ່າ 2.200 ຄົນ ພ້ອມກັບພາຫະນະ ແລະ ອຸປະກອນຫຼາຍຮ້ອຍລາຍການ, ການຝຶກຊ້ອມໄດ້ຈັດເປັນສອງໄລຍະ.
ໃນໄລຍະກະກຽມ, ບັນດາຫົວໜ່ວຍໄດ້ສ້າງຕັ້ງກອງບັນຊາການຮ່ວມ, ແບ່ງໜ້າທີ່ ແລະ ເອກະພາບແຜນການປະສານສົມທົບ. ໄລຍະຝຶກປະຕິບັດສຸມໃສ່ການແກ້ໄຂສາມກຸ່ມສະຖານະການ ປະກອບມີ ການກູ້ໄພປະຊາຊົນໃນເຂດນ້ຳຖ້ວມ ແລະ ການຈັດຕັ້ງໂຮງໝໍສະໜາມ; ການຄົ້ນຫາ ແລະ ກູ້ໄພໃນອາຄານທີ່ພັງທະລາຍ; ການຮັບມືກັບເຫດການຮົ່ວໄຫຼ ແລະ ແຜ່ກະຈາຍຂອງສານເຄມີອັນຕະລາຍ.
ໃນສະຖານະການນ້ຳຖ້ວມ, ກຳລັງກູ້ໄພໄດ້ນຳໃຊ້ເຮືອເຂົ້າເຖິງບັນດາເຂດທີ່ຖືກຕັດຂາດ, ປະສົມປະສານກັບການນຳໃຊ້ເຮືອບິນເຮລິຄອບເຕີ ເພື່ອນຳຜູ້ປະສົບໄພອອກຈາກເຂດອັນຕະລາຍ. ພະນັກງານກູ້ໄພໄດ້ໃຊ້ອຸປະກອນກວ້ານຍົກຜູ້ປະສົບໄພຂຶ້ນເຮືອບິນ, ຈາກນັ້ນສົ່ງມອບໃຫ້ກຳລັງແພດທະຫານຮັບຕົວ ແລະ ປະຖົມພະຍາບານສຸກເສີນ.
ສຳລັບສະຖານະການອາຄານພັງທະລາຍ, ກຳລັງທະຫານຊ່າງແສງໄດ້ປະສານສົມທົບກັບບັນດາທີມໝາປະຈຳການ ເພື່ອຄົ້ນຫາຜູ້ຕິດຄ້າງຢູ່ໃຕ້ຊາກຫັກພັງ. ໃນສະຖານະການເກີດເຫດສານເຄມີ, ກຳລັງວິຊາສະເພາະໄດ້ນຳໃຊ້ອຸປະກອນປ້ອງກັນສານພິດ ເພື່ອເຂົ້າເຖິງຈຸດເກີດເຫດ ແລະ ນຳຜູ້ປະສົບໄພໄປຍັງສະຖານທີ່ປອດໄພ.
ບັນດາເນື້ອໃນຝຶກປະຕິບັດໄດ້ດຳເນີນຢ່າງຕໍ່ເນື່ອງເຊື່ອມໂຍງກັນ, ຮຽກຮ້ອງໃຫ້ບັນດາກຳລັງມີຄວາມເອກະພາບໃນການແລກປ່ຽນຂໍ້ມູນ, ການເຄື່ອນຍ້າຍກຳລັງ, ການກຳນົດຕຳແໜ່ງຜູ້ປະສົບໄພ, ການຈັດຕັ້ງກູ້ໄພ ແລະ ການປະຖົມພະຍາບານສຸກເສີນ.
ການຝຶກຊ້ອມໄດ້ສຳເລັດຕາມແຜນການ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ປະກອບສ່ວນຍົກສູງຄວາມສາມາດໃນການປະສານກຳລັງລະຫວ່າງກອງທັບສາມປະເທດ ເມື່ອແກ້ໄຂບັນດາສະຖານະການໄພທຳມະຊາດ ແລະ ໄພພິບັດທີ່ສັບສົນ.
ໝາປະຈຳການຂອງທະຫານຊາຍແດນເຂົ້າຮ່ວມຄົ້ນຫາ ແລະ ກູ້ໄພ
ໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈຂອງການຝຶກຊ້ອມ ແມ່ນການເຂົ້າຮ່ວມຂອງກຳລັງໝາປະຈຳການ ສັງກັດໂຮງຮຽນຊັ້ນກາງທະຫານຊາຍແດນ 24.
ໂຮງຮຽນໄດ້ລະດົມພະນັກງານ, ຄູຝຶກ ແລະ ພະນັກງານວິຊາສະເພາະ 20 ຄົນ ພ້ອມກັບໝາປະຈຳການຄົ້ນຫາ ແລະ ກູ້ໄພ 6 ໂຕ, ໂດຍມີສະຫາຍ ພັນເອກ ຮວ່າງ ຫງອກ ຊ້າງ, ຮອງຜູ້ອຳນວຍການໂຮງຮຽນ ເປັນຜູ້ບັນຊາການ.
ກຳລັງດັ່ງກ່າວປະຕິບັດໜ້າທີ່ກວດພົບ ແລະ ກຳນົດຕຳແໜ່ງຜູ້ປະສົບໄພໃນສະຖານະການອາຄານພັງທະລາຍ, ໂດຍປະສານສົມທົບກັບບັນດາຫົວໜ່ວຍກູ້ໄພຂອງລາວ ແລະ ກຳປູເຈຍ.
ເພື່ອກະກຽມ, ໂຮງຮຽນຊັ້ນກາງທະຫານຊາຍແດນ 24 ໄດ້ຄັດເລືອກຄະນະຄູຝຶກ ແລະ ໝາປະຈຳການທີ່ມີປະສົບການ, ສ້າງແຜນການຝຶກອົບຮົມ, ກະກຽມພາຫະນະ ແລະ ອຸປະກອນ ຕາມການຊີ້ນຳຂອງກະຊວງປ້ອງກັນຊາດ ແລະ ກອງບັນຊາການທະຫານຊາຍແດນ.
ແຕ່ວັນທີ 18-29/9, ກຳລັງທີ່ເຂົ້າຮ່ວມໄດ້ຮັບການຝຶກອົບຮົມຕາມບັນດາສະຖານະການທີ່ຄາດໄວ້ຢູ່ໂຮງຮຽນ. ຈາກນັ້ນ, ພະນັກງານ, ຄູຝຶກ ແລະ ໝາປະຈຳການ ໄດ້ເຄື່ອນຍ້າຍໄປຍັງສະໜາມຝຶກຂອງກອງພັນໃຫຍ່ທະຫານຊ່າງແສງ 249 ເພື່ອສືບຕໍ່ຝຶກຊ້ອມ, ຝຶກປະສານກຳລັງ, ເຂົ້າຮ່ວມການຊ້ອມຍ່ອຍ ແລະ ຊ້ອມໃຫຍ່ຮ່ວມກັບບັນດາຫົວໜ່ວຍ.
ໃນຂະບວນການກະກຽມ, ໂຮງຮຽນໄດ້ປະສານສົມທົບກັບກອງພັນນ້ອຍ 93, ເຫຼົ່າທັບທະຫານຊ່າງແສງ ເພື່ອສຳຫຼວດພູມສັນຖານ, ສ້າງສະໜາມຝຶກ ແລະ ເອກະພາບຕຳແໜ່ງຈັດວາງຜູ້ປະສົບໄພສົມມຸດ, ຊ່ວຍໃຫ້ໝາປະຈຳການຄຸ້ນເຄີຍກັບເງື່ອນໄຂການປະຕິບັດໜ້າທີ່.
ສະຖານະການຝຶກຊ້ອມທີ່ກຳນົດຂຶ້ນແມ່ນ ຝົນຕົກໜັກ ແລະ ນ້ຳປ່າໄຫຼຫຼາກ ເຮັດໃຫ້ອາຄານຫຼາຍແຫ່ງເສຍຫາຍ, ໃນນັ້ນມີອາຄານໜຶ່ງຫຼັງພັງທະລາຍ ເຮັດໃຫ້ຜູ້ປະສົບໄພຈຳນວນໜຶ່ງຕິດຄ້າງຢູ່ໃຕ້ຊາກຫັກພັງ.
ກຳລັງຂອງໂຮງຮຽນຊັ້ນກາງທະຫານຊາຍແດນ 24 ໄດ້ແບ່ງອອກເປັນສາມຊຸດຄົ້ນຫາ, ແຕ່ລະຊຸດຮັບຜິດຊອບໜຶ່ງເຂດ. ບັນດາຄູຝຶກໄດ້ຄວບຄຸມໝາປະຈຳການໃຫ້ເຂົ້າໄປຫາບັນດາຈຸດທີ່ສົງໄສວ່າມີຜູ້ຕິດຄ້າງ, ສັງເກດປະຕິກິລິຍາຂອງໝາ ເພື່ອກວດຫາກິ່ນຂອງມະນຸດ.
ເມື່ອໝາປະຈຳການກວດພົບສັນຍານຂອງຜູ້ປະສົບໄພ, ຄູຝຶກຈະລາຍງານຕໍ່ຜູ້ບັນຊາການ, ໝາຍຕຳແໜ່ງ ແລະ ສືບຕໍ່ປະຕິບັດໜ້າທີ່. ຕາມແຜນການ, ບັນດາຕຳແໜ່ງທີ່ກວດພົບສາມາດໄດ້ຮັບການກວດສອບຊ້ຳໂດຍຄູຝຶກ ແລະ ໝາປະຈຳການອີກຊຸດໜຶ່ງ ເພື່ອຍົກສູງຄວາມຖືກຕ້ອງແມ່ນຍຳ.
ຂໍ້ມູນການຄົ້ນຫາຈາກນັ້ນຈະຖືກສົ່ງຕໍ່ໃຫ້ກຳລັງທະຫານຊ່າງແສງ ເພື່ອປະສານສົມທົບເຈາະ, ຕັດ ແລະ ເຂົ້າເຖິງຜູ້ປະສົບໄພ. ວຽກງານປະຖົມພະຍາບານ ແລະ ສົ່ງມອບຜູ້ປະສົບໄພ ໄດ້ດຳເນີນຕາມຂັ້ນຕອນ, ຮັບປະກັນຂໍ້ກຳນົດດ້ານຄວາມປອດໄພຢູ່ຈຸດເກີດເຫດ.
ສະຫາຍ ພັນເອກ ຮວ່າງ ຫງອກ ຊ້າງ ໃຫ້ຮູ້ວ່າ ກິດຈະກຳຄົ້ນຫາ ແລະ ກູ້ໄພໂດຍນຳໃຊ້ໝາປະຈຳການ ຮຽກຮ້ອງໃຫ້ມີຄວາມອົດທົນ, ທັກສະການຝຶກ ແລະ ຄວາມສາມາດປະສານສົມທົບຢ່າງໃກ້ຊິດລະຫວ່າງຄູຝຶກກັບໝາປະຈຳການ.
ຕາມທ່ານ ແລ້ວ, ຜູ້ຄວບຄຸມຈຳເປັນຕ້ອງມີຄວາມໜັກແໜ້ນ, ປະຕິບັດທ່າທາງຕ່າງໆຢ່າງຖືກຕ້ອງແມ່ນຍຳ ແລະ ຮັກສາຄວາມຜູກພັນກັບໝາປະຈຳການ ເພື່ອຮັບປະກັນປະສິດທິຜົນ ແລະ ຄວາມປອດໄພເມື່ອປະຕິບັດໜ້າທີ່ໃນເງື່ອນໄຂທີ່ສັບສົນ.
ໃນຂະບວນການຝຶກຊ້ອມ, ຄວາມສາມາດກວດຈັບກິ່ນຂອງມະນຸດຂອງໝາປະຈຳການ ໄດ້ປະສົມປະສານກັບເຕັກນິກການເຂົ້າເຖິງຈຸດເກີດເຫດຂອງທະຫານຊ່າງແສງ ແລະ ຄວາມສາມາດປິ່ນປົວຂອງແພດທະຫານ.
ການກຳນົດຕຳແໜ່ງຜູ້ຕິດຄ້າງຢ່າງຖືກຕ້ອງແມ່ນຍຳ ຊ່ວຍໃຫ້ບັນດາກຳລັງສາມາດດຳເນີນແຜນການກູ້ໄພທີ່ເໝາະສົມ, ຮັບປະກັນຄວາມຕໍ່ເນື່ອງລະຫວ່າງຂັ້ນຕອນຄົ້ນຫາ, ເຂົ້າເຖິງ, ປະຖົມພະຍາບານ ແລະ ນຳຜູ້ປະສົບໄພອອກຈາກເຂດອັນຕະລາຍ.
ຜ່ານກິດຈະກຳນີ້, ໂຮງຮຽນຊັ້ນກາງທະຫານຊາຍແດນ 24 ມີເງື່ອນໄຂທົດສອບຄຸນນະພາບການຝຶກ, ຕີລາຄາຄວາມສາມາດປະຕິບັດໜ້າທີ່ຂອງກຳລັງໝາປະຈຳການ ແລະ ຍົກສູງປະສິດທິຜົນການປະສານສົມທົບກັບບັນດາຫົວໜ່ວຍໃນສະຖານະການສຸກເສີນທີ່ເກີດຂຶ້ນກະທັນຫັນ.
ເມື່ອສິ້ນສຸດການຝຶກຊ້ອມ, ກຳລັງຂອງໂຮງຮຽນຊັ້ນກາງທະຫານຊາຍແດນ 24 ໄດ້ສຳເລັດໜ້າທີ່ຢ່າງດີເລີດ, ຮັບປະກັນຄວາມປອດໄພຢ່າງເດັດຂາດຕໍ່ຄົນ, ພາຫະນະ, ອຸປະກອນ ແລະ ໝາປະຈຳການ.
ຜົນການຝຶກຊ້ອມບໍ່ພຽງແຕ່ປະກອບສ່ວນຍົກສູງຄວາມສາມາດໃນການຮັບມືກັບໄພທຳມະຊາດ, ການຄົ້ນຫາ ແລະ ກູ້ໄພຂອງທະຫານຊາຍແດນເທົ່ານັ້ນ ແຕ່ຍັງສະແດງເຖິງປະສິດທິຜົນການປະສານສົມທົບລະຫວ່າງກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ໃນການປະຕິບັດບັນດາໜ້າທີ່ປ້ອງກັນພົນລະເຮືອນ.
ຜ່ານຂະບວນການຮ່ວມກັນກະກຽມ ແລະ ຝຶກປະຕິບັດບັນດາສະຖານະການຮັບມືກັບໄພພິບັດ, ກອງທັບສາມປະເທດໄດ້ສືບຕໍ່ເສີມຂະຫຍາຍຄວາມໄວ້ວາງໃຈ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ສົ່ງເສີມນ້ຳໃຈສາມັກຄີ, ຊ່ວຍເຫຼືອຊຶ່ງກັນແລະກັນ ເພື່ອຄວາມປອດໄພຂອງປະຊາຊົນ.
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ. |
ຍສໝ - ຕອນບ່າຍວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານ ດວ່ານມິງຮ໊ວນ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຕາງໜ້າການນຳພັກ, ລັດ ໄດ້ຕ້ອນຮັບຄະນະຜູ້ນຳຮຸ່ນໜຸ່ມຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງພະນັກງານຮຸ່ນໜຸ່ມໃນການສືບທອດ, ຮັກສາ ແລະ ເສີມສ້າງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມປະເທດ. |
ມິງດຶກ
