| ຍົກລະດັບການຮ່ວມມືດ້ານການຈັດຕັ້ງປະຕິບັດກົດໝາຍ ຫວຽດນາມ - ສາທາລະນະລັດ ເຊັກ ຫວຽດນາມລົງນາມສັນຍາການຄ້າເສລີກັບ 4 ປະເທດເອີຣົບ |
ໃນການປະເມີນກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Guy Parmelin, ປະທານປະເທດສະວິດ, ທ່ານ Ivo Sieber ເຫັນວ່າ ການຢ້ຽມຢາມຄັ້ງນີ້ຕິດພັນກັບສອງຂີດໝາຍສຳຄັນ ຄື ການສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ສະວິດ ແລະ ການລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມກັບ 4 ປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA), ປະກອບມີ ສະວິດ, ນອກແວ, ລິກເຕນສະໄຕ ແລະ ໄອສແລນ.
![]() |
| ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ທ່ານ Guy Parmelin, ປະທານປະເທດສະວິດເຊີແລນ ເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມືລະຫວ່າງສອງປະເທດ ໃນຕອນບ່າຍວັນທີ 17/10. (ພາບ: ແທງ ລອງ/ໜັງສືພິມລັດຖະບານ) |
ຕາມທ່ານ Ivo Sieber ແລ້ວ, ສັນຍາດັ່ງກ່າວຈະສ້າງຂອບກົດໝາຍທີ່ມີຄວາມໝັ້ນຄົງ, ໂປ່ງໃສ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຂອງສອງຝ່າຍ. ນອກຈາກການຄ້າ ແລະ ການລົງທຶນແລ້ວ, FTA ຍັງກວມເອົາເນື້ອໃນກ່ຽວກັບຊັບສິນທາງປັນຍາ, ກົດລະບຽບວ່າດ້ວຍແຫຼ່ງກຳເນີດສິນຄ້າ, ການຈັດຊື້ຈັດຈ້າງພາກລັດ ແລະ ການພັດທະນາທີ່ຍືນຍົງ, ຜ່ານນັ້ນສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຄົ້ນຄວ້າ, ນະວັດຕະກຳ ແລະ ການເງິນ.
ເມື່ອຫວນຄືນໄລຍະ 55 ປີແຫ່ງສາຍພົວພັນການທູດນັບແຕ່ປີ 1971, ທ່ານ Sieber ປະເມີນວ່າ ການຮ່ວມມືຫວຽດນາມ - ສະວິດ ໄດ້ພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ຕິດພັນກັບບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມ ແລະ ຖານະບົດບາດໃນເວທີສາກົນຂອງຫວຽດນາມທີ່ນັບມື້ນັບສູງຂຶ້ນ. ການທີ່ສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານໃນປີ 2025 ໄດ້ສືບຕໍ່ສ້າງພື້ນຖານສຳລັບການຂະຫຍາຍການຮ່ວມມື.
ຫຼັງຈາກຫວຽດນາມ ແລະ EFTA ປະກາດສິ້ນສຸດການເຈລະຈາ FTA ໃນວັນທີ 2/7/2026, ການລົງນາມໃນສັນຍາໄດ້ເປັນຂີດໝາຍແຫ່ງບາດກ້າວສຳຄັນ. ແນວໃດກໍຕາມ, ທ່ານ Sieber ໃຫ້ຂໍ້ສັງເກດວ່າ ບັນດາປະເທດຍັງຕ້ອງສຳເລັດຂັ້ນຕອນການໃຫ້ສັດຕະຍາບັນ, ດັ່ງນັ້ນ ສັນຍາອາດຈະມີຜົນບັງຄັບໃຊ້ໃນປີ 2028 ແທນທີ່ຈະເປັນປີ 2027.
ທ່ານປະເມີນວ່າ ໄລຍະເວລາດັ່ງກ່າວເປັນໂອກາດໃຫ້ບັນດາລັດຖະບານ, ສະມາຄົມວິສາຫະກິດ ແລະ ບໍລິສັດ ໄດ້ສຶກສາເນື້ອໃນຂໍ້ຜູກພັນຕ່າງໆ ແລະ ກະກຽມແຜນການເພື່ອນຳໃຊ້ຜົນປະໂຫຍດເມື່ອສັນຍາມີຜົນບັງຄັບໃຊ້.
ເມື່ອກ່າວເຖິງແນວໂນ້ມການຮ່ວມມື, ທ່ານ Sieber ເຫັນວ່າ ສະວິດ ເປັນຕະຫຼາດທີ່ມີກຳລັງຊື້ສູງ, ມີທ່າແຮງຫຼາຍສຳລັບສິນຄ້າອຸປະໂພກບໍລິໂພກ, ຜະລິດຕະພັນອຸດສາຫະກຳ ແລະ ການບໍລິການຂອງຫວຽດນາມ, ໂດຍສະເພາະສຳລັບບັນດາວິສາຫະກິດສົ່ງອອກຂະໜາດນ້ອຍ ແລະ ກາງ.
ພ້ອມກັນນັ້ນ, ສະວິດ ຍັງສາມາດກາຍເປັນຈຸດໝາຍປາຍທາງດ້ານການລົງທຶນ ແລະ ປະຕູສູ່ຕະຫຼາດສະຫະພາບເອີຣົບ (EU) ສຳລັບບັນດາວິສາຫະກິດຫວຽດນາມ, ໂດຍສະເພາະໃນຂົງເຂດການເງິນ, ເຕັກໂນໂລຊີຊີວະພາບ, ກົນຈັກຄວາມແມ່ນຍຳສູງ, ຢາປົວພະຍາດ, ການສຶກສາ ແລະ ການບໍລິການໂຮງແຮມ.
ຍສໝ - ນັບແຕ່ວັນທີ 15 – 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ 2 ເພື່ອນມິດສະວິດ ທີ່ພິເສດຢ່າງສົມກຽດຄື: ທ່ານ Olivier Parriaux ແລະ ທ່ານ Bernard Bachelard. ຫຼາຍກວ່າເຄິ່ງສະຕະວັດກ່ອນ (ປີ 1969), ພ້ອມກັບທ່ານ Noé Graff, ເຂົາເຈົ້າໄດ້ປະຕິບັດຢ່າງກ້າຫານ ແລະ ເປັນສັນຍາລັກຄື: ແຂວນທຸງຊາດຂອງກອງທັບປົດປ່ອຍພາກໃຕ້ ຫວຽດນາມ ຢູ່ເທິງຈອມຂອງ Notre Dame Cathedral Paris (ຝຣັ່ງ). ເຖິງວ່າທ່ານ Noé Graff ບໍ່ສາມາດເຂົ້າຮ່ວມການຢ້ຽມຢາມຍ້ອນເຫດຜົນດ້ານສຸຂະພາບກໍ່ຕາມ, ແຕ່ທ່ານ Olivier Parriaux ແລະ Bernard Bachelard ຍັງສືບຕໍ່ການເດີນທາງເພື່ອຕິດພັນການພົວພັນມິດຕະພາບກັບຫວຽດນາມ ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ. |
ຄຳສີ
