| ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ເສີມສ້າງຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2027 |
ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງສະຫາຍ ວິໄລ ຫຼ້າຄຳຟອງ ໃນຖານະຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ການຢ້ຽມຢາມດັ່ງກ່າວສະແດງເຖິງຄວາມຜູກພັນແໜ້ນແຟ້ນລະຫວ່າງສອງປະເທດ, ພ້ອມທັງຢືນຢັນຄວາມຕັ້ງໃຈສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.
ການຢ້ຽມຢາມດຳເນີນໄປໃນໄລຍະທີ່ຫວຽດນາມ ແລະ ລາວ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍບັນດາເປົ້າໝາຍ ແລະ ວິໄສທັດໃໝ່. ນີ້ເປັນໂອກາດໃຫ້ການນຳສອງພັກສືບຕໍ່ແລກປ່ຽນ, ເພີ່ມທະວີການປະສານສົມທົບ ແລະ ກຳນົດທິດທາງສາຍພົວພັນສອງຝ່າຍໃຫ້ມີເນື້ອໃນທີ່ແທດຈິງ ແລະ ຍືນຍົງ.
ໃນພາບລວມຂອງສາຍພົວພັນ ຫວຽດນາມ - ລາວ, ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ມີບົດບາດສຳຄັນເປັນພິເສດ. ວຽກງານການຕ່າງປະເທດຂອງພັກປະກອບສ່ວນກຳນົດທິດທາງຍຸດທະສາດ, ເສີມສ້າງພື້ນຖານຄວາມໄວ້ວາງໃຈທາງການເມືອງ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ.
![]() |
| ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. |
ສາຍພົວພັນສາມັກຄີພິເສດລະຫວ່າງສອງຊາດໄດ້ກໍ່ຮ່າງສ້າງຕົວ ແລະ ພັດທະນາຜ່ານບັນດາປີເດືອນແຫ່ງການຕໍ່ສູ້ປະຕິວັດຮ່ວມກັນ, ຄຽງບ່າຄຽງໄຫຼ່ກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ມູນເຊື້ອແຫ່ງຄວາມຜູກພັນ ແລະ ຄວາມຊື່ສັດຈິງໃຈດັ່ງກ່າວ ຍັງສືບຕໍ່ໄດ້ຮັບການຮັກສາ ແລະ ທະນຸບຳລຸງຈາກການນຳຫຼາຍຮຸ່ນ ແລະ ປະຊາຊົນສອງປະເທດ ໃນຂະບວນການສ້າງສາ, ພັດທະນາປະເທດ ແລະ ເຊື່ອມໂຍງກັບສາກົນ.
ຫວຽດນາມຍຶດໝັ້ນໃນການໃຫ້ຄວາມສຳຄັນ ແລະ ບູລິມະສິດສູງສຸດແກ່ສາຍພົວພັນກັບລາວ, ພ້ອມທັງສືບຕໍ່ຄຽງຂ້າງ ແລະ ສະໜັບສະໜູນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຂອງປະຊາຊົນລາວ. ສອງຝ່າຍເອົາໃຈໃສ່ຮັກສາການແລກປ່ຽນ ແລະ ການພົບປະຂັ້ນສູງ, ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ ແລະ ປະສານສົມທົບຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມື.
ໃນໄລຍະປັດຈຸບັນ, ເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໄດ້ຮັບການຫັນເປັນຮູບປະທຳຈາກສອງປະເທດເປັນຂັ້ນໆ ຜ່ານບັນດາໂຄງການຮ່ວມມືທີ່ແທດຈິງ.
ຫວຽດນາມຢືນຢັນຈະສືບຕໍ່ສະໜັບສະໜູນລາວໃນການປະຕິບັດບັນດາເປົ້າໝາຍແຫ່ງການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ພັດທະນາປະເທດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X.
ສອງຝ່າຍຍັງປະສານສົມທົບກັນປະຕິບັດຜົນຂອງການພົບປະຂັ້ນສູງລະຫວ່າງສອງກົມການເມືອງ, ການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກ ຫວຽດນາມ - ລາວ - ກຳປູເຈຍ, ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ລາວ ພ້ອມທັງບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງ ແລະ ຄຳໝັ້ນສັນຍາທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຂອງການນຳຂັ້ນສູງ.
ການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນຍັງສືບຕໍ່ດຳເນີນເປັນປະຈຳ, ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງຍຸດທະສາດລະຫວ່າງສອງພັກ, ສອງລັດ.
ໂດຍສະເພາະ, ບົນພື້ນຖານຄວາມໄວ້ວາງໃຈທາງການເມືອງໃນລະດັບສູງ, ສອງພັກສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການຮ່ວມມື, ເພີ່ມທະວີການແລກປ່ຽນທິດສະດີ, ແບ່ງປັນບົດຮຽນຈາກພາກປະຕິບັດ, ພ້ອມທັງຊີ້ນຳການຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຜົນສຳເລັດທີ່ຮັບໃຊ້ການພັດທະນາຂອງແຕ່ລະປະເທດ ແລະ ຜົນປະໂຫຍດຂອງປະຊາຊົນສອງຝ່າຍ.
ຄຽງຄູ່ກັບສາຍພົວພັນທາງການເມືອງ, ການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ຍັງສືບຕໍ່ເປັນເສົາຄ້ຳສຳຄັນ, ໂດຍໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ແທດຈິງ.
ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງປະເທດເອົາໃຈໃສ່ເພີ່ມທະວີການເຊື່ອມໂຍງລະຫວ່າງສອງລະບົບເສດຖະກິດ, ໂດຍສະເພາະໃນການພັດທະນາໂຄງລ່າງພື້ນຖານ, ການຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ ແລະ ລະບົບໂລຈິສຕິກ.
ຫວຽດນາມຍັງສືບຕໍ່ຢູ່ໃນກຸ່ມປະເທດທີ່ມີການລົງທຶນຈາກຕ່າງປະເທດສູງສຸດຢູ່ລາວ, ໂດຍມີປະມານ 300 ໂຄງການ, ລວມມູນຄ່າທຶນຈົດທະບຽນປະມານ 7,04 ຕື້ໂດລາສະຫະລັດ. ກິດຈະກຳການຄ້າສອງຝ່າຍກໍບັນລຸຜົນສຳເລັດໃນທາງບວກ.
ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ຍັງສືບຕໍ່ໄດ້ຮັບການເປີດກວ້າງ. ສາຍພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະບັນດາແຂວງທີ່ມີຊາຍແດນຮ່ວມກັນ, ກໍບັນລຸບາດກ້າວຄືບໜ້າໃໝ່.
ໃນຂອບເຂດພະຫຸພາຄີ, ຫວຽດນາມ ແລະ ລາວ ຮັກສາການປະສານສົມທົບຢ່າງໃກ້ຊິດຢູ່ອາຊຽນ, ສະຫະປະຊາຊາດ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.
ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງສະຫາຍ ວິໄລ ຫຼ້າຄຳຟອງ ຍັງເປັນກິດຈະກຳທີ່ຫັນແນວທາງການຕ່າງປະເທດທີ່ໄດ້ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ບັນດາມະຕິຂອງກົມການເມືອງ ໃຫ້ເປັນຮູບປະທຳ.
ສິ່ງທີ່ໜ້າສົນໃຈແມ່ນ ປີ 2027 ຈະເປັນຂີດໝາຍຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ແລະ 50 ປີແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ນີ້ແມ່ນບັນດາຂີດໝາຍສຳຄັນໃນຂະບວນການພັດທະນາສາຍພົວພັນສອງຝ່າຍ.
ໃນສະພາບການດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ໄດ້ສ້າງໂອກາດໃຫ້ສອງຝ່າຍແລກປ່ຽນບັນດາທິດທາງ ແລະ ມາດຕະການທາງຍຸດທະສາດ ເພື່ອສົ່ງເສີມຜົນສຳເລັດຈາກການຮ່ວມມື, ເພີ່ມທະວີຄວາມຜູກພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ການສືບຕໍ່ຮັກສາ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ບໍ່ພຽງແຕ່ຕອບສະໜອງຜົນປະໂຫຍດດ້ານການພັດທະນາຂອງແຕ່ລະປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ຍສໝ - ວັນທີ 9/10, ປ້ອມທະຫານຊາຍແດນ ຈ່ຽງເຕືອງ (ແຂວງເຊີນລາ, ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 213 (ແຂວງຫົວພັນ, ລາວ) ໄດ້ຈັດການລາດຕະເວນຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ແລກປ່ຽນສະພາບການຄວາມໝັ້ນຄົງໃນເຂດຊາຍແດນທີ່ຕິດຈອດກັນ, ປະກອບສ່ວນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ. |
ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປີດໂອກາດໃນການຊຸກຍູ້ການເຊື່ອມໂຍງດ້ານການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ ແລະ ການຜະລິດລະຫວ່າງສາມປະເທດ. ການນຳໃຊ້ຈຸດແຂງທີ່ສາມາດເກື້ອກູນກັນຂອງແຕ່ລະເສດຖະກິດ, ການແກ້ໄຂອຸປະສັກໃນການຮ່ວມມື ແລະ ການສ້າງຕ່ອງໂສ້ມູນຄ່າຂ້າມຊາຍແດນ ຄາດວ່າຈະສ້າງແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ການເຕີບໂຕໃນໄລຍະຍາວ. |
ຄຳສີ
