ດຽນບຽນ, ຢຸນນານ ແລະ ຫຼວງພະບາງ ຊຸກຍູ້ການເຊື່ອມໂຍງດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ

23:50 | 20/10/2026

ຍສໝ - ວັນທີ 19/10, ຢູ່ດຽນບຽນ, ຄະນະກຳມະການປະຊາຊົນແຂວງດຽນບຽນ ໄດ້ປະສານສົມທົບກັບແຂວງຢຸນນານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ຈັດກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ພາຍໃຕ້ຫົວຂໍ້ “ເຊື່ອມໂຍງທ້ອງຖິ່ນ - ສ້າງສັນຄວາມຈະເລີນຮຸ່ງເຮືອງ”, ໂດຍສຸມໃສ່ຊຸກຍູ້ການເຊື່ອມໂຍງໂຄງລ່າງພື້ນຖານການຄົມມະນາຄົມ, ພັດທະນາເສດຖະກິດດ່ານຊາຍແດນ ແລະ ສ້າງຕັ້ງຕ່ອງໂສ້ມູນຄ່າທີ່ເຊື່ອມໂຍງກັນລະຫວ່າງສາມທ້ອງຖິ່ນ.

ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ

ກອງປະຊຸມມີການເຂົ້າຮ່ວມຂອງສະຫາຍ ເຈິ່ນ ຕຽນ ຢຸງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງດຽນບຽນ; ສະຫາຍ ຫງວຽນ ມິງ ຫວູ, ກຳມະການສູນກາງພັກ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ; ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ; ທ່ານ ຫວາງ ຊຸນ, ອຸປະທູດຊົ່ວຄາວສະຖານທູດຈີນປະຈຳຫວຽດນາມ ພ້ອມດ້ວຍຜູ້ແທນຫຼາຍກວ່າ 300 ທ່ານ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການ, ສະມາຄົມ, ວິສາຫະກິດຂອງສາມທ້ອງຖິ່ນ ແລະ ແຂກຮັບເຊີນ.

ກອງປະຊຸມໄດ້ສະແດງເຖິງຄວາມຕັ້ງໃຈໃນການເພີ່ມທະວີການຮ່ວມມືທາງເສດຖະກິດໃນອະນຸພາກພື້ນ, ສົ່ງເສີມທ່າແຮງຂອງເຂດຊາຍແດນໃຫ້ກາຍເປັນພື້ນທີ່ເຊື່ອມໂຍງການຄ້າ, ການລົງທຶນ ແລະ ການພັດທະນາ.

ສົ່ງເສີມທ່າແຮງການເຊື່ອມໂຍງລະຫວ່າງສາມທ້ອງຖິ່ນ

ກ່າວເປີດກອງປະຊຸມ, ສະຫາຍ ເຈິ່ນ ຕຽນ ຢຸງ, ເລຂາຄະນະພັກແຂວງດຽນບຽນ ໄດ້ເນັ້ນໜັກວ່າ ນອກຈາກປະເພນີປະຫວັດສາດທີ່ຜູກພັນກັບໄຊຊະນະດຽນບຽນຝູແລ້ວ, ດຽນບຽນຍັງມີທີ່ຕັ້ງທາງພູມສາດ - ເສດຖະກິດທີ່ພິເສດ ເພາະເປັນແຂວງດຽວຂອງຫວຽດນາມທີ່ມີຊາຍແດນຕິດກັບທັງລາວ ແລະ ຈີນ.

ທີ່ຕັ້ງດັ່ງກ່າວຖືກປຽບທຽບວ່າ “ໄກ່ຂັນຄັ້ງດຽວ, ສາມປະເທດໄດ້ຍິນ” ເຊິ່ງສ້າງເງື່ອນໄຂໃຫ້ດຽນບຽນພັດທະນາເປັນສູນກາງຂົນສົ່ງສິນຄ້າຜ່ານ, ເຊື່ອມໂຍງການຄ້າ, ການລົງທຶນ ແລະ ການບໍລິການລະຫວ່າງເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ກັບພາກເໜືອຂອງລາວ ແລະ ພາກຕາເວັນຕົກສ່ຽງໃຕ້ຂອງຈີນ.

ຕາມທ່ານ ເຈິ່ນ ຕຽນ ຢຸງ ແລ້ວ, ຊາຍແດນບໍ່ແມ່ນພຽງແຕ່ເສັ້ນແບ່ງອານາເຂດເທົ່ານັ້ນ ແຕ່ຍັງສາມາດກາຍເປັນພື້ນທີ່ຮ່ວມມື, ບ່ອນທີ່ຈຸດແຂງຂອງແຕ່ລະທ້ອງຖິ່ນໄດ້ຮັບການສົ່ງເສີມ ເພື່ອສ້າງໂອກາດພັດທະນາຮ່ວມກັນ.

ກ່ຽວກັບສະພາບເສດຖະກິດ, ໃນ 9 ເດືອນຕົ້ນປີ 2026, ຜະລິດຕະພັນລວມພາຍໃນແຂວງ (GRDP) ຂອງດຽນບຽນເພີ່ມຂຶ້ນ 9,81%. ສະເພາະໄຕມາດ III/2026, ແຂວງຢູ່ໃນກຸ່ມ 10 ທ້ອງຖິ່ນທີ່ມີອັດຕາເຕີບໂຕສອງຫຼັກສູງທີ່ສຸດໃນທົ່ວປະເທດ. ດຽນບຽນຍັງໄດ້ອະນຸມັດຫຼັກການລົງທຶນໃຫ້ 31 ໂຄງການ ດ້ວຍທຶນຈົດທະບຽນລວມຫຼາຍກວ່າ 54.000 ຕື້ດົ່ງ, ລວມມີຫຼາຍໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂະໜາດໃຫຍ່.

ເພື່ອຂຸດຄົ້ນທ່າແຮງເຫຼົ່ານີ້ຢ່າງມີປະສິດທິຜົນ, ເລຂາຄະນະພັກແຂວງດຽນບຽນໄດ້ສະເໜີ 3 ກຸ່ມຂົງເຂດບູລິມະສິດໃນການດຶງດູດການລົງທຶນສາກົນ.

ກ່ອນອື່ນໝົດແມ່ນການພັດທະນາໂຄງລ່າງພື້ນຖານເຊື່ອມໂຍງ, ລະບົບໂລຈິສຕິກ, ການຄ້າຊາຍແດນ ແລະ ອຸດສາຫະກຳປຸງແຕ່ງ, ມຸ່ງສູ່ການສ້າງຕ່ອງໂສ້ສະໜອງ ແລະ ຕ່ອງໂສ້ມູນຄ່າຮ່ວມກັນລະຫວ່າງສາມທ້ອງຖິ່ນ. ຕໍ່ມາແມ່ນການຊຸກຍູ້ກະສິກຳສິນຄ້າທີ່ເຊື່ອມໂຍງກັບເສດຖະກິດສີຂຽວ, ນຳໃຊ້ເຕັກໂນໂລຊີປຸງແຕ່ງຂັ້ນເລິກ ເພື່ອຍົກສູງມູນຄ່າຜະລິດຕະພັນກະສິກຳ, ປົກປ້ອງສິ່ງແວດລ້ອມ ແລະ ສ້າງອາຊີບທີ່ຍືນຍົງ. ຂົງເຂດທີສາມແມ່ນການທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ນິເວດ, ໂດຍຂຸດຄົ້ນການເຊື່ອມໂຍງລະຫວ່າງມໍລະດົກ ແລະ ທິວທັດຂອງດຽນບຽນ, ຫຼວງພະບາງ ແລະ ຢຸນນານ ເພື່ອສ້າງເສັ້ນທາງທ່ອງທ່ຽວຂ້າມປະເທດ.

ທ່ານ ເຈິ່ນ ຕຽນ ຢຸງ ຢືນຢັນວ່າ ແຂວງດຽນບຽນຈະສືບຕໍ່ປະຕິຮູບລະບຽບຂັ້ນຕອນບໍລິຫານ, ເປີດເຜີຍຂໍ້ມູນແຜນຜັງຢ່າງໂປ່ງໃສ, ຮັບປະກັນສະພາບແວດລ້ອມການລົງທຶນທີ່ເປັນທຳ ແລະ ຖືເອົາຄວາມພໍໃຈ ແລະ ຄວາມສຳເລັດຂອງວິສາຫະກິດເປັນເກນປະເມີນປະສິດທິຜົນການບໍລິຫານ.

ດຽນບຽນ, ຢຸນນານ ແລະ ຫຼວງພະບາງ ຊຸກຍູ້ການເຊື່ອມໂຍງດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ
ບັນຍາກາດລວມຂອງກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ລະຫວ່າງສາມທ້ອງຖິ່ນ ດຽນບຽນ (ຫວຽດນາມ), ຫຼວງພະບາງ (ລາວ) ແລະ ຢຸນນານ (ຈີນ).

ໃຫ້ບູລິມະສິດແກ່ການຂຸດຄົ້ນໂຄງລ່າງພື້ນຖານການຄົມມະນາຄົມ ແລະ ເສດຖະກິດດ່ານຊາຍແດນຢ່າງມີປະສິດທິຜົນ

ກ່າວໃນກອງປະຊຸມ, ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ຄວາມເປັນເຈົ້າການຂອງດຽນບຽນ, ຢຸນນານ ແລະ ຫຼວງພະບາງ ໃນການຊຸກຍູ້ການຮ່ວມມື. ຕາມທ່ານຮອງລັດຖະມົນຕີແລ້ວ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດຫວຽດນາມ - ລາວ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ແມ່ນພື້ນຖານອັນເອື້ອອຳນວຍໃຫ້ສາມທ້ອງຖິ່ນພັດທະນາການເຊື່ອມໂຍງທາງເສດຖະກິດ.

ທ່ານຮອງລັດຖະມົນຕີໄດ້ເນັ້ນໜັກວ່າ ປະສິດທິຜົນຂອງການຮ່ວມມືຕ້ອງສະແດງອອກຜ່ານຜົນປະໂຫຍດທີ່ເປັນຮູບປະທຳຕໍ່ປະຊາຊົນ ແລະ ວິສາຫະກິດ ເຊັ່ນ ຜະລິດຕະພັນກະສິກຳສາມາດຈຳໜ່າຍໄດ້ໃນລາຄາທີ່ດີຂຶ້ນ, ສິນຄ້າຖືກຂົນສົ່ງໄດ້ໄວຂຶ້ນດ້ວຍຕົ້ນທຶນຕ່ຳລົງ ແລະ ປະຊາຊົນເຂດຊາຍແດນມີວຽກເຮັດທີ່ໝັ້ນຄົງຢູ່ທ້ອງຖິ່ນ.

ໂດຍກ່າວເຖິງບັນດາບາດກ້າວພັດທະນາໂຄງລ່າງພື້ນຖານໃນພາກພື້ນ, ໃນນັ້ນມີການຍົກລະດັບສະໜາມບິນດຽນບຽນ, ການວາງແຜນເສັ້ນທາງດ່ວນຮ່າໂນ້ຍ - ດຽນບຽນ, ການນຳເສັ້ນທາງລົດໄຟລາວ - ຈີນເຂົ້າດຳເນີນງານ ແລະ ລະບົບທາງດ່ວນຢຸນນານທີ່ເຊື່ອມຕໍ່ກັບຄຸນໝິງ, ທ່ານຮອງລັດຖະມົນຕີເຫັນວ່າ ຈຸດສຸມຕ້ອງຫັນຈາກແນວຄິດການກໍ່ສ້າງໂຄງການ ໄປສູ່ການຍົກສູງປະສິດທິຜົນໃນການຂຸດຄົ້ນນຳໃຊ້ໂຄງການ.

ບົນພື້ນຖານນັ້ນ, ທ່ານ ຫງວຽນ ມິງ ຫວູ ໄດ້ສະເໜີ 3 ທິດທາງການຮ່ວມມືທາງຍຸດທະສາດ.

ທິດທາງທີໜຶ່ງ, ເພີ່ມທະວີການເຊື່ອມໂຍງການຄົມມະນາຄົມ ແລະ ປັບປຸງລະບຽບຂັ້ນຕອນຢູ່ດ່ານຊາຍແດນ, ແກ້ໄຂບັນດາຈຸດຕິດຂັດດ້ານໂລຈິສຕິກ. ໃນນັ້ນ, ເລັ່ງລັດລະບຽບຂັ້ນຕອນຍົກລະດັບຄູ່ດ່ານຊາຍແດນ ຫ້ວຍປວກ - ນາຊອນ ຢູ່ເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ກາຍເປັນດ່ານສາກົນ; ປັບປຸງໂຄງລ່າງພື້ນຖານໃຫ້ສົມບູນເພື່ອນຳຄູ່ດ່ານ ອາປາຈາຍ - ຫຼົງຝູ ຢູ່ເສັ້ນຊາຍແດນຫວຽດນາມ - ຈີນ ເຂົ້າດຳເນີນງານຢ່າງເປັນທາງການ, ພ້ອມທັງເຊື່ອມຕໍ່ກັບສະໜາມບິນດຽນບຽນ ແລະ ເສັ້ນທາງລົດໄຟລາວ - ຈີນ.

ທິດທາງທີສອງ, ພັດທະນາຕ່ອງໂສ້ມູນຄ່ານັບແຕ່ເຂດຜະລິດວັດຖຸດິບ ໄປຈົນເຖິງການປຸງແຕ່ງຂັ້ນເລິກ ແລະ ການຈຳໜ່າຍສຳລັບບັນດາຜະລິດຕະພັນທີ່ມີທ່າແຮງ ເຊັ່ນ ກາເຟອາຣາບິກາ, ໝາກມາກາດາເມຍ, ເຂົ້າສານພິເສດ ແລະ ພືດສະໝຸນໄພ. ຄຽງຄູ່ກັນນັ້ນແມ່ນການຊຸກຍູ້ການຫັນປ່ຽນເປັນດິຈິຕອນ, ການກວດສອບຍ້ອນກັບແຫຼ່ງກຳເນີດສິນຄ້າ ແລະ ໜູນຊ່ວຍສະຫະກອນ, ວິສາຫະກິດຂະໜາດນ້ອຍໃຫ້ເຂົ້າຮ່ວມຕ່ອງໂສ້ສະໜອງ.

ທິດທາງທີສາມ, ສ້າງບັນດາເສັ້ນທາງທ່ອງທ່ຽວມໍລະດົກຂ້າມຊາຍແດນ, ເຊື່ອມໂຍງໂບຮານສະຖານປະຫວັດສາດດຽນບຽນຝູ ກັບນະຄອນມໍລະດົກໂລກຫຼວງພະບາງ ແລະ ບັນດາຈຸດໝາຍທ່ອງທ່ຽວທາງນິເວດ, ວັດທະນະທຳຊາຜູເອີ ຢູ່ແຂວງຢຸນນານ.

ເພື່ອປະຕິບັດໃຫ້ມີປະສິດທິຜົນ, ທ່ານຮອງລັດຖະມົນຕີໄດ້ສະເໜີໃຫ້ສາມທ້ອງຖິ່ນກຳນົດຈຸດປະສານງານຢ່າງສະໝ່ຳສະເໝີ, ຄັດເລືອກບັນດາໂຄງການບູລິມະສິດທີ່ມີຄວາມເປັນໄປໄດ້ ແລະ ສ້າງກົນໄກປະເມີນຄວາມຄືບໜ້າການປະຕິບັດເປັນໄລຍະ.

ກະຊວງການຕ່າງປະເທດຢືນຢັນວ່າ ຈະສືບຕໍ່ປະສານສົມທົບ ແລະ ໜູນຊ່ວຍດຽນບຽນໃນການສົ່ງເສີມການລົງທຶນ, ການໂຄສະນາປະຊາສຳພັນສູ່ສາກົນ ແລະ ການແກ້ໄຂບັນດາຂໍ້ຕິດຂັດທີ່ກ່ຽວຂ້ອງກັບກົນໄກດ່ານຊາຍແດນ.

ການເຊື່ອມໂຍງດ່ານຊາຍແດນສ້າງໂອກາດໃໝ່ດ້ານການຄ້າ ແລະ ການລົງທຶນ

ໃນກອງປະຊຸມ, ຜູ້ຕາງໜ້າບັນດາທ້ອງຖິ່ນຂອງຈີນ ແລະ ລາວ ໄດ້ແບ່ງປັນບັນດາຜົນສຳເລັດດ້ານການຮ່ວມມື, ໂດຍສະເພາະໃນການພັດທະນາໂຄງລ່າງພື້ນຖານການຄົມມະນາຄົມ, ເສດຖະກິດດ່ານຊາຍແດນ ແລະ ການຄ້າຂ້າມຊາຍແດນ.

ທ່ານ ຢາງ ຈົງຊິງ, ຮອງເຈົ້ານະຄອນຂອງລັດຖະບານປະຊາຊົນນະຄອນຜູເອີ (ແຂວງຢຸນນານ, ຈີນ), ໃຫ້ຮູ້ວ່າ ວັນທີ 7/2/2026, ສິນຄ້າກາເຟໂຣບັສຕາຊຸດທຳອິດຂອງຫວຽດນາມ ນ້ຳໜັກ 22 ໂຕນ ໄດ້ຖືກສົ່ງອອກຜ່ານຈຸດຜ່ານແດນ ຫຼົງຝູ - ອາປາຈາຍ ຢ່າງສະດວກ.

ຕໍ່ມາ, ວັນທີ 23/3, ສະພາລັດຖະບານຈີນໄດ້ອະນຸມັດຢ່າງເປັນທາງການໃຫ້ເປີດດ່ານຊາຍແດນທາງບົກຫຼົງຝູ ເພື່ອຮອງຮັບການໄປມາຫາສູ່ກັບຕ່າງປະເທດ.

ບັນດາການປ່ຽນແປງທີ່ດີຂຶ້ນໃນການເຊື່ອມໂຍງດ່ານຊາຍແດນໄດ້ປະກອບສ່ວນຊຸກຍູ້ການແລກປ່ຽນສິນຄ້າ. ໃນ 8 ເດືອນຕົ້ນປີ 2026, ມູນຄ່າການຄ້າລະຫວ່າງຜູເອີ ກັບບັນດາຄູ່ຮ່ວມມືຫວຽດນາມບັນລຸ 40,74 ລ້ານຢວນ, ເພີ່ມຂຶ້ນ 529,7% ທຽບກັບໄລຍະດຽວກັນຂອງປີກ່ອນ.

ສ່ວນຝ່າຍລາວ, ສະຫາຍ ຈິນດາວົງ ໂພສີຄຳ, ກຳມະການສຳຮອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໃຫ້ຮູ້ວ່າ ທ້ອງຖິ່ນພວມຂຸດຄົ້ນທ່າແຮງດ້ານທີ່ຕັ້ງພູມສາດ, ເສັ້ນທາງລົດໄຟລາວ - ຈີນ ແລະ ບັນດາແລວທາງຂົນສົ່ງທາງບົກທີ່ເຊື່ອມຕໍ່ກັບດຽນບຽນ.

ໃນປີຜ່ານມາ, ມູນຄ່າການຄ້າສອງສົ້ນລະຫວ່າງຫຼວງພະບາງ ແລະ ດຽນບຽນ ບັນລຸຫຼາຍກວ່າ 3,42 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7,56%. ທຶນລົງທຶນຈາກຫວຽດນາມເຂົ້າສູ່ທ້ອງຖິ່ນບັນລຸ 5,66 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 17,53%, ໃນຂະນະທີ່ທຶນລົງທຶນຈາກຈີນເພີ່ມຂຶ້ນ 75,02%.

ຜູ້ນຳແຂວງຫຼວງພະບາງຢືນຢັນວ່າ ຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ, ຫຼຸດຜ່ອນລະບຽບຂັ້ນຕອນບໍລິຫານຢູ່ດ່ານຊາຍແດນ, ສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງນັກທ່ອງທ່ຽວ.

ວິສາຫະກິດສະເໜີບັນດາທິດທາງການຮ່ວມມືທີ່ເປັນຮູບປະທຳ

ຜູ້ຕາງໜ້າບັນດາສະມາຄົມ ແລະ ອົງການວິສາຫະກິດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຫຼາຍຂໍ້ສະເໜີເພື່ອຂຸດຄົ້ນທ່າແຮງການເຊື່ອມໂຍງທາງເສດຖະກິດລະຫວ່າງດຽນບຽນ, ຢຸນນານ ແລະ ຫຼວງພະບາງ.

ດຽນບຽນ, ຢຸນນານ ແລະ ຫຼວງພະບາງ ຊຸກຍູ້ການເຊື່ອມໂຍງດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ
ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ບັນດາສະມາຄົມວິສາຫະກິດ ແລະ ກຸ່ມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ລົງນາມໃນບັນດາບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU) ໃນຂອບເຂດກອງປະຊຸມ.

ຕາມທ່ານ ຮວ່າງ ກວາງ ຟ່ອງ, ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ແລ້ວ, ຕໍ່ໜ້າບັນດາການປ່ຽນແປງຂອງການຄ້າໂລກ, ວິສາຫະກິດນັບມື້ນັບໃຫ້ຄວາມສົນໃຈຕໍ່ສະພາບແວດລ້ອມທີ່ໝັ້ນຄົງ, ໂປ່ງໃສ ແລະ ຄວາມສາມາດໃນການເຂົ້າຮ່ວມຕ່ອງໂສ້ມູນຄ່າ ແທນທີ່ຈະສຸມໃສ່ພຽງແຕ່ທ່າແຮງດ້ານຕົ້ນທຶນຕ່ຳ.

VCCI ໄດ້ສະເໜີ 4 ຂົງເຂດຮ່ວມມື ປະກອບມີ ໂລຈິສຕິກຊາຍແດນ, ກະສິກຳສິນຄ້າ ແລະ ການປຸງແຕ່ງຂັ້ນເລິກ, ການທ່ອງທ່ຽວເຊື່ອມໂຍງສາມປະເທດ ແລະ ການຄ້າເອເລັກໂຕຣນິກຂ້າມຊາຍແດນ. ພ້ອມກັນນັ້ນ, VCCI ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍການເຊື່ອມໂຍງບັນດານັກລົງທຶນທີ່ມີຄຸນນະພາບກັບດຽນບຽນ.

ທ່ານ ຊຸນ ເຟິງເຫຼີຍ, ປະທານສະມາຄົມວິສາຫະກິດຈີນປະຈຳຫວຽດນາມ (CBAV), ຕາງໜ້າໃຫ້ອົງການທີ່ມີວິສາຫະກິດສະມາຊິກເກືອບ 5.000 ແຫ່ງ, ໄດ້ຕີລາຄາວ່າ ສາມທ້ອງຖິ່ນມີທ່າແຮງດ້ານທີ່ຕັ້ງພູມສາດທີ່ໃກ້ຄຽງກັນ ແລະ ໂຄງປະກອບເສດຖະກິດທີ່ສາມາດເສີມໜູນເຊິ່ງກັນແລະກັນ.

CBAV ໄດ້ສະເໜີ 3 ຄຳໝັ້ນສັນຍາ ຄື ຊຸກຍູ້ການເຊື່ອມໂຍງລະຫວ່າງການສະໜອງ ແລະ ຄວາມຕ້ອງການໃຫ້ເໝາະສົມ, ລະດົມແຫຼ່ງຊັບພະຍາກອນຈາກບັນດາຂະແໜງການຜະລິດຄຸນນະພາບສູງ ແລະ ເຕັກໂນໂລຊີທີ່ທັນສະໄໝ, ພ້ອມທັງປະສານສົມທົບແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດໃນຂະບວນການດຳເນີນໂຄງການຢູ່ດຽນບຽນ.

ທ່ານ Steve Bùi, ຜູ້ຕາງໜ້າສະພາວິສາຫະກິດຫວຽດນາມ - ຈີນ (VCBC), ໄດ້ສະເໜີ 3 ໂຄງການດຳເນີນງານ ຄື ຈັດໃຫ້ບັນດາກຸ່ມບໍລິສັດດ້ານໂຄງລ່າງພື້ນຖານຂອງຈີນເຂົ້າສຳຫຼວດສະພາບຕົວຈິງຢູ່ດຽນບຽນ; ໜູນຊ່ວຍສົ່ງເສີມການສົ່ງອອກກາເຟ ແລະ ໝາກມາກາດາເມຍໄປຈີນຜ່ານຊ່ອງທາງການຄ້າທາງການ; ປະສານສົມທົບກັບຄູ່ຮ່ວມມື Douyin ສ້າງຊ່ອງສື່ສານສະເພາະ ເພື່ອແນະນຳການທ່ອງທ່ຽວ ແລະ ວັດທະນະທຳດຽນບຽນໃຫ້ແກ່ຜູ້ໃຊ້ງານຊາວຈີນຫຼາຍຮ້ອຍລ້ານຄົນ.

ໃນຂະນະດຽວກັນ, ທ່ານ ຫວໍ ວັນ ເທິນ, ປະທານສະມາຄົມວິສາຫະກິດເຂດອຸດສາຫະກຳນະຄອນໂຮ່ຈີມິນ (HBA), ໄດ້ເນັ້ນໜັກເຖິງທ່າອ່ຽງການລົງທຶນທີ່ມຸ່ງສູ່ມາດຕະຖານສີຂຽວ ແລະ ESG.

HBA ປາຖະໜາພັດທະນາຮູບແບບການເຊື່ອມໂຍງສອງທິດທາງ, ໃນນັ້ນວິສາຫະກິດຈາກນະຄອນໂຮ່ຈີມິນລົງທຶນກໍ່ສ້າງໂຮງງານປຸງແຕ່ງຢູ່ດຽນບຽນ, ພ້ອມທັງນຳຜະລິດຕະພັນກະສິກຳຂອງແຂວງເຂົ້າສູ່ລະບົບຈຳໜ່າຍຢູ່ບັນດາແຂວງພາກໃຕ້. ສະມາຄົມຍັງໄດ້ສະເໜີໃຫ້ຈັດໂຄງການທ່ອງທ່ຽວ MICE ປະຈຳປີ ສຳລັບຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳນະຄອນໂຮ່ຈີມິນໄປຢ້ຽມຢາມດຽນບຽນ.

ໃນຂອບເຂດກອງປະຊຸມ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ແລະ ຜູ້ນຳສາມທ້ອງຖິ່ນ ດຽນບຽນ, ຢຸນນານ ແລະ ຫຼວງພະບາງ, ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ບັນດາສະມາຄົມວິສາຫະກິດ ແລະ ກຸ່ມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ລົງນາມໃນບັນດາບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU).

ບັນດາຂໍ້ຕົກລົງໄດ້ສຸມໃສ່ການພັດທະນາໂຄງລ່າງພື້ນຖານເຂດອຸດສາຫະກຳ, ລະບົບໂລຈິສຕິກທ່າບົກ, ການສ້າງເຂດຜະລິດວັດຖຸດິບທີ່ເຊື່ອມໂຍງກັບການປຸງແຕ່ງຜະລິດຕະພັນກະສິກຳເພື່ອສົ່ງອອກ, ການຝຶກອົບຮົມບຸກຄະລາກອນ ແລະ ການສົ່ງເສີມການທ່ອງທ່ຽວຂ້າມປະເທດ.

ການລົງນາມໃນບັນດາບົດບັນທຶກຄວາມເຂົ້າໃຈໄດ້ສ້າງພື້ນຖານໃຫ້ບັນດາຝ່າຍສືບຕໍ່ດຳເນີນບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ, ຄ່ອຍໆນຳບັນດາທິດທາງການເຊື່ອມໂຍງລະຫວ່າງດຽນບຽນ, ຢຸນນານ ແລະ ຫຼວງພະບາງ ເຂົ້າສູ່ການປະຕິບັດຕົວຈິງ.

ຊຸກຍູ້ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່ ຊຸກຍູ້ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່
ຍສໝ - ແຕ່ວັນທີ 14-16/10, ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລາວ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີການຮ່ວມມືລະຫວ່າງສອງພັກ ແລະ ຊຸກຍູ້ສາຍພົວພັນພິເສດ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ.
ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ
ຍສໝ - ຕອນບ່າຍວັນທີ 14/10, ທີ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ - ລາວ, ເລັ່ງລັດບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ກະກຽມບັນດາກິດຈະກຳລະນຶກເຖິງສາຍພົວພັນລະຫວ່າງສອງປະເທດໃນປີ 2027.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ