ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ

09:33 | 16/10/2026

ຍສໝ - ຕອນບ່າຍວັນທີ 14/10, ທີ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ - ລາວ, ເລັ່ງລັດບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ກະກຽມບັນດາກິດຈະກຳລະນຶກເຖິງສາຍພົວພັນລະຫວ່າງສອງປະເທດໃນປີ 2027.

ຫວຽດນາມ - ລາວ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2027 ຊຸກຍູ້ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່

ກ່າວຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ ແລະ ຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນສຳຄັນທີ່ພັກ, ລັດ ແລະ ປະຊາຊົນລາວຍາດມາໄດ້ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີສະແດງຄວາມເຊື່ອໝັ້ນວ່າ ລາວຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ໄລຍະ 2026-2030 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ ເປັນບຸລິມະສິດສູງສຸດ; ພ້ອມທັງຢຶດໝັ້ນການສະໜັບສະໜູນພາລະກິດປ່ຽນໃໝ່, ສ້າງສາ ແລະ ພັດທະນາປະເທດຊາດຂອງປະຊາຊົນລາວຢ່າງສະເໝີຕົ້ນສະເໝີປາຍ.

ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ
ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. (ພາບ: ເຍິດ ບັກ/chinhphu.vn)

ໂດຍຕີລາຄາວ່າ ສາຍພົວພັນສອງຝ່າຍໃນໄລຍະຜ່ານມາມີການປ່ຽນແປງໃນທາງບວກຫຼາຍດ້ານ, ນັບມື້ນັບມີເນື້ອແທ້ ແລະ ປະສິດທິຜົນສູງຂຶ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດສືບຕໍ່ຫັນບັນດາຄວາມເຂົ້າໃຈຮ່ວມ ແລະ ຂໍ້ຕົກລົງຂັ້ນສູງ ໃຫ້ເປັນລາຍການ, ສິ່ງກໍ່ສ້າງ ແລະ ໂຄງການຮ່ວມມືທີ່ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ.

ໃນນັ້ນ, ສອງຝ່າຍຈຳເປັນຕ້ອງຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະດັບສູງ ກໍຄືທຸກລະດັບຢ່າງເປັນປະຈຳ; ເພີ່ມທະວີການປຶກສາຫາລື ແລະ ແບ່ງປັນປະສົບການພັດທະນາປະເທດ, ພ້ອມທັງປະຕິບັດຍຸດທະສາດຮ່ວມມືຫວຽດນາມ - ລາວ ໄລຍະ 2021-2030, ສັນຍາຮ່ວມມືລະຫວ່າງສອງລັດຖະບານ ໄລຍະ 2026-2030 ແລະ ບັນດາຂໍ້ຕົກລົງທີ່ໄດ້ບັນລຸແລ້ວ ຢ່າງມີປະສິດທິຜົນ.

ກ່າວເຖິງບັນດາຂົງເຂດຮ່ວມມືຈຸດສຸມ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີການເຊື່ອມຕໍ່ໂຄງລ່າງພື້ນຖານ, ພະລັງງານ ແລະ ຊຸກຍູ້ການເຊື່ອມໂຍງລະຫວ່າງສອງລະບົບເສດຖະກິດ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ປະສານສົມທົບເພື່ອເລັ່ງລັດຄວາມຄືບໜ້າຂອງໂຄງການທາງດ່ວນ ຮ່າໂນ້ຍ - ວຽງຈັນ, ທາງລົດໄຟ ວຽງຈັນ - ຫວຸງອ໋າງ ແລະ ບັນດາໂຄງການເຊື່ອມຕໍ່ພະລັງງານ; ພ້ອມທັງເລີ່ມປະຕິບັດໂຄງການມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ໂດຍໄວ.

ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ
ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ສະເໜີໃຫ້ຫວຽດນາມ ແລະ ລາວ ເລັ່ງລັດການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຫັນເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ໃຫ້ເປັນບັນດາສິ່ງກໍ່ສ້າງ, ໂຄງການ ແລະ ຜົນສຳເລັດການຮ່ວມມືທີ່ເປັນຮູບປະທຳ. (ພາບ: ເຍິດ ບັກ/chinhphu.vn)

ຄຽງຄູ່ກັນນັ້ນ, ສອງປະເທດຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມປອດໄພ, ປະສານສົມທົບກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ; ສ້າງການປ່ຽນແປງຢ່າງແຂງແຮງໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

ບັນດາຂົງເຂດການສຶກສາ, ການຝຶກອົບຮົມ, ວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ກໍໄດ້ຮັບການສະເໜີຈາກທ່ານນາຍົກລັດຖະມົນຕີໃຫ້ສືບຕໍ່ຊຸກຍູ້ຢ່າງແຂງແຮງ.

ໃນຂອບເຂດພະຫຸພາຄີ, ຫວຽດນາມ ແລະ ລາວ ຈຳເປັນຕ້ອງຮັກສາການປະສານສົມທົບ ແລະ ສະໜັບສະໜູນຊຶ່ງກັນແລະກັນ ໃນບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ອາຊຽນ, ສະຫະປະຊາຊາດ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

ໂດຍເນັ້ນໜັກເຖິງຄວາມໝາຍພິເສດຂອງປີ 2027, ເຊິ່ງເປັນປີທີ່ສອງປະເທດຈະສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ປະສານສົມທົບຈັດບັນດາກິດຈະກຳໃນຂອບເຂດ “ປີແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ຄວາມຜູກພັນ ຫວຽດນາມ - ລາວ 2027”.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ບັນດາກິດຈະກຳລະນຶກຄວນໄດ້ຮັບການຈັດຢ່າງມີເນື້ອໃນຕົວຈິງ, ເລິກເຊິ່ງ ແລະ ມຸ່ງໄປສູ່ປະຊາຊົນຢ່າງແຂງແຮງ, ໂດຍສະເພາະຄົນຮຸ່ນໜຸ່ມ, ເພື່ອຮັກສາ ແລະ ສືບທອດມູນເຊື້ອຄວາມສາມັກຄີ ແລະ ມິດຕະພາບພິເສດລະຫວ່າງສອງຊາດ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ຂອບໃຈພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບທ່ານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຢ່າງສົມກຽດ ແລະ ອົບອຸ່ນເອົາໃຈໃສ່ ໃນການຢ້ຽມຢາມລາວຢ່າງເປັນທາງການຄັ້ງຜ່ານມາ.

ທ່ານນາຍົກລັດຖະມົນຕີຕີລາຄາວ່າ ການຢ້ຽມຢາມຄັ້ງນັ້ນປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງການນຳຂັ້ນສູງຂອງສອງປະເທດ, ພ້ອມທັງສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຮ່ວມມືສອງຝ່າຍ.

ການທີ່ສອງຝ່າຍໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມືຫຼາຍສະບັບໃນລະຫວ່າງການຢ້ຽມຢາມ ຍັງປະກອບສ່ວນປັບປຸງຂອບກົດໝາຍໃຫ້ສົມບູນ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ທຸລະກິດ ໃນການປະຕິບັດບັນດາລາຍການ ແລະ ໂຄງການທີ່ເປັນຮູບປະທຳ.

ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ
ສະຫາຍ ວິໄລ ຫຼ້າຄຳຟອງ ຢືນຢັນວ່າ ລາວຈະເພີ່ມທະວີການປະສານສົມທົບກັບຫວຽດນາມ ໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງປະເທດໃຫ້ຄວາມສົນໃຈຮ່ວມກັນ. (ພາບ: ເຍິດ ບັກ/chinhphu.vn)

ສ່ວນຝ່າຍລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະຜູ້ແທນ, ພ້ອມທັງສະແດງຄວາມຊາບຊຶ້ງ ແລະ ເຄົາລົບຕໍ່ນ້ຳໃຈ ແລະ ການຕ້ອນຮັບຢ່າງເອົາໃຈໃສ່ຂອງການນຳ ແລະ ປະຊາຊົນຫວຽດນາມ.

ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນສຳຄັນທີ່ຫວຽດນາມຍາດມາໄດ້ໃນຫຼາຍຂົງເຂດ, ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະເທດຫວຽດນາມຈະສືບຕໍ່ພັດທະນາ ແລະ ບັນລຸບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ວາງອອກ ຢ່າງມີໄຊ.

ໃນການແຈ້ງຂໍ້ມູນໂດຍສັງເຂບກ່ຽວກັບສະພາບການຂອງລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈຳ ແລະ ເຫັນຄຸນຄ່າຂອງການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າຈາກຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດໃນອະດີດ ກໍຄືໃນພາລະກິດສ້າງສາ, ປົກປ້ອງ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ໂດຍຕີລາຄາສູງຕໍ່ບັນດາຜົນສຳເລັດການຮ່ວມມືລະຫວ່າງສອງລັດຖະບານ, ສະຫາຍເນັ້ນໜັກວ່າ ລາວມີຄວາມຕັ້ງໃຈຮ່ວມກັບຫວຽດນາມ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ; ໂດຍຖືວ່ານີ້ແມ່ນຊັບສົມບັດອັນລ້ຳຄ່າທີ່ບໍ່ອາດປະເມີນລາຄາໄດ້ ແລະ ເປັນພື້ນຖານສຳຄັນຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ.

ສະຫາຍ ວິໄລ ຫຼ້າຄຳຟອງ ຍັງຢືນຢັນວ່າ ລາວຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບຫວຽດນາມ ໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ, ເພີ່ມທະວີການແບ່ງປັນຂໍ້ມູນ, ປະສານທ່າທີໃນບັນດາກົນໄກພະຫຸພາຄີ ລວມທັງອາຊຽນ, ເພື່ອປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຊຸກຍູ້ການຮ່ວມມື ກໍຄືການພັດທະນາໃນພາກພື້ນ.

ໃນຕອນທ້າຍຂອງການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ແລະ ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັ້ງໃຈທາງການເມືອງຂອງການນຳຂັ້ນສູງ ແລະ ການປະສານສົມທົບຢ່າງຫ້າວຫັນລະຫວ່າງບັນດາອົງການ ແລະ ທ້ອງຖິ່ນຂອງສອງປະເທດ, ສາຍພົວພັນພິເສດຫວຽດນາມ - ລາວ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ
ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປີດໂອກາດໃນການຊຸກຍູ້ການເຊື່ອມໂຍງດ້ານການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ ແລະ ການຜະລິດລະຫວ່າງສາມປະເທດ. ການນຳໃຊ້ຈຸດແຂງທີ່ສາມາດເກື້ອກູນກັນຂອງແຕ່ລະເສດຖະກິດ, ການແກ້ໄຂອຸປະສັກໃນການຮ່ວມມື ແລະ ການສ້າງຕ່ອງໂສ້ມູນຄ່າຂ້າມຊາຍແດນ ຄາດວ່າຈະສ້າງແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ການເຕີບໂຕໃນໄລຍະຍາວ.
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ເສີມສ້າງຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ເສີມສ້າງຄວາມຜູກພັນທາງຍຸດທະສາດ
ຍສໝ - ວັນທີ 13/10, ທີ່ສຳນັກງານລັດຖະບານ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໃນໂອກາດຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການຕ້ອນຮັບ, ສອງຝ່າຍໄດ້ຢືນຢັນບົດບາດສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມສ້າງສາຍພົວພັນພິເສດ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ