ປິດກອງປະຊຸມສະໄໝສາມັນເທື່ອທີ 63 ຂອງສະພາສິດທິມະນຸດ ສປຊ: ຂີດໝາຍອັນພົ້ນເດັ່ນຂອງ ຫວຽດນາມ ຜ່ານບັນດາຂໍ້ລິເລີ່ມສາກົນ

14:45 | 13/10/2026

ຍສໝ - ຮັບບົດບາດເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ (ສປຊ) ວາລະ 2026-2028, ຫວຽດນາມ ຫາແຕ່ສຳເລັດວາລະກອງປະຊຸມສະໄໝສາມັນເທື່ອທີ 63 ຢ່າງຈົບງາມ. ພົ້ນເດັ່ນທີ່ສຸດໃນກອງປະຊຸມຄັ້ງນີ້ແມ່ນການທີ່ຄະນະຜູ້ແທນຫວຽດນາມ ໄດ້ສ້າງ ແລະ ເປັນປະທານໂດຍກົງໃນການອອກຖະແຫຼງການຮ່ວມກ່ຽວກັບການເຂົ້າເຖິງວັກຊີນ ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ເປັນການສະໜັບສະໜູນຮ່ວມຈາກ 42 ປະເທດ.

ໂອຕຣິດ (Austria) ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ (VietNam) ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ ສປຊ ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ

ວັນທີ 7 ຕຸລາ, ຢູ່ ເຈນີວາ, ກອງປະຊຸມສະໄໝສາມັນເທື່ອທີ 63 ຂອງສະພາສິດທິມະນຸດ ສປຊ ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງໜຶ່ງເດືອນ (7 ກັນຍາ - 7 ຕຸລາ) ແຫ່ງການເຮັດວຽກຢ່າງຕັ້ງໜ້າ, ຜ່ານນັ້ນກໍ່ເປັນການປິດ 3 ກອງປະຊຸມປະຈຳປີຂອງສະພາໃນປີ 2026. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ຢືນຢັນຖານະບົດບາດທີ່ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ດ້ວຍບັນດາກິດຈະກຳຕົວຈິງຫຼາຍຢ່າງ.

ຈຸດພົ້ນເດັ່ນທີ່ສຸດຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມແມ່ນການດຶງດູດການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມສາກົນ ຕໍ່ກັບບັນຫາສາທາລະນະສຸກ. ລະອຽດຄື, ຫວຽດນາມ ໄດ້ເປັນປະທານສະເໜີບົດກ່າວປາໄສຮ່ວມ ກ່ຽວກັບການສັກຢາກັນພະຍາດ ແລະ ການເຂົ້າເຖິງວັກຊີນ, ເຊິ່ງໄດ້ຮັບການເປັນເຈົ້າພາບຮ່ວມ (co-sponsor) ຈາກ 42 ປະເທດ.

ບໍ່ພຽງແຕ່ຢຸດຢູ່ບ່ອນນັ້ນ, ສິດທິຜົນປະໂຫຍດຂອງຜູ້ອາຍຸສູງກໍ່ໄດ້ຖືກ ຫວຽດນາມ ນຳມາປຶກສາຫາລືຜ່ານການເປັນປະທານຈັດການໂອ້ລົມສົນທະນາ: “ຊຸກຍູ້ສິດທິດ້ານສຸຂະພາບຂອງຜູ້ອາຍຸສູງ: ມຸ່ງໄປສູ່ຂອບເຂດທີ່ຮອບດ້ານ ເພື່ອຮັບປະກັນການໄດ້ຮັບສິດທິມະນຸດຂອງຜູ້ອາຍຸສູງ”. ເຫດການດັ່ງກ່າວມີການຮ່ວມສະໜັບສະໜູນຈາກສອງປະເທດຄື ສະໂລເວເນຍ ແລະ ຟີລິບປິນ.

ປິດກອງປະຊຸມສະໄໝສາມັນເທື່ອທີ 63 ຂອງສະພາສິດທິມະນຸດ ສປຊ: ຂີດໝາຍອັນພົ້ນເດັ່ນຂອງ ຫວຽດນາມ ຜ່ານບັນດາຂໍ້ລິເລີ່ມສາກົນ

ຮູບພາບ ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ (ນັ່ງເບື້ອງຂວາສຸດ) ພວມສະເໜີທັດສະນະທີ່ວາລະປຶກສາຫາລືລວມ, ກອງປະຊຸມສະໄໝສາມັນເທື່ອທີ 63 ຂອງສະພາສິດທິມະນຸດ ສປຊ.

ຄວບຄູ່ກັບບັນດາກິດຈະກຳທີ່ເປັນເອກະລາດ, ຄະນະຜູ້ແທນຫວຽດນາມ ຍັງໄດ້ສົມທົບກັນເປັນປະທານຮ່ວມສອງເຫດການປິ່ນອ້ອມ (side events) ທີ່ສຳຄັນ. ເຫດການໜຶ່ງສຸມໃສ່ຕີລາຄາບັນດາຄວາມພະຍາຍາມ ແລະ ຜົນງານ ທີ່ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (AICHR) ບັນລຸໄດ້. ສ່ວນອີກເຫດການໜຶ່ງແມ່ນລົງເລິກເຂົ້າໃນບັນດາມາດຕະການເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດ, ພິເສດແມ່ນໃນສະພາບການທີ່ຮູບແບບການຫຼອກລວງທາງອິນເຕີເນັດ ນັບມື້ນັບສັບສົນ.

ເມື່ອຫວນເບິ່ງຄືນວິວັດທະນາການທັງໝົດຂອງກອງປະຊຸມ, ນອກຈາກການເປັນປະທານບັນດາເຫດການໃຫຍ່ແລ້ວ, ຈິດໃຈປະກອບສ່ວນຂອງ ຫວຽດນາມ ຍັງສະແດງອອກຢ່າງຈະແຈ້ງຜ່ານບັນດາຕົວເລກຄື: ເຂົ້າຮ່ວມການເຈລະຈາ, ໃຫ້ຄຳປຶກສາແກ່ເກືອບ 40 ຮ່າງມະຕິ; ຮ່ວມສະໜັບສະໜູນ 07 ບົດກ່າວປາໄສຮ່ວມ ແລະ 08 ມະຕິ ກ່ຽວກັບຫຼາຍຫົວຂໍ້ທີ່ ຫວຽດນາມ ໃຫ້ບູລິມະສິດ. ບັນດາກິດຈະກຳເຫຼົ່ານີ້ ໄດ້ຮັບຄວາມສົນໃຈ ແລະ ການສະໜັບສະໜູນຢ່າງຫຼວງຫຼາຍຈາກບັນດາຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ກໍ່ຄືຜູ້ຕາງໜ້າຈາກຫຼາຍປະເທດ.

ກິດຈະກຳທີ່ຟົດຟື້ນ ແລະ ມີປະສິດທິຜົນຢ່າງຕໍ່ເນື່ອງ ຢູ່ກອງປະຊຸມເທື່ອທີ 63 ສະພາສິດທິມະນຸດ ສປຊ ສືບຕໍ່ແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ຫຼັກໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດ ຫວຽດນາມ. ນັ້ນແມ່ນນະໂຍບາຍທີ່ຍາມໃດກໍ່ປົກປ້ອງ, ຮັບປະກັນ ແລະ ເຄົາລົບສິດທິພົນລະເມືອງ, ສິດທິມະນຸດ. ທຸກໆທິດທາງການພັດທະນາຂອງ ຫວຽດນາມ ລ້ວນແຕ່ຖືເອົາຄົນເປັນເຈົ້າການ, ເປັນໃຈກາງ, ເປັນເປົ້າໝາຍ ແລະ ເປັນກຳລັງຊຸກຍູ້, ໃນນັ້ນ ມາດຕະຖານການວັດແທກສູງສຸດເພື່ອສູ້ຊົນ ກໍ່ແມ່ນຄວາມເພິ່ງພໍໃຈ ແລະ ຄວາມຜາສຸກຂອງປະຊາຊົນ.

ກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບ ທີ່ສຳນັກງານ ສປຊ ຢ້ຽມຢາມກອງຊ່າງແສງ ເລກ 3 ຂອງຫວຽດນາມ ກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບ ທີ່ສຳນັກງານ ສປຊ ຢ້ຽມຢາມກອງຊ່າງແສງ ເລກ 3 ຂອງຫວຽດນາມ
ຫວ່າງແລ້ວນີ້, ທ່ານ Vadim Potanin, ຫົວໜ້າຜູ້ຕາງໜ້າພະນັກງານຂັ້ນສູງ ຂອງກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບຢູ່ສໍານັກງານ ສປຊ, ນິວຢອກ ແລະທ່ານນາງ Uchenna Odenigbo, ຫົວໜ້າພະແນກໜູນຊ່ວຍຄະນະປະຕິບັດງານ UNISFA ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງຊ່າງແສງເລກ 3 ຂອງຫວຽດນາມ ແລະສະແດງຄວາມປະທັບໃຈອັນດີງາມ.
ສປຊ ເນັ້ນໜັກເຖິງການປະກອບສ່ວນຂອງຫວຽດນາມ ຕໍ່ກັບກໍາລັງຮັກສາສັນຕິພາບ ສປຊ ເນັ້ນໜັກເຖິງການປະກອບສ່ວນຂອງຫວຽດນາມ ຕໍ່ກັບກໍາລັງຮັກສາສັນຕິພາບ
ຍສໝ - ຫວ່າງແລ້ວນີ້, ຢູ່ນິວຢອກ, ອາເມລິກາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ສົມທົບກັບຫ້ອງການທູດທະຫານຫວຽດນາມ ປະຈໍາ ສປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທ່ົວປວງຊົນ ພາຍໃຕ້ການເປັນປະທານຂອງທ່ານ ດັ້ງຮ່ວາງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ