| ເຊື່ອມຕໍ່ຜູ້ນຳຮຸ່ນໜຸ່ມຫວຽດນາມ - ລາວ - ກຳປູເຈຍ ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ |
ການພົບປະຄັ້ງນີ້ມີສະຫາຍ ພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ; ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ແລະ ທ່ານ ພົນເອກ ເຕຍ ເຊຮາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດກຳປູເຈຍ ຮ່ວມເປັນປະທານ.
ກ່າວຄຳປາໄສໃນການພົບປະ, ສະຫາຍ ພົນເອກ ຟານ ວັນ ຢາງ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດອັນສຳຄັນຂອງສາມປະເທດ ໃນພາລະກິດສ້າງສາ ແລະ ປົກປ້ອງປິຕຸພູມ, ກໍຄືການພັດທະນາທີ່ນັບມື້ນັບແໜ້ນແຟ້ນຂຶ້ນຂອງສາຍພົວພັນສາມັກຄີຫວຽດນາມ - ລາວ - ກຳປູເຈຍ.
![]() |
| ສະຫາຍ ພົນເອກ ຟານ ວັນ ຢາງ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ; ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ທ່ານ ພົນເອກ ເຕຍ ເຊຮາ, ລັດຖະມົນຕີກະຊວງປ້ອງກັນຊາດກຳປູເຈຍ ຮ່ວມເປັນປະທານການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ທີ່ຮ່າໂນ້ຍ. |
ສະຫາຍ ພົນເອກ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນກຳປູເຈຍ ແລະ ພັກປະຊາຊົນປະຕິວັດລາວ, ສອງປະເທດກຳປູເຈຍ ແລະ ລາວ ຈະສືບຕໍ່ຍາດໄດ້ບັນດາຜົນສຳເລັດໃໝ່, ຍົກສູງຖານະ ແລະ ພາບພົດຂອງຕົນໃນເວທີສາກົນ.
ຕາມສະຫາຍ ພົນເອກ ຟານ ວັນ ຢາງ ແລ້ວ, ກົນໄກການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ທີ່ໄດ້ສ້າງຕັ້ງຂຶ້ນແຕ່ປີ 2012 ໄດ້ສະແດງປະສິດທິຜົນຕະຫຼອດໄລຍະກວ່າໜຶ່ງທົດສະວັດຜ່ານມາ, ສະທ້ອນເຖິງຄວາມຕັ້ງໃຈທາງການເມືອງຂອງສາມປະເທດ ໃນການເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍຄວາມໄວ້ວາງໃຈ ແລະ ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສາມກອງທັບ.
ໃນການຕີລາຄາຜົນການປະຕິບັດບັນດາເນື້ອໃນທີ່ໄດ້ເອກະພາບກັນໃນການພົບປະປີ 2025 ຢູ່ລາວ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ໄດ້ຮັບຮູ້ວ່າ ສາມຈຸດສຸມການຮ່ວມມືໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ປະກອບມີ ການຮັກສາການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກລະດັບ; ການປະສານສົມທົບຄຸ້ມຄອງ ແລະ ປົກປ້ອງຊາຍແດນ; ການເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງສາຍພົວພັນສາມັກຄີລະຫວ່າງສາມປະເທດ.
ໃນນັ້ນ, ວຽກງານສຶກສາອົບຮົມມູນເຊື້ອໃຫ້ແກ່ພະນັກງານ, ນັກຮົບ ແລະ ປະຊາຊົນ, ໂດຍສະເພາະຄົນຮຸ່ນໜຸ່ມ, ຍັງຄົງໄດ້ຮັບຄວາມສຳຄັນ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມຮັບຜິດຊອບໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງຫວຽດນາມ, ລາວ ແລະ ກຳປູເຈຍ.
ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ, ເພີ່ມທະວີການປະສານສົມທົບປົກປ້ອງຊາຍແດນ
ກ່າວເຖິງທິດທາງໃນໄລຍະຕໍ່ໄປ, ສະຫາຍ ພົນເອກ ຟານ ວັນ ຢາງ ສະເໜີໃຫ້ສາມກະຊວງປ້ອງກັນຊາດ ສືບຕໍ່ເສີມຂະຫຍາຍພື້ນຖານຄວາມໄວ້ວາງໃຈທາງການເມືອງ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະດັບສູງ ກໍຄືທຸກລະດັບ, ພ້ອມທັງຮັກສາກົນໄກຮ່ວມມືປະຈຳປີຢ່າງມີປະສິດທິຜົນ.
ສາມຝ່າຍຈຳເປັນຕ້ອງເພີ່ມທະວີການປະສານສົມທົບໃນການໂຄສະນາ ແລະ ສຶກສາອົບຮົມໃຫ້ແກ່ກອງທັບ ແລະ ປະຊາຊົນ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອຄວາມສາມັກຄີຫວຽດນາມ - ລາວ - ກຳປູເຈຍ, ໂດຍສະເພາະຄວາມໝາຍຂອງສາຍພົວພັນນີ້ຕໍ່ພາລະກິດສ້າງສາ ແລະ ປົກປ້ອງປິຕຸພູມຂອງແຕ່ລະປະເທດ; ພ້ອມທັງເປັນເຈົ້າການຕໍ່ສູ້ກັບບັນດາການກະທຳທີ່ມຸ່ງທຳລາຍ ແລະ ແບ່ງແຍກສາຍພົວພັນລະຫວ່າງສາມປະເທດ ແລະ ກອງທັບສາມຊາດ.
ກ່ຽວກັບການຮ່ວມມືດ້ານວິຊາການ, ສະຫາຍ ພົນເອກ ສະເໜີໃຫ້ຂະຫຍາຍການແລກປ່ຽນລະຫວ່າງກຳລັງປົກປ້ອງຊາຍແດນ, ບັນດາເຂດທະຫານທີ່ມີຊາຍແດນຕິດກັນ ແລະ ບັນດາເຫຼົ່າທັບ ແລະ ເຫຼົ່າຮົບ; ເພີ່ມທະວີການແບ່ງປັນປະສົບການໃນການຄຸ້ມຄອງ, ປົກປ້ອງເສັ້ນຊາຍແດນ ແລະ ການຕໍ່ສູ້ປ້ອງກັນ, ປາບປາມອາຊະຍາກຳຂ້າມຊາດ.
ກິດຈະກຳແລກປ່ຽນມິດຕະພາບລະຫວ່າງກຳລັງປະກອບອາວຸດກັບອຳນາດການປົກຄອງ ແລະ ປະຊາຊົນໃນບັນດາເຂດຊາຍແດນ ກໍຈຳເປັນຕ້ອງສືບຕໍ່ຊຸກຍູ້, ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນສາມັກຄີ ແລະ ເພີ່ມທະວີການປະສານສົມທົບໃນຂັ້ນຮາກຖານ.
ບັນດາຂົງເຂດຮ່ວມມືທີ່ຫວຽດນາມສະເໜີ ຍັງລວມມີ ອຸດສາຫະກຳປ້ອງກັນຊາດ, ກົດໝາຍດ້ານການທະຫານ ແລະ ປ້ອງກັນຊາດ, ກິລາທະຫານ, ການຫັນປ່ຽນເປັນດິຈິຕອນ, ການແກ້ໄຂຜົນກະທົບຈາກສົງຄາມ, ການເຂົ້າຮ່ວມກິດຈະກຳຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ນອກຈາກນັ້ນ, ສາມປະເທດຈຳເປັນຕ້ອງສືບຕໍ່ປະສານສົມທົບ ແລະ ສະໜັບສະໜູນຊຶ່ງກັນແລະກັນ ໃນບັນດາເວທີພະຫຸພາຄີລະດັບພາກພື້ນ ແລະ ສາກົນ, ໂດຍສະເພາະບັນດາກົນໄກຮ່ວມມືໃນອາຊຽນ.
ສະຫາຍ ພົນເອກ ຟານ ວັນ ຢາງ ຢືນຢັນວ່າ ຫວຽດນາມປາຖະໜາທີ່ຈະຮ່ວມກັບລາວ, ກຳປູເຈຍ ແລະ ບັນດາປະເທດໃນອ່າງແມ່ນ້ຳ ເພີ່ມທະວີການຮ່ວມມື ໂດຍເຊື່ອມໂຍງກັບຂະບວນການສ້າງປະຊາຄົມອາຊຽນ.
ຫວຽດນາມຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການເສີມຂະຫຍາຍສາຍພົວພັນທີ່ມີຄວາມໄວ້ວາງໃຈ ແລະ ຜູກພັນແໜ້ນແຟ້ນກັບລາວ ແລະ ກຳປູເຈຍ, ພ້ອມທັງເຫັນຄຸນຄ່າຂອງການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກສອງປະເທດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດໃນອະດີດ ກໍຄືໃນພາລະກິດສ້າງສາ ແລະ ປົກປ້ອງປິຕຸພູມໃນປັດຈຸບັນ.
ໃນໂອກາດນີ້, ກະຊວງປ້ອງກັນຊາດຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບບັນດາຄະນະຜູ້ແທນ ທີ່ນຳໂດຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດກຳປູເຈຍ ທີ່ຈະເດີນທາງມາເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າຈະຈັດຂຶ້ນທີ່ຮ່າໂນ້ຍ ໃນເດືອນ 12/2026.
ລາວ ແລະ ກຳປູເຈຍ ຢືນຢັນຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດ
ກ່າວຄຳປາໄສໃນການພົບປະ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ຕີລາຄາວ່າ ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຄັ້ງນີ້ ແມ່ນຂີດໝາຍສຳຄັນ ທີ່ປະກອບສ່ວນເພີ່ມທະວີມິດຕະພາບ ແລະ ເຮັດໃຫ້ສາຍພົວພັນມູນເຊື້ອລະຫວ່າງສາມປະເທດ ແລະ ສາມກອງທັບ ນັບມື້ນັບເລິກເຊິ່ງຂຶ້ນ.
ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຮັບຮູ້ຜົນການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນລະຫວ່າງສາມກະຊວງປ້ອງກັນຊາດ ຫວຽດນາມ - ລາວ - ກຳປູເຈຍ, ໂດຍເຫັນວ່າ ກິດຈະກຳດັ່ງກ່າວໄດ້ນຳມາເຊິ່ງບົດຮຽນປະສົບການຕົວຈິງທີ່ເປັນປະໂຫຍດ ໃຫ້ກອງທັບລາວ ແລະ ກຳປູເຈຍ ໄດ້ຄົ້ນຄວ້າ ແລະ ນຳໄປປະຍຸກໃຊ້.
ໂດຍຕີລາຄາໃນທາງບວກຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດສາມຝ່າຍ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ສະເໜີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ປະສານສົມທົບຄຸ້ມຄອງ ແລະ ປົກປ້ອງຊາຍແດນ, ເພີ່ມທະວີການຝຶກອົບຮົມຊັບພະຍາກອນມະນຸດ ແລະ ສະໜັບສະໜູນຊຶ່ງກັນແລະກັນໃນບັນດາເວທີພະຫຸພາຄີລະດັບພາກພື້ນ ແລະ ສາກົນ.
ຕາມສະຫາຍ ພົນເອກ ແລ້ວ, ການປະຕິບັດບັນດາເນື້ອໃນຂ້າງເທິງຢ່າງມີປະສິດທິຜົນ ຈະປະກອບສ່ວນສືບຕໍ່ຢືນຢັນວ່າ ການປ້ອງກັນຊາດແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນຮ່ວມມືຫວຽດນາມ - ລາວ - ກຳປູເຈຍ.
ສ່ວນຝ່າຍກຳປູເຈຍ, ທ່ານ ພົນເອກ ເຕຍ ເຊຮາ ໄດ້ສະແດງຄວາມຍິນດີທີ່ໄດ້ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ແລະ ການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນຢູ່ຫວຽດນາມ.
ທ່ານ ພົນເອກ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນໂອກາດເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນເພື່ອນບ້ານທີ່ດີ, ມິດຕະພາບມູນເຊື້ອ ແລະ ການຮ່ວມມືຮອບດ້ານທີ່ຍືນຍົງຍາວນານລະຫວ່າງສາມປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.
ລັດຖະມົນຕີກະຊວງປ້ອງກັນຊາດກຳປູເຈຍ ໄດ້ຕີລາຄາສູງຕໍ່ການພັດທະນາສາຍພົວພັນລະຫວ່າງສາມປະເທດໃນໄລຍະຜ່ານມາ, ໂດຍສະເພາະບັນດາຜົນສຳເລັດການຮ່ວມມືດ້ານປ້ອງກັນຊາດ ຜ່ານບັນດາກົນໄກ ແລະ ຂໍ້ຕົກລົງທີ່ໄດ້ສ້າງຕັ້ງຂຶ້ນແລ້ວ.
ທ່ານ ພົນເອກ ເຕຍ ເຊຮາ ຢືນຢັນວ່າ ກຳປູເຈຍຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບກະຊວງປ້ອງກັນຊາດຫວຽດນາມ ແລະ ລາວ ເພື່ອເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.
ກຳປູເຈຍຍັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນຫວຽດນາມ ແລະ ລາວ ໃນບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ ເຊັ່ນ ກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນຂະຫຍາຍ (ADMM+).
ໃນການພົບປະ, ລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ໄດ້ແລກປ່ຽນກ່ຽວກັບບັນດາການຜັນແປຂອງສະພາບການໂລກ ແລະ ພາກພື້ນ, ພ້ອມທັງແບ່ງປັນບັນດາຜົນສຳເລັດທີ່ຍາດມາໄດ້ໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດ ກໍຄືກອງທັບຂອງແຕ່ລະປະເທດ.
ໃນຕອນທ້າຍຂອງລາຍການ, ບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ລົງນາມໃນບົດບັນທຶກການພົບປະ, ເພື່ອບັນທຶກບັນດາເນື້ອໃນທີ່ໄດ້ແລກປ່ຽນ ແລະ ທິດທາງການປະສານສົມທົບລະຫວ່າງສາມຝ່າຍໃນໄລຍະຕໍ່ໄປ.
ຍສໝ - ວັນທີ 28 ມິຖຸນາ, ຢູ່ທີ່ຫໍພັກນັກສຶກສາ ລາວ - ກຳປູເຈຍ (ນະຄອນ ໂຮ່ຈີມິນ), ຄະນະປະຈຳຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສົມທົບຮ່ວມກັບ ຄະນະອຳນວຍການຫໍພັກ ຈັດຕັ້ງງານບຸນ “ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ” ປະຈຳປີ 2026. |
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ. |
ຄຳສີ
