| ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ, ສົ່ງເສີມແຫຼ່ງກຳລັງປັນຍາຊົນຫວຽດນາມຢູ່ສິງກະໂປ ນັກທຸລະກິດຫວຽດນາມຕ້ອງການນະໂຍບາຍທີ່ໝັ້ນຄົງ ເພື່ອຂະຫຍາຍການລົງທຶນ |
![]() |
| ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເລກວນ ພ້ອມດ້ວຍ ທ່ານ ກົງສຸນໃຫຍ່ ຫວຽດນາມ ປະຈຳ ໂອຊາກາ ຫງວຽນ ເຈືອງ ເຊີນ ຫາກໍ່ໄດ້ມີການພົບປະກັບ ຫຼາຍກວ່າ 50 ນັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ນັກສຶກສາ ຫວຽດນາມ ຢູ່ເຂດ ຄັນໄຊ (ຍີ່ປຸ່ນ).ໃນງານດັ່ງກ່າວ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນການຄົ້ນຄວ້າ ໃນບັນດາຂົງເຂດເຕັກໂນໂລຊີສູງ ຄື: ການແພດ, ປັນຍາປະດິດ (AI), ເຕັກໂນໂລຊີຂໍ້ມູນຂ່າວສານ (IT); ພ້ອມທັງສະເໜີວິທີແກ້ໄຂເພື່ອດຶງດູດ, ເສີມຂະຫຍາຍແຫຼ່ງກຳລັງປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ ຕິດພັນກັບຄວາມຕ້ອງການຕົວຈິງຢູ່ພາຍໃນປະເທດ. ການພົບປະໄດ້ໄຂໂອກາດການຮ່ວມມືຢ່າງແທ້ຈິງຫຼາຍຢ່າງ ໃນການກໍ່ສ້າງ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ ລະຫວ່າງບັນດາຝ່າຍ. |
ຍສໝ - ແຕ່ວັນທີ 8 - 10/10, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ແນໃສ່ສືບຕໍ່ປັບປຸງສາຍພົວພັນມິດຕະພາບດັ້ງເດີມ, ເພີ່ມທະວີການຮ່ວມມືຮອບດ້ານ ແລະ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ. |
ຍສໝ - ຕອນບ່າຍວັນທີ 8/10, ທີ່ຫໍສະພາແຫ່ງຊາດລາວ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ. ສອງຝ່າຍເຫັນດີເພີ່ມທະວີການປະສານງານລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມື, ພ້ອມທັງຍູ້ແຮງການແລກປ່ຽນປະຊາຊົນ, ໂດຍສະເພາະລຸ້ນໜຸ່ມຫວຽດນາມ - ລາວ. |
ແທັງຮັ່ງ
