ຫວຽດນາມ ແລະ EFTA ລົງນາມສັນຍາການຄ້າເສລີ, ຂະຫຍາຍໂອກາດການຮ່ວມມືທາງເສດຖະກິດ

16:27 | 20/10/2026

ຍສໝ - ຕອນເຊົ້າວັນທີ 18/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເປັນສັກຂີພິຍານໃນພິທີລົງນາມສັນຍາການຄ້າເສລີລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA), ເປັນຂີດໝາຍແຫ່ງບາດກ້າວພັດທະນາທີ່ສຳຄັນໃນສາຍພົວພັນການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ.

ຍົກລະດັບການຮ່ວມມືດ້ານການຈັດຕັ້ງປະຕິບັດກົດໝາຍ ຫວຽດນາມ - ສາທາລະນະລັດ ເຊັກ ຫວຽດນາມລົງນາມສັນຍາການຄ້າເສລີກັບ 4 ປະເທດເອີຣົບ

ເຂົ້າຮ່ວມພິທີລົງນາມມີບັນດາສະຫາຍກຳມະການກົມການເມືອງ ຄື: ສະຫາຍ ຟ້າມ ຢາ ຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ; ສະຫາຍ ເລ ຮວ່າຍ ຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ; ບັນດາສະຫາຍກຳມະການສູນກາງພັກ ຄື: ສະຫາຍ ຫງວຽນ ຫາຍ ນິງ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ເລ ແມ້ງ ຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ສະຫາຍ ໂງ ວັນ ຕວນ, ລັດຖະມົນຕີກະຊວງການເງິນ; ພ້ອມດ້ວຍຜູ້ແທນການນຳບັນດາກະຊວງ, ຄະນະ, ຂະແໜງການ ແລະ ອົງການຂອງຫວຽດນາມ.

ຜູ້ແທນບັນດາປະເທດສະມາຊິກ EFTA ທີ່ເຂົ້າຮ່ວມພິທີປະກອບມີ ທ່ານນາງ Brigitte Haas, ນາຍົກລັດຖະມົນຕີ ຄວບຕຳແໜ່ງລັດຖະມົນຕີກະຊວງການເງິນຂອງລາຊະລັດລິກເຕນສະໄຕ; ທ່ານ Guy Parmelin, ປະທານປະເທດ ຄວບຕຳແໜ່ງລັດຖະມົນຕີກະຊວງເສດຖະກິດຂອງສະວິດ; ທ່ານນາງ Þorgerður Katrín Gunnarsdóttir, ລັດຖະມົນຕີກະຊວງການຕ່າງປະເທດໄອສແລນ; ທ່ານນາງ Astrid Bergmål, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດນອກແວ; ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຜູ້ແທນອົງການການທູດ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກ EFTA.

ຫວຽດນາມ ແລະ EFTA ລົງນາມສັນຍາການຄ້າເສລີ, ຂະຫຍາຍໂອກາດການຮ່ວມມືທາງເສດຖະກິດ
ສັນຍາການຄ້າເສລີຫວຽດນາມ - EFTA ສ້າງໂອກາດເພີ່ມເຕີມໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາລະຫວ່າງສອງຝ່າຍ. (ພາບ: ແທງ ລອງ/ໜັງສືພິມລັດຖະບານ)

ພິທີລົງນາມສັນຍາການຄ້າເສລີຫວຽດນາມ - EFTA ເປັນຂີດໝາຍສຳຄັນໃນສາຍພົວພັນລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກ EFTA, ໃນນັ້ນມີບາງປະເທດທີ່ເປັນເສດຖະກິດຊັ້ນນຳຂອງໂລກດ້ານນະວັດຕະກຳ. ເຫດການດັ່ງກ່າວຍັງຢືນຢັນເຖິງຄວາມຕັດສິນໃຈຂອງສອງຝ່າຍໃນການຂະຫຍາຍການຮ່ວມມືທາງເສດຖະກິດ, ຊຸກຍູ້ການເປີດເສລີທາງການຄ້າ ແລະ ເສີມສ້າງລະບົບການຄ້າທີ່ອີງໃສ່ກົດລະບຽບ, ໂດຍສະເພາະໃນສະພາບທີ່ເສດຖະກິດໂລກຍັງຄົງປະເຊີນກັບຄວາມຜັນຜວນຫຼາຍດ້ານ.

ສັນຍາດັ່ງກ່າວມີຂອບເຂດຄຳໝັ້ນສັນຍາທີ່ຮອບດ້ານ, ກວມເອົາຫຼາຍຂົງເຂດ ເຊັ່ນ ການຄ້າສິນຄ້າ ທີ່ມີເນື້ອໃນກ່ຽວກັບພາສີສຸລະກາກອນ, ສິ່ງກີດຂວາງທາງເຕັກນິກໃນການຄ້າ, ມາດຕະການສຸຂານາໄມ ແລະ ການກັກກັນພືດ ແລະ ສັດ, ສຸລະກາກອນ, ມາດຕະການປົກປ້ອງທາງການຄ້າ; ການຄ້າບໍລິການ, ການລົງທຶນ, ຊັບສິນທາງປັນຍາ, ການຈັດຊື້ຈັດຈ້າງຂອງລັດຖະບານ, ການແຂ່ງຂັນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ການແກ້ໄຂຂໍ້ຂັດແຍ່ງ, ການຄ້າ ແລະ ການພັດທະນາທີ່ຍືນຍົງ.

ດ້ວຍເນື້ອໃນຄຳໝັ້ນສັນຍາທີ່ກວ້າງຂວາງ ແລະ ຫຼາກຫຼາຍ, ຄາດວ່າສັນຍາຈະສ້າງເງື່ອນໄຂເພີ່ມເຕີມໃຫ້ຫວຽດນາມຂະຫຍາຍ ແລະ ຫັນຕະຫຼາດສົ່ງອອກ-ນຳເຂົ້າໃຫ້ມີຄວາມຫຼາກຫຼາຍ, ຍົກສູງຄວາມສາມາດແຂ່ງຂັນຂອງວິສາຫະກິດ ແລະ ເພີ່ມທະວີການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າໂລກ. ນີ້ຍັງເປັນໂອກາດໃຫ້ຫວຽດນາມດຶງດູດກະແສທຶນລົງທຶນຄຸນນະພາບສູງ, ເຂົ້າເຖິງເຕັກໂນໂລຊີທັນສະໄໝ ແລະ ປະສົບການດ້ານການບໍລິຫານຈັດການຈາກບັນດາເສດຖະກິດພັດທະນາຊັ້ນນຳຂອງເອີຣົບ.

ໃນຊຸມປີຜ່ານມາ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກ EFTA ໄດ້ຮັກສາທ່າອ່ຽງການພັດທະນາໃນທາງບວກ. ມູນຄ່າການຄ້າສອງຝ່າຍບັນລຸສະເລ່ຍເກືອບ 2 ຕື້ໂດລາສະຫະລັດຕໍ່ປີ, ໂດຍມີໂຄງປະກອບສິນຄ້າທີ່ສາມາດເສີມຈຸດແຂງໃຫ້ແກ່ກັນໄດ້ສູງ, ຕອບສະໜອງຂໍ້ໄດ້ປຽບ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍ.

ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມໄປຍັງ EFTA ປະກອບມີ ຜະລິດຕະພັນສັດນ້ຳ, ເກີບ, ເຄື່ອງຕັດຫຍິບ, ເຄື່ອງຈັກ ແລະ ອຸປະກອນ, ສິນຄ້າເອເລັກໂຕຣນິກ ແລະ ຊິ້ນສ່ວນປະກອບ. ໃນທາງກັບກັນ, ຫວຽດນາມນຳເຂົ້າຈາກບັນດາຕະຫຼາດນີ້ ປະກອບມີ ເຄື່ອງຈັກ, ອຸປະກອນອຸດສາຫະກຳ, ສານເຄມີ, ຢາປົວພະຍາດ ແລະ ວັດຖຸດິບເພື່ອຮັບໃຊ້ກິດຈະກຳການຜະລິດ.

ໃນຂົງເຂດການລົງທຶນ, ສາຍພົວພັນການຮ່ວມມືລະຫວ່າງສອງຝ່າຍສືບຕໍ່ຂະຫຍາຍຕົວ. ນັບຮອດທ້າຍປີ 2025, ສະວິດມີ 234 ໂຄງການລົງທຶນຢູ່ຫວຽດນາມ, ດ້ວຍຍອດທຶນຈົດທະບຽນລວມຫຼາຍກວ່າ 2,4 ຕື້ໂດລາສະຫະລັດ; ນອກແວມີ 62 ໂຄງການ, ດ້ວຍຍອດທຶນຈົດທະບຽນລວມຫຼາຍກວ່າ 201 ລ້ານໂດລາສະຫະລັດ.

ບັນດາກຸ່ມບໍລິສັດ ແລະ ນັກລົງທຶນລາຍໃຫຍ່ຈາກປະເທດສະມາຊິກ EFTA ຫຼາຍແຫ່ງ ໄດ້ເຂົ້າມາດຳເນີນງານຢູ່ຫວຽດນາມ ແລະ ມີຜົນການດຳເນີນງານທີ່ດີໃນຂົງເຂດອຸດສາຫະກຳ, ອາຫານ, ຢາປົວພະຍາດ, ພະລັງງານ ແລະ ເຕັກໂນໂລຊີ. ນອກຈາກນັ້ນ, ບັນດາວິສາຫະກິດ ແລະ ນັກລົງທຶນ EFTA ກຳລັງວາງແຜນດຳເນີນຫຼາຍໂຄງການຮ່ວມມື ແລະ ລົງທຶນຂະໜາດໃຫຍ່ຢູ່ຫວຽດນາມ, ໂດຍສຸມໃສ່ຂົງເຂດຕ່າງໆ ເຊັ່ນ ນະວັດຕະກຳ, ເຕັກໂນໂລຊີຂັ້ນສູງ, ໂລຈິສຕິກ ແລະ ກົນຈັກຄວາມແມ່ນຍຳສູງ.

ຄາດວ່າການລົງນາມສັນຍາການຄ້າເສລີຫວຽດນາມ - EFTA ຈະສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຮ່ວມມືທາງເສດຖະກິດລະຫວ່າງສອງຝ່າຍ, ປະກອບສ່ວນຊຸກຍູ້ການເຕີບໂຕ, ນະວັດຕະກຳ ແລະ ການພັດທະນາທີ່ຍືນຍົງ. ຜ່ານນັ້ນ, ສັນຍາມຸ່ງສູ່ການນຳມາຊຶ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດຫວຽດນາມ ກໍຄືບັນດາປະເທດສະມາຊິກ EFTA.

ໃຫ້ສັດຕະຍາບັນສັນຍາຍົກເວັ້ນວີຊາໂດຍໄວ ແລະ ເປີດກວ້າງການຮ່ວມມືລັດຖະສະພາ ຫວຽດນາມ - ຕີມໍແລັດສະເຕ ໃຫ້ສັດຕະຍາບັນສັນຍາຍົກເວັ້ນວີຊາໂດຍໄວ ແລະ ເປີດກວ້າງການຮ່ວມມືລັດຖະສະພາ ຫວຽດນາມ - ຕີມໍແລັດສະເຕ
ຍສໝ - ວັນທີ 14 ຕຸລາ, ທີ່ນະຄອນຫຼວງ ດິລີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕີມໍແລັດສະເຕ, ຟ້າມບິ່ງດ່າມ ໄດ້ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດ ຂອງປະເທດເຈົ້າພາບ, ທ່ານນາງ Maria Fernanda Lay. ການພົບປະເຮັດວຽກໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບວິວັດທະນາການຮັບຮອງເອົາສັນຍາຍົກເວັ້ນວີຊາ, ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການແບ່ງປັນບົດຮຽນດ້ານນິຕິບັນຍັດ ແລະ ສະໜັບສະໜູນຊຶ່ງກັນແລະກັນ ຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ.
ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ: ສ້າງຂົວຕໍ່ເຊື່ອມໂຍງຈຸດໝາຍປາຍທາງ ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ: ສ້າງຂົວຕໍ່ເຊື່ອມໂຍງຈຸດໝາຍປາຍທາງ
ຍສໝ - ເຫດການ ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ ທີ່ຈັດຂຶ້ນໃນວັນທີ 13/10 ຢູ່ ອາໂອຕຣິດ (Austria) ແມ່ນຂົວຕໍ່ທີ່ສຳຄັນ ຊ່ວຍໃຫ້ບັນດາອົງການຄຸ້ມຄອງ ແລະ ວິສາຫະກິດທ່ອງທ່ຽວຂອງສອງປະເທດ ໄດ້ພົບປະ, ເພີ່ມທະວີການເຊື່ອມໂຍງຈຸດໝາຍປາຍທາງ ແລະ ຂຸດຄົ້ນທ່າແຮງການທ່ອງທ່ຽວສອງຝ່າຍ ຢ່າງມີປະສິດທິຜົນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ