| ຈາກການຄັດຄ້ານສົງຄາມ ສູ່ການຮ່ວມແບ່ງປັນຄວາມເຈັບປວດຈາກສານພິດສີສົ້ມ ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ |
ໃນການເຈລະຈາທີ່ດຳເນີນຂຶ້ນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ Guy Parmelin, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະວິດ ທີ່ມາຢ້ຽມຢາມຫວຽດນາມໃນໂອກາດສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ. ໂດຍຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບກັບສະວິດ, ສະຫາຍ ໂຕ ເລິມ ປະເມີນວ່າ ການຢ້ຽມຢາມຄັ້ງນີ້ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ໄດ້ສ້າງຕັ້ງຂຶ້ນໃນເດືອນ 1/2025 ກາຍເປັນຮູບປະທຳ.
![]() |
| ບັນຍາກາດການເຈລະຈາລະຫວ່າງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ທ່ານ Guy Parmelin, ປະທານປະເທດສະວິດ. (ພາບ: ແທງ ລອງ/ໜັງສືພິມລັດຖະບານ) |
ທ່ານ Guy Parmelin, ປະທານປະເທດສະວິດ ໄດ້ຕີລາຄາສູງຕໍ່ການພັດທະນາຂອງຫວຽດນາມ ແລະ ໃຫ້ຮູ້ວ່າ ການຄ້າສອງຝ່າຍເຕີບໂຕຢ່າງສະໝ່ຳສະເໝີໃນອັດຕາ 7% ໃນໄລຍະ 4 ປີຜ່ານມາ, ຂະນະທີ່ການລົງທຶນເພີ່ມຂຶ້ນ 8% ຕໍ່ປີ. ດ້ວຍວິສາຫະກິດສະວິດຫຼາຍກວ່າ 100 ແຫ່ງທີ່ກຳລັງດຳເນີນງານຢູ່ຫວຽດນາມ, ສອງຝ່າຍຍັງມີທ່າແຮງການຮ່ວມມືອີກຫຼາຍ. ການລົງນາມສັນຍາການຄ້າເສລີຫວຽດນາມ - EFTA ຈະສ້າງໂອກາດເພີ່ມເຕີມໃຫ້ແກ່ວິສາຫະກິດຂອງສອງປະເທດ.
ຜູ້ນຳທັງສອງເຫັນດີຮ່ວມກັນໃນການຊຸກຍູ້ການຮ່ວມມືຕາມ 6 ທິດທາງຈຸດສຸມທີ່ສະຫາຍ ໂຕ ເລິມ ສະເໜີ, ປະກອບມີ ການເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ການປະສານງານຢູ່ບັນດາເວທີປາໄສຫຼາຍຝ່າຍ; ຂະຫຍາຍການຄ້າ ແລະ ການລົງທຶນ, ໂດຍສະເພາະຂົງເຂດທ່າເຮືອທະເລ; ພັດທະນາການຮ່ວມມືດ້ານການເງິນ - ທະນາຄານ, ການເງິນດິຈິຕອນ, ເທັກໂນໂລຊີບລັອກເຊນ (blockchain), ຊັບສິນດິຈິຕອນ ແລະ ເຕັກໂນໂລຊີການເງິນ (fintech).
ສອງຝ່າຍຍັງເຫັນດີຮ່ວມກັນໃນການຍົກເອົາວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ກາຍເປັນເສົາຄ້ຳຂອງການຮ່ວມມື; ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາກອງທຶນພັດທະນາວິທະຍາສາດ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ; ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມ, ວັດທະນະທຳ, ການທ່ອງທ່ຽວ, ຄວາມໝັ້ນຄົງ, ປ້ອງກັນຊາດ, ການຮັກສາສັນຕິພາບ, ການປ້ອງກັນ ແລະ ຕ້ານອາຊະຍາກຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ກ່ຽວກັບບັນຫາສາກົນ, ຜູ້ນຳທັງສອງໄດ້ເນັ້ນໜັກເຖິງບົດບາດຂອງການສົນທະນາ, ລັດທິຫຼາຍຝ່າຍ ແລະ ການຄ້າເສລີ. ທ່ານ Guy Parmelin, ປະທານປະເທດສະວິດ ໄດ້ຕີລາຄາສູງຕໍ່ນະໂຍບາຍການຕ່າງປະເທດທີ່ມີຄວາມດຸ່ນດ່ຽງຂອງຫວຽດນາມ, ພ້ອມທັງເຊີນຫວຽດນາມເຂົ້າຮ່ວມຂໍ້ລິເລີ່ມຄູ່ຮ່ວມມືແຫ່ງອະນາຄົດເພື່ອການລົງທຶນ ແລະ ການຄ້າ.
ໃນໂອກາດນີ້, ຜູ້ນຳທັງສອງໄດ້ເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມືດ້ານແຮງງານ, ວິທະຍາສາດ - ເຕັກໂນໂລຊີ, ການຄ້າ ແລະ ການພັດທະນາຕົວເມືອງ. ທ່ານ Guy Parmelin ຍັງໄດ້ເຊີນຫວຽດນາມເຂົ້າຮ່ວມກອງປະຊຸມລະດັບໂລກວ່າດ້ວຍປັນຍາປະດິດ ທີ່ຈະຈັດຂຶ້ນຢູ່ສະວິດໃນປີ 2027.
ສອງຝ່າຍເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເສີມສ້າງມິດຕະພາບ, ຄວາມໄວ້ວາງໃຈທາງການເມືອງ ແລະ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະວິດ ໃຫ້ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ. |
ຍສໝ - ປີ 1969, ເມື່ອທົ່ວໂລກເອົາໃຈໃສ່ເຖິງກອງປະຊຸມ ປາຣີ, ຊາຍໜຸ່ມຊາວສະວິດ 3 ຄົນໄດ້ແຂວນທຸງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມຢ່າງງຽບໆຢູ່ເທິງວິຫານ Notre Dame Paris. 50 ກວ່າປີຕໍ່ມາ, ສອງຄົນຄື Olivier Parriaux ແລະ Bernard Bachelard - ໄດ້ເດີນທາງຢູ່ຫວຽດນາມເປັນຄັ້ງທຳອິດ. ເຂົາເຈົ້າມາບໍ່ໄດ້ຮັບກຽດເທົ່ານັ້ນ, ຫາກຍັງຢືນຢັນວ່າ: ການເດີນທາງພ້ອມກັບຫວຽດນາມບໍ່ເຄີຍຢຸດຢັ້ງ. |
ດວງດີ
