| ນະຄອນ ໂຮ່ຈິມິນ: ແຈ້ງຂໍ້ມູນກ່ຽວກັບມະຕິເລກທີ 98 ໃຫ້ຊາວຫວຽດນາມ ທີ່ອາໄສຢູ່ ແຟງລັງ ດານັງ - Turku (ແຟງລັງ) ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ |
ໃນການຕ້ອນຮັບ, ທ່ານນາງ ເລ ທິ ທູ ຮັ່ງ ຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບແຟງລັງ, ຊຶ່ງເປັນຄູ່ຮ່ວມມືຍຸດທະສາດປະເທດທຳອິດຂອງຫວຽດນາມໃນພາກພື້ນເອີຣົບເໜືອ. ທ່ານນາງຮອງລັດຖະມົນຕີໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງແຟງລັງ, ໂດຍສະເພາະໃນບັນດາໂຄງການນ້ຳສະອາດ, ທີ່ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
![]() |
| ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. |
ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນເກືອບໜຶ່ງປີພາຍຫຼັງສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານນາງຮອງລັດຖະມົນຕີຄາດຫວັງວ່າ ກິດຈະກຳນີ້ຈະຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ທ່ານນາງຮອງລັດຖະມົນຕີສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ, ຂະຫຍາຍການລົງທຶນສອງທິດທາງ, ຊຸກຍູ້ໃຫ້ວິສາຫະກິດແຟງລັງເພີ່ມການລົງທຶນຢູ່ຫວຽດນາມ ແລະ ນຳໃຊ້ບົດບາດເປັນຂົວເຊື່ອມຂອງຫວຽດນາມ ເພື່ອເຂົ້າເຖິງຕະຫຼາດອາຊຽນ.
ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ສອງຝ່າຍຈຳເປັນຕ້ອງເຊື່ອມໂຍງການລົງທຶນເຂົ້າກັບການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ, ນະວັດຕະກຳ ແລະ ການນຳໃຊ້ບັນດາວິທີແກ້ໄຂເພື່ອຮັບໃຊ້ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ.
ທ່ານນາງຮອງລັດຖະມົນຕີຍັງສະເໜີໃຫ້ຂະຫຍາຍການເຊື່ອມໂຍງລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ; ເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາຫວຽດນາມ, ພ້ອມທັງສ້າງເງື່ອນໄຂສະດວກດ້ານວີຊາ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ.
ທ່ານ Ville Tavio ຢືນຢັນວ່າ ແຟງລັງຖືຫວຽດນາມເປັນໜຶ່ງໃນບັນດາຄູ່ຮ່ວມມືຊັ້ນນຳໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານຕີລາຄາວ່າ ສອງປະເທດມີທ່າແຮງການຮ່ວມມືຫຼາຍດ້ານ, ໂດຍສະເພາະໃນບັນດາຂົງເຂດທີ່ແຟງລັງມີຈຸດແຂງ ເຊັ່ນ ເຕັກໂນໂລຊີດິຈິຕອນ, ການປະມວນຜົນຂໍ້ມູນ ແລະ ພະລັງງານ.
ທ່ານລັດຖະມົນຕີປາຖະໜາຢາກຊຸກຍູ້ບັນດາໂຄງການໂຄງລ່າງພື້ນຖານດິຈິຕອນ, ສູນຂໍ້ມູນ, ພະລັງງານ ແລະ ເສດຖະກິດໝູນວຽນ; ພ້ອມທັງແນະນຳບັນດາກົນໄກຊ່ວຍເຫຼືອວິສາຫະກິດແຟງລັງໃນການສົ່ງເສີມການຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ການຊອກຫາຄູ່ຮ່ວມມືຫວຽດນາມ.
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ປະສານສົມທົບຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ, ເພື່ອນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດໃຫ້ພັດທະນາຢ່າງມີເນື້ອໃນ ແລະ ປະສິດທິຜົນ.
ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍໄດ້ເນັ້ນໜັກການແກ້ໄຂຂໍ້ຂັດແຍ່ງ ແລະ ຄວາມຂັດແຍ້ງ ດ້ວຍການສົນທະນາ ແລະ ເຈລະຈາຢ່າງສັນຕິ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ.
ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027. |
ຍສໝ - ວັນທີ 15/10, ພະແນກສຶກສາ ແລະ ກິລາແຂວງດຽນບຽນ ໄດ້ຈັດພິທີເປີດຫຼັກສູດຮຽນພາສາຫວຽດນາມ ສົກຮຽນ 2026-2027 ໃຫ້ແກ່ນັກສຶກສາລາວ 80 ຄົນ ທີ່ມາຈາກ 4 ແຂວງພາກເໜືອຂອງລາວ. ໃນໂອກາດດຽວກັນນີ້, ແຂວງຍັງໄດ້ສະຫຼຸບໂຄງການບຳລຸງຄວາມຮູ້ວິຊາຊີບ, ຝຶກອົບຮົມ ແລະ ລົງສຶກສາພາກປະຕິບັດຢູ່ຮາກຖານ ໃຫ້ແກ່ພະນັກງານ, ລັດຖະກອນ ແລະ ພະນັກງານວິຊາຊີບ 14 ຄົນ ຈາກສອງແຂວງອຸດົມໄຊ ແລະ ຜົ້ງສາລີ. |
ມິງດຶກ
