| ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ |
ຕາມປະຕູຂໍ້ມູນຂ່າວສານເອເລັກໂຕຣນິກຂອງແຂວງດຽນບຽນ, ນັກສຶກສາ 80 ຄົນ ທີ່ເຂົ້າຮ່ວມຫຼັກສູດຝຶກອົບຮົມ ມາຈາກແຂວງຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ຫຼວງນ້ຳທາ. ບັນດານັກຮຽນຈະໄດ້ຮຽນພາສາຫວຽດນາມຢູ່ສູນການສຶກສາວິຊາຊີບ - ການສຶກສາຕໍ່ເນື່ອງດຽນບຽນ, ເພື່ອຍົກສູງຄວາມສາມາດໃນການນຳໃຊ້ພາສາ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮຽນ, ການຄົ້ນຄວ້າ ແລະ ການສຶກສາຮຽນຮູ້ວັດທະນະທຳຫວຽດນາມ.
ກ່າວຄຳປາໄສໃນພິທີເປີດຫຼັກສູດ, ທ່ານ ເຈິ່ນ ດັງ ນິງ, ຮອງຫົວໜ້າພະແນກສຶກສາ ແລະ ກິລາແຂວງດຽນບຽນ ຢືນຢັນວ່າ ການສຶກສາ ແລະ ການຝຶກອົບຮົມ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ສຳຄັນລະຫວ່າງແຂວງດຽນບຽນກັບບັນດາທ້ອງຖິ່ນພາກເໜືອຂອງລາວ.
ຕະຫຼອດໄລຍະກວ່າ 20 ປີຜ່ານມາ, ແຂວງດຽນບຽນໄດ້ຈັດການຝຶກອົບຮົມ ແລະ ບຳລຸງຄວາມຮູ້ໃຫ້ແກ່ນັກຮຽນ ແລະ ພະນັກງານຈາກບັນດາແຂວງພາກເໜືອຂອງລາວ ຫຼາຍກວ່າ 1.000 ເທື່ອຄົນ, ປະກອບສ່ວນພັດທະນາຊັບພະຍາກອນມະນຸດ, ຍົກສູງລະດັບວິຊາຊີບ ແລະ ຄວາມສາມາດໃນການປະຕິບັດໜ້າທີ່ຢູ່ບັນດາທ້ອງຖິ່ນຂອງປະເທດເພື່ອນມິດ.
![]() |
ຄຽງຄູ່ກັບການຈັດພິທີເປີດຫຼັກສູດພາສາຫວຽດນາມ, ພະແນກສຶກສາ ແລະ ກິລາແຂວງດຽນບຽນ ຍັງໄດ້ສະຫຼຸບໂຄງການບຳລຸງຄວາມຮູ້, ຝຶກອົບຮົມ ແລະ ລົງສຶກສາພາກປະຕິບັດຢູ່ຮາກຖານ ໃຫ້ແກ່ພະນັກງານ, ລັດຖະກອນ ແລະ ພະນັກງານວິຊາຊີບລາວ 14 ຄົນ, ໃນນັ້ນ 9 ຄົນມາຈາກແຂວງອຸດົມໄຊ ແລະ 5 ຄົນມາຈາກແຂວງຜົ້ງສາລີ.
ຫຼັກສູດບຳລຸງຄວາມຮູ້ໄດ້ດຳເນີນເປັນເວລາ 5 ອາທິດ, ແຕ່ວັນທີ 14/9 ຫາ 15/10/2026, ໂດຍສຸມໃສ່ 5 ຂົງເຂດ ຄື: ການສຶກສາ ແລະ ການຝຶກອົບຮົມ; ສາທາລະນະສຸກ; ກະສິກຳ ແລະ ສິ່ງແວດລ້ອມ; ວິທະຍາສາດ ແລະ ເຕັກໂນໂລຊີ; ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ.
ໃນໄລຍະເຂົ້າຮ່ວມໂຄງການ, ບັນດານັກຮຽນໄດ້ຮຽນທິດສະດີຄວບຄູ່ກັບການຝຶກປະຕິບັດ, ແລກປ່ຽນວຽກງານວິຊາຊີບ ແລະ ລົງສຳຫຼວດສະພາບຕົວຈິງຢູ່ບັນດາສະຖານທີ່. ເນື້ອໃນການບຳລຸງຄວາມຮູ້ປະກອບມີ ປະສົບການດ້ານການຄຸ້ມຄອງລັດ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນປ່ຽນເປັນດິຈິຕອນ, ການຄຸ້ມຄອງການສຶກສາ, ການດູແລສຸຂະພາບ, ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາກະສິກຳ ແລະ ການທ່ອງທ່ຽວ.
ຜ່ານບັນດາການຢ້ຽມຊົມ ແລະ ສຶກສາຮຽນຮູ້ກິດຈະກຳຢູ່ບັນດາອົງການ, ຫົວໜ່ວຍງານ, ສະຖານທີ່ຜະລິດ ແລະ ເຂດຊຸມຊົນ, ພະນັກງານຈາກສອງແຂວງພາກເໜືອຂອງລາວ ໄດ້ຮັບຄວາມຮູ້ ແລະ ປະສົບການຕົວຈິງເພີ່ມເຕີມ ເພື່ອນຳໄປຄົ້ນຄວ້າ ແລະ ປະຍຸກໃຊ້ໃຫ້ເໝາະສົມກັບວຽກງານ ຫຼັງຈາກກັບຄືນທ້ອງຖິ່ນຂອງຕົນ.
ການຈັດສອງໂຄງການພ້ອມກັນນີ້ ສືບຕໍ່ສະແດງໃຫ້ເຫັນເຖິງການປະສານສົມທົບໃນຂົງເຂດການສຶກສາ ແລະ ການຝຶກອົບຮົມລະຫວ່າງແຂວງດຽນບຽນ ແລະ ບັນດາແຂວງພາກເໜືອຂອງລາວ, ປະກອບສ່ວນຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຊຸກຍູ້ການແລກປ່ຽນປະສົບການ ແລະ ເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາທ້ອງຖິ່ນ.
ນີ້ຍັງເປັນກິດຈະກຳທີ່ມີຄວາມໝາຍຕົວຈິງ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື, ປະກອບສ່ວນຮັກສາ ແລະ ທະນຸບຳລຸງຄວາມສາມັກຄີ ແລະ ມິດຕະພາບມູນເຊື້ອຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 13/10, ທີ່ສຳນັກງານສູນກາງພັກ, ສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຕ້ອນຮັບຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ແກ້ວວິສຸກ ໂສລາພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ເປັນຫົວໜ້າຄະນະ, ໃນໂອກາດທີ່ຄະນະເດີນທາງມາຫວຽດນາມເພື່ອຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ. ໃນການຕ້ອນຮັບ, ສະຫາຍ ເຈິ່ນ ເກິມ ຕູ໋ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາການເສີມສ້າງ, ພັດທະນາສາຍພົວພັນພິເສດກັບລາວ ເປັນບູລິມະສິດສູງສຸດ. |
ຍສໝ - ແຕ່ວັນທີ 14-16/10, ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລາວ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີການຮ່ວມມືລະຫວ່າງສອງພັກ ແລະ ຊຸກຍູ້ສາຍພົວພັນພິເສດ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ. |
ດວງດີ
