| ສິງກະໂປ ພ້ອມເພີ່ມທະວີການຮ່ວມມືດ້ານການເດີນເຮືອທາງທະເລກັບຫວຽດນາມ ການຢ້ຽມຢາມເດນມາກ, EU ແລະ ແບນຊິກ ເປີດໂອກາດໃໝ່ໃນການຮ່ວມມືຍຸດທະສາດໃຫ້ແກ່ຫວຽດນາມ |
![]() |
| ທ່ານເອກອັກຄະລັດຖະທູດ ຟ້າມບິ່ງດ່າມ ໄດ້ພົບປະກັບ ທ່ານນາງ ມາເຣຍ ແຟກນານດາ ເລ ປະທານສະພາແຫ່ງຊາດ ຕີມໍແລັດສະເຕ ເພື່ອຊຸກຍູ້ການຮ່ວມມືລັດຖະສະພາ ແລະ ໃຫ້ສັດຕະຍາບັນ ຂໍ້ຕົກລົງຍົກເວັ້ນການກວດລົງຕາ (ວີຊາ) ສຳລັບຜູ້ຖືໜັງສືຜ່ານແດນສາມັນ. ຫວຽດນາມ ໄດ້ສຳເລັດຂັ້ນຕອນພາຍໃນແລ້ວ, ສ່ວນຝ່າຍ ຕີມໍແລັດສະເຕ ຄາດວ່າຈະພິຈາລະນາຮັບຮອງເອົາ ໃນເດືອນ 12/2026. ທ່ານນາງ ມາເຣຍ ແຟກນານດາ ເລ ໄດ້ຕີລາຄາສູງ ບົດຮຽນດ້ານນິຕິບັນຍັດ, ການປະຕິຮູບການບໍລິຫານ ແລະ ການຫັນເປັນດິຈິຕອນ ຂອງ ຫວຽດນາມ, ພ້ອມທັງມຸ່ງຫວັງໃຫ້ ຫວຽດນາມ ໜູນຊ່ວຍ ຕີມໍແລັດສະເຕ ໃນການເຊື່ອມໂຍງເຂົ້າກັບ AIPA. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຢ້ຳຄືນຄຳເຊີນ ທ່ານນາງປະທານສະພາແຫ່ງຊາດ ມາເຣຍ ແຟກນານດາ ເລ ມາຢ້ຽມຢາມ ຫວຽດນາມ. |
ຍສໝ - ຕອນບ່າຍວັນທີ 14/10, ທີ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ - ລາວ, ເລັ່ງລັດບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ກະກຽມບັນດາກິດຈະກຳລະນຶກເຖິງສາຍພົວພັນລະຫວ່າງສອງປະເທດໃນປີ 2027. |
ຍສໝ - ຕອນບ່າຍວັນທີ 14/10, ທີ່ນະຄອນດ່ານັງ, ກອງປະຊຸມຄັ້ງທີ 90 ຂອງຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (COSTI-90) ໄດ້ເປີດກອງປະຊຸມຄົບຄະນະ ໂດຍມີຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ກອງປະຊຸມສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ການແບ່ງປັນຊັບພະຍາກອນ ແລະ ການປະຕິບັດບັນດາວິທີແກ້ໄຂຮ່ວມກັນ ເພື່ອສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ສາມາດວັດແທກໄດ້ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. |
ແທັງຮັ່ງ
