Vinachem ເລີ່ມຄືນໂຄງການຂຸດຄົ້ນເກືອຫີນ ມູນຄ່າ 492 ລ້ານໂດລາສະຫະລັດ ຢູ່ລາວ

18:17 | 13/10/2026

ຍສໝ - ວັນທີ 12/10, ທີ່ເມືອງໜອງບົກ, ແຂວງຄຳມ່ວນ (ລາວ), ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ຮ່ວມກັບບັນດາຄູ່ຮ່ວມມື ໄດ້ຈັດພິທີເລີ່ມຄືນໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອຫີນ ທີ່ມີມູນຄ່າການລົງທຶນລວມຄາດຄະເນປະມານ 492 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວຄາດວ່າຈະຊ່ວຍຊຸກຍູ້ການຮ່ວມມືດ້ານອຸດສາຫະກຳ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ລະຫວ່າງຫວຽດນາມ ແລະ ລາວ.

ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງນາຍົກລັດຖະມົນຕີ ເລ ມິງ ຮຶງ ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍດ້ານ ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ

ຕາມຂໍ້ມູນຈາກຫ້ອງການການຄ້າຫວຽດນາມປະຈຳລາວແລ້ວ, ໃນການກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໄດ້ປະເມີນວ່າ ການເລີ່ມຄືນໂຄງການແມ່ນຂີດໝາຍສຳຄັນ, ສະແດງເຖິງຄວາມຕັ້ງໃຈຂອງບັນດາຝ່າຍໃນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານເສດຖະກິດຍຸດທະສາດ, ຄ່ອຍໆຫັນທ່າແຮງການຮ່ວມມືໃຫ້ກາຍເປັນຜົນສຳເລັດທີ່ເປັນຮູບປະທຳ.

ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແມ່ນພື້ນຖານດ້ານວັດຖຸທີ່ສຳຄັນ ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນມີມູນເຊື້ອລະຫວ່າງຫວຽດນາມ ແລະ ລາວ. ທ່ານສະແດງຄວາມເຊື່ອໝັ້ນວ່າ ບັນດາອົງການທີ່ມີອຳນາດໜ້າທີ່ຂອງສອງປະເທດຈະສືບຕໍ່ປະສານສົມທົບ ແລະ ຊ່ວຍເຫຼືອ ເພື່ອໃຫ້ໂຄງການດຳເນີນໄປຕາມຄວາມຄືບໜ້າທີ່ກຳນົດໄວ້, ປະຕິບັດຕາມລະບຽບກົດໝາຍ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ - ສັງຄົມໃຫ້ແກ່ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນ ມິງ ເຕິມ ຍັງຢືນຢັນວ່າ ສະຖານທູດຫວຽດນາມປະຈຳລາວ ຈະສືບຕໍ່ສົ່ງເສີມບົດບາດໃນການເຊື່ອມຕໍ່, ຮ່ວມເດີນທາງ ແລະ ຊ່ວຍເຫຼືອບັນດາວິສາຫະກິດຫວຽດນາມ ໃນຂະບວນການລົງທຶນ ແລະ ດຳເນີນທຸລະກິດຢູ່ປະເທດເພື່ອນມິດ.

ທາງຝ່າຍລາວ, ທ່ານ ພູທະວັນ ນັນທະວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະເມີນວ່າ ໂຄງການມີຄວາມໝາຍຕໍ່ການພັດທະນາເສດຖະກິດທ້ອງຖິ່ນ, ໂດຍສະເພາະໃນການຍົກສູງປະສິດທິຜົນການຂຸດຄົ້ນຊັບພະຍາກອນແຮ່ທາດ, ຊຸກຍູ້ການປຸງແຕ່ງເຊີງເລິກ ແລະ ພັດທະນາຂະແໜງອຸດສາຫະກຳພາຍໃນປະເທດ.

Vinachem ເລີ່ມຄືນໂຄງການຂຸດຄົ້ນເກືອຫີນ ມູນຄ່າ 492 ລ້ານໂດລາສະຫະລັດ ຢູ່ລາວ
ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ແລະ ບັນດາຜູ້ແທນ ເຂົ້າຮ່ວມພິທີວາງສີລາລຶກເລີ່ມການກໍ່ສ້າງ, ເປັນຂີດໝາຍການເລີ່ມຄືນໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອຫີນ ຢູ່ແຂວງຄຳມ່ວນ (ລາວ).

ຕາມທ່ານຮອງລັດຖະມົນຕີແລ້ວ, ຊັບພະຍາກອນໂພແທດຊຽມມີບົດບາດສຳຄັນຕໍ່ການຜະລິດຝຸ່ນຢູ່ລາວ. ການຜັນຂະຫຍາຍໂຄງການຈະປະກອບສ່ວນຍົກສູງມູນຄ່າການນຳໃຊ້ແຫຼ່ງແຮ່ທາດດັ່ງກ່າວ. ແນວໃດກໍຕາມ, ທ່ານໄດ້ຮຽກຮ້ອງໃຫ້ເຈົ້າຂອງໂຄງການປະຕິບັດກົດໝາຍລາວຢ່າງເຂັ້ມງວດ, ໃຫ້ຄວາມສຳຄັນຕໍ່ການຄຸ້ມຄອງຊັບພະຍາກອນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບປະກັນຄວາມປອດໄພແຮງງານຕະຫຼອດຂະບວນການດຳເນີນໂຄງການ.

ທ່ານ ສົມສະອາດ ອຸ່ນສີດາ, ປະທານຄະນະປົກຄອງແຂວງຄຳມ່ວນ ໄດ້ສະແດງຄວາມຄາດຫວັງວ່າ ໂຄງການຈະສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາອຸດສາຫະກຳທ້ອງຖິ່ນ, ສ້າງໂອກາດວຽກເຮັດທີ່ໝັ້ນຄົງຫຼາຍຮ້ອຍຕຳແໜ່ງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນບັນດາເຂດໃກ້ຄຽງ.

ທ່ານຢືນຢັນວ່າ ອຳນາດການປົກຄອງແຂວງຈະສືບຕໍ່ຊີ້ນຳບັນດາອົງການທີ່ມີອຳນາດໜ້າທີ່ໃຫ້ປະສານສົມທົບ ແລະ ຊ່ວຍເຫຼືອນັກລົງທຶນ, ສ້າງເງື່ອນໄຂໃຫ້ໂຄງການດຳເນີນໄປຢ່າງສະດວກຕາມແຜນການ.

ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອຫີນຢູ່ແຂວງຄຳມ່ວນ ມີມູນຄ່າການລົງທຶນລວມຄາດຄະເນປະມານ 492 ລ້ານໂດລາສະຫະລັດ, ມີກຳລັງການຜະລິດຕາມການອອກແບບ 500.000 ໂຕນໂພແທດຊຽມຄລໍໄຣດ໌ຕໍ່ປີ, ພ້ອມທັງຄາດວ່າຈະສ້າງວຽກເຮັດໃຫ້ແຮງງານທີ່ມີທັກສະເຕັກນິກສູງຫຼາຍກວ່າ 600 ຄົນ.

ຫຼັງຈາກຂະບວນການກະກຽມ, ປັບປຸງບັນດາຂັ້ນຕອນທາງກົດໝາຍໃຫ້ສົມບູນ ແລະ ປະສານສົມທົບກັບອົງການຄຸ້ມຄອງຂອງສອງປະເທດ, Vinachem ພ້ອມດ້ວຍບັນດາຄູ່ຮ່ວມມື ກຳລັງສຸມໃສ່ສຳເລັດບັນດາເງື່ອນໄຂທີ່ຈຳເປັນ ເພື່ອກ້າວເຂົ້າສູ່ໄລຍະກໍ່ສ້າງຕໍ່ໄປ. ຕາມແຜນການ, ວຽກງານກໍ່ສ້າງໂຮງງານທັງໝົດຄາດວ່າຈະສຳເລັດໃນເດືອນ 12/2028.

ເມື່ອເຂົ້າສູ່ການດຳເນີນງານ, ໂຄງການຄາດວ່າຈະຍົກສູງປະສິດທິຜົນການຂຸດຄົ້ນແຫຼ່ງໂພແທດຊຽມຂອງລາວ, ປະກອບສ່ວນເຂົ້າງົບປະມານຂອງລັດ ແລະ ພັດທະນາຖັນແຖວບຸກຄະລາກອນທີ່ມີຄຸນນະພາບສູງ. ພ້ອມກັນນັ້ນ, ໂຄງການຍັງຈະຊ່ວຍໃຫ້ຫວຽດນາມສາມາດຈັດຫາແຫຼ່ງວັດຖຸດິບສ່ວນໜຶ່ງໄດ້ຢ່າງເປັນຝ່າຍລິເລີ່ມ ເພື່ອຮັບໃຊ້ການຜະລິດຝຸ່ນ, ເພີ່ມທະວີການເຊື່ອມໂຍງດ້ານອຸດສາຫະກຳ ແລະ ຄວາມເກື້ອກູນກັນລະຫວ່າງສອງລະບົບເສດຖະກິດ.

ໃນໄລຍະຍາວ, Vinachem ແລະ ບັນດາຄູ່ຮ່ວມມື ກຳລັງສຶກສາການພັດທະນາໂຄງການໄປສູ່ການສ້າງເປັນກຸ່ມໂຮງງານອຸດສາຫະກຳຂະໜາດໃຫຍ່, ໂດຍໃຫ້ຄວາມສຳຄັນຕໍ່ການປຸງແຕ່ງເຊີງເລິກ, ຍົກສູງມູນຄ່າຊັບພະຍາກອນ ແລະ ຊຸກຍູ້ການພັດທະນາເສດຖະກິດໃນເຂດເນີນສູງຕອນກາງ ແລະ ເຂດຊາຍແດນ.

ຫວຽດນາມມອບລະບົບຂໍ້ມູນປະຊາກອນ ແລະ ບັດປະຈຳຕົວເອເລັກໂຕຣນິກໃຫ້ລາວ ຫວຽດນາມມອບລະບົບຂໍ້ມູນປະຊາກອນ ແລະ ບັດປະຈຳຕົວເອເລັກໂຕຣນິກໃຫ້ລາວ
ຍສໝ - ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເຂົ້າຮ່ວມພິທີມອບ - ຮັບລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ. ໂຄງການດັ່ງກ່າວໄດ້ຮັບການປະສານງານຜັນຂະຫຍາຍຈາກກະຊວງຕຳຫຼວດຂອງສອງປະເທດ, ປະກອບສ່ວນສ້າງພື້ນຖານຂໍ້ມູນເພື່ອຮັບໃຊ້ການຫັນເປັນດິຈິຕອນຢູ່ລາວ.
ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ
ຍສໝ - ວັນທີ 9/10, ປ້ອມທະຫານຊາຍແດນ ຈ່ຽງເຕືອງ (ແຂວງເຊີນລາ, ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 213 (ແຂວງຫົວພັນ, ລາວ) ໄດ້ຈັດການລາດຕະເວນຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ແລກປ່ຽນສະພາບການຄວາມໝັ້ນຄົງໃນເຂດຊາຍແດນທີ່ຕິດຈອດກັນ, ປະກອບສ່ວນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ